ອັນຕະລາຍ!! ພະຍາດທີ່ມາພ້ອມກັບຄອມພິວເຕີ

timer

remove_red_eye 0 views


cvConnect.la - ອັນຕະລາຍ!! ພະຍາດທີ່ມາພ້ອມກັບຄອມພິວເຕີ

          ຄວນຮູ້ໄວ້ ອັນຕະລາຍຈາກຄອມພິວເຕີ ພະຍາດທີ່ຈະມາແບບບໍ່ຮູ້ຕົວ ມາເບິ່ງກັນເລີຍວ່າມີຫຍັງແດ່ ພ້ອມກັບວິທີແກ້ໄຂ.

 

  • ປວດຫຼັງ

          ເນື່ອງຈາກການນັ່ງເຮັດວຽກໃນແບບເກົ່າເປັນເວລາດົນ ກ້າມເນື້ອຫຼັງຕັ້ງແຕ່ບ່າ ແລະ ກ້າມເນື້ອສອງຂ້າງຂອງກະດູກສັນຫຼັງຈະມີການຫົດເກັງຕົວເພື່ອໃຫ້ຢູ່ໃນທ່າເດີມຕະຫຼອດເວລາ

  • ປວດມື

          ເນື່ອງຈາກຕ້ອງໃຊ້ເມົ້າໃນການເຄື່ອນໄຫວ ກົດຄຣິກ ຫຼືເລື່ອນພິມວຽກຫຼາຍໆ ເຮັດໃຫ້ເກີດອາການເມື່ອຍ ຫຼື ຊາ ນິ້ວມື, ຝາມື ເຮັດໃຫ້ກະດູກຂໍ້ມືນິ້ວເຈັບປວດ ແລະ ສ່ຽງຕໍ່ການອັກເສບບໍລິເວນຂໍ້ມືອີກດ້ວຍ.

  • ໂລກຂາດສານອາຫານ

          ເກີດຈາກການຮັບປະທານອາຫານບໍ່ຄົບ 5 ໝູ່ ຫຼື ບໍ່ຖືກຕ້ອງຕາມຫຼັກໂພຊະນາການເຮັດໃຫ້ຮ່າງກາຍຂາດສານອາຫານທີ່ບໍ່ຈໍາເປັນ.

  • ໂລກກະເພາະອາຫານ

          ເກີດຈາກການໃຊ້ຄອມພິວເຕີເປັນເວລາດົນ ກິນອາຫານບໍ່ເປັນເວລາເຮັດໃຫ້ເປັນບາດແຜໃນການກະເພາະອາຫານ ແລະ ມີອາຫານເຈັບທ້ອງ

  • ກະເພາະມີປັດສະວະອັກເສບ

          ເກີດຈາກການອົດກັ້ນການຖ່າຍເບົາໂດຍສະເພາະຜູ້ຍິງ

  • ໂລກຈາກຄອມພິວ

          ມີອາການປວດຕາ ແສບ ແລະ ເຈັບຕາ ຕາມົວ ເມື່ອຍຕາ ແລະ ລະຄາຍເຄືອງອາການເຫຼົ່ານີ້ເປັນອາການຊົ່ວຄາວແຕ່ຖ້າຫາກເປັນຕະຫຼອດຈະເກີດອັນຕະລາຍໄດ້.

 

          ເພື່ອຫຼີກລ່ຽງພະຍາດຕ່າງໆ ຄວນໃຊ້ຄອມພິວເຕີຢ່າງຖືກວິທີດັ່ງນີ້:

  • ໂຄມໄຟ ໃຫ້ສະຫວ່າງພຽງພໍ
  • ຈໍຄອມພິວເຕີຄວນຢູ່ໃນລະັບດຽວກັນ ຫູື ຕໍ່າກວ່າສາຍຕາ
  • ຄີບອດ ແລະ ເມົ້າ
  • ວາງໃນໄລຍະຫ່າງ ແລະ ຄວາມຄວາມສູງພໍເໝາະປ່ອຍຕາມແຂນທໍາມະຊາດ
  • ບ່ອນພັກຂໍ້ມື
  • ບໍ່ຄວນແຂງ ຫຼື ມີຄົມໜ້າກວ້າງພຽງພໍ ສໍາລັບການວາງຂໍ້ມື

 

 

ທີ່ມາ:​ ກົມອະນາໄມສົ່ງເສີມໃຫ້ຄົນໄທສຸຂະພາບດີ (ປະເທດໄທ)

 

 

Tags: #ພະຍາດ #ຄອມພິວເຕີ #ກະເພາະ #key borad

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now