ເປັນຫຍັງພະນັກງານຈຶ່ງລາອອກຈາກວຽກທີ່ເຮັດຢູ່

timer

remove_red_eye 0 views


cvConnect.la - ເປັນຫຍັງພະນັກງານຈຶ່ງລາອອກຈາກວຽກທີ່ເຮັດຢູ່

 

          ໃນທຸກອົງກອນ ຈະຕ້ອງມີການເຂົ້າອອກສັບປ່ຽນໝູນວຽນຂອງພະນັກງານຢູ່ແລ້ວເປັນເລື່ອງປົກກະຕິ ແຕ່ຫາກມີອັດຕາການເຂົ້າອອກຂອງພະນັກງານທີ່ຫຼາຍ ຫຼື ມີຄວາມສ່ຽງຫຼາຍເກີນໄປ ຖືເປັນເລື່ອງທີ່ບໍ່ປົກກະຕິ ແລະ ບໍ່ສົ່ງຜົນຕໍ່ອົງກອນເທົ່າໃດ ເພາະອາດຈະເຮັດໃຫ້ການດໍາເນີນງານຂອງອົງກອນມີຄວາມຕິດຂັດໄດ້ ແຕ່ຄົນຈະລາອອກຕ້ອງມີເຫດຜົນແນ່ນອນແລ້ວ ສາເຫດທີ່ພະນັກງານລາອອກ ນັ້ນມີຫຍັງແດ່ມາເບິ່ງກັນເລີຍ

 

1. Work Life Balance

           ວຽກບາງຢ່າງອາດຈະເຮັດໃຫ້ Work Life Balance ນັ້ນເສຍຄວາມສົມດຸນໄປເຊັ່ນ ວຽກທີ່ຕ້ອງເດີນທາງຕະຫຼອດເວລາ ເຮັດໃຫ້ໃນເດືອນໜຶ່ງໄດ້ພົບໜ້າຄອບຄົວພຽງແຕ່ເທົ່າໃດມື້ ຫຼື ວຽກທີ່ມີຊົ່ວໂມງການເຮັດວຽກບໍ່ປົກກະຕິ ເຊັ່ນ ວຽກທີ່ຕ້ອງເຮັດສະເພາະກາງຄືນເທົ່ານັ້ນ ເຮັດໃຫ້ບໍ່ສາມາດຢູ່ກັບຄອບຄົວ ໝູ່ເພື່ອນໄດ້ຄືກັບຄົນປົກກະຕິທົ່ວໄປ ເພາະເວລາບໍ່ກົງກັນ ຄົນສ່ວນໃຫຍ່ຈຶ່ງເລືອກໄປເຮັດວຽກທີ່ເຮັດໃຫ້ຊີວິດພວກເຂົາມີຄວາມສົມດຸນທີ່ດີຫຼາຍຂຶ້ນ ຖືເປັນສາເຫດໜຶ່ງທີ່ເຮັດໃຫ້ພະນັກງານລາອອກ

 

2. ຄວາມກ້າວໜ້າໃນອົງກອນ

           ຄົນທີ່ເຮັດວຽກດີ ເຮັດວຽກເກັ່ງ ທຸ້ມເທໃນການເຮັດວຽກ ບໍ່ວ່າຈະຢູ່ໃນອົງກອນໃດກໍຕາມ ຕ້ອງມີຄວາມຄາດຫວັງໃນຄວາມກ້າວໜ້າ ໃນສາຍອາຊີບຂອງຕົນເອງສະເໝີ ບໍ່ວ່າຈະເປັນການເລື່ອນຕໍາແໜ່ງ ການປັບຂຶ້ນເງິນເດືອນ ໂບນັດປະຈໍາປີ ແລະອື່ນໆ ທີ່ເປັນຜົນຕອບແທນຈາກການທຸ້ມເທ ຖ້າພະນັກງານເບິ່ງເຫັນແລ້ວວ່າ ພວກເຂົາບໍ່ໄດ້ສິ່ງຕອບແທນຄວາມທຸ້ມເທທີ່ມີໃຫ້ແກ່ບໍລິສັດ ກໍຕ້ອງເລືອກທີ່ຈະໄປທຸ້ມເທໃຫ້ແກ່ອົງກອນອື່ນທີ່ໃຫ້ຜົນຕອບແທນຄຸ້ມຄ່າຫຼາຍກວ່າ.

 

3. ພາລະໜ້າທີ່ໃນອົງກອນ

           ໜ້າທີ່ ແລະ ປະລິມານຂອງພະນັກງານ ກໍມີສ່ວນສໍາຄັນທີ່ເຮັດໃຫ້ພະນັກງານລາອອກ ເມື່ອຫົວໜ້າເຫັນວ່າພະນັກງານຄົນໜຶ່ງມີຄວາມສາມາດ ຈັດການວຽກໄດ້ຢ່າງດີ ຈຶ່ງໄວ້ໃຈ ແລະ ມອບໝາຍວຽກໃຫ້ຫຼາກຫຼາຍ ຈົນເຮັດໃຫ້ພະນັກງານທີ່ເກັ່ງ ເບື່ອໜ່າຍໃນປະລິມານວຽກທີ່ລົ້ນມື ເຮັດບໍ່ທັນ ເຮັດໃຫ້ເກີດຄວາມເມື່ອຍສະສົມ ແລະ ເບື່ອໜ່າຍກັບການເຮັດວຽກ ທີ່ມີປະລິມານຫຼາຍເກີນໄປ ເຊິ່ງອາດສົ່ງຜົນຕໍ່ Work Life Balance ຂອງພວກເຂົາດັ່ງທີ່ກ່າວໄວ້ໃນຂໍ້ 1 ກໍໄດ້ ກໍຖືເປັນສາເຫດໜຶ່ງທີ່ເຮັດໃຫ້ພະນັກງານລາອອກ

          ໃນຂະນະທີ່ ພະນັກງານອີກຄົນໜຶ່ງ ທີ່ເຮັດວຽກບໍ່ດີເທົ່າກັບຄົນທໍາອິດ ແຕ່ຢູ່ໃນລະດັບທີ່ເຮັດວຽກໄດ້ ກັບໄດ້ຮັບຄວາມໄວ້ວາງໃຈໜ້ອຍກວ່າ ກໍຈະເຮັດໃຫ້ເກີດຄວາມຮູ້ສຶກເບື່ອໜ່າຍ, ນ້ອຍໃຈ ຮູ້ສຶກບໍ່ມີຄຸນຄ່າຕໍ່ອົງກອນ ເພາະຫົວໜ້າບໍ່ຄ່ອຍໝອບໝາຍວຽກໃຫ້ເທົ່າໃດ ແລະ ຕັດສິນໃຈລາອອກໄດ້ເຊັ່ນກັນ

 

4. ເພາະສະພາບແວດລ້ອມ

          ຄົງຈະປະຕິເສດບໍ່ໄດ້ວ່າສະພາບແວດລ້ອມໃນການເຮັດວຽກ ຈະມີຜົນຕໍ່ການເຮັດວຽກຂອງພະນັກງານຫຼາຍ ເຊິ່ງຖືໄດ້ວ່າເປັນສາເຫດສ່ວນໃຫຍ່ ໃນການຕັດສິນໃຈລາອອກຂອງພະນັກງານເລີຍກໍໄດ້ ຕົວຢ່າງສະພາບແວດລ້ອມທີ່ບໍ່ດີໃນບ່ອນເຮັດວຽກຄື ເພື່ອນຮ່ວມງານມັກເວົ້າຂວັນນິນທາ, ເລຍແຂ່ງເລຍຂາຫົວໜ້າ , ບໍ່ມັກເຮັດວຽກ ຖິ້ມວຽກໃຫ້ຄົນອື່ນ ແຕ່ກັບໄດ້ດີ ໄດ້ຮັບຄວາມຮັກແພງຈາກຫົວໜ້າ ຫຼາຍກວ່າຄົນທີ່ຕັ້ງໃຈເຮັດວຽກເປັນຕົ້ນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ສົ່ງຜົນກະທົບຕໍ່ຄວາມສຸກໃນການເຮັດວຽກໂດຍກົງ ແລະ ຖ້າຫາກພະນັກງານມີຄວາມຄຽດຫຼາຍຂຶ້ນ ກໍຈະຕັດສິນໃຈລາອອກຈາກອົງກອນໃນທີ່ສຸດ.

          ນອກຈາກສາເຫດທີ່ກ່ຽວກັບຄົນແລ້ວ ສາເຫດທີ່ກ່ຽວກັບສະພາບວດລ້ອມແທ້ກໍມີເຊັ່ນ ບ່ອນເຮັດວຽກກັບທີ່ພັກຢູ່ໄກກັນຫຼາຍ ແລະ ບໍ່ມີທຶນໃນການຍ້າຍທີ່ຢູ່ມາຢູ່ໃກ້ໆກັບບ່ອນເຮັດວຽກ ເຮັດໃຫ້ພະນັກງານຮູ້ສຶກເມື່ອຍກັບການເດີນທາງ ແລະ ຕັດສິນໃຈຍ້າຍບ່ອນເຮັດວຽກໄປຢູ່ໃກ້ກັບທີ່ພັກຫຼາຍກວ່າ.

 

5. ສະຫວັດດີການຂອງພະນັກງານ

          ອົງກອນທີ່ດີ ຈະມີສະຫວັດດີການທີ່ດີໃຫ້ແກ່ພະນັກງານ ເຊິ່ງຖືເປັນອີກໜຶ່ງປັດໄຈທີ່ສໍາຄັນ ທີ່ເຮັດໃຫ້ພະນັກງານຢູ່ໃນອົງກອນໄດ້ຢ່າງຍືນຍາວ ຕົວຢ່າງສະຫວັດດີການທີ່ດີເຊັ່ນ ກອງທຶນສໍາຮອງລ້ຽງຊີບ ທີ່ຖືເປັນເງິນເກັບຂອງພະນັກງານ ເມື່ອລາອອກກໍຈະມີເງິນກ້ອນ ເຊິ່ງສ່ວນໜຶ່ງເປັນສ່ວນທີ່ພະນັກງານເກັບເອົາໄວ້ທຸກເດືອນ ແລະ ອີກສ່ວນໜຶ່ງເປັນສ່ວນທີ່ຫົວໜ້າສົບທົບໃຫ້ເອົາໃຫ້ເປັນເງິນເພື່ອບໍານານ ຫຼື ເພື່ອລົງທຶນທຸລະກິດກໍໄດ້ເຊັ່ນກັນ ຖືວ່າເປັນສະຫວັດດີການທີ່ມີປະໂຫຍດຫຼາຍ

          ຫຼືສະຫວັດດີການກ່ຽວກັບສຸຂະພາບ ບໍ່ວ່າຈະເປັນ ປະກັນສຸຂະພາບ ຮັກສາເມື່ອມີອາການເຈັບປ່ວຍຟຣີ ຫຼື ກວດສຸຂະພາບຟຮີທຸກປີ ເປັນສະຫວັດດີການຂອງອົງກອນທີ່ເຮັດໃຫ້ພະນັກງານຮູ້ສຶກວ່າອົງກອນມີຄວາມຮູ້ສຶກຫ່ວງໃຍ ແລະ ໃສ່ໃຈສະຫວັດດີພາບທຸກສຸກຂອງພະນັກງານນັ້ນເອງ ອົງກອນໃດທີ່ບໍ່ມີສະຫວັດດີການເຫຼົ່ານີ້ ກໍອາດຈະເຮັດໃຫ້ພະນັກງນຮູ້ສຶກວ່າບໍ່ມີຄວາມໝັ້ນຄົງໃນຊີວິດ, ຮູ້ສຶກວ່າອົງກອນບໍ່ມີຄວາມໃສ່ໃຈແກ່ພະນັກງານ ແລະ ຕັດສິນໃຈລາອອກເມື່ອເຮັດວຽກໄປໄດ້ບໍ່ດົນ.

 

6. ຜົນຕອບແທນອື່ນໆ

          ໃນການເຮັດວຽກນອກຈາກເງິນເດືອນທີ່ເປັນຜົນຕອບແທນຫຼັກໆແລ້ວ ກໍຍັງມີຜົນຕອບແທນທີ່ພະນັກງານຄວນໄດ້ຮັບແອບແຝງຢູ່ນໍາ ເຊັ່ນ ຖ້າຫາກມີວຽກດ່ວນ ແລະ ມີກໍານົດໃຫ້ສໍາເລັດພານໃນມື້ຕໍ່ມາ ເຮັດໃຫ້ພະນັກງານຕ້ອງໄດ້ເຮັດວຽກໄປໂດຍຫຼີກລ່ຽງບໍ່ໄດ້ ແຕ່ບໍລິສັດບໍ່ມີຜົນຕອບແທນ ຫຼືບໍ່ມີນະໂຍບາຍໃຫ້ຄ່າລ່ວງເວລາແກ່ພະນັກງານ ເນື່ອງຈາກເຫັນວ່າມັນຄືໜ້າທີ່ ທີ່ພະນັກງານຕ້ອງເຮັດດ້ວຍຮັບຜິດຊອບ

          ອີກກໍລະນີໜຶ່ງຄື ມີການເພີ່ມວຽກໃຫ້ກັບພະນັກງານ ເຊິ່ງບໍ່ກົງກັບທີ່ຕົກລົງກັນໄວ້ຕັ້ງແຕ່ຕອນສໍາພາດວຽກ ແລະ ບໍ່ມີການເພີ່ມເງິນເດືອນໃຫ້ ຫຼື ບໍ່ມີເງິນພິເສດອື່ນໆໃຫ້ ນອກຈາກຈະເຮັດໃຫ້ພະນັກງານຮູ້ສຶກວ່າ ວຽກມີປະລິມານທີ່ຫຼາຍເກີນໄປ ຍັງເຮັດໃຫ້ພະນັກງານຮູ້ສຶກບໍ່ເປັນທໍາ ບໍ່ຢາກເຮັດວຽກທີ່ເພີ່ມຂຶ້ນມາເຫຼົ່ານີ້ ຮູ້ສຶກວ່າບໍລິສັດໃຊ້ວຽກເກີນຄຸ້ມ ຈຶ່ງເລືອກທີ່ຈະລາອອກຈາກອົງກອນໄປ.

 

7. ໄດ້ຮັບມອບໝາຍວຽກທີ່ບໍ່ຖະນັດ

          ພະນັກງານບາງຄົນ ຕ້ອງເຮັດວຽກທີ່ຕົນເອງບໍ່ຖະນັດ ອາດຈະມາຫຼາຍສາເຫດເຊັ່ນ ຮຽນຈົບຢ່າງໜຶ່ງແຕ່ໄດ້ວຽກອີກຢ່າງໜຶ່ງ ເຊິ່ງອາດຈະສົ່ງຜົນໃຫ້ພະນັກງານມີຄວາມຄຽດ ແລະ ກົດດັນໃນການເຮັດວຽກໄດ້ ເພາະພະນັກງານບໍ່ມີຄວາມໝັ້ນໃຈວ່າຕົນເອງ ຈະສາມາດເຮັດວຽກໃຫ້ສໍາເລັດລຸລ່ວງໄປໄດ້ ເນື່ອງຈາກບໍ່ມີຄວາມຮູ້ ແລະ ຕັດສິນໃຈລາອອກເພື່ອໄປເຮັດວຽກທີ່ກົງສາຍກັບທີ່ຮຽນຈົບມາ ຫຼື ວຽກທີ່ຕົນເອງຖະນັດຫຼາຍກວ່າ

 

8. ລາອອກເພາະເຂົ້າກັບຫົວໜ້າ ຫຼື ລູກນ້ອງບໍ່ໄດ້

          ສາເຫດນີ້ມັກຈະເກີດກັບພະນັກງານທີ່ເຂົ້າໄປເຮັດວຽກໃໝ່ ບໍ່ວ່າຈະເປັນຕໍາແໜ່ງຫົວໜ້າ ຫຼື ລູກນ້ອງ ຖ້າຫາກເປັນເຈົ້ານາຍໃໝ່ຢູ່ໃນຊ່ວງປັບຕົວໃຫ້ເຂົ້າກັບທີມງານ ເຊິ່ງທີມງານເດືມທີ່ມີຢູ່ໃຫ້ຄວາມເຄົາລົບນັບຖືເຫົວໜ້າເກົ່າທີ່ລາອອກໄປຫຼາຍກວ່າ ເຮັດໃຫ້ເກີດການຕັ້ງແງ່ ຖ້າຫາກຫົວໜ້າໃໝ່ເປັນຜູ້ທີ່ມີອາຍຸນ້ອຍກວ່າ ຈະເຮັດໃຫ້ເກີດບັນຫາ ທີມງານອາດຈະທົດລອງຢູ່ຕະຫຼອດເວລາ  ບໍ່ໃຫ້ກຽດຜູ້ທີ່ເປັນຫົວໜ້າໃໝ່ ແລະ ບໍ່ໃຫ້ຄວາມຮ່ວມມືໃນການເຮັດວຽກ ເຮັດໃຫ້ເປັນການຍາກທີ່ຈະເຮັດວຽກຮ່ວມກັນໄດ້ ແລະ ຕັດສິນໃຈລາອອກ.

          ຫຼືໃນກໍລະນີທີ່ເປັນລູກນ້ອງໃໝ່ ເມື່ອເຂົ້າໄປເຮັດວຽກ ແລະ ຕ້ອງພົບກັບຫົວໜ້າທີ່ບໍ່ດີ, ບໍ່ເປັນກາງ, ບໍ່ເອົາໃຈໃສ່, ບໍ່ສອນວຽກ ຫູື ຮ້າຍແຮງໄປກວ່ານັ້ນອາດຈະພົບກັບຫົວໜ້າທີ່ບໍ່ມີພາວະຄວາມເປັນຜູ້ນໍາ ມັກໂຍນຄວາມຜິດໃຫ້ລູກນ້ອງ ເອົາຄວາມດີເຂົ້າຂ້າງຕົນເອງຝ່າຍດຽວ ບໍ່ຊ່ວຍເຫຼືອຍາມທີ່ລູກນ້ອງມີບັນຫາ ຈຶ່ງເຮັດໃຫ້ລູກນ້ອງຕັດສິນໃຈລາອອກໄປນັ້ນເອງ.

 

ที่มา www.moneyguru.co.th

Tags: #ສາເຫດພະນັກງານລາອອກ #ບໍ່ມີເວລາ #ເບື່ອວຽກ #ງານບໍ່ກ້າວໜ້າ #ບໍ່ເຂົ້າກັບຫົວໜ້າລູກນ້ອງ #ບໍ່ເຮັດວຽກ #ວຽກໜັກ #ສະຫວັດດີການໜ້ອຍ #ເງິນເດືອນຕໍ່າ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now