ບົດສຳພາດ ທ່ານ ນ ໂພມະນີ ແກ້ວປະເສີດ ເຈົ້າຂອງຮ້ານ ຫອມກາເຟ

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານ ນ ໂພມະນີ ແກ້ວປະເສີດ ເຈົ້າຂອງຮ້ານ ຫອມກາເຟ

 

ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດເຈົ້າຂອງຮ້ານ ຫອມກາເຟ ເຊິ່ງເພິ່ນຈະມາເວົ້າກ່ຽວກັບຄວາມເປັນມາຂອງຮ້ານດັ່ງກ່າວກວ່າຈະເປັນທີ່ຮູ້ຈັກໄດ້ຂະໜາດນີ້ ປັດຈຸບັນກໍຂະຫຍາຍເຖິງ 21 ສາຂາແລ້ວ. ມາອ່ານເບິ່ງມຸມມອງ ແລະ ທັດສະນະຄະຕິຂອງເພິ່ນຜ່ານບົດສໍາພາດນີ້ເລີຍ.

1. ຄວາມເປັນມາ ແລະ ຈຸດປະສົງໃນການເປີດຮ້ານ ຫອມກາເຟ, ເປີດມາໄດ້ດົນປານໃດແລ້ວ ແລະ ເປັນຫຍັງຈື່ງຕ້ອງໃສ່ຊື່ວ່າ ຫອມກາເຟ ?

ເມື່ອກ່ອນເປີດເປັນຮ້ານກາເຟບູຮານຊື່ ກາເຟຍົກລໍ້ ມີສາຂາທົ່ວປະເທດ 100 ກວ່າສາຂາ ແລະ ຜ່ານຊ່ວງໄລຍະເວລາຫນື່ງເຮັດທຸລະກິດເລີ່ມໂຕ ແລະ ຄິດທີ່ຈະຢາກຕໍ່ຍອດທຸລະກິດຮ້ານກາເຟສົດຂື້ນ, ເພາະເມື່ອ 2ປີ ກ່ອນບ້ານເຮົາຍັງບໍ່ທັນມີຮ້ານກາເຟສົດຂ້າງທາງ ຈື່ງໄດ້ຕັດສິນໃຈເປີດຮ້ານຫອມກາເຟຄວບຄູ່ກັບຮ້ານກາເຟຍົກລໍ້ເພື່ອຮອງຮັບ ແລະ ພັດທະນາໂຕເອງໃນດ້ານຕ່າງໆມາເລື້ອຍໆ.

ປະຈຸບັນຮ້ານຫອມກາເຟເປີດມາໄດ້ 4ປີ ແລະ ມີ20ກວ່າສາຂາທົ່ວນະຄອນຫລວງ ແລະ ອີກ1ສາຂາທີ່ສະຫວັນນະເຂດ.

ສ່ວນໃນເລື່ອງຂອງການຕັ້ງຊື່ວ່າ: ຫອມກາເຟ ແມ່ນຕັ້ງມາຈາກກິ່ນຫອມຂອງກາເຟ ແລະ ຕ້ອງການຕັ້ງຊື່ໃຫ້ເປັນເອກກະບັກແບບລາວໆ.

2. ກຸ່ມລູກຄ້າແມ່ນກຸ່ມປະເພດໃດ ? ແລະ ເປົ້າຫມາຍຂອງທ່ານແມ່ນຫຍັງ ?

ກຸ່ມລູກຄ້າທີ່ເຂົ້າມາໃຊ້ບໍລິການແມ່ນກຸ່ມລູກຄ້າທົ່ວໄປເຊັ່ນ: ພະນັກງານ, ນັກຮຽນນັກສຶກສາ, ພໍ່ຄ້າແມ່ຄ້າຊາວຂາຍ ແລະ ນັກທ່ອງທ່ຽວ.

ເປົ້າຫມາຍແມ່ນຢາກໃຫ້ຄົນລາວ ແລະ ຕ່າງປະເທດໄດ້ຮູ້ຈັກເກາເຟລາວຫລາຍຂື້ນ, ໄດ້ຮູ້ເຖິງລົດຊາດຂອງກາເຟສົດແທ້ໆ, ຢາກໃຫ້ເປັນທີ່ຍອມຮັບຂອງຄົນລາວ ແລະ ສາກົນ ຢາກໃຫ້ເປັນກາເຟທີ່ຄົນລາວເອງຮູ້ສຶກຫມັ່ນໃຈໃນລົດຊາດ ແລະ ເປັນອີກຫນື່ງ Brand ທີ່ຢູ່ໃນໃຈຂອງຜູ້ບໍລິໂພກ.

3. ຈຸດເດັ່ນທີ່ສາມາດດຶງດູດໃຫ້ລູກຄ້າເຂົ້າມາໃຊ້ບໍລິການຂອງ ຮ້ານຫອມກາເຟ ?

ຈຸດເດັ່ນທີ່ສາມາດດຶງດູດລູກຄ້າກໍ່ເປັນລົດຊາດທີ່ເປັນເອກະລັກຂອງຮ້ານຫອມກາເຟ ແລະ ເປັນລາຄາທີ່ບໍ່ແພງເກີນໄປ ເປັນລາຄາທີ່ທຸກຄົນສາມາດຊື້ໄດ້.

4. ຊໍ່ອງທາງການໂປຣໂມດຮ້ານຫອມກາເຟ ? ຜົນຕອບຮັບຈາກລູກຄ້າເປັນແນວໃດ ? ລູກຄ້າທີ່ເຂົ້າມາໃຊ້ບໍລິການໃນແຕ່ລະມື້ຫລາຍປານໃດ ?

ຊ່ອງທາງໃນການໂປຣໂມດຮ້ານແມ່ນ: ໂປຣໂມດຮ້ານທາງສື່ອອນລາຍ ເພາະຈະເຂົ້າເຖິງກຸ່ມລູກຄ້າໄດ້ໄວກວ່າ, ສາມາຄົ້ນຫາໄດ້ງ່າຍ, ຜົນຕອບຮັບຈາກລູກຄ້າແມ່ນດີຫລາຍ, ແຕ່ລະມື້ມີລູກຄ້າເຂົ້າມາໃຊ້ບໍລິການແມ່ນຫລາຍພໍສົມຄວນ ເຊີ່ງຍອດຂາຍແຕ່ລະມື້ແມ່ນຢູ່ທີ່ 150-250 ຈອກຕໍ່ມື້.

5. ບັນຫາທີ່ພົບພໍ້ຕັ້ງແຕ່ເລີ່ມເປີດຮ້ານມາມີຫຍັງແນ່ ? ແລະ ມີການແກ້ໄຂແນວໃດ ?

ບັນຫາສ່ວນຫລາຍທີ່ເຈີ໋ມາແມ່ນເລື່ອງຂອງການບໍລິການທີ່ບາງເວລາອາດບໍລິການຊັກຊ້າ ເພາະລູກຄ້າເຂົ້າພ້ອມກັນເປັນຊ່ວງໆ,ຕໍ່ໄປພວກເຮົາຈະພະຍາຍາມປັບປຸງການບໍລິການໃຫ້ທ່ວງທັນກັບລູກຄ້າທີ່ເຂົ້າມາໃຊ້ບໍລິການ.

6. ມີທັກສະ ແລະ ກົນລະຍຸດແນວໃດໃນການດຳເນີນທຸລະກິດ ?

ພະຍາຍາມເຮັດທຸກຢ່າງໃນທຸກໆມື້ໃຫ້ດີທີ່ສຸດ ບໍ່ຕ້ອງໄປແຂ່ງຂັຍກັບໃຜໃຫ້ແຂ່ງຂັນກັບໂຕເຮົາເອງດີທີ່ສຸດ.

7. ອະນາຄົດຕໍ່ຫນ້າມີການວາງແຜນແນວໃດ ?

ໃນອະນາຄົດກໍ່ມີການວາງແຜນພັດທະນາ ແລະ ຂະຫຍາຍທຸລະກິດໃຫ້ໄປທົ່ວທຸກແຂວງ, ເພາະປະຈຸບັນຢູ່ນະຄອນຫລວງມີທັງຫມົດ 20 ສາຂາ ແລະ ຢູ່ສະຫວັນນະເຂດ 1 ສາຂາ.

8. ມີຫຍັງຢາກຝາກເຖິງຜູ້ທີ່ກຳລັງຈະເຮັດທຸລະກິດນີ້ ?

ຖ້າຢາກເຮັດທຸລະກິດໃດຫນື່ງເຮົາຕ້ອງພະຍາຍາມເລືອກເຮັດສິ່ງທີ່ເຮົາມັກ ເພາະການທີ່ເຮົາເຮັດໃນສິ່ງທີ່ເຮົາມັກເຮົາຈະເຮັດມັນອອກມາໄດ້ດີ.

ຂໍຂອບໃຈທ່ານ ນ ໂພມະນີ ແກ້ວປະເສີດ ເຈົ້າຂອງຮ້ານ ຫອມກາເຟ

ຕິດຕໍ່ສອບຖາມໄດ້ທີ່ເບີ: 020 9998 0808

ທີ່ຕັ້ງ: ບ້ານຊຽງຍືນ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ

Tags: #ລາຄາທີ່ທູກຄົນສາມາດຊື້ໄດ້ #ລົດຊາດເຂັ້ມຂຸ້ນ #ຫອມກາເຟ #ກາເຟຂອງຄົນລາວ #ທ່ານ ນ ໂພມະນີ ແກ້ວປະເສີດ #ກາເຟສົດ #ເຄດິດພາບ: Oak nantapol nantawong

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now