ບົດສຳພາດ: ທ່ານ ຫຸມດາວເພັດ ອິນທະລາດ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານທຸລະກິດໂຮງງານນໍ້າດື່ມພຽວເລ່

timer

remove_red_eye 0 views


cvConnect.la - ບົດສຳພາດ: ທ່ານ ຫຸມດາວເພັດ ອິນທະລາດ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານທຸລະກິດໂຮງງານນໍ້າດື່ມພຽວເລ່

1.ເປັນຫຍັງທ່ານຈຶ່ງຕັດສິນໃຈເຮັດທຸລະກິດນໍ້າດື່ມ ແລະ ເປັນຫຍັງຈຶ່ງໃສ່ຊື່ວ່າ “Purér”?
ຕອບ: ມັນເລີ່ມຈາກການທີ່ເຮົາມີຄວາມມັກຮັກ ແລະ ສົນໃຈໃນການເຮັດທຸລະກິດ, ເມື່ອກ່ອນເຮັດທຸລະກິດນໍາເຂົ້າສິນຄ້າມາຂາຍຢູ່ໄລຍະໜຶ່ງແຕ່ກໍບໍ່ປະສົບຜົນ ສໍາເລັດເທົ່າທີ່ຄວນ,ເລີຍມີຄວາມຮູ້ສຶກຍາກຈະມີສິນ ຄ້າໃດໜຶ່ງທີ່ເປັນ Brand ຂອງເຮົາສ້າງຂື້ນເອງ, 
ຈາກນັ້ນຜ່ານການປຶກສາຫາລືພາຍໃນຄອບຄົວຢ່າງ ຮອບຄອບ ແລະ ໄດ້ແນ່ເຫັນຊ່ອງຫວ່າງໃນຕະຫຼາດນໍ້າດື່ມປະເພດຕຸກ 18,9 ລິດ ແລະ ຕະຫຼາດນໍ້າດື່ມກໍ່ເປັນຕະຫຼາດທີ່ມີການເຕີບໂຕ, ມີຄວາມຕ້ອງການຢູ່ ສະເໝີ, ຍິ່ງເປັນຕະຫຼາດທີ່ໃຫ່ຍແລະການແຂ່ງຂັນສູງ ຍິ່ງມີໂອກາດ, ຈຶ່ງຕັດສິນໃຈດໍາເນີນທຸລະກິດນໍ້າດື່ມ
ເພື່ອພິສູດວ່າຄວາມມັກໃນການເຮັດທຸລະກິດ ແລະ
ຍາກມີສິນຄ້າເປັນຂອງຕົນເອງນັ້ນຈະຕ້ອງສໍາເລັດ.
    ສ່ວນເລື່ອງການຕັ້ງຊື່ວ່າ: Purér ນັ້ນແມ່ນເຮົາເລີ່ມຈາກຄໍາວ່າ: Pure ໃນພາສາອັງກິດທີ່ແປວ່າ ບໍລິສຸດ ເຊິ່ງສາມາດເປັນຄໍານິຍາມຂອງນໍ້າດື່ມທີ່ບໍລິສຸດໄດ້ ແລ້ວເຮົາກໍ່ໄດ້ມີການເພີ່ມຕົວອັກສອນ “R”
ເຂົ້າໄປ ແລະ ອ່ານອອກສຽງເປັນພາສາຝຣັ່ງເພື່ອເພີ່ມຄວາມມ່ວນໃນການອອກສຽງຈຶ່ງກາຍມາເປັນ ພຽວເລ່ ແລະ ທີ່ສໍາຄັນ Purér ໄດ້ຮັບການຢັ້ງຢືນເຄື່ອງໝາຍການຄ້າຈົດທະບຽນສໍາເລັດໃນປີ 2016 ສາມາດເວົ້າໄດ້ວ່າ Purér ເປັນ Brand ທີ່ກໍາເນີດຢູ່ ສປປ ລາວຢ່າງແທ້ຈິ່ງ ແລະ ບໍ່ຄືໃຜໃນໂລກ.

2.ເວລາເຮົາຮຽນທິດສະດີແລ້ວມາລົງມືເຮັດຕົວຈິງມັນຕ່າງກັນແນວໃດ?
ຕອບ: ຕ່າງກັນຫຼາຍເລີຍ, ເວລາເຮົາລົງມືເຮັດໂຕຈິງ
ເຮົາຈະພົບກັບສິ່ງທີ່ນອກເໜືອຈາກທີ່ຮຽນມາແນ່ນອນ,ຂ້າພະເຈົ້າບໍ່ແປກໃຈທີ່ເປັນຫຍັງບາງຄົນບໍ່ໄດ້ຮຽນ
ຈົບການສຶກສາສູງ ຫຼື ບໍ່ໄດ້ຮຽນເລີຍກໍມີແຕ່ກໍປະສົບ ຜົນສໍາເລັດໄດ້ສະແດງວ່າປະສົບການລົງມືເຮັດຕົວຈິງ ນັ້ນສໍາຄັນ, ເວົ້າແນວນີ້ບໍ່ໄດ້ໝາຍຄວາມວ່າ
ທິດສະດີບໍ່ດີເດີ້ ການສຶກສາກ່ອນລົງມືປະຕິບັດຢ່າງ ຮອບຄອບຈະເຮັດໃຫ້ເຮົາຫຼີກລ້ຽງຄວາມຜິດພາດ
ສ່ວນໃຫຍ່ໄດ້ແຕ່ເມື່ອເຮັດວຽກຕົວຈິງບໍ່ຮູ້ເປັນຫຍັງມັກຈະຕ່າງຈາກທິດສະດີຕະຫຼອດ ຮະຮະ.

3.ໃຫ້ຍົກຕົວຢ່າງອຸປະສັກເຮົາພົບໃນທຸລະກິດ ແລະ ເຮົາແກ້ບັນຫາແນວໃດ?
ຕອບ: ອຸປະສັກສ່ວນໃຫຍ່ແມ່ນເລື່ອງບຸກຄະລາກອນທີ່ປ່ຽນກັນເຂົ້າໆອອກໆຕະຫຼອດໃນຊ່ວງດໍາເນີນທຸລະກິດໃໝ່ໆ, ເກີດເປັນບັນຫາທີ່ເຮັດໃຫ້ການເຮັດວຽກ ຂອງອົງກອນຕ້ອງຫຼ້າຊ້າລົງເພາະບຸກຄະລາກອນ
ປຽບເໝືອນກົນໄກຂອງເຄື່ອງຈັກທີ່ເຮັດວຽກເກາະກ່າຍ ກັນຢ່າງເປັນລະບົບ ຖ້າຫາກຂາດຊີ້ນສ່ວນກົນໄກໃດໜຶ່ງ ການເຮັດວຽກຂອງເຄື່ອງຈັກຈະບໍ່ເປັນປົກກະຕິທັນທີ,ໂດຍສະເພາະທຸລະກິດຂະໜາດນ້ອຍຖ້າພະນັກງານ ຂາດຫາຍຢູ່ຕະຫຼອດການເຮັດວຽກຈະບໍ່ຕໍ່ເນື່ອງ.
   ຕໍ່ກັບບັນຫານີ້ເຮົາແກ້ໄຂດ້ວຍຮູບແບບການບໍລິ
ຫານແບບຄອບຄົວອາໄສຄວາມຮັກແພງ, ລົງໄປໃກ້ຊິດ, ຖາມສຸກທຸກເຊິ່ງກັນ ແລະ ກັນ, ເປີດໂອກາດ ໃຫ້ທຸກຄົນມີຄໍາຄິດເຫັນ, ມີສະຫວັດດີການທີ່ດີ, ເຮັດໃຫ້ພະນັກງານຮູ້ສຶກສາຜູກພັນ ແລະ ຮັກໃນອົງ
ກອນປຽບເໝືອນຄອບຄົວ.

4.ຈຸດໃດທີ່ດຶງດູດເຮັດໃຫ້ຄົນເລືອກນໍ້າດື່ມ ພຽວເລ່?
ຕອບ: ຂ້າພະເຈົ້າຂໍຍົກໃຫ້ເຫັນປະເພດຕຸກ 18,9 ລິດ ເຊິ່ງເຮົາມີຈຸດແຕກຕ່າງຫຼາຍຢ່າງທີ່ເຮັດໃຫ້ລູກຄ້າສ່ວນ ໃຫຍ່ຫັນມາເລືອກນໍ້າດື່ມຂອງເຮົາ, ສິ່ງທໍາອິດແມ່ນ ກະຕຸກນໍ້າດື່ມ ເວົ້າໄດ້ວ່າເຮົາເປັນເຈົ້າດຽວທີ່ນໍາໃຊ້ຕຸກ ທີ່ເປັນປາສຕິກຊະນິດພິເສດທີ່ນໍາເຂົ້າ, ໂດຍກະຕຸກ ປະເພດນີ້ມີຄວາມໃສເປັນພິເສດ, ສາມາດທົນທານແຮງ ກະທົບ ແລະ ຄວາມຮອ້ນໄດ້ເຖິງ 120 ອົງສາເຊ, ຕໍ່ມາແມ່ນເລື່ອງຄຸນນະພາບນໍ້າເຮົາໃຊ້ນໍ້າບາດານ ແທນການໃຊ້ນໍ້າປະປາ ເຊິ່ງແຫຼ່ງນໍ້າບາດານເຮົາໄດ້ສົ່ງ ໄປຫ້ອງ LAB ຢູ່ຕ່າງປະເທດແລ້ວວ່າສາມາດເຮັດ
ນໍ້າດື່ມໄດ້ປອດໄພ, ໂຮງງານເຮົາມີຂະບວນການກັ່ນຕອງ ແລະ ຂ້າເຊື້ອ ເຖິງ 7 ຂັ້ນຕອນທີ່ສາກົນນໍາໃຊ້. 
(ຂໍສະຫງວນເປັນຄວາມລັບທາງການຄ້າ), ຂະບວນການຜະລິດບໍ່ວ່າຈະເປັນການລ້າງ, ການບັນຈຸ ແລະ ການອັດຝາແມ່ນນໍາໃຊ້ເຄື່ອງຈັກທັງໝົດ, ຝາທີ່ເຮົາ ໃຊ້ກໍເປັນຊະນິດກົດດ້ວຍແຮງດັນແທນການໃຊ້ຝາ
ກຽວ ແລະ ນໍາໃຊ້ໄດ້ຄັ້ງດຽວ, ນອກຈາກນັ້ນການຂົນສົ່ງ ແລະ ການບໍລິການເຮົາກໍ່ມາແບບແຕກຕ່າງຢ່າງຊັດ ເຈນ ເຊິ່ງສິ່ງເຫຼົ່ານີ້ເປັນພຽງສ່ວນໜຶ່ງທີ່ຍົກໃຫ້ເຫັນ 
ຂ້າພະເຈົ້າເຊື່ອວ່າຍ້ອນລູກຄ້າເພີ່ນເຫັນໃນຄວາມ
ແຕກຕ່າງເພີ່ນຈຶ່ງເຊື່ອໝັ້ນເຮົາ.

5.ເລື່ອງລາຄານໍ້າເຮົາຕັ້ງ 10,000 ກີບຕໍ່ຕຸກຕອນເຮົາຕັ້ງ
ລາຄາຄິດບໍ່ວ່າຈະມີຜົນກະທົບຕໍ່ຍອດຂາຍ?
ຕອບ: ການຕັ້ງລາຄາເວົ້າເລື່ອງການດຸ່ນດ່ຽງຕົ້ນທືນ ເຊັ່ນກັນເພາະວ່າຕົ້ນທືນເຮົາຂ້ອນຂ້າງສູງຖ້າທຽບໃສ່ຫຼາຍແຫ່ງ ເພາະເຮົາຍາກຈະເນັ້ນເລື່ອງຄຸນນະພາບ ເປັນຫຼັກ, ຄຸນນະພາບຈະມາພ້ອມຕົ້ນທຶນທີ່ສູງສະເໝີສະນັ້ນຂ້າພະເຈົ້າຄິດວ່າບໍລິຫານຕົ້ນທຶນມາໃນລາຄາຊໍ່ານີ້ແມ່ນນອນຢູ່ໃນຕົ້ນທຶນທີ່ດີ ແລະ ກຸ່ມລູກຄ້າເຮົາເພີ່ນກໍເຂົ້າໃຈເຊິ່ງບໍ່ໄດ້ມີຜົນກະທົບຕໍ່ຍອດຂາຍໃນ
ທາງກັບກັນຍອດຂາຍເຮົາແມ່ນເພີ່ມຂຶ້ນທຸກປີ.

 

6.ກຸ່ມລູກຄ້າ ແລະເປົ້າໝາຍຂອງເຮົາໃນການເຮັດທຸລະ ກິດແມ່ນຫຍັງ?
ຕອບ: ກຸ່ມລູກຄ້າເຮົາຕອນນີ້ເຮົາຍັງມີແຕ່ຢູ່ໃນນະຄອນ
ຫຼວງວຽງຈັນ ເຊິ່ງແບ່ງອອກເປັນ 2 ກຸ່ມດັ່ງນີ້: ກຸ່ມລູກຄ້າທີ່ເປັນອົງກອນ ແລະ ກຸ່ມລູກຄ້າຄົວເຮືອນ,ລູກຄ້າອົງກອນຂອງເຮົາກໍ່ມີຫຼາຍຂະແໜງຕົວຢ່າງ: ຂະແໜງທະນາຄານ ເຊັ່ນ: ທະນະຄານ ANZ, ທະນະຄານກຸງສີ, Bank of China ແລະ ອື່ນໆ,
ຂະແໜງບໍລິສັດເຊັ່ນ: AGL ປະກັນໄພ, Toyota, Tsusho, Laomobile group, Asia Petroleum ແລະ ອື່ນໆ, ຂະແໜງຮ້ານອາຫານ ແລະ Café ເຊັ່ນ: Naked Espresso, Joma Bakery, Café Kream, Patuxay Café, Suzette, 30ml ແລະ ອື່ນໆອີກ, ສ່ວນກຸ່ມລູກຄ້າຄົວເຮືອນເຮົາກໍມີເຖິງ 1,500 ຄົວເຮືອນ
ສ່ວນເປົ້າໝາຍຂອງ Purér ເຮົາມີຄວາມຕັ້ງໃຈຍາກສະໜອງນໍ້າດື່ມທີ່ເປັນໜ້າພາກພູມໃຈຂອງຄົນລາວ, ເປັນທີ່ຍອມຮັບຂອງຄົນລາວ ແລະ ສາກົນ, ເປັນນໍ້າທີ່ຄົນລາວເອງຮູ້ສຶກໝັ້ນໃຈທີ່ຈະດື່ມ ແລະ ເປັນອີກໜຶ່ງ Brand ທີ່ຢູ່ໃນໃຈຂອງຜູ້ບໍລິໂພກ.


7.ທ່ານມີຫຍັງຝາກເຖິງນັກທຸລະກິດ?
ຕອບ: ເລື່ອງຂອງເຄັດລັບເຮົາບໍ່ມີ, ບໍ່ໄດ້ມີສູດຫັຍງທີ່ ເປັນຄວາມລັບຈຶ່ງປະສົບຜົນສໍາເລັດ ຂໍພຽງການເຮັດທຸລະກິດແມ່ນເຮັດດ້ວຍໃຈທີ່ຮັກໃນທຸລະກິດແທ້ໆ,    ສໍາຄັນແມ່ນຕ້ອງເຊື່ອໝັ້ນສິ່ງທີ່ເຮົາເຮັດຢູ່ ແລະ ຕ້ອງ
ຊອກຫາຊ່ອງຫວ່າງທີ່ຜູ້ບໍລິໂພກຕ້ອງການ, ຊ່ອງຫວ່າງ ທີ່ວ່າແມ່ນຊ່ອງຫວ່າງທີ່ຕະຫຼາດຍັງບໍ່ມີ ເປັນບ່ອນທີ່
ເວລາເຈົ້າໄປຢູ່ແລ້ວຜູ້ບໍລິໂພກພຶ່ງພໍໃຈແນ່ນອນ, ໂຕນີ້ສໍາຄັນຕ້ອງຫາຈຸດແຂງຂອງທຸລະກິດເຈົ້າໃຫ້ເຈີແລ້ວ ເຮັດໃຫ້ດີທີ່ສຸດ, ຕ້ອງເຮັດດ້ວຍໃຈຢ່າຫັວງຜົນກໍາໄລ
ຈົນເຮັດໃຫ້ຂາດຈັນຍາບັນໃນການເຮັດທຸລະກິດ, ຖ້າເຮົາມີຄວາມຕັ້ງໃຈເຮັດແຕ່ສິ່ງດີໆອອກສູ່ສັງຄົມແລ້ວສັງຄົມຈະຕອບແທນເຮົາເອງ.

Purer  Contact ຕິດຕໍ່ເພື່ອຊື້ນ້ຳພ່ຽງເລ່ໄດ້ທີ່: 021 612465-6

 

8.ທ່ານຄິດແນວໃດກັບ CvConncect?
ຕອບ: ຂ້າພະເຈົ້າຄິດວ່າເປັນທຸລະກິດທີ່ໜ້າສົນໃຈ
ເພາະວ່າເປັນສິ່ງໃໝ່ສໍາລັບປະເທດເຮົາ ເບິ່ງຈາກລະບົບທີ່ cvConnect ນໍາໃຊ້ຢູ່ເປັນລະບົບທີ່ສາກົນນໍາໃຊ້ຢູ່ ແລະ ເປັນສິ່ງໃໝ່ທີ່ເກີດຂຶ້ນໃນຕະຫຼາດແຮງງານລາວ, ຕາມເບິ່ງແລ້ວ cvConnect ມີທ່າກ້າວສູງເປັນທຸລະກິດທີ່ເບິ່ງແລ້ວມີອານາຄົດເພາະວ່າຮູບແບບທຸລະກິດມີຄວາມໜ້າສົນໃຈຢູ່ບ່ອນວ່າ cvConnect ເປັນຄືກັບ ຫົວຕໍ່ລະຫວ່າງຕະຫຼາດແຮງງານ, ຫົວຕໍ່ລະຫວ່າງຜູ້ທີ່ຊອກຫາວຽກກັບຜູ້ທີ່ຕ້ອງການບຸກຄະລາກອນຄືລູກຈ້າງ ແລະ ນາຍຈ້າງ cvConnect ປຽບສະເໝືອນໂອກາດເພາະວ່າການເຂົ້າເຖິງຕະຫຼາດແຮງງານສໍາ
ລັບຄົນທີ່ດ້ອຍໂອກາດ, ດ້ອຍໂອກາດໃນທີ່ນີ້ໝາຍເຖິ່ງ ຜູ້ຢູ່ເຂດນອກບໍ່ວ່າຈະເປັນເລື່ອງຂອງວຸດທິການສຶກສາ, ບໍ່ວ່າຈະເປັນເລື່ອງຂອງໂອກາດໃນການຊອກຫາວຽກມັນຍາກຫຼາຍບໍ່ຄືຄົນຢູ່ໃນເມືອງທີ່ມີຂ່າວສານຕະຫຼອດ, ສໍາລັບຕະຫຼາດແຮງງານໃນປະເທດເຮົາມັນໃຫຍ່ແຕ່ ການເຂົ້າເຖິງວຽກຂອງຄົນບໍ່ໄດ້ເທົ່າທີ່ຄວນ, ສະນັ້ນ cvConnect ຄືກັບມາຊ່ວຍເຮັດໃຫ້ຕະຫຼາດແຮງງານຂອງປະເທດເຮົາມີຄວາມສົມບູນຂຶ້ນ.

Tags: #ຫຸມດາວເພັດ ອິນທະລາດ #10,000 ກີບຕໍ່ຕຸກ #ຜູ້ຮ່ວມກໍ່ຕັ້ງ #ກຸ່ມລູກຄ້າເປັນອົງກອນ #ຜູ້ບໍລິຫານທຸລະກິດ #ກຸ່ມລູກຄ້າຄົວເຮືອນ #ໂຮງງານນໍ້າດື່ມພຽວເລ່ #ມີຄວາມຕັ້ງໃຈ #Purér #ເຮັດແຕ່ສິ່ງດີໆອອກສູ່ສັງຄົມ #Brand #ຄຸນນະພາບນໍ້າໃຊ້ນໍ້າບາດານ #ແທນນໍ້າປະປາ #ນໍ້າດື່ມໄດ້ປອດໄພ #ຂະບວນການກັ່ນຕອງຂ້າເຊື້ອ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now