ເພີ່ມເຄືອຂ່າຍທຸລະກິດ ເພື່ອເພີ່ມໂອກາດໃຫ້ຫຼາຍຂຶ້ນ

timer

remove_red_eye 0 views


cvConnect.la - ເພີ່ມເຄືອຂ່າຍທຸລະກິດ ເພື່ອເພີ່ມໂອກາດໃຫ້ຫຼາຍຂຶ້ນ

         ບໍ່ວ່າເວລາຈະຜ່ານໄປດົນປານໃດ! ຍຸກຂອງການເຮັດທຸລະກິດຜ່ານໄປຈັກຍຸກສະໄໝ! ຄວາມສໍາພັນຂອງຄົນກໍຍັງຄົງສໍາຄັນສະເໝີກັບການສ້າງທຸລະກິດໃຫ້ເຕີບໃຫຍ່ ແລະ ແຂງແຮງ!!! ຍິ່ງມີເຄືອຄ່າຍຫຼາຍ! ຍິງມີໂອກາດຫຼາຍ…

 

         ບໍ່ວ່າຈະຢູ່ໃນສັງຄົມ ຫຼື ເຮັດວຽກໃນວົງການໃດກໍຕາມ ການສ້າງສາຍສໍາພັນທີ່ດີຕໍ່ກັບຜູ້ຮ່ວມໃນວົງການນັ້ນເປັນສິ່ງທີດີຕໍ່ກັບຕົວທ່ານເອງ ແລະ ວຽກທີ່ທ່ານເຮັດຢູ່ໄດ້ທີ່ດີທີ່ສຸດ. ໃນການເຮັດທຸລະກິດ ຖ້າທຸກຢ່າງເທົ່າກັນຜູ້ຄົນກໍຈະເລືອກເຮັດທຸລະກິດກັບໝູ່. ແມ່ນແຕ່ວ່າຫຼາຍໆຢ່າງບໍ່ເທົ່າກັນກໍຍັງຢາກຈະເຮັດທຸລະກິດກັບໝູ່ຢູ່ດີ. ເພາະບັນໄດແຫ່ງຄວາມສໍາເລັດບາງຄັ້ງ ອາດຈະບໍ່ຕ້ອງໃຊ້ເທັກນິກ ແລະ ຍຸດທະສາດຫຍັງຫຼາຍ ພຽງແຕ່ມີໝູ່ຫຼາຍກວ່າເກົ່າເທົ່ານັ້ນ.

 

          ສໍາລັບການສ້າງສາຍສໍາພັນ ເພື່ອໃຫ້ເກີດປະໂຫຍດໃນທາງທຸລະກິດນັ້ນ ຈະຕ້ອງກໍານົດເປົ້າໝາຍທີ່ຊັດເຈນ ແລະ ຊອກຫາພັນທະມິດຮ່ວມທຸລະກິດ ທີ່ຈະມາຕໍ່ຍອດໃຫ້ທຸລະກິດສໍາເລັດໄດ້ໄວຂຶ້ນ ເມື່ອມີເປົ້າໝາຍແລ້ວ ເຖິງຈະເປັນພັນທະມິດທຸລະກິດທີ່ຂະໜາດໃຫຍ່ ຫຼືເຮົາບໍ່ຮູ້ຈັກໃຜເລີຍໃນທຸລະກິດນັ້ນ ເຮົາກໍພຽງແຕ່ຊອກຄູ່ຮ່ວມທີ່ມີທ່າອ່ຽງຈະຮູ້ຈັກ. ເຊື່ອບໍ່ວ່າຈະສາມາດຊອກຄົນທີ່ຈະເຊື່ອມຕໍ່ໄປຮອດແນ່ນອນ ດັ່ງເຊັ່ນ Six Degrees of Separation ຫຼື 6 ໄລຍະຄົນ ທີ່ສາມາດຕິດຕໍ່ໄປເຖິງຄົນທົ່ວໂລກໄດ້ ໂດຍການຍົກໂທລະສັບຂຶ້ນມາ ຊອກໃຜຈັກຄົນໜຶ່ງທີ່ຈະຊ່ວຍແນະນໍາຕໍ່ໆກັນໄປ ບໍ່ເກີນ 6 ຄັ້ງກໍພົບຄົນທີ່ຕ້ອງການແລ້ວ.

 

          ທຸລະກິດ Startup ດ້ານຮັບເໝົາກໍ່ສ້າງແຫ່ງໜຶ່ງທີ່ຮູ້ຈັກຈາກການທີ່ໄດ້ຟັງເຂົາເຈົ້ານໍາສະເໜີວຽກ ເຖິງວ່າຄັ້ງທໍາອິດຈະບໍ່ຈົບລົງດ້ວຍການໂອ້ລົມເລື່ອງທຸລະກິດ ແຕ່ດ້ວຍການຮັກສາຄວາມສໍາພັນຍັງຄົງມີຢ່າງຕໍ່ເນື່ອງ ມີການເຊື່ອມຕໍ່ Connection ໄວ້ໃນ Social Media, ມີການຊວນຮ່ວມທຸລະກິດຕ່າງໆ, ພົບກັນໃນງານ Event ກໍທັກທາຍສະບາຍດີ ໃຫ້ຄວາມສໍາຄັນກັນຕະຫຼອດ. ເມື່ອມີຜູ້ບໍລິຫານສົນໃຈຢາກເຮັດວຽກຮ່ວມກັບ Startup ດ້ານຮັບເໝົາກໍ່ສ້າງ ບໍລິສັດແຫ່ງນີ້ຈຶ່ງເປັນບ່ອນທໍາອິດທີ່ນຶກເຖິງ ແລະ ໄດ້ເກີດການປະສານວຽກສ້າງໂຄງການຮ່ວມກັນ ຈົນເປັນໜຶ່ງໃນໂຄງການທີ່ະພັດທະນາທຸລະກິດຮັບເໝົາກໍ່ສ້າງ ທີ່ໄດ້ປະໂຫຍດຈາກສັງຄົມທີ່ສຸດໂຄງການໜຶ່ງ ແລະ ທຸລະກິດ Startup ແຫ່ງນີ້ກໍເຕີບໃຫຍ່ຂື້ນນຫຼາຍເທົ່າຕົວເມື່ອເວລາບໍ່ດົນ.

 

         ນີ້ກໍເປັນການສະແດງໃຫ້ເຫັນວ່າ ຄວາມສໍາພັນລະຫວ່າງຄົນກັບຄົນນັ້ນ ສ້າງການປ່ຽນແປງໃຫ້ກັບທຸລະກິດຂະໜາດໃດ! ແລະ ໃນວຽກງານອື່ນກໍເຊັ່ນກັນ. ຢ່າເບິ່ງຂ້າມເລື່ອງຄວາມສໍາຄັນຂອງຄວາມສໍາພັນ ຖ້າທ່ານຢາກຈະເປັນຜູ້ປະສົບຄວາມສໍາເລັດ.

 

ທີ່ມາ:​ www.targetlaos.com ແລະ www.smethailandclub.com

Tags: #ເຄືອຂ່າຍ # Startup #ທຸລະກິດ #Event #ເພີ່ມໂອກາດ #Social Media #connection #media

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now