ບົດສຳພາດ ທ່ານ ນ ຈັນອາພອນ ແສນກັນຍາ ເຈົ້າຂອງຮ້ານອາຫານ ໂຣແມນຕິກ ຊີຕີ້ Romantic city

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານ ນ ຈັນອາພອນ ແສນກັນຍາ ເຈົ້າຂອງຮ້ານອາຫານ ໂຣແມນຕິກ ຊີຕີ້  Romantic city

ມື້ນີ້ທີມງານຊີວີຄອນເນັກ ໄດ້ມີໂອກາດເຂົ້າມາສຳພາດ ທ່ານ ນ ຈັນອາພອນ ແສນກັນຍາ ເຈົ້າຂອງຮ້ານອາຫານ ໂຣແມນຕິກ ຊີຕີ້  Romantic city ເຊີ່ງເປັນຮ້ານທີ່ນິຍົມກັນໃນປະຈຸບັນນີ້ ເຮົາມາຮູ້ຈັກຮ້ານອາຫານໂຣແມນຕິກ ໃຫ້ຫລາຍຂື້ນຜ່ານບົດສຳພາດນີ້ເລີຍ.

1. ຈຸດປະສົງໃນການເປີດທຸລະກິດນີ້ , ເປີດມາໄດ້ດົນປານໃດແລ້ວ ແລະ ເປັນຫຍັງຈື້ງຕ້ອງໃສ່ຊື່ວ່າ ໂຣແມນຕິກ ?

ຢາກສ້າງລາຍຮັບໃຫ້ກັບຄອບຄົວ, ຢາກໃຫ້ພໍ່ແມ່ພີ່ນ້ອງ, ຫມູ່ເພື່ອນ ແລະ ຄົນອື່ນໆໄດ້ກິນອາຫານແຊບໆ ເພາະສ່ວນຕົວໂຕເອງເປັນຄົນມັກກິນອາຫານ ແລະ ກໍ່ຢາກໃຫ້ເປັນສະຖານທີ່ພົບປະສ້າງສັນກັນ. ໂຣແມນຕິກໄດ້ເປີດໃຫ້ບໍລິການມາໄດ້ເກືອບ 2 ປີແລ້ວ.

ຄອບຄົວມັກແບບໂລແມນຕິກ ແລະ ຢູ່ບ່ອນອື່ນໆກໍ່ຍັງບໍ່ມີຊື່ນີ້ ກໍ່ເລີຍຕັດສິນໃຈໃສ່ຊື່: ໂຣແມນຕິກ

2. ແມ່ນຫຍັງເປັນຈຸດເດັ່ນຂອງອິນຊາຍທີ່ເຮັດໃຫ້ລູກຄ້າເຂົ້າມາໃຊ້ບໍລິການ ? ແລະ ກຸ່ມລູກຄ້າແມ່ນກຸ່ມປະເພດໃດ ?

ຈຸດເດັ່ນຫລັກໆກໍ່ຈະເປັນຣົດຊາດຂອງອາຫານ ເມນູຫລັກກໍ່ຈະເປັນປີ້ງເຫັດໂຣແມນຕິກ ແລະ ກຸ່ມລູກຄ້າກໍ່ຈະເປັນກຸ່ມລູກຄ້າທົ່ວໄປທີ່ເຂົ້າມາໃຊ້ບໍລິການ.

3. ບັນຫາທີ່ພົບພໍ້ໃນການເຮັດທຸລະກິດນີ້ມາມີຫຍັງແນ່ ? ແລະ ແກ້ໄຂແນວໃດ?

ບັນຫາສ່ວນຫລາຍແມ່ນບໍ່ຄ່ອຍມີເພາະທາງຮ້ານປະຕິບັດຕາມຄຳສັ່ງຂອງທາງພາກລັດຢ່າງເຂັ້ມງວດ

4. ທ່ານຄິດວ່າ ໂຣແມນຕິກ ປະສົບຜົນສຳເລັດແລ້ວ ຫລື ຍັງ ? ແລະ ມີຜົນຕອບຮັບແນວໃດ ?

ທາງຮ້ານເຮົາເປີດມານີ້ແມ່ນປະສົບຜົນສຳເລັດໄປແລ້ວບາດກ້າວຫນື່ງ, ເພາະກະແສຕອບຈາກລູກຄ້າກໍ່ມີມາເລື້ອຍໆ.

5. ມີຄວາມຄາດຫວັງໃນອະນາຄົດແນວໃດ ?

ຄວາມຄາດຫວັງໃນອະນາຄົດແມ່ນຢາກສ້າງຮ້ານໂຣແມນຕິກໃຫ້ເປັນຕຳນານ, ຢາກໃຫ້ທຸກຄົນໄດ້ຮູ້ຈັກຮ້ານໂຣແມນຕິກວ່າຮ້ານຕັ້ງຢູ່ໃສ ? ຢູ່ບ່ອນໃດ ? ຫມົດຍຸກເຮົາໄປກໍ່ຢາກໃຫ້ລູກຫລານດຳເນີນການຕໍ່ໄປ ແລະ ຈະຂະຫຍາຍຮ້ານເປັນ2ຊັ້ນເພື່ອຮອງຮັບລູກຄ້າທີ່ເຂົ້າມາໃຊ້ບໍລິການຫລາຍຂື້ນ, ໃນສ່ວນຂອງການຂະຫຍາຍຮ້ານໃຫ້ມີສາຂາຕ່າງໆນັ້ນແມ່ນຍັງຄິດຢູ່ ເພາະຫລາຍຄົນກໍ່ຢາກໃຫ້ເປີດສາຂາຕາມສະຖານທີ່ທ່ອງທ່ຽວຕ່າງໆ ແລະ ຕ່າງແຂວງ.

6. ມີຫຍັງຢາກຝາກເຖິງຜູ້ທີ່ຈະເຮັດທຸລະກິດນີ້ ?

ຖ້າທ່ານຢາກເຮັດທຸລະກິດຢາກໃຫ້ທ່ານຄິດໃຫ້ດີໆສາກ່ອນ ເພາະທຸກມື້ຮ້ານອາຫານທີ່ເກີດຂື້ນໃຫມ່ກໍ່ຫລາຍ ແລະ ປິດໂຕລົງໄປກໍ່ຫລາຍ. ເພາະຕົວຂ້າພະເຈົ້າຄິດວ່າການເຮັດທຸລະກິດບໍ່ແມ່ນເລື່ອງງ່າຍໆ ແລະ ຕ້ອງມີອົງປະກອບຫລາຍຢ່າງ, ການມີເງິນທຶນແມ່ນສາມາດເປີດຮ້ານໄດ້ ແຕ່ການທີ່ຈະເຮັດແບບໃດຮ້ານຢູ່ລອດນັ້ນກໍ່ແມ່ນອີກເລື່ອງຫນື່ງ. ດັ່ງນັ້ນ ຈຶ້ງຢາກຝາກໃຫ້ທຸກທ່ານສຶກສາໃຫ້ດີໆສາກ່ອນ.

ບົດສຳພາດ: ທ່ານ ນ ຈັນອາພອນ ແສນກັນຍາ ເຈົ້າຂອງຮ້ານອາຫານ ໂຣແມນຕິກ ຊີຕີ້  Romantic city

ເບີໂທຕິດຕໍ່: 020 2999 2444, What Sapp: 020 5616 7411

ທີ່ຢູ່: ບ້ານວັດນາກ, ເມືອງສີສັດຕະນາກ, ແຂວງນະຄອນຫລວງ

Tags: #ບົດສຳພາດ ທ່ານ ນາງ ຈັນອາພອນ ແສນກັນຍາ #ລຄາພື້ນບ້ານ #ຮ້ານອາຫານໂຣແມນຕິກ #Romantic city #ຣົດຊາດລາຊາ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now