6 ນິໄສ ທີ່ຄົນປະສົບຜົນສໍາເລັດຈະບໍ່ເຮັດ

timer

remove_red_eye 0 views


cvConnect.la - 6 ນິໄສ ທີ່ຄົນປະສົບຜົນສໍາເລັດຈະບໍ່ເຮັດ

 

          ຫຼາຍຄົນຢາກຈະປະສົບຜົນສໍາເລັດໃນວຽກງານ ແຕ່ພັດເບິ່ງຂ້າມພຶດຕິກໍາທີ່ເຮັດຢູ່ໃນກິດຈະວັດປະຈໍາວັນ ເພາະສິ່ງນັ້ນອາດຈະເປັນສິ່ງທີ່ຖ່ວງດຶງທ່ານຢູ່ກໍເປັນໄດ້ ແຕ່ຖ້າຢາກເປັນຄົນທີ່ປະສົບຜົນສໍາເລັດ ຄວນຢຸດເຮັດສິ່ງເຫຼົ່ານີ້: 

 

  • ບໍ່ຫຼິ້ນອິນເຕີເນັດໃນລະຫວ່າງການເຮັດວຽກ

           ຢຸດການຫຼິ້ນອິນເຕີເນັດແບບບໍ່ມີຈຸດໝາຍ ເພາະການທີ່ເຮົາເລີ່ມຫຼິ້ນອິນເຕີເນັດຕອນໃດ ມັນກໍຈະມີຂໍ້ມູນເພື່ອໃຫ້ເບິ່ງຢູ່ຕະຫຼອດເວລາ ບໍ່ມີທີ່ສິ້ນສຸດ ແລະ ຖ້າເຮົາເຮັດໃນເວລາເຮັດວຽກ ກໍຈະເຮັດໃຫ້ວຽກຂອງເຮົາບໍ່ສໍາເລັດ.

  • ບໍ່ໃຊ້ເວລາໝົດມື້ໃນການຕອບອີເມວ

          ຄວນຫຼຸດຜ່ອນໃນການກວດສອບ ແລະ ຕອບອີເມວຕະຫຼອດເວລາ ຈົນບໍ່ໄດ້ເຮັດວຽກ ແຕ່ຄວນກໍານົດເວລາໃນການກວດ ແລະ ຕອບອີເມວເປັນເວລາທີ່ຊັດເຈນ ແລະ ມີການລໍາດັບກ່ອນຫຼັງ

  • ບໍ່ຄວນເຮັດວຽກຫຼາຍໆຢ່າງພ້ອມກັນ

          ການເຮັດວຽກຫຼາຍໆຢ່າງພ້ອມກັນ ຈະເຮັດໃຫ້ວຽກແຕ່ລະຢ່າງບໍ່ສົມບູນ ແລະມີຂໍ້ຜິດພາດຫຼາຍຂຶ້ນ ຍ້ອນວ່າເຮົາບໍ່ໄດ້ມີສະມາທິຢູ່ກັບສິ່ງນັ້ນຫຼາຍພໍ ວິທີທີ່ດີກໍຄື ແບ່ງເວລາໃຫ້ຊັດເຈນວ່າ ຈາກເວລານັ້ນເຖິງເວລານີ້ ຈະເຮັດວຽກນີ້ ເມື່ອແລ້ວໆຈະເຮັດວຽກໃດຕໍ່ເພື່ອຜົນຕອບຮັບຈະອອກມາດີກວ່າ.

  • ປະຊຸມວຽກຍາວໆແບບບໍ່ມີມື້ທີ່ສິ້ນສຸດ

          ຄວນຢຸດປະຊຸມແບບບໍ່ມີຈຸດໝາຍ ແຕ່ຈຄວນມີການແບ່ງເວລາ ສໍາລັບການປະຊຸມທີ່ຊັດເຈນ ມີການກໍານົດວາລະການປະຊຸມທີ່ແນ່ນອນ ແລະ ຄວບຄຸມປະເດັນທີ່ຈະປະຊຸມໃຫ້ຢູ່ໃນກອບທີ່ກໍານົດເທົ່ານັ້ນ.

  • ຍົກເລີກການຕັ້ງ Snooze ກັບໂມງປຸກ

          ຍົກເລີກການຕັ້ງໂມງປຸກແບບ Snooze ຄືການປຸກຫຼາຍໆຮອບວ່າຈະຕື່ນ ແຕ່ຈະລຸກທັນທີທີ່ໂມງປຸກດັງ ເພາະນີ້ແມ່ນເວລາທີ່ຈະຕ້ອງຕື່ນແລ້ວ ການນອນຕໍ່ອີກໜ້ອຍໜຶ່ງ ຈະມີຜົນຕໍ່ຄວາມຕື່ນຕົວຂອງຮ່າງກາຍໃນການເຮັດວຽກ.

  • ຢ່າເອົາວຽກທີ່ຍາກໄວ້ເຮັດຕາມຫຼັງ

          ຄົນເຮັດວຽກທີ່ມີປະສິດທິພາບ ຈະເລີ່ມວຽກໃນແຕ່ລະມື້ດ້ວຍວຽກທີ່ຍາກທີ່ສຸດກ່ອນ ເພາະເປັນຊ່ວງເວລາທີ່ມີພະລັງຫຼາຍທີ່ສຸດ ແລະ ພ້ອມທີ່ສຸດໃນແຕ່ລະມື້.

 

ທີ່ມາ: Think people Consulting

Tags: #ບໍ່ເຮັດ #ປະສົບຜົນສໍາເລັດ #Snooze

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now