ເລີ່ມຕົ້ນທຸລະກິດໃຫ້ສ່ຽງໜ້ອຍທີ່ສຸດ

timer

remove_red_eye 0 views


cvConnect.la - ເລີ່ມຕົ້ນທຸລະກິດໃຫ້ສ່ຽງໜ້ອຍທີ່ສຸດ

         

           ທຸລະກິດມາພ້ອມກັບຄວາມສ່ຽງ! ໂດຍສະເພາະຜູ້ປະກອບການມືໃໝ່ທີ່ຫາກໍເລີ່ມຕົ້ນເຮັດທຸລະກິດຄວາມສ່ຽງຍິ່ງຫຼາຍ… ຕ້ອງຊອກວິທີຮັບມືກ່ອນ! ຖ້າຢາກນໍາພາທຸລະກິດໄປໃຫ້ເຖິງຝັນ…

           ຄວາມສ່ຽງເປັນເລື່ອງປົກກະຕິໃນການເຮັດທຸລະກິດ ໂດຍສະເພາະໃນໄລຍະເລີ່ມຕົ້ນເປັນຜູ້ປະກອບການ ເຊິ່ງຖືວ່າຍັງເປັນມືໃໝ່ໃນວົງການ ແຕ່ຖ້າເຮົາກຽມມືກຽມໃຈໃຫ້ພ້ອມ ຫາກມີບັນຫາອຸປະສັກເຮົາກໍຈະສາມາດຜ່ານໄປໄດ້ດ້ວຍດີ ສໍາລັບມືໃໝ່ທີ່ຍັງກັງວົນເລື່ອງຄວາມສ່ຽງ ວ່າທຸລະກິດຈະໄປລອດ ຫຼືບໍ່? ລອງມາເບິ່ງເຄັດລັບເຫຼົ່ານີ້!!!

 

        1, ເລີ່ມຕົ້ນຈາກສິ່ງນ້ອຍໆ ຕາມກໍາລັງເງິນ ແລະ ຄົນທີ່ມີ ແຕ່ຖ້າກໍາລັງຄົນບໍ່ພໍໃຫ້ລອງໃຊ້ Out short ເພື່ອຈະໄດ້ບໍ່ຕ້ອງແບກຮັບພາລະຄ່າໃຊ້ຈ່າຍຂອງພະນັກງານປະຈໍາ ແລະ ຖ້າຢ້ານຄວາມສ່ຽງຫຼາຍໆ ກໍລອງເຮັດທຸລະກິດຄວບຄູ່ກັບວຽກປະຈໍາໄປ ເມື່ອທຸລະກິດຢູ່ຕົວຈຶ່ງຄ່ອຍລາອອກມາເຮັດທຸລະກິດແບບເຕັມຕົວ

 

         2, ຢ່າຕັ້ງເປົ້າທີ່ເກີນຄວາມຈິງ ເຖິງວ່າການຕັ້ງເປົ້າໝາຍຈະເປັນເລື່ອງທີ່ດີ ແຕ່ຄວນຕັ້ງເປົ້າທີ່ຄວນຈະເຮັດໄດ້ແທ້ ແລ້ວຄ່ອຍໆເພີ່ມເປົ້າໝາຍຂຶ້ນເທື່ອລະໜ້ອຍ ແຕ່ຖ້າບໍ່ສາມາດໄປເຖິງເປົ້າໝາຍທີ່ຕັ້ງໄວ້ໄດ້ ກໍຕ້ອງກັບມາທົບທວນວ່າເປັນຍ້ອນຫຍັງ? ແລະຫາທາງແກ້ໄຂບັນຫານັ້ນ

 

          3, ຮັບຟັງູວາມຄິດເຫັນຄົນອື່ນ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກທັງລູກນ້ອງ, ໝູ່ເພື່ອນ ແລະ ຄູ່ຮ່ວມທຸລະກິດ ຈະຊ່ວຍໃຫ້ເຮົາເບິ່ງເຫັນຈຸດອ່ອນຂອງທຸລະກິດ ແລະ ສາມາດປັບປຸງໃຫ້ດີຂຶ້ນໄດ້

 

          4, ຄວບຄຸມຄ່າໃຊ້ຈ່າຍໃຫ້ຢູ່ໃນລະດັບຕໍ່າ ໃນການເຮັດທຸລະກິດສິ່ງສໍາຄັນທີ່ສຸດແມ່ນເງິນ ໃນສ່ວນຂອງກະແສເງິນສົດເຊິ່ງເປັນເລື່ອງທີ່ຮັບເຂົ້າ ແລະຈ່າຍອອກໄປ ສະນັ້ນ ຕ້ອງຮູ້ຈັກເຮັດບັນຊີ ແລະເກັບເງິນໃຫ້ດີ ຢ່ານໍາເງິນຈໍານວນທີ່ເຮັດທຸລະກິດໄປໃຊ້ໃນເລື່ອງສ່ວນຕົວ ແລະ ໝັ່ນກວດສອບໃນສະຖານະໃນການເຮັດທຸລະກິດຕົນຢ່າງສະໝໍ່າສະເໝີ

 

           5, ໃຊ້ເທັກໂນໂລຍີຊ່ວຍ ປັດຈຸບັນເທັກໂນໂລຍີມີຄວາມກ້າວໜ້າຫຼາຍ ນອກຈາກຈະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກແລ້ວ ຍັງຊ່ວຍປະຢັດຕົ້ນທຶນເຊັ່ນ ການໃຊ້ຊ່ອງທາງອອນລາຍເຮັດການຕະຫຼາດເປັນຕົ້ນ.

 

 

ທີ່ມາ: ww.smethailandclub.com ແລະ  www.targetlaos.com

 

Tags: #ທຸລະກິດ #ນັກທຸລະກິດມືໃໝ່ #ເຮັດທຸລະກິດ #ຜູ້ປະກອບການ #ຄວາມສ່ຽງໜ້ອຍ #ເຮັດແນວໃດ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now