10 ວິທີຂໍຂຶ້ນເງິນເດືອນ

timer

remove_red_eye 0 views


cvConnect.la - 10 ວິທີຂໍຂຶ້ນເງິນເດືອນ

ຄົນລາວເປັນຄົນທີ່ຂີ້ເກງໃຈ ໂດຍສະເພາະເລື່ອງເງິນ ເຊັ່ນເລື່ອງຂໍຂື້ນເງິນເດືອນ ເຮັດວຽກມາດົນແລ້ວຜົນງານກໍ່ດີ ແຕ່ກໍ່ຍັງບໍ່ກ້າຂໍຂື້ນເງິນເດືອນ... ໃນເມື່ອຕົນເປັນທີ່ເພິ່ງຂອງຕົນ ທ່ານເອງເທົ່ານັ້ນທີ່ຕ້ອງລວບລວມຄວາມກ້າ ເດີນໜ້າເຂົ້າໄປຫາຫົວໜ້າເພື່ອຂໍເງິນເດືອນດ້ວຍໂຕທ່ານເອງ

 

1. ຢ່າບອກຫົວໜ້າວ່າທ່ານຫວັງວ່າຫົວໜ້າຈະຂື້ນເງິນເດືອນໃຫ້ເປັນເງິນເທົ່ານັ້ນ ເທົ່ານີ້

ກົງກັນຂ້າມ ໃຫ້ບອກຫົວໜ້າວ່າ ຈະປະຕິເສດກໍ່ໄດ້ ເພາະທ່ານເປັນຄົນທີ່ຮັບໄດ້ກັບການຖືກປະຕິເສດ ແລະ ທ່ານກໍ່ບໍ່ຢາກໃຫ້ຫົວໜ້າຄິດຫຼາຍ ຖ້າຕ້ອງປະຕິດເສດ ການເກີ່ນແບບນີ້ແຕ່ທຳອິດຈະເຮັດໃຫ້ພາບທຸກຢ່າງຊັດເຈນທັງໂຕທ່ານ ແລະ ຫົວໜ້າ ບໍ່ຕ້ອງຢ້ານວ່າມື້ໜ້າຝ່າຍໃດຝ່າຍໜຶ່ງຈະເກັບໄປຄິດເລັກຄິດນ້ອຍ

 

2. ຢ່າເຈົ້າອາລົມຈົນເກີນໄປ

ກ່ອນໄປພົບຫົວໜ້າ ໃຫ້ເຮັດໃຈໃຫ້ວ່າງ ເຮັດສະໜອງໃຫ້ປອດໂປ່ງ ແລະ ຢ່າກົດດັນໂຕເອງວ່າຜົນການເຈລະວາຄັ້ງນີ້ຈະຕ້ອງສຳເລັດຮ້ອຍເປຮເຊັນ ເພາະຖ້າເປັນແນວນັ້ນ ທ່ານເອງນັ້ນແຫຼະທີຈະກົດດັນຈົນເວົ້້າບໍ່ອອກ

 

3. ຢ່າເຈລະຈາໃນສະຖານທີ່ບັນຍາກາດບໍ່ເອື້ອອຳນວຍ

ລອງເຮັດວຽກບ້ານມາກ່ອນເລື່ອງເວລາ ສະຖານທີ່ ບັນຍາກາດ ແລະ ປັດໃຈອື່ນ ທີ່ເອຶ້ອໃຫ້ການເວົ້າຄັ້ງນີ້ປະສົບຄວາມສຳເລັດດ້ວຍດີ ສຶກກສາເບິ່ງວ່າຊ່ວງທີ່ເວລາໃດແຮັບປີ້ ແລະ ຍາກທີ່ຈະປະຕິເສດຫຍັງຄືອຸປະສັກຂວາງທ່ານ ຢູ່ຕໍ່ໜ້າ ລອງສຶກສາເລື່ອງຜົນປະກອບການບໍລິສັດປີທີ່ຜ່ານມາວ່າເປັນແນວໃດ ຊ່ວງນີ້ມີໃຜຖືກໄລ່ອອກບໍ່ ພະຍາຍາມເບິ່ງຫຼາຍມຸມ ເພື່ອໃຫ້ຫົວໜ້າເອີອໍນຳຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ແຕ່ຕ້ອງຕັ້ງຢູ່ດ້ວຍຄວາມສົມເຫດສົມຜົນເປັນສຳຄັນ

 

4. ຢ່າເກີນໂຕ

ໃຫ້ຫົວໜ້າຮູ້ສຶກໄດ້ວ່າທ່ານກໍ່ຍັງເປັນຄົນເກົ່າ ການກະທຳຫຍັງທີ່ຜິດໄປຈາກປົກກະຕິດ ເຊັ່ນ: ການເອົາໃຈຫົວໜ້າດ້ວຍການແຕ່ງກາຍຢົ້ວຢວນ (ກໍລະນີຫົວໜ້າເປັນຜູ້ຊາຍ) ການຊື້ເຄື່ອງລາຄາແພງໃຫ້ ຫຼືການກະທຳບາງສິ່ງບາງຢ່າງທີ່ທຳທ່າ ທັ້ງທີ່ຕົວຈິງຂອງທ່ານເປັນອີກຢ່າງ ຈະເຮັດໃຫ້ຫົວໜ້າຮູ້ສຶກວ່າ ທ່ານປ່ຽນໄປ ເຂົາອາດຈະຄິດໄປໄດ້ວ່າທ່ານເປັນປະເພດທີ່ເຮັດໄດ້ທຸກຢ່າງເພື່ອໃຫ້ໄດ້ມາໃນສິ່ງທີ່ຕ້ອງການ

 

5. ຢ່າງພີເຊັ້ນແບບເວີ້ໆ

ພະຍາຍາມເວົ້າແບບເນື້ອໆເນັ້ນໆ ແລະ ຕົງປະເດັນທີ່ສຸດ ທີ່ພາດບໍ່ໄດ້ຄືການຖາມຄວາມເຫັນຂອງຫົວໜ້າ ເພື່ອຈະໄດ້ຮູ້ວ່າຕອນນີ້ສະຖານະການຂອງບໍລິສັດ ແລະ ມຸມມອງຂອງຫົວໜ້າທີ່ມີຕໍ່ທ່ານ ແລະ ຜົນງານເປັນແນວໃດ

 

6. ຢ່າຕ້ອນຫົວໜ້າດ້ວຍຄຳຖາມທີ່ຕ້ອງຕອບວ່າ ໂອເຄ ກັບ ໂນເຄ

ພະຍາຍາມຖາມດ້ວຍຄຳຖາມທີ່ໃຫ້ໂອກາດຫົວໜ້າໄດ້ຕອບເປັນຊ່ວງໆ ເຊັ່ນຄຳຖາມ ທີ່ເລີ່ມຕົ້ນປະໂຫຍກດ້ວຍ ໃຜ, ແນວໃດ, ບ່ອນໃດ, ເປັນຫຍັງ,  ເມື່ອຫົວໜ້າເວົ້າແນະນຳ ຫຼືໃຫ້ເຫດຜົນໃດໆ ອອກມາຮັບຮອງວ່າທ່ານຈະໄດ້ຮັບຂໍ້ມູນໃໝ່ໆ ຖ້າການຂໍອັບເງິນໃນຄັ້ງນີ້ບໍ່ປະສົບຜົນສຳເລັດ ແຕ່ຫຼັງຈາກນີ້ ທ່ານສາມາດ ໄປວິເຄາະ ແລະ ພັດທະນາຕົນເອງໃຫ້ເຂົ້າຕາຫົວໜ້າຕໍໄປໃນອານາຄົດ

 

7. ຢ່ານຶກເຖິງຕອນຈົບ

ເປັນໄປໄດ້ຢ່ານຶກເຖິງເປັນດີທີ່ສຸດ ຢ່າຫວັງ ຫຼື ວາງແຜນເປັນຂັ້ນໆ ລື ເປັນສູດຕາຍໂຕວ່າຈະເປັນແບບນັ້ນແບບນີ້ ແຕ່ໃຫ້ລອງໂຟກັດ ໄປໃນຈຸດທີ່ທ່ານສາມາດຄວບຄຸມໄດ້ຕອນເຈລະຈາ ເຊັ່ນ ການຕຽມຂໍ້ມູສຳຄັນ ການຄວບຄຸມອາລົມບໍ່ໃຫ້ຕື່ນເຕັ້ນເກີນໄປ ຫຼື ຫາກຫົວໜ້າຖມເລື່ອງໃດເລື່ອງໜຶ່ງກໍ່ຕ້ອງຕອບໃຫ້ໄດ້ຈະດີກວ່າ

 

8. ຢ່າເຊື່ອໝັ້ນໂຕເອງເກີນໄປວ່າທ່ານຈະໄດ້ເງິນເດືອນຂື້ນ

ໃຫ້ຄິດວ່າການທີ່ທ່ານມາເຈລະຈາ  ແລະ ແລກປ່ຽນຄວາມເຫັນກັບຫົວໜ້າກໍ່ເພື່ອເປົ້າໝາຍຂອງການບັນລຸຜົນຕາມປັນຍາ ຫຼື ຕາມເປົ້າໝາຍຂອງບໍລິສັດ ເງິນເດືອນມີຜົນຕໍວຽກທີ່ທ່ານຈະເຮັດອອກມາ ແລະ ເຈລະຈາກໍ່ເພື່ອໃຫ້ອົງກອນໄດ້ຜະລິດຜົນງານທີ່ດີຂື້ນ ແຕ່ຢ່າລືມວ່າທຸກປະເດັນທີ່ທ່ານຍົກມາເປັນຕົວຢ່າງໃນການຂໍຂື້ນເງິນເດືອນ ເຮັດໃຫ້ວຽກເຕີບໃຫຍ່ຂື້ນ ແລະ ມີສ່ວນຊ່ວຍດັນໃຫ້ບໍລິສັດຂະຫຍາຍໂຕຂຶ້ນ

 

9. ຢ່າຄິດວ່າເງິນເດືອນຫຼືຕຳແໜ່ງວຽກຕອນນີ້ຂອງທ່ານຄືປັນຫາ

ຈົ່ງພີເຊັ້ນໂຕເອງວ່າເປັນຜູ້ໄຂທາງອອກ ຢ່າຢ້ານທີ່ຈະເອົາຜົນງານທີ່ເຄີຍເຮັດສຳເລັດມາໂຊໃຫ້ເຫັນເປັນຮູບປະທຳ ຈົ່ງເຮັດໃຫ້ເປັນວ່າວຽກທີ່ວ່ານັ້ນໄດ້ຊ່ວຍບໍລິສັດໃນມຸມໃດແດ່

 

10. ຢ່າສະແດງທ່າທີຂົ່ມຂູ່ ຄຸກຄາມຫຼື ບີບຄໍຫົວໜ້າໃຫ້ຕອບຕົກລົງ

ໃຫ້ສະງົບສະງ່ຽມຈຽມໂຕ ວາງໄລຍະຫ່າງຂອງທ່ານກັບຫົວໜ້າໃຫ້ດີ ເວົ້າຈາຢ່າງສະຫຼາດ ແລະ ມີເຫດຜົນ ແຕກປະເດັນອອກໄປໃຫ້ຊັດເຈນແບບຄົນມີວຸດທິພາວະ ບໍ່ຕ້ອງຢ້ານວ່າຜົນການເຈລະຈາຈະອອກມາແບບໃດ ຖ້າລອງໄດ້ເຮັດວຽກບ້ານມາດີ ຄຸມອາລົມຢູ່ ໝັ້ນໃຈໂຕເອງ ຜົນລັບທີ່ອອກມາເຖິງແບບບໍ່ເຕັມຮ້ອຍ ແຕ່ເຊື່ອວ່າໜ້າຈະເກີນ 75 ຫຼື 80 %  ຊື່ງເປີເຊັນທີ່ຫາຍໄປອາດເກີດຈາກປັດໃຈພາຍນອກທີ່ຢູ່ເໜືອກາຄວບຄຸມຂອງໂຕທ່ານ ຫຼື ແມ້ແຕ່ຫົວໜ້າເອງ

 

ຂໍ້ມູນອ້າອິງຈາກ

 http://www.bloggang.com/mainblog.php?id=iamlady&month=28-02-2009&group=13&gblog=44

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now