“ສະຫຼຸບເກັບຄວາມຮູ້ທີ່ໄດ້ຈາກ Facebook Live: ນັກການເງິນ Talk, EP.1” ໂດຍ ວິລັດຕະກອນ ພະທິດມີໄຊ

timer

remove_red_eye 0 views


cvConnect.la - “ສະຫຼຸບເກັບຄວາມຮູ້ທີ່ໄດ້ຈາກ Facebook Live: ນັກການເງິນ Talk, EP.1” ໂດຍ ວິລັດຕະກອນ ພະທິດມີໄຊ

ສະບາຍດີໝູ່ເພື່ອນທຸກຄົນ, ມື້ນີ້ຂ້ອຍຈະມາສະຫຼຸບກ່ຽວກັບເກັດຄວາມຮູ້ທີ່ໄດ້ຈາກການ Live ຄັ້ງທຳອິດຂອງ “ນັກການເງິນ” ໃນຫົວຂໍ້ “ເຈາະເລິກເນື້ອຫາປຶ້ມ ຄິດແບບນັກບໍລິຫານ” ເຊິ່ງໄດ້ກຳນົດໃຫ້ Live ດຳເນີນໄປປະມານ 30 ນາທີ

ໂດຍຂ້ອຍເຫັນວ່າ...ມີເນື້ອຫາສາລະດີ ທີ່ຂ້ອຍຄວນຈະຈັບຍົກເອົາບາງປະເດັນຂອງ ອ້າຍເອກກະສິດ Live ເປັນຄັ້ງທຳອິດ ອອກມາແຊຣ໌ ຫຼື ແບ່ງປັນ ໃຫ້ໝູ່ເພື່ອນ ຜ່ານມຸມມອງຂອງຂ້ອຍເອງທີ່ມີຕໍ່ Live ນີ້!

ວີດີໂອໜຶ່ງໆ ມັກມີສ່ວນເກີນ ຫຼື ສ່ວນຍ່ອຍບໍ່ຫຼາຍກໍໜ້ອຍ...ທີ່ມັກເວົ້າເອົາແມ່ນ້ຳທັງ 5 ມາໂຊໃຫ້ເກີດຄວາມໜ້າເບື່ອ, ແຕ່ຂ້ອຍຈະຈັບເອົາພຽງແກ່ນສານຂອງເລື່ອງໃນລະດູການນີ້ ມາສະຫຼຸບເປັນບົດຄວາມສັ້ນໆໃຫ້ໄດ້ອ່ານກັນ...

ປຶ້ມ "ຄິດແບບນັກບໍລິຫານ" ຜົນງານການຂຽນເຫຼັ້ມທີ 4, ໂດຍ: ເອກກະສິດ ສິລິຈັກ

ໂດຍທຳອິດ ກໍຈະເວົ້າກ່ຽວກັບການບໍລິຫານ ຫຼື ການເປັນນັກບໍລິຫານ ຈາກປະສົບການຂອງໂຕອ້າຍເອກເອງ...ເພາະການເຮັດທຸລະກິດຂອງລາວ ແມ່ນມີຄວາມຮູ້ມາຈາກການອ່ານເປັນສ່ວນຫຼາຍ ຊຶ່ງບໍ່ມີປະສົບການມາກ່ອນ ແລະ ກໍຄິດວ່າມັນຄົງງ່າຍຕາມທີ່ໜັງສືຂຽນໄວ້ຫັ້ນແລະ...(ບວກກັບປັດໄຈຫຼາຍຢ່າງ ຈຶ່ງເຮັດໃຫ້ທຸລະກິດທີ່ດຳເນີນມານັ້ນ ຢຸດສະງັກລົງ)

ຄວາມຈິງແລ້ວບໍ່ແມ່ນເລີຍ...ເພາະການເຮັດທຸລະກິດ ມັນຫຼຸດອອກມາຈາກໂລກນິຍາຍ ແລ້ວປະເຊີນກັບຄວາມເປັນຈິງຫຼາຍກວ່າໂຕອັກສອນທີ່ຂຽນໄວ້, ແມ່ນວ່າສິ່ງທີ່ໄດ້ອ່ານມານັ້ນ ຈະເປັນປະສົບການຂອງຜູ້ທີ່ປະສົບຜົນສຳເລັດກໍຕາມ

ຫຼື ຄວາມເຂົ້າໃຈໜຶ່ງທີ່ວ່າ...ຖ້າຫາກເຮົາມີເງິນຫຼາຍ ມາສະໜອງໃຫ້ກັບບໍລິສັດ ຈະສາມາດປະຄັບປະຄອງບໍລິສັດໄດ້ດີ ແລະ ເມື່ອເກີດບັນຫາຂອງການດຳເນີນທຸລະກິດໃນອົງກອນຂຶ້ນມາ ຈະສາມາດແກ້ໄຂໄດ້ດ້ວຍການໂຍນເງິນເຂົ້າໄປ...ມັນກໍບໍ່ແມ່ນສະເໝີໄປອີກ

ແຕ່ປະເດັນຢູ່ທີ່ “ຜູ້ນຳຂອງອົງກອນ” ຕ່າງຫາກ ເປັນປັດໄຈສຳຄັນຂອງການເຮັດທຸລະກິດ

ແລ້ວຜູ້ນຳຂອງອົງກອນທີ່ດີ ແມ່ນຫຍັງ, ຄວນມີອົງປະກອບອັນໃດແດ່?...ຂ້ອຍວ່າ ຄຳຕອບນີ້ມີຢູ່ໃນປຶ້ມ “ຄິດແບບນັກບໍລິຫານ” ນີ້ແລະ, ເຊິ່ງມີຫຼາຍໆຢ່າງມາປະກອບເຂົ້າກັນ ຈຶ່ງຈະສາມາດເປັນນັກບໍລິຫານທີ່ເກັ່ງ ແລະ ດີໄດ້ (ຕົວຢ່າງ, ບົດທີ 8: “ນິໄສຂອງຫົວໜ້າ ຄືວັດທະນະທຳຂອງອົງກອນ” ທີ່ຂ້ອຍເຄີຍເກິ່ນໄວ້ໜ້ອຍໜຶ່ງໃນບົດຄວາມກ່ອນໆ”)

"ຜູ້ນຳທີ່ເກັ່ງສາມາດເຮັດໃຫ້ດິນທີ່ແຫ້ງແລ້ງ ກາຍເປັນປ່າທີ່ອຸດົມສົມບູນ, ນັກບໍລິຫານທີ່ເກັ່ງສາມາດເຮັດໃຫ້ບໍລິສັດທີ່ໃກ້ຈະລົ້ມລະລາຍ ພິກຟື້ນກັບມາມີກຳໄລ"-ປຶ້ມ ຄິດແບບນັກບໍລິຫານ

ຕໍ່ຈາກນັ້ນ, ກໍມາທີ່ຄຳຖາມ “ໄອເດຍມາກ່ອນເງິນ ມັນແມ່ນແນວໃດ?”

ງ່າຍໆເລີຍຄື ເຮົາບໍ່ມີເງິນ (ຫຼື ເກີດມີຄວາມຂັດສົນທາງດ້ານການເງິນ), ຈຶ່ງນຳເອົາໄອເດຍທີ່ມີຢູ່ ມາສ້າງໃຫ້ມັນກາຍເປັນເມັດເງິນຂຶ້ນມາ

ເຊິ່ງອາດຈະເປັນການສະເໜີແຜນທຸລະກິດ ຫຼື ໄອເດຍຂອງຕົນໃຫ້ແກ່ນັກລົງທຶນ (ຮູບແບບທຸລະກິດ Start-up) ເພື່ອໃຫ້ໄດ້ເງິນມາດຳເນີນທຸລະກິດຂອງເຈົ້າ...

ການທີ່ມີໄອເດຍໃນການຂຽນປຶ້ມດີໆຂຶ້ນມາ, ແຕ່ບໍ່ມີເງິນທຶນໃນການພິມປຶ້ມ ກໍໄປສະເໜີໃຫ້ກັບຜູ້ທີ່ມີເງິນທຶນ (ອັນນີ້...ແນະນຳໃຫ້ໄປຫາ ອາຈານ ກາບແກ້ວ ທຳມະວົງ ທີ່ເປັນນັກເວົ້າສ້າງແຮງບັນດານໃຈ ແລະ ນັກຂຽນລາງວັນນາກຄຳ ເພິ່ນອາດມີຄຳແນະນຳດີໆໃຫ້)

ນີ້ແມ່ນການໃຊ້ໄອເດຍ ເພື່ອຫາເງິນ!

ແຕ່ໃນທາງກັບກັນ, ມັນຂ້ອນຂ້າງງ່າຍສຳລັບປະເທດທີ່ພັດທະນາແລ້ວຢ່າງສະຫະລັດອາເມຣິກາ ເຊິ່ງແຕກຕ່າງຈາກບ້ານເຮົາຢ່າງສິ້ນເຊີງ ທີ່ຍາກໃນການທີ່ຈະເຮັດແບບນີ້...ແຕ່ຂ້ອຍກັບຄິດວ່າ “ມັນຍາກຫຼາຍກວ່າ” ຖ້າຫາກເຈົ້າຍັງຄົງຢູ່ຊື່ໆ ແລ້ວປະໃຫ້ນັກລົງທຶນແລ່ນມາຫາ...

*ເລື່ອງ “ໄອເດຍສຳຄັນກວ່າເງິນ” ມັນຄືຫົວຂໍ້ທີ່ອ້າຍເອກ ເຄີຍບັນຍາຍໃນງານ “ຕະຫຼາດນັດຈັດຫາງານ ແລະ ການສຶກສາວຽງຈັນ” ຄັ້ງທີ 6 ທີ່ໂຮງແຮມດອນຈັນພາເຣດ ເມື່ອປີກາຍນີ້, ເຊິ່ງຖ້າຫາກ ທຸກຄົນຢາກໄດ້ສຽງບັນທຶກ ລອງສົ່ງຫານ້ອງ Nok Mahavong ເບິ່ງເດີ້...ລາວໜ້າຈະຍັງເກັບໄວ້ຢູ່

 

"ການເຮັດທຸລະກິດ ຄວນເຮັດໃຫ້ມ່ວນ ແລະ ມີການຝຶກຄວາມສ້າງສັນ"-ປະຣາມາຈານໃນການສ້າງ ແລະ ຂະຫຍາຍທຸລະກິດໃນນາມ VIRGIN ກວ່າ 400 ບໍລິສັດທົ່ວໂລກ

ນອກຈາກນັ້ນ, ກໍຍັງມີອີກຫຼາຍຄຳຖາມເຊັ່ນວ່າ...ການສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າໃນການເລີ່ມຕົ້ນເຮັດທຸລະກິດຄວນເຮັດແນວໃດ, ເງິນແມ່ນປັດໄຈຫຼັກຂອງຜູ້ບໍລິຫານອົງກອນທີ່ດີບໍ່? (ອັນນີ້ ຖືວ່າເປັນຄຳຖາມທີ່ Popular ເລີຍແລະ)

ຂະນະດຽວກັນ, ມັນກໍປາສະຈາກບໍ່ໄດ້ເຖິງຂໍ້ຂາດຕົກບົກຜ່ອງ...

ຊຶ່ງກໍເກີດການຂັດຂ້ອງທາງດ້ານເຕັກນິກແດ່ເລັກໜ້ອຍ...ເຮັດໃຫ້ວີດີໂອທີ່ Live ຢູ່ນັ້ນ...ປີ້ນລວງ

ຈຶ່ງເບິ່ງຍາກ...(ປວດຄໍ, ເຊື່ອແນ່ວ່າ...ທຸກຄົນບໍ່ຢາກຟັງແຕ່ສຽງ ແຕ່ຢາກເບິ່ງວີດີໂອໄປພ້ອມ)

ດັ່ງນັ້ນ, ຈຶ່ງເຮັດໃຫ້ເກີດມີ “ນັກການເງິນ Talk EP.1 (ຕອນທີ 2)” ຕາມມາ ໂດຍທາງເພກຈ໌ໄດ້ລຶບ ຕອນທີ 1 ອອກແລ້ວ, ມັນຈຶ່ງເປັນວີດີໂອທີ່ບໍ່ຕໍ່ເນື່ອງປານໃດ

ຢ່າງໃດກໍຕາມ, ຖ້າທຸກຄົນຕິດຕາມເພກຈ໌ “ນັກການເງິນ” ກໍຈະເຫັນວ່າ...

ຕອນແລງວັນສຸກທີ່ຜ່ານມາ ໄດ້ມີການ Live ແບບສົດໆເຊັ່ນກັນ ທີ່ “ນັກການເງິນ” ແຈ້ງກ່ອນໜ້ານີ້...ກ່ຽວກັບຫົວຂໍ້ “ເບຍລາວ ຫຼື ທ່ານ.ກິດສະໜາ ວົງໄຊ ຜູ້ສ້າງຕຳນານເບຍລາວ” ເຊິ່ງເປັນບໍລິສັດທີ່ເສຍພາສີໃຫ້ລັດຖະບານປະມານ 200 ລ້ານໂດລາ

ແຕ່ທ້າຍສຸດ, ເມື່ອ Live ນັ້ນຈົບລົງ ການອັບໂຫລດວີດີໂອ ກໍຫຼົ້ມ (ໜ້າເສຍດາຍ)

*ອັນທີ່ຮູ້ໄດ້ຂ້າງເທິງນັ້ນ ແມ່ນຂ້ອຍຊອກຫາວີດີໂອບໍ່ເຫັນ ເລີຍສົ່ງຖາມອ້າຍເອກ

 

ຍັງມີອີກສິ່ງໜຶ່ງທີ່ຂ້ອຍຈັບຈຸດໄດ້ຄື... “ຂ້ອຍເວົ້າຮອດໄສລະ?” (ເບິ່ງແລ້ວ ອົມຍິ້ມໄປພ້ອມ...)

ຄິດໃນໃຈວ່າ...ອ້າຍເອກຄືຖາມແນວນີ້ວ໋ະ...ຄືຊິແມ່ນລາວຕື່ນເຕັ້ນ...ຫຼື ລາວເປັນຄົນຂີ້ລືມບໍ່...

ເພາະວ່າ ຖ້າເຮົາຖາມແບບນີ້ ອາລົມຂອງຜູ້ທີ່ເບິ່ງຢ່າງຕັ້ງໃຈຈະຕົກ ແລະ ບໍ່ຕໍ່ເນື່ອງ

ເຊິ່ງອ້າຍເອກຄວນຈະຈັບຈຸດທີ່ໂຕເອງເວົ້າແລ້ວປະໄວ້ບ່ອນໃດໃຫ້ໄດ້..

ທ້າຍນີ້, ກໍບໍ່ມີຫຍັງຫຼາຍ...ວິເຄາະຕາມສະບັບ “ຍົກຍ້ອງ ແລ້ວຕິຊົມ”

ເຊິ່ງມັນມີຄວາມຜິດພາດກັນໄດ້...

ແຕ່ສິ່ງທີ່ຂ້ອຍດີໃຈຫຼາຍກວ່າຄື “ຍັງບໍ່ມີໃຜອອກມາ Live ຖາມ-ຕອບກ່ຽວກັບທຸລະກິດໃນລາວເຮົາ ແບບສົດໆຄືແນວນີ້ມາກ່ອນ” ຈຶ່ງຖືວ່າເປັນປະຖົມມະເລີກອັນດີໃຫ້ແກ່ຜູ້ທີ່ມີຄວາມສົນໃຈ, ເປັນປະກົດການທີ່ເກີດການກົດແຊຣ໌ ແລະ ບອກຕໍ່ຂອງກຸ່ມຄົນທີ່ຕິດຕາມເພກຈ໌ “ນັກການເງິນ”; ເຊິ່ງຂ້ອຍຄິດວ່າ ເປັນສິ່ງທີ່ໜ້າຈັບຕາ ແລະ ໜ້າຕິດຕາມພໍສົມຄວນໃນ Live ຕໍ່ໆໄປ.

 

ຂຽນໂດຍ: ວິລັດຕະກອນ ພະທິດມີໄຊ

 

ປລ. ທຸກຄົນສາມາດເບິ່ງວີດີໂອ Live ໄດ້ໃນເພກຈ໌

 

ນັກການເງິນ Talk EP1.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now