ຮັບມືກັບຄວາມຄຽດແນວໃດ ເມື່ອຖືກໄລ່ອອກຈາກວຽກ

timer

remove_red_eye 0 views


cvConnect.la - ຮັບມືກັບຄວາມຄຽດແນວໃດ ເມື່ອຖືກໄລ່ອອກຈາກວຽກ

 

           ໃນໄລຍະທີ່ຜ່ານມາ ຄົນຈໍານວນຫຼາຍ ກໍາລັງພົບພໍ້ກັບບັນຫາບໍ່ມີວຽກເຮັດ ແລະ ຄົນເຫຼົ່ານີ້ຈະຮູ້ສຶກອ່ອນໄຫວຫຼາຍກວ່າປົກກະຕິ ບໍ່ແມ່ນແຕ່ບັນຫາດ້ານການເງິນຢ່າງດຽວທີ່ຕ້ອງພົບ ແຕ່ຍັງສົ່ງຜົນກະທົບທາງດ້ານສຸຂະພາບຈິດອີກດ້ວຍ.

           ເຊິ່ງລັກສະນະຂອງອາການຊຶມເສົ້າຫຼັງຖືກໄລ່ອອກຈາກວຽກສະແດງອອກຄື

  • ຮູ້ສຶກວ່າຕົນເອງຕົກຕໍ່າ
  • ອາລົມເສຍ ແລະ ຮ້ອງໄຫ້ງ່າຍ
  • ຮູ້ສຶກກະວົນກະວາຍ ແລະ ອາລົມບໍ່ດີງ່າຍ
  • ຮູ້ສຶກງວ່າຕົນເອງບໍ່ມີຄຸນຄ່າ
  • ຮູ້ສຶກແຕກແຍກ ແລະ ບໍ່ມີຄວາມສຸກ

 

           ຜູ້ທີ່ຖືກບໍລິສັດໃຫ້ອອກ ຫຼື ວ່າກໍລະນີໃດກໍແລ້ວແຕ່ຈະມີຄວາມຮູ້ສຶກຫົດຫູ່ໃຈ ແລະ ເມື່ອພວກເຂົາໄດ້ວຽກໃໝ່ ຄວາມຫົດຫູ່ໃຈ ແລະ ຊຶມເສົ້າກໍຍັງຄົງຢູ່ ພວກເຂົາຈະຮູ້ສຶກມັກ ຫຼື ຜູກພັນກັບວຽກໜ້ອຍລົງ ນອກຈາກນັ້ນ, ຍັງມີຄວາມກັງວົນກັບວຽກໃໝ່ເພີ່ມຂຶ້ນອີກດ້ວຍ. ດັ່ງນັ້ນ, ເມື່ອເຈົ້າຕ້ອງພົບກັບບັນຫາເຫຼົ່ານີ້ ມາເບິ່ງກັນວ່າມີວິທີຫຍັງແດ່ທີ່ຈະຊ່ວຍບັນເທົາຄວາມທຸກໄດ້ແນ່.

  • ຢຸດປຽບທຽບຕົນເອງກັບຄົນອື່ນ
  • ຈັດລໍາດັບຄວາມສໍາຄັນທີ່ຕ້ອງເຮັດໃນແຕ່ລະມື້ໃຫ້ສໍາເລັດ
  • ກ່ອນເຂົ້ານອນຄວນຂຽນເປົ້າໝາຍທີ່ຈະເຮັດໃນມື້ອື່ນແລ້ວລົງມືເຮັດໃຫ້ມັນສໍາເລັດ
  • ເຂົ້ານອນ ແລະ ຕື່ນນອນໃນເວລາທີ່ເຈົ້າຕ້ອງການ ພັກຜ່ອນ ແລະ ຜ່ອນຄາຍຈິດໃຈໃຫ້ຫຼາຍໆ
  • ອອກກໍາລັງກາຍ ເຊັ່ນ ການເຕັ້ນເອໂລບິກ ຫຼື ອອກກໍລັງກາຍຢູ່ນອກເຮືອນ ເພື່ອກະຕຸ້ນໃຫ້ຮ່າງກາຍມີຊີວິດຊີວາ
  • ໃຫ້ເວລາ 2 ຊົ່ວໂມງໃນແຕ່ລະມື້ໃນການຫາວຽກໃໝ່
  • ຂໍ້ສຸດທ້າຍຄື ຄວນຈະເວົ້າຈາ, ແລກປ່ຽນຄວາມຄິດກັບໝູ່ເພື່ອນ, ຄຢນໃນຄອບຄົວ ຢູ່ສະເໝີ ເພື່ອແລກປ່ຽນຂໍ້ມູນຄວາມຮູ້ ຫຼື ເລື່ອງທີ່ຕື່ນເຕັ້ນໃນແຕ່ລະມື້ຂອງກັນ ແລະກັນ.

 

          ເຖິງແມ່ນວ່າການທີ່ບໍ່ມີວຽກເຮັດຈະເຮັດໃຫ້ເກີດພາວະຊຶມເສົ້າກັບຄົນຈໍານວນຫຼາຍ ແຕ່ເມື່ອເຈົ້າຮູ້ວິທີຮັບມືກັບມັນ ຈະຊ່ວຍໃຫ້ເຮົາຜ່ານຄວາມທຸກໃຈນີ້ໄປໄດ້ຢ່າງແນ່ນອນ.

 

 

ທີ່ມາ : www.telegraph.co.uk

Tags: #ຄວາມຄຽດ #ຄອບຄົວ #ບໍລິສັດ #ໝູ່ເພື່ອນ #ໄລ່ອອກ #ຊຶມເສົ້າ #ບໍ່ມີວຽກເຮັດ #ບໍ່ມີຄຸນຄ່າ #ອາລົມເສຍ #ພັກຜ່ອນ #ບໍ່ມີຄວາມສຸກ #ອອກກໍາລັງກາຍ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now