ບົດສໍາພາດ: ຮອງຜູ້ອໍານວຍການ ວິທະຍາໄລ ເຄວສ ແລະ ທິບວາລີ

timer

remove_red_eye 0 views


cvConnect.la - ບົດສໍາພາດ: ຮອງຜູ້ອໍານວຍການ ວິທະຍາໄລ ເຄວສ ແລະ ທິບວາລີ

 

1.ຄວາມເປັນມາຈຸດປະສົງ ແລະ ເປັນຫຍັງທ່ານຈຶ່ງຕັດສິນໃຈໃນການສ້າງວິທະຍາໄລນີ້ຂຶ້ນມາແມ່ນແນວໃດ? ເປີດມາໄດ້ດົນປານໃດແລ້ວ? ປັດຈຸບັນຈໍານວນນັກສຶກສາມີເທົ່າໃດ? ນັກສຶກສາທີ່ຈົບອອກໄປມີເທົ່າໃດ?

          ວິທະຍາໄລເຄວສ ສ້າງຕັ້ງຂຶ້ນໃນປີ 2000, ເຊິ່ງໃນວິທະຍາໄລດັ່ງກ່າວ ບໍ່ແມ່ນຂອງສ່ວນບຸກຄົນ ແຕ່ຢູ່ໃນອົງການຂອງຟິນແລນທີ່ໄດ້ມາລົງທຶນ ໂດຍເລືອກເອົາການສຶກສາ ເພາະການສຶກສາເປັນສິ່ງທີ່ດີ ແລະ ມີເປົ້າໝາຍ ເພື່ອພັດທະນາບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ໃນການສ້າງສາພັດທະນາປະເທດລາວໃນອະນາຄົດ ແລະ ກ່ອນທີ່ຈະມາເປັນວິທະຍາໄລນີ້ ເມື່ອກ່ອນເປັນສູນຝຶກສີມືແຮງງານ, ການໃຫ້ຄວາມຮູ້ກ່ຽວກັບໄອທີ ລະບົບຄອມພິວເຕີຕ່າງໆ ໂດຍເນັ້ນຊ່ວຍເຫຼືອຄົນພິການເປັນຫຼັກທີ່ມີທຶນມາຈາກປະເທດຟິນແລນ ມາເຖິງປີ 2006 ໄດ້ປ່ຽນຈາກສູນຝຶກສີມືແຮງງານ ມາເປັນ ວິທະຍາໄລ ເຄວສ ແລະ ມາເຖິງປີ 2015 ຈຶ່ງໄດ້ຢຸດການມອບທຶນ ແລະ ມອບໂອນໃຫ້ຄົນລາວກໍຄື ອໍານວຍການໃຫຍ່ໄດ້ດໍາເນີນງານຕໍ່ໄປຈົນເຖິງປັດຈຸບັນ.

          ສ່ວນວິທະຍາໄລ ທິບວາລີ ສ້າງຕັ້ງຂຶ້ນພ້ອມກັນກັບວິທະຍາໄລເຄວສ ເຊິ່ງເປັນວິທະຍາໄລສ່ວນບຸກຄົນ ເຊິ່ງທັງສອງວິທະຍາໄລແມ່ນຕັ້ງຢູ່ສະຖານທີ່ດຽວກັນ ດ້ວຍເຫດຜົນທີ່ວ່າ ທັງສອງມີຄວາມແຕກຕ່າງລະຫວ່າງວິທະຍາໄລທີ່ເປັນສ່ວນລວມ ແລະ ວິທະຍາໄລທີ່ເປັນສ່ວນບຸກຄົນ ແຕ່ມີຜູ້ບໍລິຫານເປັນຄົນດຽວກັນ, ຕໍ່ມາແມ່ນສາຂາທີ່ຮຽນກໍແຕກຕ່າງກັນຄື ວິທະຍາໄລ ເຄວສ ແມ່ນເປີດຫຼັກສູດກ່ຽວກັບໄອທີໂດຍສະເພາະ ແລະ ວິທະຍາໄລທິບວາລີ ແມ່ນເປີດແຕ່ຫຼັກສູດພາສາອັງກິດເຊິ່ງທັງສອງວິທະຍາໄລເປັນລະບົບຊັ້ນສູງ ແລະ ອີກເຫດຜົນໜຶ່ງຄືວິທະຍາໄລທິບວາລີ ບໍ່ມີປະລິນຍາຕີຄືເມື່ອກ່ອນແລ້ວ ເປັນເຫດໃຫ້ຈໍານວນນັກສຶກສາຫຼຸດລົງ.  

          ປັດຈຸບັນ ວິທະຍາໄລ ທິບວາລີ ແລະ ເຄວສ ມີນັກສຶກສາ ລວມກັນທັງໝົດ 500 ກວ່າຄົນ ແລະ ຈົບອອກໄປໄດ້ປະມານ 12 ຊຸດ ຈໍານວນ 3,000 ຫາ 4,000 ຄົນແລ້ວ ແລະ ເວລາຮຽນ ວິທະຍາໄລ ເຄວສ ມີ 3 ພາກ ຄື ພາກເຊົ້າ 8:30 - 12:00 ແລະ ພາກບ່າຍ 13:00 -16:30 ແລະ ພາກຄໍ່າ 17:00-20:30, ສ່ວນວິທະຍາໄລ ທິບວາລີ ມີ 2 ພາກ ຄື ພາກເຊົ້າ 8:30 - 12:00 ແລະ ພາກຄໍ່າ 5:30 - 20:30

 

 

 2.ກຸ່ມເປົ້າໝາຍ ແລະ ເປົ້າໝາຍຂອງເຮົາໃນການສ້າງວິທະຍາໄລນີ້ແມ່ນຫຍັງ?

          ເປົ້າໝາຍຂອງພວກເຮົາຄືຢາກເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມໃນທຸກໆດ້ານ ບໍ່ວ່າຈະເປັນການຮຽນການສອນ, ການດໍາເນີນຊີວິດຢູ່ຮ່ວມກັນ, ດ້ານສຸຂະອະນາໄມ ຄວາມສະອາດຕ່າງໆ ແລະ ວິທະຍາໄລຂອງພວກເຮົາແມ່ນຢາກສ້າງບຸກຄະລາກອນໃຫ້ແກ່ປະເທດຊາດ ກໍຄືການສົ່ງຄວາມຮູ້, ການສຶກສາຕ່າງໆ ສໍາລັບຄ່າໃຊ້ຈ່າຍໃນການສຶກສາເຮົາກໍມີການຈັດແບ່ງໃຫ້ເໝາະສົມກັບກຸ່ມຄົນທີ່ມີຫຼາກຫຼາຍພາກສ່ວນບໍ່ໃຫ້ຢູ່ໃນລະດັບສູງເກີນໄປ ຄືຈັດຢູ່ໃນລະດັບກາງເພື່ອໃຫ້ຄົນທີ່ມີທຶນໃນການສຶກສາທີ່ໜ້ອຍລວມໄປເຖິງຜູ້ຄົນທີ່ຢູ່ຕ່າງແຂວງກໍສາມາດມາຮຽນຕໍ່ຢູ່ທີ່ນີ້ໄດ້. ສະນັ້ນກຸ່ມເປົ້າໝາຍຂອງພວກເຮົາແມ່ນສຸມໃສ່ຄົນທີ່ຢູ່ຕ່າງແຂວງ ຫຼື ຄົນທີ່ມີທຶນໃນການສຶກສາໜ້ອຍໃຫ້ສາມາດຮຽນຕໍ່ໄດ້ໃນລະດັບທີ່ເໝາະສົມແຕ່ຕ້ອງມີຄຸນນະພາບ.

 

 

3.ຈຸດເດັ່ນຂອງວິທະຍາໄລດັ່ງກ່າວແມ່ນຫຍັງ?

          ຈຸດເດັ່ນຂອງວິທະຍາໄລທີ່ເຮັດໃຫ້ນັກສຶກສາເລືອກເຂົ້າມາຮໍ່າຮຽນແມ່ນການສ້າງໃຫ້ນັກສຶກສາຄິດວ່າພວກເຮົາປຽບເໝືອນຄອບຄົວດຽວກັນ, ທີ່ໄດ້ເນັ້ນໜັກເອົາໃຈໃສ່ນັກສຶກສາທຸກຄົນ ແລະ ໄດ້ສ້າງໜ່ວຍງານອາຈານເປັນທີ່ປຶກສາໃຫ້ແກ່ນັກສຶກສາໂດຍສະເພາະ ບໍ່ສ້າງຄວາມກົດດັນ ແລະ ຊ່ວຍຮັບຟັງ ແລະ ແນະນໍາການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນກັບນັກສຶກສາເພາະເປັນສິ່ງທີ່ສໍາຄັນຫຼາຍທີ່ສາມາດສົ່ງຜົນຕໍ່ການຮຽນໃນໄລຍະຍາວໃຫ້ແກ່ນັກສຶກສາໄດ້ ທີ່ເຫັນໄດ້ກໍຄືຈາກການສໍາຫຼວດສອບຖາມນັກສຶກສາທີ່ເຂົ້າໃໝ່ເຫັນວ່າສ່ວນຫຼາຍແມ່ນໄດ້ມີການແນະນໍາບອກຕໍ່ໆກັນມາຈາກນັກສຶກສາທີ່ຈົບໄປແລ້ວໃຫ້ມາສຶກສາຢູ່ທີ່ນີ້ ແລະ ຈຸດເດັ່ນຂອງການຮຽນການສອນຂອງສາຍໄອທີແມ່ນການຮຽນກ່ຽວກັບ Network ແລະ Program ທີ່ພວກເຮົາຈະເນັ້ນໜັກຫຼາຍໃນຈຸດນີ້.

 

 

 4.ມີລະບົບໃນການສົ່ງຄວາມຮູ້ໃຫ້ແກ່ນັກສຶກສາແນວໃດ? ຫຼັກສູດທີ່ເປີດສອນມີຫຍັງແດ່?

          ລະບົບການຮຽນການສອນ ແມ່ນຄືກັນທັງສອງວິທະຍາໄລ ສໍາລັບຄູອາຈານວິທະຍາໄລ ເຄວສ ພວກເຮົາຈະເນັ້ນໃສ່ແຕ່ທີ່ເປັນຄົນລາວທີ່ຈົບວິຊາສະເພາະໄອທີ ແລະ ບາງຄັ້ງກໍຮັບເຊີນມາຈາກພາກສ່ວນຕ່າງໆເພື່ອມາສົ່ງຄວາມຮູ້ໃຫ້ແກ່ນັກຮຽນ, ສ່ວນວິທະຍາໄລ ທິບວາລີ ແມ່ນມີທັງພາຍໃນ ແລະ ຕ່າງປະເທດ ທີ່ມາຮ່ວມແລກປ່ຽນ, ຢ້ຽມຢາມກັບທາງວິທະຍາໄລຂອງພວກເຮົາເລື້ອຍໆ ເປັນຕົ້ນຄູອາຈານທີ່ມາຈາກປະເທດອາເມລິກາ, ໂປແລນ ສໍາລັບຄູປະຈໍາທີ່ເປັນຄົນຕ່າງປະເທດພວກເຮົາກໍມີຢູ່ແລ້ວ ແລະ ມີແຜນທີ່ຈະຮັບເພີ່ມເຂົ້າມາໃນໄວໆນີ້.

          ຕໍ່ມາແມ່ນການເນັ້ນໃສ່ການຈັດກິດຈະກໍາຕ່າງໆໃຫ້ແກ່ນັກສຶກສາເປັນຕົ້ນການຈັດກິດຈະກໍາຕ້ອນຮັບນັກສຶກສາເຂົ້າໃໝ່ (ງານຮັບນ້ອງ) ຈັດຂຶ້ນເພື່ອເນັ້ນການສ້າງຄວາມສາມັກຄີ, ຄວາມມ່ວນຊື່ນໃຫ້ແກ່ນັກສຶກສາທັງສອງວິທະຍາໄລໃຫ້ມີຄວາມຮັກແພງ ແລະ ເຄົາລົບເຊິ່ງກັນ ແລະ ກັນ ແລະ ໃຫ້ນັກສຶກສາຄິດວ່າວິທະຍາໄລເຮົາເປັນບ້ານຫຼັງທີສອງຂອງພວກເຂົາ ເຊິ່ງເປັນສິ່ງທີ່ສໍາຄັນຫຼາຍທີ່ເຮົາຢາກເນັ້ນນັກທີ່ສຸດເພື່ອເຝິກຝົນນັກສຶກສາເຫຼົ່ານັ້ນໄປໃນຕົວ ເມື່ອອອກໄປພົບກັບສັງຄົມພາຍນອກເພື່ອໃຫ້ຢູ່ຮ່ວມກັນຢ່າງມີຄວາມສຸກໂດຍສ້າງເປັນຂໍ້ຫ້າມພາຍໃນວິທະຍາໄລກໍຄື ຫ້າມຜິດຖຽງກັນ, ການແບ່ງແຍກຊົນຊັ້ນ, ການເວົ້າສຽດສີ, ຈົ່ມຂວັນ ເພາະສິ່ງເຫຼົ່ານີ້ກໍເປັນສິ່ງສໍາຄັນຫຼາຍຖ້າເກີດເຫດການດັ່ງກ່າວກໍຈະເຮັດໃຫ້ມີຜົນກະທົບທີ່ບໍ່ດີຕາມມາຕໍ່ກັບນັກສຶກສາ ແລະ ວິທະຍາໄລພວກເຮົາໄດ້ ແລະ ການຈັດກິດຈະກໍາຕ່າງໆພວກເຮົາໄດ້ງົດເຄື່ອງດື່ມທີ່ເປັນສິ່ງມຶນເມົາ ແລະ ລະບຽບຕ່າງໆຕາມກະຊວງສຶກສາທີ່ໄດ້ວາງແລ້ວ ເຊິ່ງກໍປະຕິບັດມາໄດ້ຈົນກ້າວເຂົ້າສູ່ປີທີ 2 ແລ້ວ ຈຸດປະສົງເພື່ອຢາກປ່ຽນຄວາມຄິດຂອງຄົນຮຸ່ນໃໝ່ ເພື່ອເປັນແບບຢ່າງທີ່ດີເພາະວິທະຍາໄລພວກເຮົາເປັນສະຖາບັນການສຶກສາ ກໍເລີຍຫັນເອົາກິດຈະກໍາ, ການແຂ່ງຂັນ ແລະ ກິລາເຂົ້າມາຫຼາຍຂຶ້ນເຊັ່ນ ການສະແດງສິລະປະ, ຮ້ອງເພງ , ຟ້ອນ, ສະແດງລະຄອນ, ລໍາວົງ ແລະ ການຮ່ວມຫຼິ້ນເກມຕ່າງໆອີກດ້ວຍ ເພື່ອເປີດໂອກາດໃຫ້ນັກສຶກສາໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງອອກມາຫຼາຍຂຶ້ນ ແລະ ເຮັດໃຫ້ມີຜົນຕອບຮັບທີ່ດີພໍສົມຄວນສໍາລັບນັກສຶກສາ ແລະ ໃນອະນາຄົດກໍຈະມີກິດຈະກໍາການແຂ່ງຂັນພິມດີດໄວເພື່ອຈະໄດ້ວັດລະດັບຄວາມຮູ້ນັກສຶກສາວ່າຢູ່ໃນລະດັບໃດໃນທ້າຍເດືອນທັນວານີ້ ແລະ ອີກຫຼາກຫຼາຍກິດຈະກໍາທີ່ຈະຕາມມາ.

 

 

5. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການສ້າງວິທະຍາໄລນີ້ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ໃນທາງດ້ານຫົນທາງການສັນຈອນກໍຖືເປັນອຸປະສັກຂອງພວກເຮົາຢ່າງໜຶ່ງ ທີ່ຍາກລໍາບາກແດ່ໜ້ອຍໜຶ່ງໂດຍສະເພາະຍາມຝົນ ແລະ ປ້າຍຊື່ວິທະຍາໄລບອກທາງເຂົ້າກໍຍັງເປັນປ້າຍນ້ອຍຢູ່ ຖ້າບໍ່ສັງເກດດີກໍຈະບໍ່ເຫັນ ດ້ວຍເຫດຜົນຫຼາຍຢ່າງທີ່ຈະຂຶ້ນປ້າຍໃຫ່ຍຢູ່ຮ່ອມທາງເຂົ້າ ດັ່ງນັ້ນ ພວກເຮົາກໍໄດ້ແກ້ໄຂໂດຍຂຶ້ນປ້າຍຢູ່ພາຍໃນວິທະຍາໄລໃຫ້ໃຫຍ່ຂື້ນ ແລະ ບອກແຜນທີ່ທີ່ຊັດເຈນໃຫ້ແກ່ນັກສຶກສາໃຫ້ເຂົ້າໃຈຕື່ມອີກ.

          ສໍາລັບອຸປະສັກໃນດ້ານການຮຽນການສອນກໍແມ່ນ ສາຂາທີ່ກ່ຽວກັບໄອທີ ເປັນຕົ້ນການນໍາໃຊ້ອິນເຕີເນັດແມ່ນຊ້າ ບໍ່ຕອບສະໜອງຕໍ່ການຮຽນຂອງນັກສຶກສາ ແລະ ພວກເຮົາກໍໄດ້ປັບປຸງຄວາມໄວຂອງອິນເຕີເນັດ ລວມໄປເຖິງອຸປະກອນ, ເຄື່ອງໃຊ້, ຄອມພິວເຕີຕ່າງໆຖ້າເປ່ເພກໍຕ້ອງຊື້ໜ່ວຍໃໝ່ ເພື່ອອໍານວຍຄວາມສະດວກໃຫ້ທັນຕາມຄວາມຕ້ອງການຂອງນັກສຶກສາ  ແຕ່ຖ້າຍັງບໍ່ທັນດີເທົ່າທີ່ຄວນທາງເຮົາກໍຈະໄດ້ມີການປັບປຸງຂຶ້ນໄປເລື້ອຍໆ.

 

 

6. ທ່ານຄິດວ່າວິທະຍາໄລນີ້ປະສົບຜົນສໍາເລັດແລ້ວຫຼືຍັງ?

          ຂ້າພະເຈົ້າຄິດວ່າ ວິທະຍາໄລຂອງພວກເຮົາແມ່ນປະສົບຜົນສໍາເລັດຢູ່ໃນລະດັບໜຶ່ງ ເພາະໃນອະນາຄົດຕ້ອງມີຫຼາຍຢ່າງທີ່ເຮົາຕ້ອງໄດ້ປະຕິບັດ ແລະ ເຮັດໃຫ້ໄດ້ເພື່ອພັດທະນາຂຶ້ນໄປເລື້ອຍໆ ເປັນຕົ້ນນັກສຶກສາທີ່ຈົບໄປແລ້ວກໍຍັງມີບາງນັກສຶກສາທີ່ເຮົາຕ້ອງໄດ້ຊ່ວຍເຫຼືອພວກເຂົາຢູ່  ແລະ ຜົນສໍາເລັດທີ່ພວກເຮົາສາມາດເວົ້າໄດ້ນີ້ແມ່ນພວກເຮົາສາມາດເຮັດໄດ້ຈາກເປົ້າໝາຍທີ່ວາງໄວ້ຢູ່ໃນບາງສ່ວນ ແລະ ຍັງມີອີກຫຼາຍສ່ວນທີ່ເຮົາຍັງຈະຕ້ອງໄດ້ເຮັດໃນອະນາຄົດຂ້າງໜ້າ.

 

7. ທ່ານມີຄວາມຄາດຫວັງ ແລະ ການວາງແຜນໃນອະນາຄົດແນວໃດ?

          ການວາງແຜນໃນອະນາຄົດຄື ການຈັດກິດຈະກໍາຢູ່ນອກສະຖານທີ່ຄື ພານັກສຶກສາໄປທັດສະນະສຶກສາ, ການຂະຫຍາຍສາຂາວິທະຍາໄລຂອງພວກເຮົາໃຫ້ຫຼາຍຂຶ້ນ ໂດຍແນໃສ່ຈຸດໃດຈຸດໜຶ່ງຂອງພາກເໜືອ ແລະ ພາກໃຕ້ ເຫັນວ່າມີຫຼາຍຄົນຖາມເຂົ້າມາວ່າຢາກໃຫ້ມີວິທະຍາໄລຢູ່ຕ່າງແຂວງຕື່ມ ເພື່ອສະດວກໃຫ້ແກ່ຜູ້ທີ່ຢູ່ຕ່າງແຂວງສາມາດເລືອກຮຽນໃຫ້ສະດວກກັບພວກເຂົາຫຼາຍຂຶ້ນ ແຕ່ກ່ອນອື່ນແມ່ນຢາກໃຫ້ຖານຂອງພວກເຮົາແມ່ນຢູ່ໃນຄຸນນະພາບທີ່ດີທີ່ສຸດກ່ອນທີ່ຈະຂະຫຍາຍສາຂາ ແລະ ການປັບປຸງພັດທະນາຍົກລະດັບພາກສ່ວນຕ່າງໆ ເປັນຕົ້ນຄູອາຈານ, ນັກສຶກສາ ແລະ ວັດສະດຸເຄື່ອງມືອຸປະກອນຕ່າງໆເພື່ອຕອບສະໜອງໃຫ້ຄຸນນະພາບຂຶ້ນເລື້ອຍໆ. 

 

8. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດທຸລະກິດສ້າງໂຮງຮຽນ ຫຼື ວິທະຍາໄລເຊັ່ນດຽວກັບທ່ານບໍ່?

          ຂ້າພະເຈົ້າຂໍຝາກເຖິງບັນດາວິທະຍາໄລຕ່າງໆໃຫ້ສືບຕໍ່ຊ່ວຍກັນສ້າງບຸກຄະລາກອນຂອງປະເທດຊາດຄື ການໃຫ້ຄວາມຮູ້, ການພັດທະນາຄົນ ແລະ ພັດທະນາປັບປຸງວິທະຍາໄລໃຫ້ດີຂຶ້ນເພາະຈຸດທີ່ເຮົາກໍາລັງເຮັດຢູ່ນັ້ນອາດຈະເບິ່ງຄືນ້ອຍ ແຕ່ຖ້າເບິ່ງໃນອີກແງ່ມຸມໜຶ່ງຄືພວກເຮົາເປັນຄວາມຫວັງຂອງປະເທດຊາດ. ສະນັ້ນ, ຈຶ່ງຢາກໃຫ້ຮ່ວມໃຈກັນສືບຕໍ່ປັບປຸງໃຫ້ກ້າວທັນກັບຍຸກປັດຈຸບັນທີ່ເຮົາກ້າວເຂົ້າໄປໃນຍຸກ AEC ແລ້ວ.

 

 

ຂໍຂອບໃຈ: ທ່ານ ນາງ ທິບພະຈັນ ວິຣະວົງສາ ຮອງຜູ້ອໍານວຍການ ວິທະຍາໄລ ເຄວສ ແລະ ທິບວາລີ

ສອບຖາມຕິດຕໍ່ 021-711-492   ເວັບໄຊ www.questcollege.la

Tags: # ວິທະຍາໄລເຄວສ #ປຽບເໝືອນຄອບຄົວ # ວິທະຍາໄລທິບວາລີ #ກິດຈະກໍາຕ້ອນຮັບນັກສຶກສາ #ທິບພະຈັນ ວິຣະວົງສາ #Network ແລະ Program #ຮອງຜູ້ອໍານວຍການ #ນັກສຶກສາໄປທັດສະນະສຶກສາ #ຫຼັກສູດໄອທີ #ສ້າງບຸກຄະລາກອນຂອງປະເທດຊາດ #ຫຼັກສູດພາສາອັງກິດ #ປັບປຸງວິທະຍາໄລໃຫ້ດີຂຶ້ນ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now