HR ແມ່ນຫຍັງ?

timer

remove_red_eye 0 views


cvConnect.la - HR ແມ່ນຫຍັງ?

HR ແມ່ນຫຍັງ?

HR ທີ່ຫຍໍ້ມາຈາກຄໍາວ່າ Human Resource (ຊັບພະຍາກອນທາງດ້ານມະນຸດ) ຫຼືເອີ້ນຊື່ກັນເຕັມອີກຊື່ໜຶ່ງວ່າ Human Resource Management (ການບໍລິຫານຊັບພະຍາກອນມະນຸດ) ການບໍລິຫານມະນຸດໝາຍເຖິງການໃຊ້ກົນລະຍຸດແນວຄິດທີ່ມີຄວາມສຳພັນກັນຢ່າງຕໍ່ເນື່ອງໃນການບໍລິຫານຈັດການຊັບພະຍາກອນທີ່ມີຄຸນຄ່າຫຼາຍທີ່ສຸດໃນອົງກອນກໍ່ຄືການສ້າງບຸກຄົນທີ່ເຮັດວຽກ ໃນກໍລະນີທີ່ເຮັດວຽກ ຮ່ວມກັນກັບເພື່ອນຮ່ວມງານຫຼືແບບເຮັດວຽກດ່ຽວ ເພື່ອທີ່ໃຫ້ບັນລຸເປົ້າໝາຍແລະໄດ້ປ່ຽນແປງໄດ້ຢ່າງໄວຕາມເວລາແລະສະຖານະການຈຶ່ງຕ້ອງໄດ້ມີການພັດທະນາປັບປຸງບຸກຄະລາກອນ ແລະ ຕິດຕາມການເຄື່ອນໄຫວດໍາເນີນງານຢູ່ຕະຫຼອດເວລາ

ຢ່າປ່ອຍໃຫ້ Resume (ໃບສະໝັກງານ) ເປັນພຽງເຈ້ຍທີ່ເຄີຍຜ່ານຕາ
ເພາະສະນັ້ນເຈົ້າຕ້ອງໝັ້ນໃຈໃນ Resume ຫຼື ໃບຊີວະປະຫວັດ ຂອງຕົນເອງແລະຈະຕ້ອງໃຫ້ໃບສະໝັກນັ້ນເປັນທີ່ສະດຸດຕາຊອງ HR ໃຫ້ໄດ້ຫລາຍທີ່ສຸດ (ເພື່ອທີ່ລົດພາວະຄວາມສ່ຽງທີ່ໃບສະໝັກຈະຖືກເກັບຢູ່ກ່ອງແກັດຫຼືຖັງຊີ້ເຫຍື້ອ)

ມື້ນີ້ທາງ cvConnect ຂອງພວກເຮົາຈະມາແນະນຳບົົດຄວາມດີໆໃຫ້ເເກ່ຜູ້ທີ່ຕ້ອງການຈະຂຽນ Resume (ໃບຊີວະປະຫວັດ) ເພື່ອທີ່ຈະນຳໃຊ້ເຂົ້າໃນການສະໝັກວຽກແລະສຳຫຼັບນັກສຶກສາທີ່ຈົບໃຫມ່ທີ່ຍັງບໍ່ຮູ້ກ່ຽວກັບການຂຽນໃບສະໝັກນີ້

  1. ຜູ້ສະໝັກຈະຕ້ອງອອກແບບ Resume ທີ່ບົງບອກເຖິງຕົວຕົນໃຫ້ໄດ້ຫລາຍທີ່ສຸດ
  2. ນຳສະເໜີຄວາມສາມາດ ແລະປະສົບການການເຮັດວຽກທີຜ່ານມາໃຫ້ຊັດເຈນກະທັດຫັດ
  3. ເລືອກໃຊ້ຄຳທີ່ດຶງດູດແລະໜ້າສົນໃຈ
  4. ຢ່າປະລະເລີຍຮູບຮ່າງໜ້າຕາຂອງ Resume 

 

Credit: https://www.workventure.com/

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now