ບົດສຳພາດ ທ່ານ ອານັນ ທອງສະຫວັດ ເຈົ້າຂອງໂຮງງານຜະລິດກະແລ້ມ ບ້ານບ້ານ

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານ ອານັນ ທອງສະຫວັດ ເຈົ້າຂອງໂຮງງານຜະລິດກະແລ້ມ ບ້ານບ້ານ

ມື້ນີ້ທີມງານຊີວີຄອນເນັກ ໄດ້ມີໂອກາດເຂົ້າມາສຳພາດ ທ່ານ ອານັນ ທອງສະຫວັດ ເຈົ້າຂອງໂຮງງານຜະລິດ ກະແລ້ມ ບ້ານ ບ້ານ  ເຮົາມາຮູ້ຈັກ ກະແລ້ມບ້ານບ້ານ ໃຫ້ຫລາຍຂື້ນຜ່ານບົດສຳພາດນີ້ເລີຍ.

1. ເປັນຫຍັງທ່ານຈື່ງຕັດສິນໃຈເຮັດທຸລະກິດນີ້ ແລະ ເປັນຫຍັງຈື່ງໃສ່ຊື່ວ່າ ບ້ານ ບ້ານ ?

ດ້ວຍຄວາມມັກຮັກ ແລະ ເປັນຄວາມທ້າທາຍໃນການເຮັດທຸລະກິດກະແລ້ມ ໄດ້ຕໍ່ຍອດມາຈາກທຸລະກິດກະແລ້ມໂຕເກົ່າພາຍໃຕ້ຊື່ ກະແລ້ມບ້ານບ້ານ, ກະແລ້ມບ້ານບ້ານເປີດໂຕຂື້ນມາໄດ້ 3-4 ເດືອນ ເຊີ່ງກ່ອນຫນ້ານີ້ກໍ່ເປີດເປັນໂຮງງານຂາຍສົ່ງກະແລ້ມຕາມແຕ່ລະຮ້ານມາໄດ້ 3-4 ປີ.

ເພາະຕັ້ງໃຈເຮັດລົດຊາດເປັນຂອງຄົນລາວ ເຊີ່ງວັດຖຸດິບທັງຫມົດແມ່ນໃຊ້ຂອງບ້ານເຮົາທັງຫມົດ ແລະ ຈື່ງໄດ້ກາຍມາເປັນຊື່ທີ່ວ່າ: ກະແລ້ມ ບ້ານບ້ານ.

2. ເວລາຮຽນທິດສະດີແລ້ວມາລົງມືເຮັດຕົວຈິງແຕກຕ່າງກັນແນວໃດ ?

ການເຮັດກະແລ້ມຕອນຮຽນແມ່ນປະລິມານທີ່ເຮັດແມ່ນຫນ້ອຍ ສ່ວນການເຮັດໂຕຈິງນັ້ນແມ່ນເປັນລະບົບໂຮງງານປະລິມານຫລາຍ ຄັ້ງແລກກໍ່ອາດຈະບໍ່ຊິນກັບຈັກ ແລະ ຫລາຍໆຢ່າງ, ແຕ່ໃນປະຈຸບັນແມ່ນໄດ້ຝຶກຝົນເຮັດໃຫ້ຜະລິດໄດ້ຫລາຍຂື້ນ ແລະ ພຽງພໍກັບຍອດຂາຍທີ່ເພີ່ມຂື້ນເລື້ອຍໆ.

3. ຈຸດໃດທີ່ເປັນຈຸດເດັ່ນໃຫ້ຄົນເຂົ້າມາຊື້ກະແລ້ມບ້ານບ້ານຂອງເຮົາ ?

ຍ້ອນຄວາມເປັນບ້ານບ້ານທີ່ດຶງດູດໃຫ້ຄົນເຂົ້າມາຊື້ກະແລ້ມຂອງເຮົາ ເພາະເຮົາໃຊ້ວັດຖຸດິບຈາກບ້ານຂອງເຮົາເອງບໍ່ວ່າຈະເປັນ: ຫມາກພ້າວ, ຫມາກຫນອດ ເຊິ່ງເຮົາເນັ້ນຄຸນນະພາບ ແລະ ເຮັດໃຫ້ໄດ້ມາດຕະຖານ

4. ລາຄາເທົ່າໃດ ແລະ ມີຈຳຫນ່າຍຢູ່ໃສແນ່ ?

ລາຄາທີ່ວາງຂາຍຕາມຮ້ານແມ່ນ 6000ກີບຕໍ່ໄມ້ເຊີ່ງເປັນລາຄາທີ່ທຸກຄົນສາມາດຊື້ໄດ້ ແລະ ມີວາງຈຳຫນ່າຍຕາມຮ້ານຄ້າທົ່ວໄປ100ກວ່າຈຸດເຊັ່ນ: ມິນິບິ໋ກຊີ, ຈິບຟີ່, ໂຊກໄຊ, ເຈມາກ ແລະ ຮ້ານອື່ນໆທີ່ມີຕູ້ກະແລ້ມ.

5. ກຸ່ມລູກຄ້າ ແລະ ມີເປົ້າຫມາຍໃນການເຮັດທຸລະກິດນີ້ແນວໃດ ?

ກຸ່ມລູກຄ້າກໍ່ເປັນລູກຄ້າທົ່ວໄປ ໃນໄວໆນີ້ຈະບຸກຕະຫລາດເອົາໃຈໄວລຸ້ນ ແລະ ເດັກນ້ອຍ ເຊິ່ງຈະເປັນກະແລ້ມລົດຊາດຫມາກໄມ້ທີ່ເດັກນ້ອຍມັກກິນ.

ຢາກເປັນສິນຄ້າທີ່ທຸກຄົນຍອມຮັບບໍ່ວ່າຈະເປັນຄົນລາວ ແລະ ຕ່າງປະເທດ, ເປົ້າຫມາຍໃນອະນາຄົດຢາກສົ່ງອອກກະແລ້ມໄປຕ່າງປະເທດເພື່ອໃຫ້ຊາວຕ່າງຊາດໄດ້ຮູ້ເຖິງລົດຊາດກະແລ້ມຂອງບ້ານເຮົາ

6. ມີຫຍັງຢາກຝາກເຖິງນັກທຸລະກິດທີ່ກຳລັງຈະເຮັດທຸລະກິດກ່ຽວກັບຮ້ານກະແລ້ມ ?

ຢາກໃຫ້ວາງແຜນດີໆ ໂດຍລວມຢາກໃຫ້ຄິດເຖິງຜູ້ບໍລິໂພກ, ລົດຊາດທີ່ຄົນລາວມັກກິນ. ເພາະຕາມທິດສະດີຂອງຂ້າພະເຈົ້າແມ່ນເຮັດກະແລ້ມໄປໃຫ້ຄົນອື່ນຊິມກ່ອນ, ກະແລ້ມລູກຄ້າຈະຊື້ກິນກໍ່ຕໍ່ເມື່ອລູກຄ້າຢາກກິນເຊີ່ງແຕກຕ່າງຈາກເຂົ້າຫນົມທົ່ວໄປທີ່ລູກຄ້າສາມາດຊື້ກິນໄດ້ຕະຫລອດເວລາ, ຖ້າກະແລ້ມແຊບບໍ່ວ່າຈະວາງຂາຍຢູ່ໄກຊ່ຳໃດລູກຄ້າກໍ່ຈະໄປຊື້ກິນ

ບົດສຳພາດ: ທ່ານ ອານັນ ທອງສະຫວັດ ເຈົ້າຂອງໂຮງງານຜະລິດກະແລ້ມ ບ້ານບ້ານ

ເບີໂທຕິດຕໍ່: 020 5559 9995

Tags: #ທ່ານ ອານັນ ທອງສະຫວັດ #ກະແລ້ມທີ່ໃຊ້ວັດຖຸດິບບ້ານບ້ານ #ບ້ານ ບ້ານ ກະແລ້ມ Ban Ban Ice cream #ກະແລ້ມຂອງຄົນລາວ #ກະແລ້ມຈາກໃຈ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now