timer
remove_red_eye 0 views
ກວ່າຈະໄດ້ວຽກເຮັດກໍວ່າຍາກແລ້ວ ແຕ່ໃນໄລຍະ 3-4 ເດືອນທໍາອິດຂອງການເຮັດວຽກກັບຊີວິດມະນຸດເງິນເດືອນນັ້ນຍັງຈະຕ້ອງພົບກັບຊ່ວງທີ່ເອີ້ນວ່າຊ່ວງໂປຣ ( Probationary Period) ຫຼື ຊ່ວງທົດລອງວຽກອີກດ້ວຍ ເຊິ່ງຊ່ວງທົດລອງວຽກນີ້ຖືວ່າສໍາຄັນສໍາລັບພະນັກງານໃໝ່ຂອງບໍລິສັດ ເນື່ອງຈາກເປັນຊ່ວງທີ່ບໍລິສັດຈະປະເມີນຄວາມເໝາະສົມກ່ອນທີ່ຈະບັນຈຸພະນັກງານໃໝ່ຄົນນັ້ນເປັນພະນັກງານປະຈໍາ ແລະ ໃນສ່ວນຕົວຂອງພະນັກງານໃໝ່ຄົນນັ້ນເອງກໍຈະໄດ້ໃຊ້ໄລຍະເວລານີ້ທົດສອບຄວາມສາມາດ ແລະ ປະເມີນຕົນເອງວ່າເຂົ້າກັບວຽກ ແລະ ອົງກອນໄດ້ ຫຼື ບໍ່ ສໍາລັບພະນັກງານໃໝ່ຫຼາຍໆຄົນທີ່ກໍາລັງໜັກໃຈວ່າ ຈະເຮັດແນວໃດເຖິງຈະຜ່ານຊ່ວງທົດລອງວຽກໄປໄດ້ ມື້ນີ້ ຊີວີຄອນເນັກມີເຄັດລັບຜ່ານໂປຣ 5 ຢ່າງມາແນະນໍາດັ່ງນີ້.
1. ປັບຕົວ ແລະ ເປີດໃຈຮຽນຮູ້ກັບສິ່ງໃໝ່ໆ
ໃນຖານະຂອງພະນັກງານໃໝ່ ແນ່ນອນວ່າທຸກຢ່າງສໍາລັບເຮົາຖືວ່າ ໃໝ່ທັງໝົດບໍ່ວ່າຈະເປັນອົງກອນ, ໜ້າວຽກ, ເພື່ອນຮ່ວມງານ ແລະ ສະພາບແວດລ້ອມ ເຮົາຈໍາເປັນຕ້ອງເປີດໃຈຍອມຮັບກັບສິ່ງໃໝ່ໆເຫຼົ່ານີ້ ລວມທັງການປັບຕົວໃຫ້ເຂົ້າກັບການປ່ຽນແປງ ໃນສ່ວນຂອງໜ້າວຽກນັ້ນຊ່ວງທົດລອງຖືເປັນຊ່ວງທີ່ເຮົາຕ້ອງຮຽນຮູ້ກັບວຽກໃໝ່ຂອງເຮົາຢູ່ແລ້ວ. ສະນັ້ນ, ຫາກມີຂໍ້ສົງໄສ ຫຼື ບໍ່ເຂົ້າໃຈຈຸດໃດ ຢ່າລັງເລທີ່ຈະຖາມເພື່ອນຮ່ວມງານ ຫຼື ຫົວໜ້າຂອງເຮົາ.
2. ຕັ້ງໃຈເຮັດວຽກຢ່າງເຕັມທີ່
ພະນັກງານໃໝ່ຄວນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ສັກກະຍະພາບຂອງຕົນເອງວ່າສາມາດເຮັດວຽກທີ່ໄດ້ຮັບມອບໝາຍໄດ້ແທ້ ແລະ ມີປະສິດທິພາບ, ບໍ່ຄວນສະແດງພຶດຕິກໍາຄວາມກຽດຄ້ານ ຫຼື ເບື່ອໜ່າຍເມື່ອຫົວໜ້າມອບໝາຍໜ້າທີ່ໃຫ້ ກົງກັນຂ້າມລັກສະນະຂອງພະນັກງານໃໝ່ທີ່ອົງກອນຢາກໄດ້ຄືຄົນທີ່ກະຕືລືລົ້ນໃນການເຮັດວຽກ ແລະ ສາມາດເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ສໍາເລັດໃນໄລຍະເວລາທີ່ກໍາໜົດ ແລະ ມີຄວາມຜິດພາດໜ້ອຍທີ່ສຸດ.
3. ບໍ່ຄວນຂາດວຽກ, ມາຊ້າ
ການກົງຕໍ່ເວລາຖືເປັນວິໄນຂັ້ນພື້ນຖານ ແລະ ຍັງເປັນມາລະຍາດສໍາຄັນຂອງການເຮັດທຸລະກິດເພາະການກົງຕໍ່ເວລາເປັນການໃຫ້ກຽດຄູ່ຄ້າ, ຄູ່ນັດໝາຍ ເຊິ່ງແນ່ນອນວ່າບໍລິສັດສ່ວນໃຫຍ່ໃຫ້ຄວາມສໍາຄັນກັບວິໄນຂໍ້ນີ້ຂອງພະນັກງານທຸກຄົນ ດັ່ງນັ້ນ, ໃນຫຼາຍໆບໍລິສັດ ຖ້າຫາກພະນັກງານໃໝ່ມາວຽກຊ້າ ຈະມີຜົນແນ່ນອນກັບການປະເມີນວ່າຈະຜ່ານຊ່ວງທົດລອງງານຫຼືບໍ່ ຖ້າຫາກເປັນໄປໄດ້ຄວນມາກ່ອນເວລາເຮັດວຽກປະມານ 20-30 ນາທີເພື່ອຈະໄດ້ມີເວລາກຽມຕົວໃນການເຮັດວຽກ ຫຼື ຖ້າຫາກບໍ່ມີວຽກຈໍາເປັນ ຫຼື ບໍ່ສະບາຍແທ້ໆກໍບໍ່ຄວນພັກວຽກໃນຊ່ວງທົດລອງວຽກ.
4. ແຕ່ງກາຍໃຫ້ສຸພາບຮຽບຮ້ອຍ
ຄວນແຕ່ງກາຍໃຫ້ເໝາະສົມກັບໜ້າທີ່ ບາງບໍລິສັດອາດຈະມີເຄື່ອງແບບໃຫ້ພະນັກງານຢູ່ແລ້ວ ຫຼື ບາງບ່ອນອາດຈະມີຂໍ້ກໍານົດຊັດເຈນໃຫ້ພະນັກງານວ່າ ຄວນແຕ່ງກາຍແນວໃດ ພະນັກງານໃໝ່ກໍຄວນປະຕິບັດຕາມກົດຂອງບໍລິສັດຢ່າງເຄັ່ງຄັດ.
5. ມີມະນຸດສໍາພັນທີ່ດີ
ເມື່ອມາເຖິງບໍລິສັດຢ່າລືມທັກທາຍ ຫົວໜ້າ ແລະ ເພື່ອນຮ່ວມງານ ການສະເໜີໃຫ້ຄວາມຊ່ວຍເຫຼືອໃນເລື່ອງເລັກໆນ້ອຍໆ, ການໃຊ້ວາຈາໃຫ້ສຸພາບ ແລະ ເໝາະສົມກັບສະຖານະການ ລວມໄປເຖິງການກ່າວລາຫົວໜ້າ ແລະ ເພື່ອນຮ່ວມງານເມື່ອຈະກັບບ້ານ ກໍຖືວ່າເປັນການສ້າງຄວາມຄຸ້ນເຄີຍໃຫ້ກັບຄົນທີ່ເຮົາເຮັດວຽກໄດ້ຢ່າງດີ
ທີ່ມາ pasona.co.th
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Copyright (c) 2024 cvConnect.la CVCONNECT Co., Ltd.