cvConnect.LA ເວັບໄຊຫາວຽກສຳຫຼັບຄົນຍຸກໃໝ່ ມາພ້ອມບໍລິການຈັບຄູ່ຄົນເຮັດວຽກກັບບໍລິສັດ

timer

remove_red_eye 0 views


cvConnect.la - cvConnect.LA ເວັບໄຊຫາວຽກສຳຫຼັບຄົນຍຸກໃໝ່ ມາພ້ອມບໍລິການຈັບຄູ່ຄົນເຮັດວຽກກັບບໍລິສັດ

ໃນປັດຈຸບັນທີ່ໂລກກຳລັງກ້າວໄປສູ່ໂລກແຫ່ງຍຸກດິຈິຕອນເຂົ້າທຸກມື້ ເຮັດໃຫ້ທຸກຄົນມີໂທລະສັບມືຖືທີ່ສາມາດເຂົ້າເຖິງເວັບໄຊ ແລະ ຫຼິ້ນສັງຄົມອອນລາຍກັນຢ່າງແຜ່ຫຼາຍ

      ການຫາວຽກໃນຍຸກກ່ອນທີ່ຕ້ອງໄປເປີດນຳໜັງສືພິມເພື່ອເບິ່ງວ່າມີວຽກໃດແນ່ທີ່ກຳລັງປະກາດຮັບຢູ່ ແຕ່ໃນປັດຈຸບັນທຸກຄົນມີມືຖືທີ່ສາມາດເຂົ້າເຖິງເວັບໄຊໄດ້ຢ່າງງ່າຍດາຍ

      ທ່ານ ເອກກະສິດ ສິລິຈັກ ຜູ້ຂຽນປື້ມມາແລ້ວ 4 ຫົວ ໄດ້ກໍ່ຕັ້ງບໍລິສັດ ສິລິຈັກ ຈຳກັດ ແລະ ເປີດໂຕບໍລິການຊອກວຽກຜ່ານເວັບໄຊທີ່ຊື່ວ່າ ຊີວີຄອນເນັກ.LA ເພື່ອໃຫ້ທຸກຄົນທີ່ກໍາລັງຊອກວຽກສາມາດເຂົ້າຊອກຫາວຽກໃນເວັບໄຊຕາມຄວາມຕ້ອງການໄດ້ຢ່າງງ່າຍດາຍ ພຽງເຂົ້າໄປທີ່ເວັບໄຊ cvConnect.LA ແລ້ວກໍ່ເລື່ອນເບິ່ງວຽກທີ່ທ່ານມັກ

      cvConnect.LA ບໍ່ໄດ້ເປັນພຽງສູນລວມປະກາດສະໝັກວຽກຈາກທົ່ວປະເທດເທົ່ານັ້ນ ຜູ້ທີ່ຕ້ອງການວຽກຍັງສາມາດນຳເອົາຊີວີປະຫວັດຂອງໂຕເອງມາຝາກໄວ້ທີ່ເວັບໄຊເພື່ອໃຫ້ບໍລິສັດ ແລະ ອົງກອນຕ່າງໆເຂົ້າມາຄົ້ນຫາໂຕເອງໄດ້ ເຊິ່ງບໍລິການນີ້ທຸກຄົນສາມາດເຂົ້າຝາກປະຫວັດໄດ້ເລີຍ ແລ້ວຈາກນັ້ນພຽງລໍຖ້າໃຫ້ບໍລິສັດຕິດຕໍ່ຫາທ່ານ

      cvConnect.LA ຄືເວັບໄຊຫາວຽກສຳຫຼັບຄົນລາວຍຸກໃໝ່ທີ່ກຳລັງຕ້ອງການວຽກທີ່ເໝາະສົມກັບຄວາມສາມາດຂອງຕົນເອງ ຊີວີຄອນເນັກເຊື່ອວ່າ ຈະເຮັດໃຫ້ການຫາວຽກຂອງທຸກຄົນເປັນເລື່ອງງ່າຍ ເຊິ່ງຈະນຳໄປສູ່ການພັດທະນາເສດຖະກິດສັງຄົມຂອງປະເທດລາວໃນທີ່ສຸດ

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now