ລັກສະນະເອກະສານສະໝັກວຽກທີ່ດີ

timer

remove_red_eye 0 views


cvConnect.la - ລັກສະນະເອກະສານສະໝັກວຽກທີ່ດີ

 

 

1. ເອກະສານສະໝັກວຽກ

      

ເອກະສານສະໝັກວຽກທີ່ຜູ້ສະໝັກຈະສົ່ງທາງໄປສະໝັກວຽກເພື່ອໃຫ້ບໍລິສັດພິຈາລະນາປະກອບດ້ວຍ ເອກກະສານສຳລັບສະໝັກວຽກ (Application Letter) ແລະ ປະຫັວດຫຍໍ້ (Resume) ລວມທັງເອກະສານສຳຄັນຕ່າງໆ ເຊັ່ນ:
 

        - ໃບປະກາດ
        - ໃບຢັ້ງຢືນທີ່ຢູ່
        - ສຳມະໂນຄົວ
        - ກ໋ອບປີ້ບັດປະຈຳໂຕ
        - ໃບຜ່ານງານ
        - ໃບກວດສຸພາບ 
        - ອື່ນໆ

 


   

2. ສິ່ງທີ່ຄວນຮູ້ກ່ຽວກັບ Resume 

ເອກະສານສະໝັກວຽກປະກອບດ້ວຍ ເອກະສານສຳລັບສະໝັກວຽກ (Application Letter) ແລະ ປະຫວັດຫຍໍ້  (Resume) ລວມທັງເອກະສານສຳຄັນຕ່າງໆ ໃນສ່ວນຂອງການແນະນຳ ການຂຽນປະຫວັດຫຍໍ້ (Resume) ຊື່ງເນັ້ນແບບຕາມລຳດັບເວລາ ໂດຍເລີ່ມຈກາປະຈຸບັນແລ້ວຍ້ອນກັບໄປອະດີດ

 

ຫົວຂໍ້ທີ່ຕ້ອງມີ

1. ຈຸດປະສົງ ຕຳແໜ່ງ ຂອງເຂດລັກສະນະທີ່ຕ້ອງການ

2. ຂໍ້ມູນສ່ວນຕົວ ຊື່ແລະນາມສະກຸນ,ທີ່ຢູ່, ອີເມວ, ເບີໂທ

3. ປະສົບການ ເລືອງຈາກປະຈຸບັນຍ້ອນກັບໄປອາດີດ

4. ວຸດທິການສຶກສາ ເລືອງຈກາຫຼັກສູນໄປ

5. ກິດຈະກຳນອກລັກສູນ, ວຽກສັງຄົມ,

6. ຄວາມສາມາດພິເສດ

7. ຄວາມສຳເລັດ, ຈາກປະສົບການເຮັດວຽກ, ໃນລະຫວ່າຮຽນ, ຜົນງານ, ທຶນການສຶກສາ,

8. ຂໍ້ມນສ່ວນບຸກຄົນ,ບຸກຄະລິກ, ລັກສະນະເດັ່ນທີ່ມີປະໂຫຍດຕໍ່ວຽກ

9. ຜູ້ຮັບຮອງ/ ບຸກຄົນອ້າງອີງ

10. ຮູບຖ່າຍ 2x4 ແຕ່ງກາຍສຸພາບ ເໝາະສົມ

 

ຂໍ້ຄວນຈື່ໃນການຂຽນ Resume

1.  ຂຽນຢ່າຕົງໄປຕົງມາ ຕາມຄວາມຈິງ

2. ໃຫ້ຂໍ້ມູນຢ່າງເຈາະຈົງຮັກກຸມ

3. ເນັ້ນຈຸດແຂງ ຈຸດເດັ່ນ ຂໍ້ດີທີ່ຕົງກົບຄຸນສົມບັດ ທີ່ຕຳແໜ່ງຄົນນັ້ນໆ ຕ້ອງການ

4. ໃຊ້ເຈ້ຍຂາວຄຸນນະພາບດີ A4 ບໍ່ເກີນ 2 ແຜ່ນ

5. ໃຊ້ເຄື່ອງພິມຄຸນະພາບດີ

6. ໂຕໜັງສືພໍດີ, ມີຂະໜາດຫຼາກຫຼາຍ ເນັ້ນຂໍຄວາມ

7. ລະວັງຕົວສະກົດ ວັກຕອນ

8. ຖ່າຍເອກະສານໃວ້ອ່ານທວນກ່ອນສຳພາດ

9. ຖ້າຂຽນເປັນພາສາອັງກິດຕ້ອງໃສ່ວົງເລັບ

 

ຂໍ້ບໍ່ຄວນເຮັດໃນການຂຽນ Resume

1. ຢ່າຂຽນຍາວ ຫຼື ສັ້ນເກີນໄປ

2. ຢ່າຕົວະ ຫຼືຖ່ອມຕົນເກີນຄວນ

3. ຢ່າລະບຸເງິນເດືອນເກົ່າຖ້າບໍ່ກຳນົດໄວ້

4. ຢ່າຂຽນດ້ວຍລາຍມື ຖ້າບໍ່ກຳນົດໃວ້

5. ຢ່າໃຊ້ເຈ້ຍສີ ຫຼືມີຫົວຈົດໝາຍ

6. ຢ່າສົງເປັນສຳເນົາທີ່ຈາງໆ ອ່ານຍາກ

7. ຢ່າລະບຸວ່າເປັນຫຍັງອອກຈາກວຽກເກົ່າ

8. ຢ່າລືມລະບຸຊື່ ທີ່ຢູ່ ເບີໂທ

9. ຢ່າກ່າຍ Resume ຈາກຕຳລາທັງໝົດ

10. ຢ່າຂຽນຕະຫຼົກ


 

3. ຂໍ້ທີ່ຕ້ອງລະວັງໃນການກອກໃບສະໝັກ 
       

ຖ້າຮູ້ຈັກວິທີທີ່ຖືກຕ້ອງໃນການຂຽນໃບສະໝັກ ລວມທັງໃຫ້ຂໍ້ມູນເປັນປະໂຫຍດຫຼາຍທີ່ສຸດ ຈະເຮັດໃຫ້ມີໂອກາດຫຼາຍໃນການຜ່ານການຄັດເລືອກໃນຮອບທຳອິດ ໄດ້ເຂົ້າໄປສູ່ຮອບຕໍ່ໄປ ກອກໃບສະໝັກຈຶງຕ້ອງໃຫ້ຄວາມສຳຄັນ ແລະ ລະມັດລະວັງໃນເລື່ອງຕໍ່ໄປນີ້

ລາຍມື້
      ຖ້າເປັນການສະໝັກວຽກທາງເມວຄົງຫຼືກລ້ຽງບັນຫານີ້ໄດ້ເພາະໃຊ້ພິມ ແທນລາຍມືໄດ້ ແຕ່ສຳລັບການກອກໃບສະໝັກ ຂໍ້ທີ່ຕ້ອງລະວັງໃນເລື່ອງລາຍມື ຄື:
   - ຕ້ອງຂຽນໃຫ້ອ່ານງ່າຍ ບາງຄົນລາຍມືງາມແຕ່ອ່ານບໍ່ເຂົ້້າໃຈ
   - ຕັ້ງໃຈຂຽນ ຄົນທີ່ຕັ້ງໃຈຂຽນໃບສະໝັກສະແດງເຖິງຄວາມຈິງຈັງໃນການສະໝັກວຽກ ແລະ ສະແດງວ່າເປັນຄົນປານີດ ມີຄວາມເປັນລິບຽບຮຽບຮ້ອຍໃນການເຮັດວຽກ
   - ເວລາກອກໃບສະໝັກ ບໍ່ຕ້ອງຟ້າວເກີນໄປ ອາດເຮັດໃຫ້ຂຽນຜິດ ຕ້ອງມີການຂ້າ,ລົບເຮັດໃຫ້ໃບສະໝັກບໍ່ຮຽບຮ້ອຍ

ຄວາມລະອຽດຮອງຄອບ 

ການໃຫ້ຂໍ້ມູນທີ່ຜິດພາດໃນໃບສະໝັກເຮັດໃຫ້ເສຍໂອກາດທີ່ຈະໄດ້ເຮັດວຽກ ຈິ່ງຕ້ອງລະມັດລະວັງ ສ້າງຄວາມເຂົ້າໃຈຄຳສັງກ່ອນ ແມ້ວ່າຈະມີຄວາມຜິດພາດໃນການກອກໃບສະໝັກ ແຕ່ຖ້າກວດດີໆ ກໍ່ຈະພົບແລະ ແກ້ໄຂໄດ້ກ່ອນທີ່ຈະສົ່ງໃບສະໝັກ

ພະຍາຍາມໃຫ້ຂໍ້ມູນໃຫ້ຫຼາຍທີ່ສຸດ 
ການສຳພາດ ເປັນໂອກາດທີ່ຈະສະແດງຄວາມສາມາດຫຼືໃຫ້ຂໍ້ມູນທີ່ເປັນປະໂຫຍດໃນການພິຈາລະນາຄວາມເໝາະສົມຂອງຜູ້ສະໝັກ ສ່ວນຂອງຊ່ອງການສຶກສາໃຫ້ກອກຂໍ້ມູນວ່າການສຶກສາວຸດທິໃດ ແລະ ຈົບມາຈາກສະຖາບັນໃດ ການເຮັດເອກະສານປະກອບສະໝັກຢ່າງດີ ມີຂໍ້ມູນທີ່ໜ້າສົນໃຈ ແລະມີຄວາມຕັ້ງໃຈພິຖີພິຖັນ ກໍ່ເຮັດໃຫ້ໄດ້ຮັບການພິຈະລະນາເອີ້ນມາສຳພາດໄດ້

 

 

Cr: engfanatic.tumcivil.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now