5 ທັກສະທີ່ຈຳເປັນໃນວຽກ Marketing

timer

remove_red_eye 0 views


cvConnect.la - 5 ທັກສະທີ່ຈຳເປັນໃນວຽກ Marketing

ການເຮັດວຽກທຸກຢ່າງ ນອກຈາກຕ້ອງອາໄສຄວາມຮູ້ຄວາມສາມາດແລ້ວ ທັກສະໃນການເຮັດວຽກກໍ່ເປັນສິ່ງສຳຄັນ ຫາຄົນເຮັດວຍກບໍ່ໄດ້ຝຶກຝົນກັນຈົນເກີດຄວາມຊຳນານແລ້ວ ເຂົາຈະກາຍເປັນຄົນທີ່ເຮັດວຽກເກັ່ງບໍ່ໄດ້ເລີຍ ອີກທັງຖ້າຢາກໃຫ້ຕົວເຮົາເອງເປັນຄົນເຮັດວຽກທີ່ມີຄຸນສົມບັດດີພ້ອມ ການເພີ່ມທັກສະໃນການເຮັດວຽກ ຈິ່ງເປັນສິ່ງສຳຄັນທີ່ເຮົາຈະຂາດບໍ່ໄດ້ ຍິ່ງເຮົາມີທັກສະຫຼາຍເທົ່າໃດ ນາຍຈ້າງກໍ່ຍິ່ງສົນໃຈເຮົາຫຼາຍຂື້ນເທົ່ານັ້ນ

            ໃນການເຮັດວຽກການຕະຫຼາດ (Marketing) ຄົນທີ່ເຮັດວຽກໃນດ້ານນີ້ ຕ້ອງໝັ່ນຝຶກຝົນ ແລະ ເພີ່ມປະສົບການໃຫ້ກັບຕົວເອງຢູ່ຕະຫຼອດ ເພື່ອໃຫ້ຕາມສະຖານະການໄດ້ຢ່າງທັນທ່ວງທີ ການເຮັດວຽກດ້ານການຕະຫຼາດ ຄົນທີ່ຢູ່ໃນແວດວົງນີ້ ຕ້ອງມີຫູຕາທີ່ກວ້າງໄກ ແລະ ສາມາດປັບປຸງ ປ່ຽນແປງແຜນການຕະຫຼາດໃຫ້ມີຄວາມທັນສະໄຫມ ແລະ ຕົລກັບຄວາມຕ້ອງການຂອງລູກຄ້າ ໂດຍທຽບກັບເຫດການໃນປັດຈຸບັນໃຫ້ຫຼາຍທີ່ສຸດ

            ຫາກຕ້ອງການພັດທະນາສັກະຍະພາບໃນການເຮັດວຽກດ້ານການຕະຫຼາດໃຫ້ມີຫຼາຍຂື້ນ Tip & Trick ທັງ 5 ຈະຊ່ວຍເປັນແນວທາງໃຫ້ກັບນັກການຕະຫຼາດມືໃໝ່ ເພື່ອນຳໄປຕໍ່ຍອດໃນການເຮັດວຽກດ້ານການຕະຫຼາດຕໍ່ໄປ ມາເບິ່ງກັນວ່າທັກສະໃນດ້ານການຕະຫຼາດນັ້ນມີຫຍັງແດ່

 

1. ຄວາມຄິດສ້າງສັນ ຄິດບວກ

            ຄົນທີ່ເຮັດວຽກດ້ານການຕະຫຼາດຈຳເປັນຕ້ອງມີຄວາມຄິດສ້າງສັນ ຫຼື ຄິດໃຫ້ແປກເພື່ອຈະເຮັດໃຫ້ຜົນງານຂອງເຮົາບໍ່ຊ້ຳກັບຜູ້ອື່ນ ນັກການຕະຫຼາດແທ້ຕ້ອງໝັ່ນຮຽນຮູ້ ແລະ ເພີ່ມເຕີມປະສົບການໃນການເຮັດວຽກຢູ່ສະເໝີ ເຊິ່ງສາມາດເຮັດໄດ້ຫຼາຍຮູບແບບ ເຊັ່ນ: ການສັງເກດຄວາມເຄື່ອນໄຫວໃນແວດວົງທີ່ເຮົາເຮັດວຽກຢູ່ ຫຼືຕາມກະແສທີ່ກຳລັງມາແຮງ ແລະ ສິ່ງໃດທີ່ກຳລັງຖືກເວົ້າເຖິງໃນສັງຄົມໃນຕອນນີ້ ການຄິດຕາມຂ່າວຢູ່ສະເໜີ ຈະຊ່ວຍໃຫ້ເຮົາບໍ່ຕົກກະແສ ສາມາດຢິບຈັບສິ່ງຕ່າງໆ ທີ່ເກີດຂື້ນມາເປັນໜຶ່ງຂອງຜນົງານຂອງເຮົາໄດ້

 

2. ທັດສະນະຄະຕິທີ່ດີ

            ຄົນທີ່ເຮັດວຽກດ້ານການຕະຫຼາດຕ້ອງມີໃຈສູ້ ຢ່ງທໍ້ຖອຍກັບອຸປະສັກງ່າຍໆ ໂດຍຕ້ອງຄວາມຄິດທາງບວກເປັນຫຼັກ ບໍ່ວ່າວຽກທີ່ເຮັດໄປຈະປະສົບກັບບັນຫາ ຫຼື ອຸປະສັກ ເຮົາຕ້ອງບໍ່ຍອມແພ້ ໃຫ້ຄິດວ່າເຮົາຕ້ອງພະຍາຍາມ ແລ້ວຄວາມສຳເລັດຈະມາຫາເຮົາເອງ ຢ່າປ່ອຍໃຫ້ຄວາມລົ້ມເຫຼວທຳລາຍເຮົາ ແລະ ໃຫ້ເປັນຈຸດເລີ່ມຕົ້ນໃນການເຮັດວຽກອັນຕໍ່ໄປ ບໍ່ວ່າຈະຍັງບໍ່ສຳເລັດ ແຕ່ເຮົາຕ້ອງພະຍາຍາມໄປເລື້ອຍໆ ຈົນກວ່າວຽກນັ້ນຈະສຳເລັດ

 

3. ການເຂົ້າສັງຄົມ

            ຄົນທີ່ເຮັດວຽກດ້ານການຕະຫຼາດຕ້ອງຮູ້ຈັກເຂົ້າສັງຄົມ ເພາະນັກການຕະຫຼາດຕ້ອງມີການຕິດຕໍ່ສື່ສານກັບລູກຄ້າບໍ່ວ່າຈະໄປເພື່ອພີເຊັ້ນວຽກ ຫຼື ງານເປີດຕົວຕ່າງໆ ເຮົາຕ້ອງມີທັກສະການເຂົ້າສັງຄົມທີ່ດີ ຮູ້ຈັກກາລະເທສະ ຕ້ອງຮູ້ຈັກຮຽນຮູ້ລັກສະນະຂອງຄົນທີ່ເຮົາເວົ້ານຳ ເພື່ອທີ່ເຮົາຈະໄດ້ຮູ້ວ່າລູກຄ້າຂອງເຮົາເປັນແນວໃດ ມັກ ຫຼື ບໍ່ມັກ ຫຍັງ ການທີ່ເຮົາຮູ້ຈັກຄົນຫຼາຍ ຈະຊ່ວຍໃຫ້ເຮົາສ້າງ Connection ເຊິ່ງເປັນປະໂຫຍດຕໍ່ການເຮັດວຽກຂອງເຮົາໄດ້ໃນອານາຄົດ

 

4. ເປັນຜູ້ນຳ trend

            ຄົນທີ່ເຮັດວຽກດ້ານການຕະຫຼາດ ຈຳເປັນຕ້ອງຕິດຕາມຂ່າວສານຂອງແວດວົງການຕະຫຼາດທັງໃນປະເທດ ແລະ ຕ່າງປະເທດຢູ່ສະເໝີ ເພື່ອທີ່ເຮົາຈະໄດ້ນຳຂໍ້ມູນເຫຼົ່ານັ້ນມາປັບໃຊ້ກັບການເຮັດວຽກຂອງເຮົາ ການທີ່ເຮົາໄດ້ຂໍ້ມູນຫຼາຍກວ່າຄົນອື່ນໆ ຈະຊ່ວຍໃຫ້ເຮົາຄິດແຜນການຕະຫຼາດໄດ້ໄວ ແລະ ນຳໜ້າຄູ່ແຂ່ງຄົນສຳຄັນໆ ຂອງເຮົາໄດ້ໄວຂື້ນ

 

5. ມີທັກສະດ້ານການຄິດວິເຄາະ ແລະ ວາງແຜນກົນລະຍຸດ

            ນອກຈາກມີຄວາມສາມາດໃນການວາງແຜນວຽກແລ້ວ ນັກການຕະຫຼາດຄວນເບິ່ງເຫັນພາບໄດ້ໃນໄລຍະໄກ ແລະ ມີທັກສະໃນການຄິດວິເຄາະຂໍ້ມູນຕ່າງໆ ກ່ຽວກັບແຜນການຕະຫຼາດຂອງຕົວເອງໄດ້ດີ ເຊັ່ນ ຂໍ້ມູນຂອງຜູ້ທີ່ໃຫ້ຄວາມຮ່ວມມືໃນແຕ່ລະງານ ສະຖິຕິການເຂົ້າຊົມເວັບໄຊ ນັກການຕະຫຼາດຄວນວິເຄາະ ແລະ ຄາດເດົາຂໍ້ມູນໄດ້ຢ່າງຄ້າວໆ ອີກທັງ ຕ້ອງຮູ້ວ່າເຮັດແນວໃດຈຶ່ງຈະໄດ້ຂໍ້ມູນນັ້ນໆ ມາ

 

            5 ທັກສະໃນການເຮັດວຽກທີ່ກ່າວມາຂ້າງຕົ້ນ ຫາກໄດ້ນຳມາປັບໃຊ້ໃຫ້ເໝາະກັບການເຮັດວຽກ ອາດຈະເປັນປະໂຫຍດກັບນັກການຕະຫຼາດມືໃໝ່ບໍ່ຫຼາຍກະໜ້ອຍ ແລະ ແນ່ນອນວ່າການຝຶກຝົນເລື່ອຍໆ ຈະຊ່ວຍເຮັດໃຫ້ເຮົາກາຍເປັນຄົນເຮັດວຽກທີ່ເກັ່ງ ສາມາດເຮັດວຽກໄດ້ມີປະສິດທິພາບຂື້ນ

 

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now