ພະນັກງານ 7 ປະເພດ ທີ່ຍາກຈະປະສົບຄວາມສຳເລັດ

timer

remove_red_eye 0 views


cvConnect.la - ພະນັກງານ 7 ປະເພດ ທີ່ຍາກຈະປະສົບຄວາມສຳເລັດ

 ຫຼາຍຄົນອາດຊອກຫາສິ່ງທີ່ໃຫ້ປະສົບຄວາມສຳເລັດໃນການງານ ແຕ່ຫາກທ່ານມີນິໄສ ຫຼື ຄວາມຄິດ 7 ປະເພດຢູ່ ບອກໄດ້ເລີຍວ່າ ຄຳວ່າປະສົບຄວາມສຳເລັດ ຈະຍິ່ງຫ່າງອອກໄປ ຖ້າບໍ່ຟ້າວກຳຈັດມັນອອກໄປ

1. ຄົນມັກກັງວົນ | ທຳລາຍໂອກາດຄວາມກ້າວໜ້າ

 ເຖິງຄວາມຂີ້ກັງວົນຈະມີປະໂຫຍດຢູ່ບໍ່ໜ້ອຍ ເພາະມັນຊ່ວຍສ້າງເກາະປ້ອງກັນໄພຄຸກຄາມຈາກພາຍນອກໄດ້ທັນທ່ວງທີ ແຕ່ຄົນສ່ວນໃຫຍ່ພັດໃຊ້ຄວາມກັງວົນໄປຢ່າງລະແວງ ບໍ່ກ້າຄິດ ບໍ່ກ້າເຮັດ ຄົນຕິດຢູ່ໃນຂອບ ສຸດທ້າຍກໍ່ກັບມາກາຍເປັນການທຳລາຍໂອກາດຄວາມກ້າວໜ້າໃນຊີວິດໂດຍບໍ່ຮູ້ໂຕ

 

2. ຄົນຄິດລົບ | ຫຼຸມດຳຂອງອົງກອນ

 ຄົນປະເພດນີ້ເປັນຊາຕານປະຈຳຫ້ອງການ ມີແສງແຫ່ງຄວາມມືດຢູ່ໃນໂຕ ຍ່າງຜ່ານໄປໃສກໍ່ມີແຕ່ຄວາມໂສກເສົ້າ ແລະ ເປັນຕາອິໂຕນ ເຮັດຫຍັງກໍ່ມີແຕ່ບັນຫາ ແລະ ອຸປະສັກ ທີ່ຈະໄດ້ຍິນເລື້ອຍໆ ຄື ຢາກລາອອກ! ຍິ່ງມີຄົນປະເພດນີ້ຫຼາຍເທົ່າໃດ ຫ້ອງການກໍ່ຈະຍິ່ງຕົກຕ່ຳລົງໄປໃນເຫວຫຼາຍຂື້ນເທົ່ານັ້ນ

 

3. ນັກຄິດ | ທີ່ບໍ່ເຄີຍລົງມືເຮັດ

 ຈອມວາງແຜນ ນັກກົນລະຍຸດ ທີ່ບໍ່ເຄີຍລົງມືເຮັດປະຕິບັດຈິງໃນພາກສະໜາມ ຈັດວ່າເປັນບຸກຄົນທີ່ທຸກບໍລິສັດຕ້ອງມີແຕ່ຫາກຫຼາຍເກີນໄປຈະກາຍເປັນການຖ່ວງຄວາມໄວໃນການເຄື່ອນທີ່ ເພາະມົວແຕ່ວາງແຜນຊ້ອນແຜນສຳຮອງແຜນຈົນບໍ່ໄດ້ເລີ່ມເຮັດຫຍັງຈິງຈັງຈັກເທື່ອ ຢ່າລືມວ່າ ຜົນລັບທີ່ແທ້ຈິງເກີດຈາກການລົງມືເຮັດ ແລະ ວັດຜົນ

 

4.ນັກຂໍຄວາມຊ່ວຍເຫຼືອ| ບໍ່ຢືນດ້ວຍຂາຕົນເອງ

ຫາກທ່ານມີແຕ່ຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນ ໂດຍບໍ່ໄຊ້ຄວມພະຍາຍາມຂອງຕົນກ່ອນ ຫຼື ຄວາມຊ່ວຍເຫຼືອແບບບໍ່ມີກາລະເທສະ ນອກເໜືອຈາກການກໍ່ຄາມມສຳຄານໃຫ້ເພື່ອນຮ່ວມງານແລ້ວ ໂອກາດທີ່ຈະກ້າວໜ້າ ແລະ ປະສົບຄວາມສຳເລັດໃນອາຊີບການງານກໍ່ຍິ່ງໜ້ອຍຖອຍລົງໄປ

 

5.ນັກປະຕິວັດ | ຫາຈຸດຢືນບໍ່ພົບ

ບາງຄົນມັກປ່ຽນ ແຕ່ປ່ຽນແບບບໍ່ມີຈຸດຢືນ ວ່າສະຫຼຸບແລ້ວຕ້ອງປ່ຽນເພາະ “ຄວນປ່ຽນ” ຫຼື “ຢາກປ່ຽນ” ຄົນປະເພດນີ້ຈະເຮັດໃຫ້ອົງກອນ ວົນຢູ່ໃນອ່າງ ແລະ ແນ່ນອນວ່າຄວາມສຳເລັດກໍ່ຈະຍິ່ງຫ່າງອອກໄປ

 

6.ນັກໂບ້ຍຄວາມຜິດ | ໂທດແຕ່ຄົນອື່ນ

ຄົນທີ່ເຮັດຜິດແລ້ວບໍ່ຍອມຮັບ ຮ້າຍກວ່ານັ້ນຄືໂຍນຄວາມຜິດໃຫ້ຄົນອື່ນ ຍ່ອມຫາຄວາມກ້າວໜ້າບໍ່ໄດ້ຢ່າລືມວ່າບໍ່ມີໃຜທີ່ຈະເຮັດຖືກຕ້ອງໄປໝົດ ຊີວິດຈື່ງຍ່ອມມີຂໍ້ຜິດພາດ ຈົ່ງຮຽນຮູ້ ແລະ ໃຊ້ເປັນບົດຮຽນບໍ່ໃຫ້ຜິດຊ້ຳອີກ ທີ່ສຳຄັນ ເຮັດຜິດກໍ່ຕ້ອງຍອມຮັບຜິດ

 

7.ນັກປະຈົບ | ລັກໄອເດຍ

 ຄົນປະເພດນີ້ ຈັກວ່າຮ້າຍແຮງທີ່ສຸດ ເພາະຫ້ອງການຄວນຈະເປັນແຫ່ງລະດົມໄອເດຍ ສ້າງສັນສິ່ງດີໆໃຫ້ກັບສັງຄົມ ກັບກາຍມາເປັນສະໜາມຮົບທີ່ຕ່າງຄົນສວຍໂອກາດຄວາມດີໃຫ້ໂຕເອງ ພຽງເພື່ອໃຫ້ ຫົວໜ້າມັກ ແລະ ສົນໃຈ ຫາກມີນິໄສແບບນີຢູ່ ຮີບປ່ຽນສະ!

 

Cr: wealthmeup.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now