[ນັກການເງິນ Talk EP.4] ປະກົດການຫວຍຂູດ ແລະ ທຸລະກິດທີ່ກຳລັງຖືກກະທົບຈາກພຶດຕິກຳຜູ້ຊື້ສິນຄ້າທີ່ປ່ຽນໄປ

timer

remove_red_eye 0 views


cvConnect.la - [ນັກການເງິນ Talk EP.4] ປະກົດການຫວຍຂູດ ແລະ ທຸລະກິດທີ່ກຳລັງຖືກກະທົບຈາກພຶດຕິກຳຜູ້ຊື້ສິນຄ້າທີ່ປ່ຽນໄປ

ປະກົດການຫວຍຂູດ:

ໃນເລື່ອງຂອງການຫຼີ້ນຫວຍ ເຊິ່ງອາດຈະເປັນຫວຍຈົດ ຫຼື ຫວຍຂູດ ແມ່ນຂ້ອຍເຄີຍຂຽນເປັນບົດຄວາມສັ້ນໆໄວ້ແລ້ວຄັ້ງໜຶ່ງ ແລະ ໂພສລົງໃນເຟສ. ໂດຍເປັນທັດສະນະຄະຕິ ຫຼື ມຸມມອງຂອງຂ້ອຍເອງທີ່ມີຕໍ່ການຫຼີ້ນຫວຍໃນລັກສະນະແບບນີ້, ເຊິ່ງ ອ.ຈ ເສືອ ສີວິໄລສິດ ເພິ່ນກໍໄດ້ຂໍເອົາໄປລົງໃນ FP: Genius ຄິດໃຫຍ່ ຊຶ່ງກໍນັບວ່າເປັນການດີທີ່ຫຼາຍຄົນໄດ້ຮູ້ ແລະ ຮຽນຜ່ານມຸມມອງຂອງກັນ ແລະ ກັນ. ສະນັ້ນ, ຂ້ອຍຈະບໍ່ອອກຄວາມຄິດເຫັນ ຫຼື ສະຫຼຸບລາຍລະອຽດຫຍັງຫຼາຍກ່ຽວກັບ Live ຫວຍຂູດນີ້.

ໂດຍໃນມຸມຂອງອ້າຍເອກກະສິດກ່າວວ່າ: ຫວຍຂູດນີ້ຖືວ່າເປັນແນວທຸລະກິດແບບໃໝ່ທີ່ສານຕໍ່ມາຈາກແບບຈົດ ແລະ ປັດຈຸບັນນີ້ ກໍກຳລັງເປັນທີ່ນິຍົມຢ່າງວ່ອງໄວ.

=>ລາວວິເຄາະວ່າ ມັນໜ້າຈະມາຈາກ 2 ເລື່ອງຫຼັກໆ ທີ່ເຮັດໃຫ້ຫວຍຂູດເປັນທີ່ນິຍົມຄື:

1. ການຈັບໄດ້ບາຍໄດ້: ໝາຍຄວາມວ່າ ມັນເຂົ້າເຖິງຄວາມຮູ້ສຶກຂອງຜູ້ຊື້ຫຼາຍຂຶ້ນ ໂດຍມີຫຼາກຫຼາຍລາງວັນທີ່ຈະໄດ້, ລັກສະນະແບບວ່າ ມັນເປັນລະບົບທີ່ເຮົາຮູ້, ເຂົ້າໃຈແລ້ວວ່າມັນຈະເປັນແບບນີ້ ມັນເລີຍເຮັດໃຫ້ເຮົາເຂົ້າເຖິງຄວາມຮູ້ສຶກທີ່ລະອຽດຂຶ້ນ ຫຼື ເປັນການລຸ້ນແບບທັນທີທັນໃດໃນເວລາຂູດ...

*ຮູ້ສຶກວ່າມັນມີໂອກາດທີ່ຈະຖືກ, ຊື້ໜ້ອຍອາດໄດ້ລາງວັນໃຫຍ່ ແລະ ຄົນທີ່ຖືກກໍມີປະກົດໃຫ້ເຫັນ ເປັນຕົ້ນ.

2. ການເຂົ້າມາມີບົດບາດຂອງ Social Media: ເຊິ່ງເຮັດໃຫ້ການກະຈາຍຂໍ້ມູນໄປໄດ້ໄວກວ່າແຕ່ກ່ອນ ລວມທັງເວລາຖືກກໍຖ່າຍໂຊລົງເຟສ ອັນເຮັດໃຫ້ເກີດມີຄວາມກະຕືລືລົ້ນ ແລະ ແນວຄິດຢາກລອງ.

ໄດ້ກາຍມາເປັນສິ່ງທີ່ມີບົດບາດສຳຄັນ ສຳລັບການດຳເນີນທຸລະກິດໃນຍຸກສະໄໝໃໝ່ນີ້!

ເປັນຫຍັງທຸລະກິດນ້ອຍ-ໃຫຍ່ໃນປັດຈຸບັນຍອດຂາຍຈຶ່ງຕົກ ເຊິ່ງມີຄວາມກ້າວໄປຂ້າງໜ້າລຳບາກ:

-ເສດຖະກິດໂລກ ເກີດການບໍ່ຄ່ອງໂຕປານໃດໃນປັດຈຸບັນ.

-ການເຂົ້າມາມີບົດບາດຂອງ Social Media ໂດຍມັນໄດ້ກາຍມາເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກ (ຜູ້ຊື້) ທີ່ມີທັງຄວາມສະດວກ (ເປັນ App ທີ່ເຮົາຫຼີ້ນຢູ່ແລ້ວ)...ຫ້າງຮ້ານຈຶ່ງບໍ່ໄດ້ຂາຍດີຄືດັ່ງແຕ່ກ່ອນ.

ເປັນສາເຫດໜຶ່ງທີ່ເຮັດໃຫ້ທຸລະກິດໃຫຍ່ຕ່າງປະເທດຫັນມາລົງທຶນໃຫ້ກັບທຸລະກິດຂະໜາດນ້ອຍ ຫຼື Start-up, ການກາຍມາເປັນຫຸ້ນສ່ວນນຳກັນ...ໂດຍໃນການຈະເລີນເຕີບໂຕຂ້າງໜ້າ ເຮົາກໍຈະເຕີບໂຕໄປນຳກັນ (ເປັນຍັກໄປນຳກັນ).

· ການປ່ຽນ Business Model ໃຫ້ສອດຄ່ອງໄປກັບຍຸກສະໄໝໃໝ່ກໍຄື Social Model.

· ບາງບໍລິສັດເຂົ້າມາຕັ້ງໃນພື້ນທີ່ນັ້ນໆເອງ ເຮັດໃຫ້ຜູ້ທີ່ເຄີຍຮັບຊື້ມາຂາຍຕໍ່ ຂາຍຍາກຂຶ້ນ.

+ຄຳຖາມ: ກະແສທີ່ມາແຮງຂອງຫວຍຂູດຈະອ່ອນລົງຫຼືບໍ່ ແລະ ຈະໄວຫຼືຊ້າ?

ອັນນີ້ເບິ່ງໂດຍລວມແລ້ວ ກໍຂຶ້ນກັບ “ການຕະຫຼາດ” ຂອງຜູ້ກ່ຽວເອງ ທີ່ຈະເຮັດອອກມາໄດ້ດີປານໃດ, ເຊິ່ງຕ້ອງສ້າງໃຫ້ເກີດຄວາມສົມດຸນກັນລະຫວ່າງຜູ້ຊື້-ຂາຍ. ຄວາມເປັນຈິງອີກຢ່າງໜຶ່ງຄຳວ່າ “ກະແສ” ມັນຈະມາແຮງປານໃດ ມັນກໍສາມາດຫຼຸດລົງໄປໄດ້ເຊັ່ນກັນ.

ຂອບໃຈ!

ຂຽນໂດຍ: ວິລັດຕະກອນ ພະທິດມີໄຊ

Cr. ນັກການເງິນ ແລະ ວີດີໂອ ນັກການເງິນ Talk EP.4

.

.

Tags:

Share on your timeline:



ໃນຊ່ວງປີ 2004 ໃນຫ້ອງນອນນັກສຶກສາມະຫາໄລ Harvard ໃນອາເມລິກາ ມາກ ຊັກເກີ້ເບິກ ແລະ ໝູ່ໄດ້ຮ່ວມກໍ່ຕັ້ງເວັບໄຊສັງຄົມອອນລາຍຊື່ວ່າ Facebook  ແລະ ໃຊ້ເວລາພຽງ 4 ປີ ສະມາຊິກທີ່ເຂົ້າໃຊ້ງານທຸກໆມື້ຂອງ Facebook ກໍ່ທະລຸ 100 ລ້ານ ຈົນຮອດດຽວນີ້ສະມາຊິກຂອງ Facebook ເພີ່ມເປັນ 1,500 ລ້ານຄົນແລ້ວ ຫຼື ເກືອບເທົ່າໆກັບຈຳນວນປະຊາກອນໃນປະເທດຈີນໃນປັດຈຸບັນ

ແຕ່ຍ້ອນກັບໄປປີ 2004 ນັ້ນເຊື່ອບໍ່ວ່າ Facebook ມີລາຍໄດ້ພຽງແຕ່ 4 ແສນໂດລາ ໃນຕອນນັ້ນ ມາກ ຊັກເກີ້ເບິກ ຕ້ອງແບກຮັບຄ່າໃຊ້ຈ່າຍພະນັກງານທີ່ໂຕເອງຮັບເຂົ້າມາ ເພາະຕ້ອງຈ່າຍເງິນເດືອນ ພ້ອມກັບຄ່າເຊົ່າ Server ທີ່ແພງທີ່ສຸດເພື່ອໃຫ້ຄົນໃຊ້ງານ ເວັບໄຊ Facebook.com ຂອງລາວໄດ້ຢ່າງບໍ່ສະດຸດ ເຮັດໃຫ້ລາວຕ້ອງຫາເງິນທຶນມາ ເພື່ອໃຫ້ເວັບໄຊຂອງລາວດຳເນີິນຕໍ່ໄປ ເຊິ່ງມາກມີໝູ່ທີ່ເປັນເສດຖີຄົນບາຊິວຄົນໜຶ່ງ ຄົນໆນັ້ນກໍ່ຄືທ່ານ “ແອັດດົວໂດ້” ໝູ່ຂອງມາກ ຜູ້ຮ່ວມກໍ່ຕັ້ງ Facebook ນຳກັນໄດ້ສະເໜີໃຫ້ມາກຮັບໂຄສະນາມາລົງໃຫຍ່ໆເຕັມໜ້າຂອງເວັບໄຊ ເຊິ່ງຕອນນັ້ນບໍລິສັດເບຍ ທີ່ຊື່ “Carlsberg” ສະເໜີໃຫ້ມາກ 1 ລ້ານໂດລາ ເພື່ອແລກກັບການລົງໂຄສະນາໜ້າ

ທຳອິດຂອງເວັບເຕັມໜ້າ ແຕ່ແລ້ວກໍ່ຖືກ “ມາກ ຊັກເກີ້ເບິກ” ປະຕິເສດແບບບໍ່ເສຍດາຍ ເພາະມາກເຊື່ອວ່າການລົງໂຄສະນາແບບນັ້ນຈະເປັນຕານ່າລຳຄານໃຫ້ກັບຜູ້ໃຊ້ງານ ມາກ ເຊື່ອວ່າການຮັກສາຖານລູກຄ້າໄວ້ໃນໄລຍະຍາວ ດີກວ່າການເກັບເງິນໂຄສະນາພຽງ ຊົ່ວຄາວ ແຕ່ ມາກກໍ່ຮູ້ດີວ່າບໍລິສັດຕ້ອງດຳເນີນໄປດ້ວຍເງິນທຶນ ເພາະສະມາຊິກທີ່ເພີ່ມຂຶ້ນທຸກມື້ເຮັດໃຫ້ຄ່າໃຊ້ຈ່າຍການດູແລເພີ່ມຂຶ້ນຫຼາຍເທົ່າ

ຕ້ອງບອກວ່າການປະຕິເສດເງິນລ້ານໂດລາຂອງ ມາກ ຊັກເກີ້ເບິກ ເປັນສິ່ງທີ່ຫາໄດ້ຍາກ ໃນຜູ້ນຳຄົນອື່ນໆ ເພາະເຈົ້າຂອງບໍລິສັດສ່ວນຫຼາຍກໍ່ຕ້ອງຢາກຫາເງິນຫຼາຍໆ ລວຍໄວໆ  ຢູ່ແລ້ວ ເຊິ່ງສ່ວນຫຼາຍເຂົາຈະບໍ່ສົນໃຈຄວາມໝັ້ນຄົງໃນໄລຍະຍາວແບບທີ່ມາກຄິດ

ໃນຕໍ່ມາ ມາກ ຊັກເກີ້ເບິກ ໄດ້ຕັ້ງທີມໜຶ່ງຂຶ້ນມາສະເພາະເພື່ອຄິດຄົ້ນໂຄສະນາທີ່ຖືກໃຈ ສະມາຊິກ ແລະ ສອດແສກໃສ່ໃນເວັບແບບນຽນໆ ເພື່ອໃຫ້ເຫັນໂດຍທີ່ບໍ່ລຳຄານ ເຮັດໃຫ້ຜູ້ໃຊ້ງານຮູ້ສຶກຢາກກັບເຂົ້າມາຫຼິ້ນເລື້ອຍໆ ເພາະການວາງໂຄສະນາອີງຕາມຄວາມມັກ ຂອງຜູ້ໃຊ້ງານ ຈົນຕໍ່ມາປີ 2005 ລາຍໄດ້ຂອງ Facebook ຂຶ້ນມາເປັນ 5 ລ້ານໂດລາ, 2006 ເປັນ 46 ລ້ານ 2007 ເປັນ 153 ລ້ານໂດລາ ເຕີບໂຕເປັນ 5 ເທົ່າເກືອບທຸກປີ ຈົນມາຮອດ 2015 ມີລາຍໄດ້ເຖິງ 17,928 ລ້ານໂດລາ ເຮັດໃຫ້ຊັບສິນຂອງ “ມາກ ຊັກເກີ້ເບິກ” ຂຶ້ນກາຍເປັນມະຫາເສດຖີອັນດັບ 5 ຂອງໂລກໃນເວລາພຽງ 10 ປີເທົ່ານັ້ນ

ສິ່ງທີ່ນ່າປະທັບໃຈໄປກວ່ານັ້ນຄືເມື່ອລວຍແລ້ວ ມາກ ຍັງຄົງໃຊ້ຊີວິດແບບຮຽບງ່າຍມີນັກຂ່າວຫຼາຍຄົນພະຍາຍາມຈະເຂົ້າໄປຖ່າຍຮູບ ມາກ ຕອນອອກຈາກບ້ານກໍ່ຕ້ອງຜິດຫວັງ ສິ່ງທີ່ນັກຂ່າວບັນເທິງເຫຼົ່ານີ້ຄາດຫວັງຈາກມະຫາເສດຖີລະດັບໂລກເມື່ອອອກຈາກບ້ານຄື ເຂົາຕ້ອງໃສ່ເສື້ອເທ່ໆ ພ້ອມກັບຂຶ້ນລົດສະປອດລາຄາຫຼາຍແສນໂດລາແຕ່ສິ່ງນີ້ບໍ່ໄດ້້ເກີດຂຶ້ນກັບ ມາກ ຊັກເກີ້ເບິກ ລາວໃສ່ເສື້ອຍືດທຳມະດາຢ່າງອອກມາຊື້ແຮັມເບີເກີ້ກັບໝູ່ກິນຢ່າງສະບາຍໃຈ ຖ້າເບິ່ງຜ່ານໆນິບໍ່ຮູ້ເລີຍວ່າໄວລຸ້ນໜ້າອ່ອນນີ້ເປັນເສດຖີໝື່ນລ້ານໂດລາ

.

.


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now