5 ວິທີເພີ່ມເງິນເດືອນແບບກ້າວກະໂດດ

timer

remove_red_eye 0 views


cvConnect.la - 5 ວິທີເພີ່ມເງິນເດືອນແບບກ້າວກະໂດດ

 

           ເຊື່ອ​ວ່າ: ມະນຸດ​ເງິ​ນ​ເດືອນ​ທຸກ​ຄົນ ​ນອກຈາກ​ຄວາມ​ກ້າວໜ້າ​ໃນ​ໜ້າ​ທີ່​ວຽກ​ງານ​ແລ້ວ ອີກ​ສິ່ງ​ໜຶ່ງ​ທີ່​ຕ້ອງການ​ທີ່​ສຸດ​ກໍ​ຄື: ຢາກ​ມີ​ເງິນ​ເດືອ​ນສູງໆ ​ແຕ່​ຈະ​ເຮັດ​ແນວ​ໃດ ​ເມື່ອ​ເຮັດວຽກ​​ມາກໍ່​ຫຼາຍ​ປີ​ແລ້ວ ​ແຕ່​ເງິນ​ເດືອນ​ຂຶ້ນ​ພຽງ​ເລັກ​ໜ້ອຍ ຫຼື ວ່າ​ເຖິງ​ຕອນ​​ຕ້ອງ​ໄດ້​ປ່ຽນ​ບ່ອນ​ເຮັດ​ວຽກ​​ໃໝ່​ເພື່ອ​ຈະ​​ໄດ້​ເພີ່ມເງິນ​ເດືອນ​ ​ແຕ່ກ່ອນ​ຕັດສິນ​ໃຈ​ສະໝັກ​ວຽກ​​ໃໝ່ ລອງ​ກວດ​ເບິ່ງວ່າ​ທ່ານ​ໄດ້​ເຮັດ​ຕາມ 5 ວິທີ​ເຫຼົ່າ​ນີ້​ແລ້ວ​ຫຼືບໍ່?.

 

1. ສະ​ສົມ​ປະສົບ​ການ: 

          ເປັນ​ຄຸນສົມບັດ ​ທີ່​ທຸກ​ບໍລິສັດຕ້ອງການ ​ເພາະ​ປະສົບ​ການຈະ​ບົ່ງ​ບອກ​ເຖິງ​ຄວາມ​ຊ່ຽວຊານ, ວຸດ​ທິພາ​ວະ ​ແລະ ຄວາມສາມາດ​ໃນ​ສາຍ​ງານ ຍົກ​ລະດັບ​ຄຸນຄ່າ​ໃນ​ຕົວ​ຂອງ​ທ່ານ​ຢ່າງ​ໂດດ​ເດັ່ນ ​ໂດຍ​ບໍ່​ຕ້ອງ​ໄດ້​ເສຍ​ເວລາ​ສອນ​ວຽກ​ອີກ ຈະ​ຊ່ວຍ​ໃຫ້​ທ່ານ​ໄດ້​ເງິນ​ເດືອນ​​ເພີ່​ມຂຶ້ນ​ຢ່າງ​ໄວວາ ​ແຕ່​ຫາກ​ທ່ານ​ເປັນນັກ​ສຶກສາ​ຈົບ​ໃໝ່ ຫຼື ມີ​ຄວາມ​ສາມາດ​​ແບບ​ທົ່ວໆ​ໄປ ​ແຕ່​ຄິດ​ຈະ​ປ່ຽນ​ບ່ອນ​ເຮັດ​ວຽກ​​ໃໝ່ເລື້ອ​ຍໆ ​ເພື່ອ​ເພີ່ມ​ເງິນ​ເດືອນ​​ໄປ​ເລື້ອຍໆ ບອກ​ເລີຍ​ວ່າ: ຈະ​ເປັນ​ຜົນ​ເສຍ​ຕໍ່​ປະຫວັດ​ການ​ເຮັດ​ວຽກ​ຂອງ​ທ່ານຫຼາຍ​ກວ່າ, ສະ​ແດງ​​ໃຫ້​ເຫັນ​ວ່າ​: ທ່ານ​ບໍ່​ມີ​ຄວາມ​ອົດທົນ, ບໍ່ຈິງ​ຈັງ​ທຸ້ມ​ເທ​ໃນ​ການ​ເຮັດ​ວຽກ.

 

2. ຕໍ່​ຍອດ​ຄວາມ​ຮູ້:

           ລອງ​ຊອກ​ຫາ​ເວລາ​ຮຽນ​ເພີ່ມ​ໃນ​ສາຍ​ງານ ຫຼື ​​ໃກ້​ຄຽງ ອາດ​ຈະ​ເປັນ​ປະລິນຍາ​ໂທ ຫຼື ພາກວິຊາ​ທີ່​ກ່ຽວຂ້ອງ ​ເພື່ອ​ເພີ່ມ​ພູນ​ຄວາມ​ຮູ້ຂອງ​ທ່ານ, ບາງເທື່ອ​​ອາດ​ຈະໄດ້​ເພີ່​ມ​ເງິນ​ເດືອນ​ຈາກ​ບ່ອນ​ເຮັດ​ວຽກ​ເກົ່າ ​ໂດຍ​ບໍ່​ຕ້ອງ​ເສ​ຍ​ເວລາ​ໄປ​ຊອກ​ຫາ​ສະໝັກ​ງານ​​ໃໝ່​ອີກ​ດ້ວຍ.

 

3.ເພີ່​ມຄຸນສົມບັດ: 

          ອີກ​ສິ່ງ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້ ກໍ​ຄື​ຢ່າ​ຢຸດ​ຢັ້ງ​ທີ່​ຈະ​ເພີ່​ມພູນ​ທັກ​ສະ​ດ້ານ​ຕ່າງໆ ​ໃນ​ແໜ້ນ​ຍິ່ງ​ຂຶ້ນ​ເຊັ່ນ: ທັກ​ສະ​ດ້ານ​ຄອມ​ພິວ​ເຕີ, ຄວາມ​ຮູ້​ດ້ານ​​​ໄອ​ທີ, ຄວາ​ມຮູ້​ຮອບ​ຕົວ, ​ເພີ່ມ​ຄວາມ​ເຂັ້ມ​​ແຂງ​ດ້ານ​ພາສາ​ອັງກິດ, ຮຽນ​ຮູ້​ພາສາ​ທີ່ 3 ບໍ່​ວ່າ​ຈະ​ເປັນ​ພາສາ​ຈີນ, ຍີ່ປຸ່ນ, ​ເກົາຫຼີ ຫຼື ພາສາ​​ໃນ​ອາ​ຊຽນ ພຽງ​ເທົ່າ​ນີ້ ​ບໍ່​ວ່າ​ຈະ​ບ່ອນ​ເຮັດ​ວຽກ​ເກົ່າ ຫຼື ບ່ອນ​ໃໝ່ ​ຕ່າງກໍຍອມ​ທຸ້ມ​ເງິນ​ເດືອນ​ໃຫ້​ທ່ານ​ມາ​ຮ່ວມ​ງານ​ຢ່າງ​ແນ່ນອນ​.

 

​4. ສະ​ແດງຜົນງານ: 

          ການສະ​ແດງ​ຜົນງານ​ໃນ​ທີ່​ນີ້ ​ບໍ່​ແມ່ນ​ເປັນ​ການ​ໂອ້ອວດຜົນ​ງານ​ທີ່​ເຮັດ ​ແຕ່​ເປັນ​ການສະ​ແດງ​ສີ​ມື​ໃຫ້​ບໍລິສັດ​ເຫັນ​ວ່າ​ທ່ານ​ມີ​ສັກກະ​ຍະ​ພາບ​ພຽງພໍ​ທີ່​ຈະຖືກ​ພິ​ຈາລະ​ນາ​ການ​ຂຶ້ນ​ເງິນ​ເດືອ​​ນ​ໃນ​ຕອນ​ປ​ະ​ເມີນ​ຜົນ​ທ້າ​ຍປີ ຫຼື ​ເປັນ​ການ​ບອກ​​ເລົ່າ​ປະສົບ​ການ ສະ​ແດງ Portfolio ຕ່າງໆ ທີ່​ທ່ານ​ເຄີຍ​ເຮັດ​​ໃຫ້​ບໍລິສັດ​ໃໝ່​ໄດ້​ເຫັນ​ຕອນ​ສຳພາດ​ວຽກ​. ນອກຈາກ​ຈະ​ເຮັດ​ໃຫ້​ຜູ້​ສຳພາດ​​ເຫັນ​ຄວາມ​ມີ​ລະ​ບົບລະບຽບ​ໃນ​ການ​ເຮັດ​ວຽກ​ແລ້ວ ​ເງິນ​ເດືອ​ນໃໝ່​ທີ່​ໄດ້​ກໍ​ອາດ​ຖືກ​ໃຈ​ທ່ານ​ອີກ​ດ້ວຍ.

 

5. ພັດທະນາ​ຕົນ​ເອງ​ບໍ່​ຢຸດ​ຢັ້ງ:

          ເມື່ອ​ປ່ຽນ​ບ່ອນ​ເຮັດ​ວຽກ​ໃໝ່ ​​ໄດ້​ເງິນ​ເດືອນ​ທີ່​ຕ້ອງການ​ແລ້ວ ກໍ​ຄວນ​ຈະ​ສະ​ແດງ​ຄວາມສາມາດ, ຄວາມ​ມຸ້ງ​ໝັ້ນ​ຢ່າງ​ຕັ້ງ​ໃຈ, ຄວາມ​ທຸ້ມ​ເທ​ໃນ​ວຽກ​ງານ​ ທີ່​ຖືກ​ມອບ​ໝາຍ​ຢ່າງ​ເຕັມສ່ວນ ພ້ອມ​ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ອົງ​ກອນ​ຂອງ​ເຂົາ​ເຈົ້າ​ຢ່າ​ງ​ຈິງ​ໃຈ, ​ພັດທະນາ​ສີ​ມື​ຢູ່​ສະເໝີ, ດ້ວຍ​ການ​ເພີ່ມ​ໃນ​ສິ່ງ​ທີ່​ຂາດ, ຮັບ​ອາສາ​ເຮັດ​ວຽກ​ທີ່​ຍາກ ​ເພື່ອ​ໄດ້​ຮູ້​ຮອບດ້ານ, ບໍ່​ສະ​ແດງ​ການ​ປຽບທຽບ​ເວົ້າ​ຈາ​ອວດ​​ອົ່ງຈົນ​ເກີນ​ໄປ​ ​ແລະ ຕ້ອງ​ວັດແທກ​ຜົນງານ​ຕົວ​ເອງ​ຢູ່​ສະ​ເໝີ​ວ່າ: ຄວາມສາມາດ​ຂອງ​ທ່ານ​ພຽງ​ພໍ​ທີ່​ຈະ​ກ້າວ​ກະ​ໂດດ​ໃນ​ຂັ້ນ​ຕໍ່​ໄປ​ໄດ້ ​ຫຼື ​ບໍ່ ຖ້າ​ຫາກ​ທ່ານ​ເຮັດ​ໄດ້ ​ບໍ່​ແມ່ນ​ພຽງ​ແຕ່​​ເງິນ​ເດືອນ​ທີ່​ຈະ​ເພີ່ມ​ຂື້ນ​ເທົ່າ​ນັ້ນ ຕຳ​ແໜ່​ງໜ້າ​ທີ່​ອີກ​ຫຼາຍ​ຢ່າງ​ກໍ​ລໍຖ້າ​ທ່ານ​ຢູ່​ແນ່ນ​ນອນ.

 

 

ທີ່ມາ:​ www.targetlaos.com

Tags: #ເພີ່ມເງິນເດືອນ #ແບບກ້າວກະໂດດ #ມະນຸດ​ເງິ​ນ​ເດືອນ #ປ່ຽນ​ບ່ອນ​ເຮັດ​ວຽກ #ຄຸນສົມບັດ #ໂດດເດັ່ນ #ເງິນເດືອນສູງໆ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now