18 ສິ່ງທີ່ບໍ່ຄວນຂຽນລົງ Resume (ຊີວະປະຫວັດສ່ວນຕົວ)

timer

remove_red_eye 0 views


cvConnect.la - 18 ສິ່ງທີ່ບໍ່ຄວນຂຽນລົງ Resume (ຊີວະປະຫວັດສ່ວນຕົວ)

ການຂຽນປະຫວັດສ່ວນຕົວ ຫຼື  ເຣຊູເມ້ ນັ້ນເປັນສິ່ງສຳຄັນ ເພາະເປັນເອກະສານອ້າງອີງທີ່ຈະຕັດສິນວ່າທ່ານຈະໄດ້ວຽກຕາມທີ່ຝັນຫຼືບໍ່ ຜູ້ສະໝັກວຽກຫຼາຍຄົນອາດຄິດວ່າ ການອັບຂໍ້ມູນໃນເຣຊູເມ້ຍິ່ງຫຼາຍເທົ່າໃດ ຍິ່ງເປັນການດີ ເພື່ອສະແດງເຖິງຄວາມສາມາດຂອງຕົນ ທີ່ຈິງແລ້ວມັນກາຍເປັນສິ່ງທີ່ບໍ່ຕົງກັບຄວາມຕ້ອງການຂອງ HR  ກໍ່ເປັນໄປໄດ້ ເພາະບໍ່ຈຳເປັນ ແລະ ບໍ່ມີສາລະ ເສຍເວລາໃນການອ່ານ ແລະ ອາດຕັດໂອກາດການໄດ້ວຽກໄປເລີຍກໍ່ເປັນໄດ້ ດັ່ງນັ້ນ ເຣຊູເມ້ທີ່ພ້ອມ ແລະ ເບິ່ງໂດດເດັ່ນກວ່າຄົນອື່ນ ກໍ່ສ້າງຄວາມປະທັບໃຈໃຫ້ກັບນາຍຈ້າງ ຈະເຮັດໃຫ້ໄດ້ວຽກທີ່ສຸດ ກ່ອນທີ່ຈະໄປຈຸດນັ້ນ ມາລອງເຮັດຕາມ ເຊັກລິສ ແລະ ຕຽມພ້ອມສຳລັບການເຮັດເຣຊູເມ້ໃຫ້ດີກ່ອນທີ່ຈະຍື່ນສະໝັກວຽກກັນດີກວ່າ ລອງມາເບິ່ງວ່າ 18 ສິ່ງທີ່ບໍ່ຄວນບອກ ແລະ ຂຽນລົງເຣຊູເມ້ ມີຫຍັງແດ່?

  1. ບໍ່ຄວນໃສ່ຂໍ້ມູນສ່ວນຕົວຫຼາຍເກີນໄປ
  2. ສະກົດຄຳຜິດ ແລະ ໃຊ້ວໄຍາກອນບໍ່ຖືກຕ້ອງ
  3. ຢ່າໃສ່ເລື່ອງຂີ້ຕົວະ ຫຼື ໂມ້ເກີນໄປຈົນເວີ້
  4.  ຮູບຖ່າຍຕ້ອງເປັນທາງການ ແລະ ສຸພາບ
  5. ບໍ່ຄວນໃສ່ຂໍ້ມູນໃສ່ຂໍ້ມູນທີ່ບໍ່ຈຳເປັນຫຼາຍເກີນໄປ ບໍ່ຄວນເກີນ 2 ໜ້າ A4
  6. ສີຟອນໂຕໜັງສື ຄວນເປັນສີດຳ ບໍ່ຕ້ອງໃຊ້ສີແຟນຊີ ແລະ ຄວນເລືອກຟອນທີ່ອ່ານງ່າຍເຊັ່ນ  ຖ້າເປັນພາສາລາວກໍ່ຄວນເປັນຟອນ Saysettha OT ຫຼື Phetsarart OT ຖ້າເປັນພາສາອັງກິດແມ່ນໃຊ້ Time New Roman (ບໍ່ຄວນໃຊ້ຟອນເກີນ 2 ປະເພດໃນ ເຣຊູເມ້)
  7.  ຂະໜາດໜັງສືມາດຕະຖານຈະຢູ່ທີ່ຂະໜາດ 12 ບໍ່ ເກີນ 16 ບໍ່ຄວນຕັ້ງຂະໜາດທີ່ພິມຕຳກວ່າ 10 ໃນ MS Word
  8. ເບີໂທລະສັບບ້ານບາງທີກໍ່ບໍ່ຈຳເປັນ ຄວນໃສ່ເບີມືຖືກໍ່ພໍ
  9.  ໃສ່ຂໍ້ມູນທີ່ບໍ່ກ່ຽວຂ້ອງກັບຕຳແໜ່ງວຽກທີ່ສະໝັກ
  10.  ບໍ່ຄວນລະບຸເງິນເດືອນໃນການຂຽນເຮຊູເມ້ (ນອກຈກາທາງບໍລິສັດແຈ້ງໃຫ້ລະບຸເງິນເດືອນທີຕ້ອງການ ແລະ ຄວນລະບຸເປັນຊ່ວງເງິນເດືອນຫຼາຍກວ່າຕົວເລກເຈາະຈົງ)
  11.  ໜ້າທີ່ ແລະ ຄວາມຮັບຜິດຊອບ ໃຫ້ລະບຸຊັດເຈນວ່າ ທີ່ຜ່ານມາເຮັດຫຍັງ ແບບສັ້ນໆ ໄດ້ໃຈຄວາມ
  12.  ບໍ່ຄວນໃສ່ຫົວຂໍ້ວ່າ ເຣຊູເມ້ ວ່າ Resume ຄວນໃສ່ຊື ແລະ ນາມສະກຸນແທນ
  13.  ຊ່ວງເລາຂອງປະສົບການເຮັດວຽກ ຫາກຢູ່ໃນຊ່ວງລາອອກ ແລະ ເຮັດວຽກໃໝ່ ຄວນໃສ່ຊ່ວງນັ້ນດ້ວຍວຽກ ຫຼື ປະສົບການຊ່ວຍທຸລະກິດເລັກໆນ້ອຍໆ ແຕ່ຕ້ອງເຮັດຈິງ ຫ້າມຕົວະ
  14.  ຂຽນເຖິງຄວາມສາມາດອື່ນໆ ທີ່ກ່ຽວຂ້ອງ
  15.  ຫາຮູບແບເຣຊູເມ້ໃໝ່ໆ ເພື່ອໃຫ້ເບິ່ງໂດດເດັ່ນ ແລະ ໜ້າສົນໃຈ
  16.  ໃຊ້ Bullet Point ອະທິບາຍລັກສະນະວຽກທີ່ເຄຍເຮັດ
  17.  ໃສ່ຊື່ຕຳແໜ່ງວຽກເກົ່າຕາມຄວາມເປັນຈິງ ແລະ ເໝາະສົມ
  18.  ລະບຸໄລຍະເວລາເຮັດວຽກທີ່ຜ່ານມາ ເປັນເດືອນ , ປີ ບໍ່ຄວນລະບຸວັນທີ

ພຽງລອງເຮັດຕາມເຊັກລິສຕາມດ້ານເທິງກໍ່ຈະເຮັດໃຫ້ການຂຽນເຣຊູເມ້ນັ້ນງ່າຍຂື້ນ ແລະ ສິ່ງສຳຄັນທີ່ສຸດ ທຸກຂໍ້ມູນຕ້ອງເປັນຄວາມຈິງ ເທົ່ານີ້ກໍ່ຈະໄດ້ເຣຊູເມ້ທີ່ໂດດເດັ່ນ ແລະ ຖືກໃຈນາຍຈ້າງແລ້ວ ແຕ່ຕອນນີ້ໂລກອອນລາຍກໍ່ມີລະບົບຄັດກອງບຸກຄະລາກອນອອນລາຍທີ່ໄດ້ອອກແບບເຮຊູເມ້ທີ່ໄດ້ມາດຕະຖານມາໃວ້ໃນໂລກອອນລາຍ ທັງໄດ້ຈັດການ ແລະເລືອງລຳດັບສິ່ງທີ່ຄວນລະບຸໃວ້ເປັນຊ່ອງ ບໍ່ຫຍຸ້ງຍາກງ່າຍຕໍ່ການອັບເດດພຽງສະໝັກແລະ ລົງທະບຽນ ແລະ ອັບເດດເຮຊູເມ້ໄດ້ທີ່ cvconnect.la  ກໍ່ຈະເຮັດໃຫ້ການຫາວຽກຂອງທ່ານງ່າຍຂື້ນ ແລະ ມີວຽກທີ່ເໝາະສົມລໍຖ້າທ່ານຢູ່ອີກຫຼາຍ

 

 

Cr: eJoblive.com 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now