Review ເນື້ອຫາຂ້າງໃນປຶ້ມ “ຄິດແບບນັກບໍລິຫານ” ເອກກະສິດ ສິລິຈັກ

timer

remove_red_eye 0 views


cvConnect.la - Review ເນື້ອຫາຂ້າງໃນປຶ້ມ “ຄິດແບບນັກບໍລິຫານ” ເອກກະສິດ ສິລິຈັກ

“ຜູ້ນຳທີ່ເກັ່ງ ສາມາດເຮັດໃຫ້ດິນທີ່ແຫ້ງແລ້ງກາຍມາເປັນປ່າທີ່ອຸດົມສົມບູນ

ນັກບໍລິຫານທີ່ເກັ່ງ ສາມາດເຮັດໃຫ້ບໍລິສັດທີ່ໃກ້ຈະລົ້ມລະລາຍພິກຟື້ນກັບມາມີກຳໄລ”

ສະບາຍດີໝູ່ເພື່ອນ ແລະ ຄົນທີ່ຕິດຕາມຂ້ອຍ ໝົດທຸກຄົນ

ໃນການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2017 ນີ້...ຂ້ອຍກໍບໍ່ມີຫຍັງຫຼາຍທີ່ຈະມາແບ່ງປັນ

ແຕ່ແນ່ນອນ...ສິ່ງນີ້ຈະນຳສະເໜີໃຫ້ ກໍຈະເປັນແນວຄວາມຮູ້ເຊັ່ນເຄີຍ ແຕ່ທັງນີ້ຈະຂໍຖິ້ມຂໍ້ຄິດບາງຢ່າງປິດທ້າຍ

ເພາະທຸກສິ່ງຢ່າງເກີດຈາກຄວາມຄິດກ່ອນ, ຈາກນັ້ນຄວາມຄິດທີ່ສ້າງສັນຂອງເຈົ້ານັ້ນຈະໄດ້ຜົນ ກໍຄືການລົງມືເຮັດ

ເຊິ່ງສິ່ງທີ່ຂ້ອຍຈະກ່າວນີ້ກໍຄື ການຣີວິວປຶ້ມດີໆຫົວນີ້...”ຄິດແບບນັກບໍລິຫານ” ຂອງ ອ້າຍ ເອກກະສິດ ສິລິຈັກ

ນັກຂຽນຜົນງານ Best Seller, ທີ່ມີຜົນງານການຂຽນມາແລ້ວ 4 ເຫຼັ້ມ ແລະ ຂ້ອຍກໍໄດ້ຕິດຕາມມາເລື້ອຍໆນັບແຕ່ເຫຼັ້ມທຳອິດພຸ້ນ...

ໂດຍໃນນີ້ ກໍລວມມີ 29 ຄວາມຄິດ ແລະ ກົນລະຍຸດຂອງນັກບໍລິຫານທົ່ວໂລກ...ເຊິ່ງຈະເນັ້ນໄປທາງການບໍລິຫານ ເປັນການສັງລວມແນວຄວາມຄິດ ແລະ ການບໍລິຫານຂອງຜູ້ນຳ, ບຸກຄົນສຳຄັນ ແລະ ຜູ້ທີ່ມີຊື່ສຽງ

ລວມທັງການວິເຄາະກັ່ນຕອງຈາກຕົວອ້າຍເອກ ຫຼື ຜູ້ຂຽນປຶ້ມເອງ ທີ່ມີປະສົບການ ແລະ ໄດ້ສຶກສາມາພໍສົມຄວນ...

ມາລວມໃນປຶ້ມເຫຼັ້ມນີ້

ມີຫຼາຍບົດທີ່ໜ້າສົນໃຈ, ແຕ່ເປີດສາກເລີ່ມຕົ້ນທີ່ຂ້ອຍປະທັບໃຈ ກໍຄົງແມ່ນບົດທີ 3: “ເທັກນິກການຕະຫຼາດ ທີ່ຊ່ວຍສ້າງຄຸນຄ່າໃຫ້ແບຣນ”

ເຈົ້າຮູ້ບໍ່ວ່າ ເປັນຫຍັງສາວົກ iPhone ຈຶ່ງເຂົ້າຄິວລໍຖ້າຊື້ຢູ່ໜ້າ Apple Store ໃນປະເທດຍີ່ປຸ່ນ ແລະ ຄົນລາວບາງຄົນຕ້ອງລົງທຶນໄປຊື້ຢູ່ສິງກະໂປ, ບາງຄົນຍອມຊື້ເຄື່ອງຫິ້ວໃນລາຄາທີ່ແພງເຖິງ 2 ເທົ່າ...

ເປັນຫຍັງ ນັກທ່ອງທ່ຽວຫຼາຍພັນຄົນ ຈຶ່ງຕ້ອງຖ້າຄິວຍາວເປັນເດືອນເພື່ອຈອງໂຕະໄປກິນຊູຊິໃນຮ້ານ Jiro Sushi ທີ່ຍີ່ປຸ່ນ ໂດຍທີ່ເຈົ້າໄປກິນເທື່ອໜຶ່ງໝົດເງິນຢ່າງຕ່ຳ 5 ລ້ານກີບ ແລກກັບຊູຊິພຽງ 20 ຄຳ...

ຕໍ່ມາກໍຈະເປັນບົດທີ 7: “ເຮັດທຸລະກິດ ຢ່າຈົມກັບຄວາມສຳເລັດເກົ່າໆ”

ເພາະການຈົມຢູ່ກັບຄວາມຄິດແບບເກົ່າໆ ເຮັດໃຫ້ Kodark Film ທີ່ມີສ່ວນແບ່ງຕະຫຼາດກ້ອງຖ່າຍຮູບເຖິງ 95 % ຕ້ອງລົ້ມຕາຍ

ລວມທັງ Nokia ກໍເຊັ່ນກັນ ຖືກ Apple ທີ່ມີຜູ້ບໍລິຫານລຸ້ນໃໝ່ຄື Steve Jobs ແຊງໜ້າແບບບໍ່ເຫັນຝຸ່ນ ກາຍເປັນ Apple ແລະ Samsung ທີ່ກຳລັງແຂ່ງຂັນກັນໃນປັດຈຸບັນຢ່າງດຸເດືອດເຜັດຮ້ອນ...(ແຕ່ດຽວນີ້ Huawei ກໍເຂົ້າມາຫຼີ້ນເກມນີ້ພ້ອມ ໂດຍໄດ້ປະກາດສັກດາໃຫ້ຮູ້ໄວ້ໂລດວ່າເປົ້າໝາຍຂ້ອຍຄື ແຊງໜ້າ Apple, ໃນຂະນະທີ່ Nokia ກໍຈະຟື້ນຄືນຊີບແບບໂສມໜ້າໃໝ່ໃນປີ 2017...ບອກໄວ້ເລີຍວ່າ ຄັກແນ່ນອນ...)

ບົດທີ 8: “ນິໄສຂອງຫົວໜ້າ ຄືວັດທະນະທຳຂອງອົງກອນ”

ຫົວໜ້າ ຫຼື ປະທານບໍລິສັດ (CEO) ແມ່ນສຳຄັນຫຼາຍ…ຢາກຮູ້ວ່າບໍລິສັດໃດ, ອົງກອນໃດ ຈະຢູ່ຍືດໃຫ້ເບິ່ງ “ວັດທະນະທຳຂອງອົງກອນ” ແລະ “ນິໄສຂອງປະທານບໍລິສັດ”

ຖ້າຫາກວັດທະນະທຳອົງກອນເຈົ້າມັນຫຼ້າຫຼັງ, ເຮັດວຽກຊ້າ, ຂີ້ຄ້ານ ສຸດທ້າຍຜົນງານ ແລະ ພາບລັກຂອງອົງກອນມັນຫາກບົ່ງບອກເອງ ວ່າອົງກອນນີ້ເປັນແນວໃດ

ເມື່ອເຈົ້າເຂົ້າໄປຮ້ານອາຫານ ເຫັນໂຕະເປື້ອນ, ບໍ່ສະອາດ, ພະນັກງານເວົ້າບໍ່ມ່ວນ, ອາຫານກໍບໍ່ແຊບ ໃຫ້ເຈົາຄິດໂລດວ່າ ບໍ່ແມ່ນຍ້ອນພະນັກງານ ມັນຫາກແມ່ນຍ້ອນຫົວໜ້າໃຫຍ່ມັນເອງຫັ້ນແຫຼະ ທີ່ບໍ່ຮູ້ຈັກບໍລິຫານ...

ແລະທ້າຍທີ່ສຸດ, ຖ້າເຈົ້າເປັນເຈົ້າຂອງບໍລິສັດທີ່ບໍ່ເກັ່ງ ແຕ່ຢາກໄດ້ຄົນທີ່ເຮັດວຽກເກັ່ງມາຮ່ວມງານ ກໍຍ່ອມເປັນໄປໄດ້ເຊັ່ນກັນ...

ນອກຈາກນັ້ນ, ກໍຍັງມີບົດທີ 9 “ນິໄສແທ້ໆຂອງອັດສະຣິຍະ”

ບົດທີ 11: “ຄວາມຝັນ ບໍ່ໄດ້ຂຶ້ນກັບອາຍຸ”

ບົດທີ 12: “ການສ້າງພາບລັກ ແລະ ຈຸດແຂງຂອງແບຣນ”

ບົດທີ 13: “ຄວາມຮັ່ງມີຂອງປະເທດ ມາຈາກໄສ?”

ບົດທີ 20: “ຄຸນສົມບັດທີ່ຂາດບໍ່ໄດ້ຂອງ ຜູ້ນຳທີ່ປະສົບຜົຍສຳເລັດ”

ບົດທີ 21: “ເຫດເກີດຈາກຄົນລາວເຮົາ ມັກຂ້າມໄປຊື້ເຄື່ອງຢູ່ໄທ”

ບົດທີ 22: “ປະເທດຈີນຈະຍິ່ງໃຫຍ່ໄດ້ ຕ້ອງມີສິ່ງນີ້”

ບົດທີ 25: “ເປັນຫຍັງ ປະເທດໃດໜຶ່ງຈຶ່ງຮັ່ງມີໄດ້?”

ບົດທີ 27: “ຄວາມສຳເລັດ ແລະ ຄວາມລຽບງ່າຍ”

ບົດທີ 28: “ສິລະປະແຫ່ງການສູ້ຮົບ”

"ຂ້ອຍບໍ່ມັກຄົນທີ່ມັກເວົ້າວ່າ ຖ້າມີເງິນຈະເຮັດອັນນັ້ນອັນນີ້, ແຕ່ຂ້ອຍມັກຄົນທີ່ເວົ້າວ່າ ເຖິງຂ້ອຍບໍ່ມີເງິນ ຂ້ອຍກໍຈະເຮັດສິ່ງນີ້ໃຫ້ໄດ້"-Jack Ma ມະຫາເສດຖີອັນດັບ 1 ຂອງຈີນ, ຜູ້ກໍ້ຕັ້ງບໍລິສັດ Alibaba.com

 

ມີຫຼາຍສິ່ງຢ່າງໃນປຶ້ມເຫຼັ້ມນີ້ ທີ່ໜ້າສົນໃຈ...ຮູບແບບການຂຽນ ແມ່ນອອກແບບມາເພື່ອດຶງດູດຄົນອ່ານເລີຍກໍວ່າໄດ້

ເພາະຖືກຈັດແບ່ງເປັນຫົວຂໍ້ ຫຼື ເປັນຫົວບົດ, ບໍ່ຍາວຈົນເກີນໄປ, ມີຮູບພາບປະກອບ

ຖືວ່າເປັນການລັງສັນຜົນງານໃຫ້ກັບຄົນທີ່ບໍ່ມັກອ່ານປຶ້ມ ຕ້ອງສົນໃຈຫັນມາອ່ານປຶ້ມກໍມີ

ຂ້ອຍຖືວ່າ ເປັນການປະຕິວັດວົງການການອ່ານປຶ້ມໃນລາວຮູບແບບໃໝ່ ຄຳວ່າເສດຖະກິດ, ການເມືອງ, ວຽກງານ, ຊີວິດທີ່ໜ້າເບື່ອ ໄດ້ຖືກ Design ໃໝ່ໝົດ...

*ບາງຢ່າງດ້ານໄວຍາກອນພາສາລາວອາດບໍ່ຖືກ...ແຕ່ຂ້ອຍຄິດວ່າ ເຮົາບໍ່ຈຳເປັນຂະໜາດນັ້ນກໍໄດ້ ທີ່ວ່າ ຕ້ອງຖືກຕ້ອງ ເປັນລະບຽບຮຽບຮ້ອຍ ຄືຜ້າພັບໄວ້, ເຊິ່ງເຮົາສາມາດຂ້າມໄປຫາເນື້ອຫາສາລະຂອງບົດ ທີ່ເປັນແກນສານຂອງປຶ້ມເຫຼັ້ມນີ້ ຈະດີກວ່າ...ຜູ້ທີ່ອ່ອນໄຫວທາງພາສາໄດ້ງ່າຍ ກໍຈະຕຳນິໄປຕາມໆກັນ...ແຕ່ສິ່ງນີ້ ເຮົາປັບປຸງກັນໄດ້ໃນເຫຼັ້ມຕໍ່ໄປ!

ແຕ່ທ່າໄມ້ຕອນທ້າຍຂອງບົດທີ່ອ້າຍເອກຝາກໄວ້ກໍຄື: “ອ່ານມາຮອດບົດນີ້ ຫຼາຍຄົນຄົງຈະໄດ້ຄວາມຮູ້ຈາກປຶ້ມຫົວນີ້ໄປບໍ່ໜ້ອຍ, ແຕ່ຄວາມຮູ້ນັ້ນ ເກືອບຈະບໍ່ມີຄວາມໝາຍຫຍັງເລີຍ ຖ້າເຮົາບໍ່ນຳເອົາໄປປະຕິບັດ. ທຸກຄົນທີ່ສຳເລັດ ລ້ວນແຕ່ເລີ່ມຈາກກ້າວນ້ອຍໆ ຢ່າໄປອາຍທຳມາຫາກິນ, ບໍ່ຕ້ອງໄປສົນໃຈກັບຄຳເວົ້າຄົນ, ລົງມືເຮັດໃຫ້ມັນດີທີ່ສຸດ ແລ້ວຄຳຍ້ອງຍໍ ມັນຈະແລ່ນຫາເຈົ້າ”

 

“ຊີວິດນັ້ນມັນແສນສັ້ນ ຈົ່ງເຮັດໃນສິ່ງທີ່ມັກ ຮັກຫຼາຍກວ່າຊັງ”-ເອກກະສິດ ສິລິຈັກ

 

ທ້າຍທີ່ສຸດຂ້ອຍກໍຂໍຝາກໄວ້ ບໍ່ຕ່າງຫຍັງກັນກັບ ອ້າຍເອກກະສິດ ສິລິຈັກ

ເພາະສິ່ງເກົ່າໆ ເຈົ້າກໍຄວນຖິ້ມໄປກັບປີເກົ່າໆນີ້...ບໍ່ຕ້ອງເກັບມາຄິດ ເຮັດໃຫ້ຊີວິດໝົດສີສັນ

ປີໃໝ່ 2017 ຊີວິດຈະມີສີສັນຂຶ້ນ ເມື່ອເຈົ້າປ່ຽນແປງມັນໃໝ່, ປ່ຽນແນວຄວາມຄິດ ເພື່ອເປັນການເປີດໂລກກະທັດໃໝ່ໆ, ເຮັດໃນສິ່ງໃໝ່ໆ...

ການອ່ານ ສາມາດເຮັດໃຫ້ເຈົ້າມີຄວາມຮູ້ເທົ່າໜ່ວຍໂລກ ແລະ ຄວາມຄິດຈິນຕະນາການເທົ່າຈັກກະວານ, ທັງຍັງການອ່ານຈະເຮັດໃຫ້ເຈົ້າກາຍເປັນຜູ້ມີວາທະສິນໄປໃນໂຕ ແລະ ມັນປ່ຽນແປງຊີວິດເຈົ້າໄດ້ແນ່ນອນ!

 

ຂຽນໂດຍ: ວິລັດຕະກອນ ພະທິດມີໄຊ

ຮູບພາບຈາກ: https://web.facebook.com/Dreamclown... ແລະ www.google.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now