6 ພຶດຕິກຳ ທີ່ເຮັດໃຫ້ທ່ານເຮັດວຽກບໍ່ກ້າວໜ້າ

timer

remove_red_eye 0 views


cvConnect.la - 6 ພຶດຕິກຳ ທີ່ເຮັດໃຫ້ທ່ານເຮັດວຽກບໍ່ກ້າວໜ້າ

 

        ພຶດຕິກໍາທີ່ເຮັດໃຫ້ທ່ານເຮັດວຽກບໍ່ກ້າວໜ້າ ມາເບິ່ງກັນເລີຍວ່າມີຫຍັງແດ່...

 

1. ມັກວິພາກວິຈານ (ເວົ້າແຕ່ບໍ່ເຮັດ): 

          ຫຼາຍຄົນມັກເປັນປະເພດວິຈານດີເດັ່ນ ມັກອອກຄໍາຄິດເຫັນ ແບບມີແຕ່ເວົ້າ ແຕ່ບໍ່ມີຜົນງານອອກມາໃຫ້ເຫັນ ນິດໄສແບບນີ້ບໍ່ດີຕໍ່ການພັດທະນາຕົວເອງ ຖ້າຫາກທ່ານຢາກກ້າວໜ້າໃນວຽກງານກໍຕ້ອງໝັ່ນຄິດໃຫ້ຫຼາຍແລ້ວລົງມືເຮັດທັນທີ.

 

2. ເຮັດວຽກແບບເກົ່າໆຊໍ້າໆ: 

           ພະນັກງານປະຈໍາຫຼາຍໆຄົນທີ່ໄດ້ຮັບໜ້າທີ່ມອບໝາຍແບບເກົ່າໆຊໍ້າກັນຈົນລຶ້ງເຄີຍ ບາງຄົນ 5 ປີແລ້ວເຮັດແບບໃດ ປັດຈຸບັນກໍຍັງເຮັດແບບນັ້ນຄືເກົ່າ ຈົນເຮັດໃຫ້້ເກີດຄວາມລຶ້ງເຄີຍ ຈົນບໍ່ມີການຄົ້ນຄິດຄົ້ນຫາວິທີການເຮັດວຽກແບບໃໝ່ໆໃນການເຮັດວຽກ ສະນັ້ນ, ກໍຢ່າລືມຫາຄວາມຮູ້ຮອບຕົວ ເພື່ອເພີ່ມຄວາມຮູ້ຄວາມສາມາດໃນການເຮັດວຽກໃຫ້ຫຼາຍຂຶ້ນ.

 

3. ຂາດຄວາມໝັ້ນໃຈ ບໍ່ກ້າຕັດສິນໃຈ: 

           ຖ້າຂາດສິ່ງນີ້ ຖືວ່າຈະເປັນອຸປະສັກ ທີ່ຈະເຮັດໃຫ້ທ່ານບໍ່ສາມາດເລື່ອນຕໍ່າແໜງໄດ້ ເພາະທ່ານບໍ່ສາມາດຕັດສິນໃຈໄດ້ຢ່າງເດັດຂາດ ຫຼາຍຄົນຢ້ານຜົນຈາກການຕັດສິນໃຈຂອງຕົນເອງ (ເຖິງວ່າຈະຍັງບໍ່ເກີດຂຶ້ນກໍຕາມ) ຢ້ານວ່າ ຖ້າຫາກຕັດສິນໃຈລົງໄປແລ້ວເກີດຂໍ້ຜິດພາດໃນການເຮັດວຽກ ຈະກາຍເປັນບັນຫາໃຫຍ່ ເຊິ່ງແນວທາງແກ້ໄຂນັ້ນສາມາດເຮັດໄດ້ໂດຍການປຶກສາຫົວໜ້າ ໂດຍເລົ່າເຖິງບັນຫາ ແລະ ແນວທາງການຕັດສິນໃຈ. ທຳອິດທ່ານອາດຈະຍັງບໍ່ກ້າ ແຕ່ຖ້າໝັ່ນເຝິກຝົນ ໝັ່ນນຳສະເໜີແນວທາງການຕັດສິນໃຈໃຫ້ຫົວໜ້າໄດ້ຮັບຮູ້ເລື້ອຍໆ ຈະຊ່ວຍໃຫ້ທ່ານມີຄວາມໝັ້ນໃຈ ແລະ ກ້າຕັດສິນໃຈໃນທີ່ສຸດ.

 

4. ມັກເພິ່ງພາຄົນອື່ນຫຼາຍເກີນໄປ: 

           ຫຼາຍຄົນມີເພື່ອນຮ່ວມງານທີ່ດີຄອຍຊ່ວຍເຫຼືອເຮັດໃຫ້ວຽກສໍາເລັດໄປດ້ວຍດີ ຫຼື ບາງຄົນໄດ້ທີມງານທີ່ດີ ມີບັນຫາກໍຈະມີຄົນຊ່ວຍເຫຼືອ ສິ່ງນີ້ອາດສົ່ງຜົນໃຫ້ທ່ານຕິດນິດໄສເພິ່ງພາຄົນອື່ນຫຼາຍຈົນເກີນໄປ ລອງປັບປ່ຽນເປັນການຂໍຄຳແນະນຳຈາກເພື່ອນຮ່ວມງານ, ຄ່ອຍໆຮຽນຮູ້ແລ້ວເຮັດດ້ວຍຕົນເອງເລື້ອຍໆຈະເປັນການດີກວ່າ.

 

5. ບໍ່ມີການວາງເປົ້າໝາຍໃນຊີວິດ: 

           ຄົນເຮັດວຽກຫຼາຍໆຄົນມັກບໍ່ມີເປົ້າໝາຍໃນການເຮັດວຽກຂອງຕົນເອງ ຂໍພຽງແຕ່ໃຫ້ມີວຽກເຮັດກໍພໍ ເຊິ່ງຈຸດນີ້ຈະເຮັດໃຫ້ທ່ານຄ່ອຍໆກາຍເປັນຄົນບໍ່ມີຄວາມກະຕື້ລືລົ້ນເຮັດໃນສິ່ງໃໝ່ໆ ຖ້າຮູ້ຕົວວ່າກຳລັງເປັນແບບນີ້ລອງຕັ້ງເປົ້າໝາຍໃນການເຮັດວຽກແບບໄລຍະສັ້ນໆເຊັ່ນ: ພາຍໃນໜຶ່ງປີ ຈະຕ້ອງເພີ່ມຄວາມສາມາດການເຮັດວຽກໃຫ້ຫຼາຍຂຶ້ນ ສາມາດຊ່ວຍຫົວໜ້າເຮັດວຽກໄດ້ຢ່າງຄ່ອງແຄ້ວ ຫຼື ພາຍໃນໜຶ່ງປີຈະຕ້ອງສາມາດ Present ວຽກໃຫ້ໄດ້ແບບມືອາຊີບ.

 

6. ບໍ່ລົງທຶນເພື່ອພັດທະນາຕົນເອງ: 

           ຄຳເວົ້າທີ່ວ່າ: “ການຮຽນຮູ້ບໍ່ມີມື້ສິ້ນສຸດ ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ” ນັບວ່າເປັນຄຳເວົ້າທີ່ໃຊ້ໄດ້ຕະຫຼອດ ບາງຄົນເຮັດວຽກມາດົນຈະບໍ່ສົນໃຈການສຶກສາຄົ້ນຄວ້າສິ່ງໃໝ່ໆເພີ່ມ ໂດຍມີເຫດຜົນຫຼາຍຢ່າງເຊັ່ນ: ວຽກທີ່ເຮັດຢູ່ກໍຫຼາຍແລ້ວ ຫຼື ບໍ່ມີເວລາພຽງພໍ ແຕ່ໃນຄວາມຈິງພຽງແຕ່ຈັດສັນເວລາໃຫ້ເປັນທ່ານກໍຈະມີເວລາເຫຼືອສຳລັບການຮຽນຮູ້ເພື່ອພັດທະນາຕົນເອງໃນການເຮັດວຽກ.

          ທ່ານລອງສຳຫຼວດຕົນເອງເບິ່ງວ່າມີລັກສະນະນິດໄສທີ່ກ່າວມານີ້ ຫຼື ບໍ່ ເພາະຖ້າຫາກມີນິດໄສແບບນີ້ຫຼາຍຂໍ້ລວມກັນອາດຈະເປັນສາເຫດທີ່ໃຫ້ການເຮັດວຽກຂອງທ່ານບໍ່ກ້າວໜ້າ.

 

ທີ່ມາ : www.targetlaos.com

Tags: #ວຽກງານບໍ່ກ້າວໜ້າ #ພຶດຕິກໍາ #ຂາດຄວາມໝັ້ນໃຈ #ບໍ່ມີເປົ້າໝາຍ #ມັກວິຈານ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now