ດາວເຮືອງ ປະກາດຂະຫຍາຍຖານການຜະລິດກາເຟດາວ ເຂົ້າປະເທດໄທ!

timer

remove_red_eye 0 views


cvConnect.la - ດາວເຮືອງ ປະກາດຂະຫຍາຍຖານການຜະລິດກາເຟດາວ ເຂົ້າປະເທດໄທ!

ກຸ່ມ​ບໍລິສັດ​ດາວເຮືອງ ປະກາດ​ບຸກ​ຕະຫຼາດ​ໄທ​ເຕັມ​ຮູບ​ແບບ ເພື່ອ​ຂະຫຍາຍ​ຖານ​ການ​ຜະລິດ ແລະ ຈຳໜ່າຍ​ຜະລິດ​ຕະ​ພັນ​ຫຍີ່​ຫໍ້​ດາວ ເຂົ້າ​ເຖິງ​ຜູ້​ບໍລິໂພກ​ຕ່າງປະເທດ​ຢູ່​ໄທ ພາຍຫລັງ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ຮັບ​ເອົາ​ລິ​ຂະ​ສິດ​ໃນ​ການ​ຜະລິດ ແລະ ຈຳໜ່າຍ​ກາເຟ​ກະ​ປ໋ອງ​ດາວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມິຖຸນາ 2015 ລະຫວ່າງ​ບໍລິສັດ​ ວີ​ຟຸດ​ແຫ່ງ​ປະເທດ​ໄທ (V Foods, Thailand) ແລະ ກຸ່ມ​ບໍລິສັດ​ດາວເຮືອງ​ ຢູ່​ແຂວງ​ຈຳປາ​ສັກ ເຊິ່ງ​ເປັນ​ກຽວ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ ​ແມ່ນ​ທ່ານ​ນາງ ​ເລຶ້ອງ​ລິດ​ດັງ ​ປະທານ​ກຸ່ມ​ບໍລິສັດ​ດາວເຮືອງ ແລະ ທ່ານ ອະພິ​ຣັກ ໂກສະ​ໂຍທິນ​ຕາງ ໜ້າ​ຝ່າຍ​ໄທ.

ທ່ານ​ນາງ ເລື່ອງ​ລິດ​ດັງ ປະທານ​ກຸ່ມ​ບໍລິສັດ​ດາວເຮືອງ ​ເປີດເຜີຍ​ວ່າ: ການ​ເຊັນ​ບົດ​ທຶກ​ຊ່ວຍ​ຈຳ​ຄັ້ງ​ນີ້​ ຖື​ວ່າເປັນ​ບາດກ້າວ​ສຳຄັນ​ຂອງ​ຜະລິດ​ຕະ​ພັນ​ລາວ ໂດຍ​ສະເພາະ ຜະລິດ​ຕະ​ພັນ​ດາວເຮືອງ ​ເພື່ອ​ຂະຫຍາຍ​ຖານ​ການ​ຜະລິດ ແລະ ຈຳໜ່າຍ​ໃນ​ປະເທດ​ໄທ​ ລວມ​ທັງ 10 ປະເທດ​ສະມາຊິກ​ອາ​ຊຽນ ທາມ​ກາງ​ທີ່​ປະເທດ​ພວກ​ເຮົາ​ພວມ​ນັບ​ຖອຍຫຼັງ ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ທ້າຍ​ປີ​ນີ້ ສະນັ້ນ ການ​ນຳ​ເອົາ​ລິ​ຂະ​ສິດ​ໄປ​ຜະລິດ ແລະ ​ຈຳໜ່າຍ​ຢູ່​ໄທນັ້ນ ​ແມ່ນ​ຍຸດ​ທະ​ສາດ​ອັນ​ໜຶ່ງ ​ເພື່ອ​ນຳ​ສະເໜີ​ສິນຄ້າ​ຂອງ​ພວກ​ເຮົາ ອອກ​ສູ່​ສາຍຕາ​ຄົນ​ອາ​ຊຽນ ໂດຍ​ສະເພາະ​ປະເທດ​ໄທ ມີ​ຈຳນວນ​ປະຊາກອນ​ຫຼາຍ ນອກຈາກ​ນີ້​ ຍັງ​ຈະ​ຫຼຸດຜ່ອນ​ຕົ້ນ​ທຶນ​ການ​ຂົນສົ່ງ​ອອກ​ອີກ​ດ້ວຍ ປັດຈຸບັນ ກາເຟ​ດາວ ໄດ້​ເປີດ​ສາຂາ​ຮ້ານ​ກາເຟ​ດາວ ຢູ່​ໃຈກາງ​ກຸງ​ເທບ​ຫຼາຍ​ແຫ່ງ.

 

ແຫລ່ງຂ່າວ: ວຽງຈັນໃໝ່

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now