5 ສິ່ງທີ່ບໍ່ຄວນເຮັດ​ໃນ​ບ່ອ​ນ​ເຮັດ​ວຽກ

timer

remove_red_eye 0 views


cvConnect.la - 5 ສິ່ງທີ່ບໍ່ຄວນເຮັດ​ໃນ​ບ່ອ​ນ​ເຮັດ​ວຽກ

 

           5 ​ທັດສະນະ​ຄະຕິ​ທີ່​ບໍ່​ຄວນ​ມີ​ ​ແລະ ບໍ່ຄວນ​ປະຕິບັດ ເຊິ່ງຈະເຮັດ​ໃຫ້​​ເພື່ອນ​ຮ່ວມ​ງານ​ເບິ່ງ​ຕົນ​ເອງ​ໃນ​ແງ່​ລົບ ມີຫຍັງແດ່ມາເບິ່ງກັນເລີຍ.

 

  • ເຮັດ​ວຽກ​ໂດຍ​​ໃຊ້​ອຳນາດ​ ​ແລະ ຕຳ​ແໜ່​ງໜ້າ​ທີ່: 

         ເປັນ​ເລື່ອງ​ທີ່​ຄົນ​ສ່ວນ​ຫຼາຍ​ບໍ່​ມັກທີ່ຈະຖືກຄົນທີ່ຢູ່ເໜືອກວ່າ “ສັ່ງ ຫຼື ບັງຄັບ” ໃຫ້ຄົນທີ່ຢູ່ຕຳແໜ່ງນ້ອຍກວ່າເຮັດຫຍັງໂດຍທີ່ບໍ່ໄດ້ຕົກລົງຮ່ວມກັນມາ​ກ່ອນ ແຕ່ໃນຄວາມເປັນຈິງເຫດການ​ລັກສະນະ​​​ນີ້ຈະ​ເກີດ​ຂຶ້ນ​ ເລື້ອ​ຍໆ​ຈາກ​ທີ່​ຫຼາຍໆ​ຄົນ​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນຊາ ບາງ​ຄົນ​ມີ​ຕຳ​ແໜ່​ງສູງ​ກໍ​ຮູ້ສຶກ​ວ່າ “​ເຮັດ​ຫຍັງ​ກໍ​ໄດ້” ຈົນ​ກາຍ​ເປັນ​ຄົນ​ເຈົ້າ​ອຳນາດ​ຈົນ​ລຶມຄິດ​ເຖິງ​ຄົນ​ທີ່ຢູ່​​ຕຳ​ແໜ່​ງນ້ອຍ​ກວ່າ ຜົນ​ທີ່​ຕາມ​ມາ​ຄື​ການ​ສູນ​ເສຍ​ຄວາມ​ໄວ້​ໃຈ, ຄວາມ​ເຊື່ອ​ໝັ້ນ​ ຕະຫຼອດ​ໄປ​ຈົນ​ເຖິງ​ຄວາມເຄົາລົບນັບຖື.

 

  • ເຮັດ​ວຽກ​ໂດຍ​ຫວັງ​ແຕ່​ຜົນ​ປະ​ໂຫຍ​ດ: 

         ຄົນ​ເຮັດ​ວຽກທຸກ​ຄົນ​ຕ່າງ​ກໍ​ລ້ວນ​ຕ້ອງການ​​ຈະ​ມີຄ່າ​ຕອບ​ແທນ​ໄປ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ ​ແຕ່​ການ​ຕັ້ງໜ້າ​ຕັ້ງ​ຕາ​ຄິດ​ແຕ່​ເລື່ອງ​ລາຍ​ໄດ້, ​ເງິນ​ເດືອນ, ​ໂບນັດ ​ແລະ ມີ​ແຕ່​ຈົ່ມ​​ ເມື່ອ​ບໍ່ພໍ​ໃຈ​​ກັບ​ຜົນ​ປະ​ໂຫຍ​ດດັ່ງກ່າວ ສິ່ງ​ເຫຼົ່າ​ນີ້​​ເຮັດ​ໃຫ້ຄົນ​ອື່ນ​​ເບິ່ງ​​ໄປໃນ​ແງ່​ລົບ, ​ເຖິງ​ແມ່ນ​ວ່າ​ເຮົາຈະ​ເຮັດ​ວຽກ​ເພື່ອ​ເງິນ​ເດືອນ ​ແຕ່​ຄຸນຄ່າ​ຂອງ​ການ​ເຮັດ​ວຽກ​ກໍ​ບໍ່​ແມ່ນ​ວ່າ​ຈະ​ຕ້ອງ​ຕັດສິນ​ດ້ວຍ​ເງິນ​ສະ​ເໝີ​ໄປ, ຄົນ​ເຮັດ​ວຽກ​ເກັ່ງໆ​ຫຼາຍ​ຄົນ​ຈະສົນ​ໃຈ​ເຖິງ​ກາ​ນ​​ເຮັດ​ວຽກ​ທີ່ຢູ່​ຕໍ່ໜ້າ​ໃຫ້​ດີ​ທີ​ສຸດ, ການ​ໄດ້​ມີຜົນງານ​, ການ​ໄດ້​ໃຊ້​ຄວາມ​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ຕົນ​ເອງ​ຮັກ​​ ເຊິ່ງຈະ​ເຮັ​ດ​ໃຫ້​ຄົນ​ອື່ນໆ​ນັບຖື​ໄວ້​ວ່າງ​ໃຈ.

 

  • ເຮັດ​ວຽກ​​ເພື່ອໃຫ້ພໍແລ້ວ​ໄປ: 

          ຄົນ​ແບບນີ້ຫົວໜ້າ​ຈະ​ເບື່ອ ​ແລະ ​ເມື່ອ​ຍ​ໃຈ​ພໍ​ສົມຄວນ​ຄືເຮັດວຽກ​ໂດຍ​ບໍ່​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ເຮັດ​ວຽກຢ່າງ​​ເຕັມຮ້ອຍ, ​ເຮັດ​ວຽກ​ໃຫ້​ສຳ​ເລັດ​​​​​ເພື່ອກັບ​​ໄປເຮື​ອນ ​ແນ່ນອນ​ມັນ​ອາດ​ຈະ​ຖືວ່າ​ເຮັດ​ວຽກສຳ​ເລັດ ​ແຕ່​ມັນ​ເຮັດ​ໃຫ້​ຄົນ​ອື່ນ​ທີ່​ເບິ່ງ​ນັ້ນ​ຮູ້ສຶກ​ໄດ້​ວ່າ​ບໍ່​ໄດ້​ໃສ່​ໃຈ ຫຼື ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ ​ແລະ ສິ່ງ​ທີ່​ຕາມ​ມາ​ຄື​ການ​ຂາດ​ຄວາມ​ຮັບຜິດຊອບ, ຂາດ​ການ​ເບິ່ງ​ລາຍ​ລະອຽດ​ໃຫ້​ຖີ່​ຖ້ວນ ​ເຊິ່ງກໍ​ຈະ​ບໍ່​​ແປກ​ໃຈ​ເລີຍ​ທີ່​ຫົວໜ້າຈະ​ບໍ່​​ສົ່ງ​ວຽກ​ສຳຄັນ​ໃຫ້ກັບ​ຄົນ​​ເຫຼົ່າ​ນັ້ນ​ເຮັດ.

 

  • ເຮັດ​ວຽກ​ແບບ​ບໍ່​​ຄິດ​ຈະ​ເມື່ອ​ຍ ຫຼື ລຳບາກ: 

          ໃຜໆ​ກໍ​ລ້ວນ​ແຕ່​ຮັກ​ສະບາຍ ​ແຕ່​ຖ້າ​ຈະ​ຮັກ​ສະບາ​ຍຈົນບໍ່​ຍອມ​ເມື່ອຍ​ເລີຍ ​ເມື່ອ​ພົບ​ກັບ​ວຽກ​ງານໜັກຫຼາຍກໍ​ຈົ່ມ​ແລ້ວ​ປະຕິເສດ​ ການ​ເຮັດ​ວຽກ​ຫຼາຍກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮັດ​ຈົນ​ໝົດ​ມື້ໝົດ​ຄືນ ​ແຕ່​ຊີວິດ​ການ​ເຮັດ​ວຽກ​ມັນ​ກໍ​ຕ້ອງ​ມີ​ບາງໄລຍະ​ທີ່ຕ້​ອງທຸ້ມ​ເທ​ໃນ​ການ​ເອົາ​ຊະນະ​ອຸປະ​ສັກ ຫຼື ຕ້ອງ​ແກ້​ໄຂ​ບັນ​ຫາ​ສຳຄັນ ​ແລະ ນັ້ນ​ຈະ​ກາຍ​ເປັນ​ບົດຮຽນ​ທີ່​ສຳຄັນ​ອັນ​ຍິ່ງ​ໃຫຍ່​ເຮັດ​ໃຫ້​ມີ​ປະສົບ​ການ​ທີ່ເຂັ້ມແຂງຂຶ້ນ ຖ້າ​ບໍ່​ຄິດ​ຈະ​ເມື່ອຍ ​ບໍ່​ຄິດ​ຈະ​ລຳບາກ ​ແລ້ວ​ກໍ​ຍາກ​ທີ່​ຈະ​ເປັນ​ຜູ້​ໃຫຍ່​ໃນ​ຕໍ່​ໜ້າ.

 

  • ເຮັດ​ວຽກ​ແບບ​​ແບ່ງ​ພັກ​ແບ່ງ​ພວກ: 

          ເຊື່ອ​ບໍ່​ວ່າ​ສິ່ງ​ທີ່​ໃຜໆ​ກໍ​ລຳ​ຄານ​ຄື ​​ຄົນ​ໃນ​ບ່ອນ​ເຮັດ​ວຽກ​ຮ່ວມ​ກັນ​ນັ້ນ​ແບ່ງ​ພັກ​ແບ່ງ​ພວກ​ຈົ່ມຂວັນໃສ່ຮ້າຍປ້າຍສີ ​ແລ້ວ​ເອົາ​ເລື່ອງ​ສ່ວນ​ຕົວ​ ມາ​ກ່ຽວ​ກັບ​ເລື່ອງ​ການ​ເຮັດ​ວຽກ ​ການ​ກະທຳ​ແບບ​ນີ້​ມັນ​ບໍ່​ໄດ້​ສົ່ງ​ຜົນ​ດີ​ຕໍ່​ຕົນ​ເອງ ​ແລະ ບໍລິສັດ ​ແຕ່​ຖ້າ​ນັບ​ມື້​ນັບ​ມີ​ຄວາມ​ຂັດ​ແຍ້ງ​ກັນຈະ​ເຮັດ​ໃຫ້ການ​ເຮັດ​ວຽກ​ບໍ່​​ໄດ້​ມີ​ປະສິດທິພາບ ​ແລະ ອາດ​ເຖິງ​ຂັ້ນ​ເຮັດ​ໃຫ້​ຕ້ອງ​ເສຍ​ວຽກນຳອີກ.

 

ທີ່ມາ: www.targetlaos.com

Tags: #ບ່ອນເຮັດວຽກ #ຫ້ອງການ #ບໍ່ຄວນເຮັດ #ສິ່ງຫ້າມ #office

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now