5 ແນວຄິດທີ່ຈະຊ່ວຍປ່ຽນຄວາມລົ້ມເຫຼວໃຫ້ເປັນຄວາມສຳເລັດ

timer

remove_red_eye 0 views


cvConnect.la - 5 ແນວຄິດທີ່ຈະຊ່ວຍປ່ຽນຄວາມລົ້ມເຫຼວໃຫ້ເປັນຄວາມສຳເລັດ

 

ເມື່ອມີສຳເລັດກໍ່ຕ້ອງມີຄວາມລົ້ມເຫຼວເປັນທຳມະດາຂອງຊີວິດ ແຕ່ຢ່າໄປຄິດວ່າລົ້ມເຫຼວເປັນເລື່ອງຮ້າຍຄົນດັງທີ່ປະສົບຄວາມສຳເລັດຫຼາຍຄົນໃນໂລກນີ້ກໍ່ລ້ວນຜ່ານຄວາມລົ້ມເຫຼວມາບໍ່ວ່າຈະເປັນ J.K. Rowling ທີ່ເຄີຍລົ້ມເຫຼວຈົນເຖິງຂັ້ນກາຍເປັນໂລກຊຶມເສົ້າ Steve Jobs ທີ່ເຄີຍຖືກໄລ່ອອກຈກາບໍລິສັດທີ່ຕົນເອງກໍ່ຕັ້ງ ຫຼື້ Thomas Edison ທີ່ໃຊ້ເວລາໄປກັບການລອງຜິດນັບຄັ້ງບໍຖ້ວນ ກ່ອນທີ່ຈະສ້າງຫຼອກໄຟໃຫ້ພວກເຮົາທຸກຄົນໃຊ້ກັນ


 

ຂໍສະເໜີມຸມມອງຂອງຄົນທີ່ປະສົບຄວາມສຳເລັດ ມີຕໍຄວາມລົ້ມເຫຼວວ່າພວກເຂົາມີແນວຄິດແນວໃດ ເປັນຫຍັງຄືກ້າວຂ້າມ ຄວາມລົ້ມເຫຼວຈົນປະສົບຄວາມສຳເລັດໄດ້

 
1. ລົ້ມເຫຼວບໍ່ແມ່ນປັນຫາ ແຕ່ປັນຫາຄືບໍ່ຮຽນຮູ້ຈາກມັນ

ຄວາມລົ້ມເຫຼວເປັນເລື່ອງທີ່ຫຼີກໜີກັນບໍ່ພົ້ນ ແຕ່ແທນທີ່ຈະມາເສຍໃຈ ແລະ ຍອມແພ້ໄປເຮົາຄວນເອົາເວລາມາສຶກສາເຫດຂອງຄວາມລົ້ມເຫຼວ ສິ່ງໃດທີ່ໄດ້ຮຽນຮູ້ຈາກມັນ ແລະ ສິ່ງໃດທີ່ເຮົາຕ້ອງສະແຫວງຫາຄວາມຮູ້ເພີ່ມ


2. ຢ່າປ່ອຍໃຫ້ຄວາມລົ້ມເຫຼວມາທຳລາຍຈິດໃຈ


 ຂື້ນຊື່ວ່າຄວາມລົ້ມເຫຼວ ແນວໃດມັນກໍ່ຕ້ອງເຈັບ ແລະ ມີການສູນເສຍ ແຕ່ເລື່ອງມັນເກີດ8ືນໄປແລ້ວຖ້າເຮົາຍັງປ່ອຍໃຫ້ຄວາມຜິດຫວັງມາທຳລາຍສຸຂະພາບຈິດກໍ່ຄົງຈະບໍ່ເກີດປປະໂຫຍດ ຄົນທີ່ປະສົບຄວາມສຳເລັດພວກເຂົາຕ້ອງປັບສະພາບຈິດໃຈໃຫ້ວ່າງເພື່ອພົບກັບຄວາມລົ້ມເຫຼວ ປັດຄວາມເສົ້າອອກໄປໃຫ້ໄວທີ່ສຸດ ຕັ້ງສະຕິໃຫ້ໄດ້ ແລະ ເອົາເວລາໄປຄິດອ່ານວາງແຜນຕໍ່ໄປ

 

3. ລົ້ມອີກຄັ້ງໄດ້ແຕ່ຢ່າລົ້ມບ່ອນເກົ່າ

ຄວາມລົ້ມເຫຼວອາດເກີດຂື້ນໄດ້ໃນຊີວິດເຮົາອີກເປັນຮ້ອຍເປັນພັນຄັ້ງ ແຕ່ສິ່ງສຳຄັນທີ່ສຸດຄືຕ້ອງບໍ່ຜິດຊ້ຳບ່ອນເກົ່າ ເພາະມັນໝາຍເຖິງທ່ານບໍ່ມີຄວາມມຸ່ງໝັ້ນທີ່ຈະພັດທະນາໂຕເອງ
 

4. ລົ້ມເຫຼວບໍ່ແມ່ນເລື່ອງຮ້າຍ

ຖ້າກ້າວຜ່ານຂໍ້ນີ້ບໍ່ໄດ້ທ່ານກໍ່ຄົງຈະບໍ່ໄດ້ລອງເຮັດສິ່ງໃໝ່ໆ ເລີຍ ບາງຄົນເຫັນໂອກາດແລ້ວ ແຕ່ຄວາມລົ້ມເຫຼວຄັ້ງກ່ອນເຮັດໃຫ້ຍັງຫຼາບຈື່ ແລະ ຢ້ານທີ່ຈະພາດອີກ ກວ່າຈະລວບລວມຄວາມກ້າເຮັດສິ່ງໜຶ່ງໄດ້ຄົນອື່ນກໍ່ເອົາໄອເດຍໄປເຮັດແລ້ວ ຄົນທີ່ປະສົບຄວາມສຳເລັດຈະເບິ່ງວ່າຄວາມລົ້ມເຫຼວຄືບົດຮຽນສຳຄັນຂອງຊີວິດທີ່ຕ້ອງການຮຽນຮູ້ ບໍ່ແມ່ນເລື່ອງທີ່ຕ້ອງຢ້ານ
 

5. ລົ້ມໄດ້ແຕ່ບໍ່ຢຸດ

ເສັ້ນທາງສູ່ຄວາມສຳເລັດມັກມັກຈະມີຄວາມລົ້ມເຫຼວເປັນສ່ວນປະກອບ ຖ້າທ່ານແລ່ນໄປທາງໜ້າເຖິງຈະລົ້ມແດ່ແຕ່ສຸດທ້າຍກໍ່ຈະໄປເຖິງເສັ້ນໄຊໄດ້ ແຕ່ທ່ານບໍ່ມີວັນໄດ້ຮູ້ລົດຊາດຂອງໄຊຊະນະຖ້າທ່ານຢຸດແລ່ນ ແລະ ຍອມແພ້ໄປເອງ

 

6. ຄວາມລົ້ມເຫຼວຊ່ວຍເພີ່ມຄວາມສາມາດໃນການຄິດໄລ່ຄວາມສ່ຽງ

ການລົ້ມນັບຄັ້ງບໍ່ຖ້ວນຈະເຮັດໃຫ້ພວກເຂົາມີຄວາມຄິດທີ່ລະອຽດຫຼາຍຂື້ນ ພວກເຂົາຮູ້ເຖິງແມ້ຈະບໍ່ສາມາດລຸກຂື້ນຈາກຄວາມລົ້ມເຫຼວໄດ້ແຕ່ການລົ້ມເລື້ອຍໆ ບໍ່ແມ່ນເລື່ອງມ່ວນ ດັ່ງນັ້ນ ທຸກຄັ້ງທີ່ລອງເຮັດສິ່ງໃໝ່ ເຖິງຈະສ່ຽງແຕ່ກໍ່ຕ້ອງເປັນຄວາມສ່ຽງທີ່ຜ່ານການຄິດໄລ່ມາຢ່າງຖີຖ້ວນ

 

 “ທ່ານອາດບໍ່ເຄີບປະສົບຄວາມລົ້ມເຫຼວໃນລະດັບທີ່ຂ້ອຍເຄີຍ ແຕ່ຄວາມລົ້ມເຫຼວໃນຊີວິດເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ ເປັນໄປບໍ່ໄດ້ເລີຍທີ່ເຮົາຈະບໍ່ເຄີບຜິດພາດ ນອກຈາກທ່ານຈະໃຊ້ຊີວິດຢ່າງລະວັງເກີນໄປ ເຊຶ່ງການໃຊ້ຊີວິດແບບນັ້ນກໍ່ບໍ່ໄດ້ແຕກຕ່າງຫຍັງຈາກການລົ້ມເຫຼວໂດຍອັດຕະໂນມັດເລີຍ”

 J.K. Rowling  ເຈົ້າງານຂຽນ ແຮລີ້ ພອດເຕີ້ ໄດ້ກ່າວເຖິງຄວາມລົ້ມເຫຼວໃວ້ໃນ ວັນຈົບການສຶກສາ ຂອງມະຫາວິທະຍາໄລ ຮາວາດ

 

 

 

Cr: www.jobthai.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now