5 ຄຳແນະນຳທີ່ຈຳເປັນໃນການເຮັດວຽກ

timer

remove_red_eye 0 views


cvConnect.la - 5 ຄຳແນະນຳທີ່ຈຳເປັນໃນການເຮັດວຽກ

 

 ການເລີ່ມຕົ້ນຊີວິດການເຮັດວຽກ ມັກຈະມີຫຼາຍສິ່ງຫຼາຍຢ່າງທີ່ເຮັດໃຫ້ນັກສຶກສາຈົບໃໝ່ຫຼາຍຄົນເກີດຄວາມກັງວົນ ບໍ່ແນ່ໃຈວ່າຄວນຫຼືບໍ່ຄວນເຮັດຫຍັງແດ່ ແລະ ຈະຕ້ອງພບກັບສະຖານະການຕ່າງໆ ທີ່ບໍ່ຄຸ້ນຫຼາຍ ເຊິ່ງຫາກນັກສຶກສາຈົບໃໝ່ບໍ່ສາມາດເລີ່ມຕົ້ນຊີວິດການເຮັດວຽກໄດ້ເປັນຢ່າງດີແລ້ວ ກໍ່ອາດຈະສົ່ງຜົນຕໍ່ການເຮັດວຽກໃນເວລາຕໍ່ໄປໄດ້ເຊັ່ນກັນ CVCONNECT.LA ຈິ່ງມີຄຳແນະນຳມາຝາກຄົນທີ່ກຳລັງກ້າວເຂົ້າສູ່ໂລກກການເຮັດວຽກ ເພື່ອໃຫ້ກັບຕົວ ແລະ ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂື້ນ

 

1. ພ້ອມທີ່ຈະເຂົ້າສັງຄົມໃໝ່

 ການເລີ່ມຕົ້ນວຽກໃໝ່ ຖືເປັນເລື່ອງສຳຄັນທີ່ທ່ານຈະຕ້ອງຕອບຮັບຄຳຊວນຈາກເພື່ອນຮ່ວມງານບໍ່ວ່າຈະເປັນການຮ່ວມກິນເຂົ້າທ່ຽງ ຫຼື ກິດຈະກຳອື່ນໆ ມີການເຂົ້າສັງຄົມເພື່ອສ້າງມິດຕະພາບທີ່ດີເຊິ່ງຫາກທ່ານປະຕິເສດບໍ່ວ່າດ້ວຍເຫດຜົນໃດກໍ່ຕາມຕັ້ງແຕ່ທຳອິດ ທ່ານອາດພົບວ່າຕົວເອງກາຍເປັນຄົນນອກໂດຍບໍ່ຕັ້ງໃຈ

 

2 ຢ່າອາຍທີ່ຈະຖາມ

 ຫຼາຍຄົນມັກບໍ່ກ້າທີ່ຈະເອີ່ຍປາກຖາມເມື່ອເກີດຄວາມສົງໄສ ດ້ວຍຂໍ້ຈຳກັດຫຼາຍຢ່າງທີ່ສ້າງຂື້ນເອງ ແຕ່ເມື່ອທ່ານຕ້ອງການເພີ່ມຄວາມຮູ້ ຫຼື ທັກສະໃນການເຮັດວຽກ ຢ່າອາຍທີ່ຈະຖາມ ແລະ ຂໍຄຳແນະນຳຈກຄົນທີ່ມີຄວາມສາມາດຫຼາຍກວ່າ ເບິ່ງຮູບແບບວ່າເຂົາເຮັດວຽກແນວໃດເພື່ອຈະໄດ້ຜົນງານທີ່ດີ ແລະ ນຳມາປະຍຸກໃຊ້ໃນການສ້າງຜົນງານຂອງທ່ານເອງ

 

3. ຊື່ສະຖານບັນ ຫຼື ຜົນການສຶກສາທີ່ບໍ່ໄດ້ຕັດສິນຄວາມສຳເລັດ

 ຜົນການຮຽນ ແລະ ຊື່ສະຖາບັນການສຶກສາຂອງທ່ານຈະມີຜົນເທົ່າກັບສູນໃນການເຮັດວຽກຈິງ ແມ້ສິ່ງເຫຼົ່ານັ້ນຈະເປັນປະໂຫຍດຕອນທ່ານສະໝັກງານ ແຕ່ໃນສະຖານທີ່ເຮັດວຽກນັ້ນ ຄະແນນຂອງທ່ານບໍ່ສຳຄັນເທົ່າຄວາມສາມາດທີ່ມີ ທ່ານຈະຕ້ອງສະແດງອອກຢ່າງມືອາຊີບ ມີຄວາມຮັບຜິດຊອບໃນວຽກງານ ລວມເຖິງມີສ່ວນຮ່ວມກັບເພື່ອນຮ່ວມງານ ແລະ ຫົວໜ້າໃນການກ້າວໄປສູ່ຄວາມສຳເລັດ

 

4. ຢ່າຄິດວ່າມີເພື່ອນ ແລະ ຄອບຄົວສະໜັບສະໜູນຕະຫຼອດເວລາ

ລະລຶກໃວ້ສະເໜີວ່າໃນໂລກການເຮັດແຕກຕ່າງຈາກຕອນທີ່ທ່ານຮຽນ ເພື່ອນ ຫຼື ຄອບຄົວບໍ່ສາມາດສະໜັບສະໜູນທ່ານໄດ້ໃນທຸກເລື່ອງ ທ່ານຈະບໍ່ມີວັນເຕີບໃຫຍ່ຫາກມີແຕ່ຄິດເພິງພາບຸກຄົນເຫຼົ່ານັ້ນ ລອງປັບໜ້າ ແລະ ເອົາສະນະໃຫ້ໄດ້ເຖິງຕ້ອງພົບຄວາມສ່ຽງໃນຮູບແບບໃດກໍ່ຕາມ

 

5. ຄວາມສ່ຽງເປັນສ່ວນໜຶ່ງຂອງຄວາມສຳເລັດ

ໜຶ່ງໃນບົດຮຽນສຳຄັນທາງເສດຖະສາດສອນໄວ້ວ່າ “ການທີ່ທ່ານບໍ່ຮັບຄວາມສ່ຽງນັ້ນຄືຄວາມສ່ຽງ” ໝາຍຄວາມວ່າ ຖ້າມົວແຕ່ເຮັດໃນສິ່ງເກົ່າໆ ທ່ານຈະບໍ່ສາມາດກ້າວໄປທາງໜ້າ ແລະ ຫາກທ່ານກ້າສ່ຽງທີ່ຈະເຮັດຫຍັງຈັກຢ່າງທ່ານພ້ອມທີ່ຈະຮຽນຮູ້ຈາກມັນບໍ່ວ່າມັນຈະສຳເລັດ ຫຼື ລົ້ມເຫຼວກໍ່ຕ່ມ ສິ່ງທີ່ທ່ານເຮັດສະແດງໃຫ້ເຫັນເຖິງທັກສະການບໍລິຫານຈັດການ ແລະ  ຄວາມກ້າໃນການຍອມຮັບສິ່ງທີ່ເກີດຂື້ນແລະ ຫາກທ່ານຢູ່ໃນສັງຄົມຂອງຜູ້ປະກອບການ ຄວາມສ່ຽງທັງໃນຫຼືນອກບໍລິສັດຈະເປັນແຮງກະຕຸ້ນໃຫ້ທ່ານປະສົບຄວາມສຳເລັດຫຼາຍຂື້ນ

 

 

Cr: www.jobthai.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now