ບົດສໍາພາດ: ທ່ານ ສົມບູນ ແກ້ວວິມານ ຜູ້ຈັດການຮ້ານອາຫານ ZEUS

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ສົມບູນ ແກ້ວວິມານ ຜູ້ຈັດການຮ້ານອາຫານ ZEUS

         

         

          1. ຈຸດປະສົງໃນການເປີດຮ້ານອາຫານນີ້ຂຶ້ນມາແມ່ນແນວໃດ? ເປີດມາໄດ້ດົນປານໃດແລ້ວ?

          ຈາກແຕ່ກ່ອນຈົນເຖິງປັດຈຸບັນຮ້ານອາຫານ ZEUS ແມ່ນເປີດມາໄດ້ 1 ປີແລ້ວ ແລະ ຈຸດປະສົງໃນການເປີດຮ້ານນີ້ຂຶ້ນມາທາງເຈົ້າຂອງຮ້ານຢາກມີທຸລະກິດສ່ວນຕົວແບບນ້ອຍໆ ເນັ້ນໃສ່ການສ້າງເຄືອຂ່າຍ (connection) ກັບບັນດານັກທຸລະກິດທີ່ຮູ້ຈັກກັນ ແຕ່ເນື່ອງຈາກຜົນຕອບຮັບຈາກລູກຄ້າແມ່ນຫຼາຍເກີນທີ່ຄາດໄວ້ ຈຶ່ງໄດ້ຫັນປ່ຽນມາເປັນການເຮັດທຸລະກິດຮ້ານອາຫານທີ່ຈິງຈັງຫຼາຍຂຶ້ນ.

 

          2. ຮ້ານອາຫານ ZEUS ເປັນຮ້ານອາຫານປະເພດໃດ?

          ຮ້ານອາຫານ ZEUS ເປັນຮ້ານກິນດື່ມ, ບັນເທີງ ສໍາລັບນັ່ງຫຼິ້ນພັກຜ່ອນໃນຕອນຄໍ່າ ແລະ ຈະເນັ້ນການບໍລິການເຄື່ອງດື່ມເປັນຫຼັກທີ່ນໍາເຂົ້າຈາກຕ່າງປະເທດ ແລະ ໄດ້ເຊີນນັກຊົງເຄື່ອງດື່ມ (Bartender) ເປັນຄົນໄທທີ່ມີປະສົບການມາປະຈໍາຢູ່ຮ້ານຂອງເຮົາ ສ່ວນອາຫານແມ່ນປະເພດທີເຂົ້າກັບເຄື່ອງດື່ມ (ອາຫານກັບແກ້ມ) ໂດຍສະເພາະ ແລະ ນໍາເຂົ້າຈາກເອີຣົບ ເນັ້ນສະເພາະປະເພດທີ່ກິນງ່າຍ, ສະບາຍ ໃຫ້ເຂົ້າກັບເຄື່ອງດື່ມ.

 

          3. ກຸ່ມລູກຄ້າ ແລະ ເປົ້າໝາຍຂອງເຮົາໃນການເຮັດທຸລະກິດຮ້ານອາຫານແມ່ນຫຍັງ?

          ສໍາລັບກຸ່ມລູກຄ້າແມ່ນເລືອກໃສ່ກຸ່ມໄວກາງຄົນທີ່ເລີ່ມເຮັດວຽກ ຫຼື ເຮັດທຸລະກິດຂຶ້ນໄປ ແລະ ລູກຄ້າລະດັບ Medium ເຖິງ ລະດັບ High class ເນື່ອງຈາກກຸ່ມລູກຄ້າເຫຼົ່ານີ້ຈະມັກມາຮ້ານເຮົາເພື່ອສ້າງເຄືອຂ່າຍ (connection) ຕ່າງໆໃນເລື່ອງວຽກງານ ຫຼື ທຸລະກິດເປັນຕົ້ນ.

ສະນັ້ນ, ເປົ້າໝາຍໃນການເປີດຮ້ານອາຫານນີ້ນອກຈາກຈະເປັນບ່ອນພັກຜ່ອນແລ້ວ ທາງຮ້ານຍັງເນັ້ນໃສ່ການບໍລິການສະຖານທີ່, ເຄື່ອງດື່ມ ເປັນຈຸດລວມຕົວໃຫ້ລູກຄ້າທີ່ມານັດພົບກັນເພື່ອສ້າງຄວາມສໍາພັນນໍາກັນອີກດ້ວຍ.

 

          4. ເປັນຫຍັງທ່ານຈຶ່ງຕັດສິນໃຈ ເລືອກເຮັດທຸລະກິດຮ້ານອາຫານ?

          ທີ່ຕັດສິນໃຈເລືອກເຮັດທຸລະກິດຮ້ານອາຫານນີ້ ທໍາອິດແມ່ນເຈົ້າຂອງທຸລະກິດນີ້ມີເຄືອຂ່າຍ (connection) ກັບຫຼາກຫຼາຍພາກສ່ວນ ແລະ ຕ້ອງການທີ່ຈະສ້າງເຄືອຂ່າຍໃຫ້ຮູ້ຈັກກັນ ເຊັ່ນ: ລູກຄ້າກັບລູກຄ້າ, ເຈົ້າຂອງຮ້ານກັບລູກຄ້າ ເປັນຕົ້ນ.

 

          5. ຈຸດເດັ່ນທີ່ສາມາດດຶງດູດລູກຄ້າມາໃຊ້ບໍລິການຮ້ານຂອງທ່ານ?

          - ຈຸດເດັ່ນຂອງຮ້ານເຮົາແມ່ນການບໍລິການ ເພາະເຫັນໄດ້ເຖິງຄວາມສໍາຄັນຂອງຈຸດນີ້ຫຼາຍ ລູກຄ້າຄົນທີ່ເຂົ້າມາແມ່ນຕ້ອງການບໍລິການທີ່ດີຈາກທາງຮ້ານເຮົາແນ່ນອນ ເນື່ອງຈາກການບໍລິການທີ່ດີກໍຈະສາມາດດຶງລູກຄ້າໃຫ້ກັບມາໃຊ້ບໍລິການຮ້ານເຮົາອີກໄດ້.

          - ປະເພດເຄື່ອງດື່ມແມ່ນນໍາເຂົ້າຈາກເອີຣົບ ແລະ ໄດ້ເຊີນນັກຊົງເຄື່ອງດື່ມ (Bartender) ທີ່ມາຈາກປະເທດໄທຄືທີ່ໄດ້ກ່າວໄວ້. ສະນັ້ນ, ປະເພດເຄື່ອງດື່ມເປັນຈຸດໜຶ່ງທີ່ເດັ່ນຂອງທາງຮ້ານເຮົາ ເນື່ອງຈາກລູກຄ້າບາງທ່ານກໍເປັນຄົນຕ່າງປະເທດ ຫຼື ຄົນລາວທີ່ຮຽນຈົບມາຈາກຕ່າງປະເທດ ເນື່ອງຈາກສິ່ງແວດລ້ອມຂອງເຂົາເຈົ້າທີ່ເຄີຍໃຊ້ບໍລິການຢູ່ຮ້ານອາຫານຕ່າງປະເທດ ການກິນປະເພດນີ້ເຮັດໃຫ້ເຂົາມີຄວາມຊິນເຄີຍ ເປັນເຫດໃຫ້ເຂົາເຈົ້າເຂົ້າມາໃຊ້ບໍລິການທາງຮ້ານເຮົາ, ຢາກມາລອງ  ຫຼື ຜູ້ທີ່ເຄີຍມາກໍມາໃຊ້ບໍລິການຢູ່ຮ້ານເຮົາເລື້ອຍໆ.

          - ສ່ວນອີກໜຶ່ງຈຸດເດັ່ນແມ່ນການຈັດກິດຈະກໍາຕ່າງໆທີ່ຈັດຂຶ້ນທຸກໆເດືອນຈະມີໜຶ່ງຄັ້ງ ໂດຍສ່ວນຫຼາຍຈະເຊີນດີເຈຈາກຕ່າງປະເທດເພື່ອເປີດເພງໃຫ້ແກ່ບັນດາລູກຄ້າຮັບຟັງ ແລະບຸກຄົນອື່ນໆເປັນຕົ້ນ ແລະ ໃນເດືອນພະຈິກນີ້ທາງຮ້ານເຮົາກໍໄດ້ເຊີນ ນັກຊົງເຄື່ອງດື່ມ (Bartender) ທີ່ເດີນທາງມາຈາກປະເທດໄທ ເພື່ອມາສະແດງການປຸງແຕ່ງເຄື່ອງດື່ມຕ່າງໆໃຫ້ໄດ້ຮັບຊົມ ແລະ ນີ້ເອງທີ່ເປັນສາເຫດເຮັດໃຫ້ລູກຄ້າທັງເກົ່າ ແລະ ເຂົ້າໃໝ່ມາໃຊ້ບໍລິການ.

          ແລະ ສຸດທ້າຍຮູບແບບໃນການຕົກແຕ່ງຮ້ານສິ່ງທີ່ເນັ້ນໜັກແມ່ນ ການຕົກແຕ່ງໃຫ້ມີຄວາມໂດດເດັ່ນ, ຫຼູຫຼາ, ຈັດກຽມທຸກຢ່າງໃຫ້ງາມຕາ, ສະອາດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

          6. ມີຊ່ອງທາງໃດແດ່ໃນການໂປຣໂໝດຮ້ານ?

          - ການໂປໂໝດພາຍໃນຮ້ານແມ່ນ : ການໂຄສະນາຜ່ານໂທລະທັດ ຫຼື ແຜ່ນປ້າຍຕ່າງໆພາຍໃນຮ້ານ ແລະ ຍັງມີການປະກາດກິດຈະກໍາ, ໂປໂມຊັ່ນຕ່າງໆ ຜ່ານທາງດີເຈທີ່ເປີດເພງຢູ່ພາຍໃນຮ້ານ ເພື່ອໃຫ້ລູກຄ້າທີ່ມາຮ້ານໄດ້ຮັບຮູ້ທົ່ວກັນ

          - ສ່ວນການໂປໂໝດຈາກບ່ອນອື່ນແມ່ນ ການໂຄສະນາຜ່ານ Facebook Fanpage ຂອງທາງຮ້ານ ຫຼື ການແຈກໃບປິວໃຫ້ລູກຄ້າໃນກໍລະນີທີ່ມີງານ ຫຼື ກິດຈະກໍາໂປໂມຊັ່ນຕ່າງໆໃຫ້ເຂົ້າມາຮ່ວມໄດ້.

 

          7. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບໃນການເຮັດຮ້ານອາຫານ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ໃນມື່ອກ່ອນບັນຫາທີ່ເຮົາພົບໃນການເຮັດຮ້ານອາຫານກໍຄື ເລື່ອງການບໍລິການຫ້ອງນໍ້າ ຄືຮ້ານເຮົາມີຫ້ອງນໍ້າໄວ້ບໍລິການລູກຄ້າໜ້ອຍ ຈຶ່ງເຮັດໃຫ້ລູກຄ້າບໍ່ພໍໃຈ ແລະ ມີຫາງສຽງໄປທາງດ້ານລົບຈາກລູກຄ້າສ່ວນຫຼາຍ. ສະນັ້ນ  ເມື່ອເຫັນບັນຫາດັ່ງກ່າວ ທາງຮ້ານກໍໄດ້ມີການແກ້ໄຂຄືຂະຫຍາຍພາກສ່ວນຫ້ອງນໍ້າໃຫ້ໃຫຍ່ ແລະ ມີຫຼາຍຫ້ອງຂຶ້ນໃຫ້ໄວທີ່ສຸດເພື່ອຄວາມສະດວກໃຫ້ແກ່ບັນດາລູກຄ້າ ເຊິ່ງຕອນນີ້ຖືໄດ້ວ່າເຮົາສາມາດແກ້ໄຂຈຸດນີ້ໄດ້ດີສົມຄວນ.

          ຕໍ່ມາບັນຫາທີ່ພົບແມ່ນເລື່ອງການໂຄສະນາກິດຈະກໍາຕ່າງໆພາຍໃນຮ້ານຍັງບໍ່ຫຼາຍເທົ່າທີ່ຄວນ ຄືໃນເມື່ອກ່ອນທາງຮ້ານຈະບໍ່ມີການຈັດກິດຈະກໍາດັ່ງກ່າວ ແລະ ການໂຄສະນາແມ່ນດົນໆຄັ້ງ ເຮັດໃຫ້ລູກຄ້າທີ່ມາຮ້ານຮູ້ສຶກເບື່ອໜ່າຍ, ຫຼື ຄົນທີ່ບໍ່ເຄີຍມາແມ່ນ ບໍ່ມີສິ່ງໃດທີ່ດຶງດູດໃຈໃຫ້ກັບມາ ດັ່ງນັ້ນ, ທາງຮ້ານຈຶ່ງໄດ້ມີການແກ້ໄຂຄື ວາງແຜນຈັດກິດຈະກໍາຕ່າງໆຂຶ້ນໃນທຸກໆເດືອນ ພ້ອມກັບການໂຄສະນາໃຫ້ຫຼາຍຂຶ້ນ ເພື່ອດຶງລູກຄ້າໃຫ້ມາໃຊ້ບໍລິການຮ້ານເຮົາ ແລະ ໃຫ້ຄວາມແປກໃໝ່ແກ່ບັນດາລູກຄ້າ.

 

          8. ທ່ານຄິດວ່າຮ້ານອາຫານປະສົບຜົນສໍາເລັດແລ້ວຫຼືຍັງ?

          ຖ້າຖາມວ່າຮ້ານອາຫານນີ້ປະສົບຜົນສໍາເລັດແລ້ວຫຼືຍັງ ຕອບເລີຍວ່າ ຍັງ ແຕ່ ກໍປະສົບຜົນສໍາເລັດໄດ້ໃນລະດັບໜຶ່ງ ເພາະຕັ້ງແຕ່ເປີດຮ້ານມາແມ່ນໃຊ້ເວລາໄດ້ປີໜຶ່ງແລ້ວ ແຕ່ກ່ອນຕອນທີ່ເປີດຮ້ານໃໝ່ໄດ້ 2-3 ເດືອນ ຄົນກໍເລີ່ມຮູ້ຈັກຮ້ານເຮົາຫຼາຍຂຶ້ນ ແລະ ມີການເຂົ້າມາຮ້ານເຮົາເລື້ອຍໆຈົນຮອດປັດຈຸບັນ ນັ້ນກໍແມ່ນຄວາມສໍາເລັດຢ່າງໜຶ່ງຕໍ່ການຕອບສະໜອງຂອງລູກຄ້າ ແລະ ເຮັດໃຫ້ຮ້ານມີຊື່ສຽງໃນລະດັບໜຶ່ງ.

          ແລະ ສ່ວນທີ່ຍັງບໍ່ປະສົບຜົນສໍາເລັດຕາມທີ່ວາງໄວ້ກໍແມ່ນ ການບໍລິການລູກຄ້າທີ່ອາດຈະຍັງບໍ່ທົ່ວເຖິງໃນຈຸດໃດຈຸດໜຶ່ງ ເຊິ່ງທາງເຮົາກໍກໍາລັງພິຈາລະນາ ແລະ ປັບປຸງຂຶ້ນຕື່ມ ເຖິງແມ່ນວ່າຮ້ານຂອງເຮົາເປັນຮ້ານທີ່ມີການບໍລິການລູກຄ້າທີ່ດີໃນລະດັບໜຶ່ງ ແຕ່ເຮົາບໍ່ຄວນຢຸດທີ່ຈະປັບປຸງ ແລະ ພັດທະນາໃຫ້ດີຂຶ້ນກວ່າເກົ່າ ເພາະຮ້ານຂອງເຮົາແມ່ນຮ້ານອາຫານ ບໍ່ແມ່ນຮ້ານຂາຍສິນຄ້າ ສະນັ້ນ, ຕ້ອງເນັ້ນເລື່ອງການບໍລິການເປັນຫຼັກ.

 

          9. ມີຄວາມຄາດຫວັງໃນອະນາຄົດແນວໃດ?

          ຄວາມຄາດຫວັງ ແລະ ເປົ້າໝາຍໃນອະນາຄົດກໍຄື ການສ້າງຄວາມໝັ້ນຄົງຕໍ່ກັບລູກຄ້າໃຫ້ມີຜົນຕອບຮັບທີ່ດີແບບນີ້ຕະຫຼອດໄປ ໃນອະນາຄົດຕໍ່ໜ້າທາງຮ້ານຢາກມີການຂະຫຍາຍພື້ນທີ່ຂອງຮ້ານໃຫ້ໃຫຍ່ຂຶ້ນ, ຕອນນີ້ກໍກໍາລັງຢູ່ໃນຊ່ວງປັບປ່ຽນແຜນທຸລະກິດເມື່ອເຖິງເວລາຈະຕ້ອງໄດ້ມີການຂະຫຍາຍເພື່ອຮອງຮັບລູກຄ້າໃຫ້ຫຼາຍຂຶ້ນ ເພາະວ່າເຮົາຈະຢຸດນິ້ງບໍ່ໄດ້ ເນື່ອງຈາກຈະມີຄູ່ແຂ່ງທີ່ເຂົ້າມາ ຫຼື ຮ້ານໃໝ່ທີ່ກໍາລັງຈະເປີດຂຶ້ນຢູ່ຕະຫຼອດ.

 

          10. ມີຫຍັງຝາກເຖິງຄົນທີ່ກໍາລັງເປີດຮ້ານອາຫານບໍ່?

           ສໍາລັບທ່ານໃດທີ່ກໍາລັງຈະເປີດຮ້ານອາຫານ ຈະຕ້ອງມີການວາງແຜນເຊັ່ນ ການຕັ້ງຄໍາຖາມໃຫ້ແກ່ຕົນເອງຄື ຈະເຮັດທຸລະກິດປະເພດໃດ? ກຸ່ມເປົ້າໝາຍ? ຄູ່ແຂ່ງໃນການເຮັດທຸລະກິດມີຢູ່ໃສແນ່? ສະຖານທີທີ່ຈະໄປເປີດຮ້ານແມ່ນຄູ່ແຂ່ງທີ່ໃກ້ຄຽງນັ້ນເຮັດທຸລະກິດປະເພດໃດ? ຈຸດເດັ່ນຂອງຮ້ານນັ້ນແມ່ນຫຍັງ?   

           ແລະໃຜທີ່ກໍາລັງພົບພໍ້ກັບອຸປະສັກແມ່ນຕ້ອງຫາວິທີແກ້ໄຂໃຫ້ຖືກຈຸດ ຄື ອີງໃສ່ຈຸດຢືນຂອງຮ້ານຂອງທ່ານ ເພື່ອປັບປຸງແກ້ໄຂຫາຊ່ອງທາງເພື່ອດຶງລູກຄ້າເຂົ້າມາໃຫ້ໄດ້ ຕົວຢ່າງ ການໂຄສະນາເປັນສິ່ງສໍາຄັນບໍ່ວ່າຈະເຮັດທຸລະກິດແບບໃດກໍຕ້ອງມີການໂຄສະນາ, ການບໍລິການທີ່ດີ ເຫຼົ່ານີ້ເປັນຕົ້ນ.

 

ຮ້ານອາຫານ ZEUS ເປີດທຸກມື້ ວັນຈັນ - ວັນອາທິດ ເວລາ 8ໂມງແລງເປັນຕົ້ນໄປ

ຕິດຕໍ່ສອບຖາມໄດ້ທີ່ເບີ : 020 5885 5772-3

Tags: #ສົມບູນ ແກ້ວວິມານ #Bartender # ຜູ້ຈັດການ #ມາຈາກປະເທດໄທ #ຮ້ານອາຫານ ZEUS #ໂດດເດັ່ນຫຼູຫຼາ #ການສ້າງເຄືອຂ່າຍ #ງາມຕາສະອາດ #connection #ຄວາມເປັນລະບຽບຮຽບຮ້ອຍ #ກິນດື່ມບັນເທີງ #ນໍາເຂົ້າຈາກຕ່າງປະເທດ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now