ບົດສຳພາດ ທ່ານ ນ ວິໄລລັກ ບູລົມ ຮອງປະທານສູນທີ່ປຶກສາແທັກໂດ TACDO Consulting Center

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານ ນ ວິໄລລັກ ບູລົມ ຮອງປະທານສູນທີ່ປຶກສາແທັກໂດ TACDO Consulting Center

ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດເຂົ້າສຳພາດ ທ່ານ ນາງ ວິໄລລັກ ບູລົມ ຮອງປະທານສູນ TACDO Consulting Center  ເຊິ່ງເປັນສູນທີ່ປືກສາແຫ່ງທຳອິດຂອງ ສປປລາວ ເຊີ່ງເນັ້ນການຝຶກອົບຮົມພັດທະນາບຸກຄະລາກອນເປັນຫລັກ ເຊີນທ່ານມາຮູ້ຈັກສູນທີ່ປຶກສາດັ່ງກ່າວໃຫ້ຫຼາຍຂຶ້ນຜ່ານບົດສໍາພາດນີ້ເລີຍ. 

  1. ຄວາມເປັນມາ ແລະ ຈຸດປະສົງຂອງການເປີດສູນທີ່ປຶກສາແທັກໂດ ? ເປີດມາໄດ້ດົນປານໃດແລ້ວ ?

ສູນທີ່ປຶກສາແທັກໂດໄດ້ສ້າງຕັ້ງຂື້ນໃນປີ 1999 ໂດຍທ່ານ ຄຳພັດ ບູລົມ, ເລີ່ມຕົ້ນແມ່ນເປັນບໍລິສັດທີ່ປຶກສານ້ອຍໆ ແລ້ວຕໍ່ມາປີ 2000 ກໍ່ໄດ້ເຫັນໂອກາດໃນການຂະຫຍາຍທຸລະກິດຫັນປ່ຽນມາເປັນສູນທີ່ປຶກສາ ແລະ ຝຶກອົບຮົມລຸ້ນບຸກເບີກແຫ່ງທຳອິດຂອງ ສປປລາວ.

ເປັນເວລາ 19ປີ ສູນທີ່ປຶກສາແທັກໂດ ໄດ້ໃຫ້ບໍລິການໃຫ້ແກ່ບໍລິສັດ ແລະ ອົງກອນພັດທະນາຊຸມຊົນທາງພາກລັດ, ເອກະຊົນ ແລະ NGOs ໂດຍຈຸດປະສົງໃນການເປີດສູນທີ່ປຶກສາແມ່ນຢາກໃຫ້ຕ່າງປະເທດໄດ້ຮູ້ວ່າຄົນລາວເຮົາກໍ່ສາມາດມີບຸກຄະລາກອນທີ່ເກັ່ງ ແລະ ທຽບເທົ່າກັບສາກົນໄດ້ ໂດຍຕັ້ງສູນທີ່ປຶກສາ ແລະ ຝຶກອົບຮົມທີ່ເກັ່ງໄດ້ ໂດຍທີ່ເອົາຄົນລາວມາເປັນຄູຝຶກ.

2. ເປົ້າຫມາຍຂອງສູນທີ່ປຶກສາແທັກໂດແມ່ນຫຍັງ ?

  1. ເພື່ອເປັນບ່ອນພັດທະນາຄວາມຮູ້ຂອງວິຊາການລາວໃນຫລາຍໆດ້ານ
  2. ເພື່ອເຮັດໃຫ້ບຸກຄະລາກອນທີ່ຜ່ານຫລັກສູດຂອງແທັກໂດໄດ້ຮັບປະສົບການຈິງ ແລະ ສາມາດໄປປັບໃຊ້ໄດ້ໃນທັນທີ ແລະ ຖືກກັບຊີວິດການເຮັດວຽກຕົວຈິງ ( ບໍ່ແມ່ນທິດສະດີ )

+ ພວກເຮົາພະຍາຍາມໃຫ້ມີການພັດທະນາທັງຫຼັກສູດ, ວິທີການຝຶກ ແລະ ຄຸນນະພາບທຸກໆດ້ານຢູ່ຕະຫຼອດເວລາ ເພື່ອຮອງຮັບຄວາມຕ້ອງການຂອງພວກທ່ານ

+ ພວກເຮົາຮູ້ດີວ່າ ພວກເຮົາເປັນໂຄສ, ສ່ວນພວກທ່ານເປັນນັກເຕະບານແຊ້ມໂລກ ຫຼື ມືອາຊີບ

+ ດັ່ງນັ້ນ ພວກເຮົາຈຶ່ງຕ້ອງມີຄວາມຕ້ອງການ ແລະ ເພິ່ງພາອາໄສເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈຕະຫຼອດໄປ.

3. ຈຸດເດັ່ນທີ່ສາມາດດຶງດູດໃຫ້ເຂົ້າມາໃຊ້ບໍລິການຂອງສູນທີ່ປຶກສາແທັກໂດ ?

ອີງໃສ່ຄຸນນະພາບເປັນສ່ວນໃຫຍ່ ແລະ ສັງເກດຕາມແນວໂນ້ມຂອງຕະຫລາດໃນປະຈຸບັນ.

4. ມີລະບົບໃນການສົ່ງຄວາມຮູ້ໃຫ້ນັກສຳມະນາກອນແນວໃດ ? ຫລັກສູດທີ່ເປີດໃຫ້ຝຶກອົບຮົມມີຫລັກສູດໃດແນ່ ?

ແທັກໂດຈະມີທັກສະແຕກຕ່າງຈາກບ່ອນອື່ນ ແລະ ຄັດເລືອກຄູຝຶກໃຫ້ເຫມາະສົມກັບຫົວຂໍ້ຝຶກອົບຮົມນັ້ນໆ, ຫລັກທາງເຮົາຈະເນັ້ນ 60% 40%, ເຊິ່ງ 60% ເປັນການຮຽນຮູ້ຈາກການແລກປ່ຽນຄວາມຄິດຄວາມເຫັນ ແລະ ການເຮັດຕົວຈິງ 40% ແມ່ນມາຈາກພາກທິດສະດີທົ່ວໄປຂອງຫລັກສູດ ແລະ ປະສົບການຂອງຄູຝຶກ.

ຫລັກສູດທີ່ເຮົາເປີດຝຶກອົບຮົມແມ່ນມີຫລາຍຫລັກສູດ ແຕ່ຈະແບ່ງເປັນ 3 ພາກໃຫຍ່ຄື: ພາກທຸລະກິດ, ພັດທະນາຊຸມຊົນ ແລະ ການເງິນຈຸລະພາກ.

5. ບັນຫາທີ່ເຮົາພົບພໍ້ຕັ້ງແຕ່ເລີ່ມເປີດສູນມາມີຫຍັງແນ່ ? ແລະ ມີການແກ້ໄຂແນວໃດ ?

ປັດໃຈຫລັກກໍ່ແມ່ນເລື່ອງການຕະຫລາດ, ການແຂ່ງຂັນໃນປະຈຸບັນ, ການບໍລິການບໍລຫານຈັດການ, ຫລັກສູດ ແລະ ເສດຖະກິດມີການຜັນໂຕ. ປະຈຸບັນແມ່ນພະຍາຍາມປັບປຸງໂຕເອງຢູ່ຕະຫລອດເພື່ອໃຫ້ແທດເຫມາະກັບທີ່ສັງຄົມຕ້ອງການ ແລະ ເທົ່າທີ່ເຮົາຈະເຮັດໄດ້.

 6. ທ່ານຄິດວ່າສູນທີ່ປຶກສາແທັກໂດ ປະສົບຜົນສຳເລັດແລ້ວ ຫລື ຍັງ ?

ຄິດວ່າມີຜົນສຳເລັດໃນລະດັບລະດັບຫນື່ງເພາະສູນພວກເຮົາຕັ້ງມາປີທີ 19 ແລ້ວ ແລະ ກໍ່ໄດ້ຢູ່ຄຽງຄູ່ກັບການພັດທະນາບຸກຄະລາກອນຂອງປະເທດຊາດທົ່ວປະເທດ, ແຕ່ກໍ່ຍັງຕ້ອງປັບປຸງໄປເລື້ອຍໆ ອີງຕາມການຂະຫຍາຍໂຕຂອງສັງຄົມ.

ຖ້າຈະເວົ້າວ່າປະສົບຜົນສຳເລັດ ຫລື ຍັງ ນັ້ນກໍ່ບໍ່ສາມາດເວົ້າໄດ້ ເພາະວ່າໃນກົດເກນຕາມຫລັກຂອງຜູ້ນຳແລ້ວຈະມີຫລາຍກົດເກນ ຖ້າທຽບໃສ່ປະຈຸບັນແລ້ວກໍ່ຖືວ່າປະສົບຄວາມສຳເລັດໄປແລ້ວສ່ວນຫນື່ງ ແລະ ຍັງຕ້ອງພັດນາອົງກອນໄປເລື້ອຍໆເພື່ອໃຫ້ເຂົ້າກັບຍຸກສັງຄົມປະຈຸບັນ.

 7. ວາງແຜນອະນາຄົດໄວ້ແນວໃດ ?

ແຜນການໃນຕໍ່ໜ້າ ແມ່ນການສືບຕໍ່ວິໄສທັດຂອງຜູ້ກໍ່ຕັ້ງສູນ ຄືສ້າງສູນໃຫ້ພັດທະນາໄປຕາມຄວາມເຫມາະສົມຂອງຕະຫລາດ, ພັດທະນາຫລັກສູດ, ພັດທະນາທີມຄູຝຶກ ແລະ ສ້າງສັນຜົນງານທີ່ກໍ່ໃຫ້ເກີດປະໂຫຍດຕໍ່ຄົນສ່ວນໃຫຍ່. ພວກເຮົາບໍ່ໄດ້ເຮັດວຽກເພື່ອກໍາໄລຢ່າງດຽວ ແຕ່ວ່າພວກເຮົາຢາກສ້າງບຸກຄະລາກອນໃຫ້ແກ່ປະເທດຊາດ ພ້ອມດຽວກັນນັ້ນ ກໍ່ສືບຕໍ່ສ້າງຊື່ສຽງໃຫ້ປະເທດ ແລະ ເຜີຍແຜ່ໃຫ້ວຽກງານຂອງພວກເຮົາໃຫ້ເປັນທີ່ຍອມຮັບໃນພາກພື້ນ ແລະ ສາກົນ, ເພື່ອໃຫ້ສົມກັບຄຳຂວັນຂອງແທັກໂດທີ່ວ່າ: ” ແທັກໂດ ຊ່ວຍໃຫ້ວຽກຂອງທ່ານງ່າຍຂື້ນ

ຂໍຂອບໃຈທ່ານ ນ ວິໄລລັກ ບູລົມ ຮອງປະທານສູນທີ່ປຶກສາແທັກໂດ TACDO Consulting Center

ເບີໂທຕິດຕໍ່: 021 485 108

ທີ່ຢູ່: ບ້ານດອນປ່າໃຫມ່, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ

 

 

 

Tags: #TACDO Consulting Center #ສູນທີ່ປຶກສາແທັກໂດ #ແທັກໂດຊ່ວຍໃຫ້ວຽກຂອງທ່ານງ່າຍຂື້ນ #ທ່ານ ນ ວິໄລລັກ ບູລົມ #ພັດທະນາບຸກຄະລາກອນ #ພັດທະນາອົງກອນ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now