ຜູ້ນຳຄືຜູ້ສ້າງວັດທະນະທຳຂອງອົງກອນ ທີ່ຈະດຶງດູດຄົນເກັ່ງໆໃຫ້ເຮັດວຽກນຳ

timer

remove_red_eye 0 views


cvConnect.la - ຜູ້ນຳຄືຜູ້ສ້າງວັດທະນະທຳຂອງອົງກອນ ທີ່ຈະດຶງດູດຄົນເກັ່ງໆໃຫ້ເຮັດວຽກນຳ

ເມື່ອເຮັດທຸລະກິດສິ່ງທີ່ຈະດຶງໃຫ້ບໍລິສັດເຕີບໂຕຢ່າງວ່ອງໄວນັ້ນ ປັດໃຈຫຼັກໆຄື ບຸກຄະລາກອນຂອງບໍລິສັດເອງ ທີ່ຂ້ອຍເວົ້ານີ້ແມ່ນ ພະນັກງານລະດັບບໍລິຫານຂອງບໍລິສັດ ບໍ່ແມ່ນພະນັກງານທົ່ວໄປ

ເຊິ່ງພະນັກງານລະດັບບໍລິຫານນີ້ ລະດັບ CEO ຕ້ອງເປັນຜູ້ໄປຫາ ບໍ່ແມ່ນໃຫ້ ພະແນກບຸກຄະລາກອນຊອກຫາ, ຈະໃຊ້ວິທີປະກາດສະໝັກວຽກ ເຈົ້າຈະບໍ່ໄດ້ດອກຄົນທີ່ເກັ່ງ ເພາະຄົນເກັ່ງໆເຂົາບໍ່ຊອກຫາວຽກດອກ ເພາະວຽກທີ່ເຮັດມັນກໍ່ດີຢູ່ແລ້ວ ສະນັ້ນມັນເປັນໜ້າທີ່ຂອງ CEO ຫຼືຫົວໜ້າບໍລິສັດເອງທີ່ຈະຕ້ອງສຳພາດ ແລະ ຄົ້ນຫາມາໃຫ້ໄດ້

ໃນຕ່າງປະເທດເຂົາມີບໍລິສັດທີ່ເອິ້ນວ່າ Head Hunter ຄືການລ່າຫົວຄົນເກັ່ງໆມາເຮັດວຽກນຳໃຫ້ກັບບໍລິສັດໃຫຍ່ ຄ່າບໍລິການສຸດແພງ ແຕ່ຫຼາຍບໍລິສັດກໍ່ຍອມໃຊ້ບໍລິການນີ້ ເພາະໄດ້ຄົນເກັ່ງມາເຮັດວຽກ ກຳໄລບໍລິສັດເພີ່ມ ສຸດທ້າຍບໍລິສັດກໍ່ໄດ້ຄືນ

ແຕ່ຫຼາຍຄັ້ງທີ່ດຶງຄົນເກັ່ງເຂົ້າມາເຮັດໄດ້ ແຕ່ກໍ່ຢູ່ບໍ່ໄດ້ດົນ ແລ້ວສິ່ງທີ່ເກີດຂຶ້ນ ເມື່ອພະນັກງານອອກ ຫົວໜ້າກໍ່ມັກຈະໂທດອັນນັ້ນອັນນີ້ ແຕ່ຂ້ອຍວ່າສາເຫດຫຼັກໆທີ່ພະນັກງານເກັ່ງໆທີ່ເງິນເດືອນສູງໆຢູ່ແລ້ວ ພັດອອກວຽກນັ້ນມັນບໍ່ເກີນ 2 ເລື່ອງນີ້ຄື ວັດທະນະທຳອົງກອນ ແລະ ນິໄສຂອງຫົວໜ້າບໍລິສັດເອງ

ເລື່ອງທຳອິດ ວັດທະນະທຳອົງກອນ ຫຼື Company Culture ນັ້ນມັນໂຄດສຳຄັນ ມັນເຮັດໃຫ້ຄົນເກັ່ງຢາກເຮັດວຽກນຳ ຫຼື ຢາກອອກວຽກ, ເພາະຄົນເກັ່ງເຂົາກໍ່ຢາກເຮັດນຳຄົນເກັ່ງ ວັດທະນະທຳອົງກອນເຮັດໃຫ້ພາບລັກອົງກອນອອກມາແບບນັ້ນ ຖ້າວັດທະນະທຳອົງກອນເຈົ້າມັນລ້າຫຼັງ, ເຮັດວຽກຊ້າ, ຂີ້ຄານ ສຸດທ້າຍຜົນງານ ແລະ ພາບລັກອົງກອນມັນຫາກບົ່ງບອກ

ເຈົ້າຈະຖາມວ່າ ແລ້ວອັນ ວັດທະນະທຳທີ່ເວົ້າມານິ ມັນເກີດມາຈາກຫຍັງ? ຂ້ອຍກ້າເວົ້າເລີຍວ່າ ມັນເລີ່ມຈາກໂຕຜູ້ນຳໃນອົງກອນນັ້ນໆ ໂດຍສະເພາະລະດັບສູງຂອງອົງກອນ ເຈົ້າເບິ່ງໂລດ ຖ້ານິໄສຜູ້ນຳອົງກອນເປັນແນວໃດ ອົງກອນມັນຫາກອອກມາເປັນລັກສະນະຄ້າຍໆແນວນັ້ນ ຖ້າຄິດບໍ່ອອກລອງນຶກເຖິງຜູ້ບໍລິຫານຂອງບໍລິສັດ Apple ແລະ ຜູ້ບໍລິຫານຂອງ Nokia ໃນຍຸກຮຸ່ງເຮືອງ ມາຮອດດຽວນີ້ເປັນແນວໃດ?

ຜູ້ນຳທີ່ອ່ອນແອ[ບໍ່ຮູ້ຈັກປ່ຽນແປງ ຂີ້ຢ້ານ ບໍ່ກ້າລຸຍວຽກ ພະນັກງານເຂົາກໍ່ຈະເປັນແນວໆນັ້ນໝົດ ຄົນແນວໃດເຂົາຫາກດຶງດູດແຕ່ຄົນແນວນັ້ນມານຳ

ຕ່າງຈາກ ຜູ້ນຳທີ່ກ້າຫານ ກ້າປ່ຽນແປງ ເສຍສະຫຼະ ລຸຍວຽກຢ່າງດຽວ ພະນັກງານຂອງເຂົາຈະເປັນແບບນັ້ນຄືກັນ ແນ່ນອນແລ້ວມັນຈະສົ່ງຜົນຕໍ່ລາຍຮັບຂອງບໍລິສັດໄປນຳ

ເຈົ້າເຂົ້າໄປຮ້ານອາຫານເຫັນໂຕະ ເປື້ອນສົກກະປົກ, ພະນັກງານເວົ້າບໍ່ມ່ວນ, ອາຫານກໍ່ບໍ່ແຊບ ໃຫ້ຄິດໂລດວ່າມັນບໍ່ແມ່ນຍ້ອນພະນັກງານເຮັດອາຫານຫຼືພະນັກງານອານາໄມດອກ ມັນຍ້ອນຫົວໜ້າໃຫຍ່ເຂົາເອງຫັນແຫຼະ ທີ່ບໍ່ຮູ້ຈັກບໍລິຫານ

ຖາມວ່າຖ້າເຈົ້າເປັນເຈົ້າຂອງບໍລິສັດທີ່ບໍ່ເກັ່ງ ແຕ່ຢາກໄດ້ຄົນເຮັດວຽກເກັ່ງມາຮ່ວມງານນຳ ເປັນໄປໄດ້ບໍ່? ຂ້ອຍບອກວ່າເລີຍໄດ້ ແຕ່ເຈົ້າຕ້ອງຍອມປ່ຽນວັດທະນະທຳອົງກອນໂຕເອງຕາມເຂົາ ແລະ ປ່ອຍໃຫ້ເຂົາເຮັດວຽກຢ່າງເຕັມປະສິດທິພາບ ໂດຍເຈົ້າເອງເບິ່ງແຕ່ເລື່ອງໃຫຍ່ໆຂອງບໍລິສັດກໍ່ພໍ

ຄືດຽວນີ້ທີ່ເທັກໂນໂລຢີກຳລັງເຂົ້າມາມີບົດບາດ ແລະ ເຮັດໃຫ້ອາຊີບຫຼາຍຕຳແໜ່ງຫາຍໄປ ອີກບໍ່ດົນຄົນເຮັດວຽກຈະແຮງຫາຍໄປຫຼາຍກວ່າ ເອົາງ່າຍໆ ແຕ່ລົດໄຮ້ຄົນຂັບທີ່ກຳລັງຈະອອກມາຂາຍໃນອານາຄົດນີ້ ຄິດເບິ່ງວ່າມັນຈະເຮັດໃຫ້ອາຊີບຄົນຂັບລົດຫາຍໄປຫຼາຍຊຳໃດ, ຍັງມີເທັກໂນໂລຢີທີ່ຈະເຮັດໃຫ້ການກະເສດ ບໍ່ຕ້ອງໃຊ້ຄົນມາເຮັດອີກຕໍ່ໄປ ເອົາເຄື່ອງຈັກມາເຮັດໝົດ ອານາຄົດນີ້ຖ້າເຈົ້າບໍ່ເກັ່ງເຈົ້າອາດຈະບໍ່ມີວຽກເຮັດ ເຈົ້າຕ້ອງພັດທະນາໂຕເອງທຸກໆມື້ ອ່ານໃຫ້ຫຼາຍໆ ເບິ່ງ Trend ຂອງໂລກໃຫ້ອອກ ແລ້ວລົງມືເຮັດຫຍັງຈັກຢ່າງ

 

ໂດຍ: ເອກກະສິດ ສິລິຈັກ

Page: ນັກການເງິນ 10-4-2016

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now