ຂັ້ນໄດ 10 ຂັ້ນສູ່ຄວາມສຳເລັດໃນການເຮັດວຽກ

timer

remove_red_eye 0 views


cvConnect.la - ຂັ້ນໄດ 10 ຂັ້ນສູ່ຄວາມສຳເລັດໃນການເຮັດວຽກ

ເມື່ອກ້າວເຂົ້າສູ່ໂລກຂອງການເຮັດວຽກ ຄົນເຮົາຈໍາເປັນຕ້ອງກໍານົດເປົ້າຫມາຍຂອງຊີວິດພາຍໃນສອງສາມປີ ຈະຂຶ້ນຢູ່ຈຸດໃດ ຕຳແໜ່ງໃດ ເພາະວ່າການມີເປົ້າຫມາຍເຮັດໃຫ້ເຮົາກຳໜົດທິດທາງການເຮັດວຽກ ການປະຕິບັດຕົວຂອງເຮົາ ເພື່ອບັນລຸຈຸດນັ້ນໄດ້ໃນເວລາທີ່ກຳໜົດ ຜູ້ທີ່ປະສົບຜົນສໍາເລັດໃນການເຮັດວຽກ.  ມັກເວົ້້າແນະນຳຢູ່ສະເໜີເຖິງວິທີການປະຕິບັດຕົວ ເຊິ່ງເປັນປະໂຫຍດສໍາລັບຄົນເຮັດວຽກຫຼາຍລູ້ນແລ້ວດັ່ງຕໍ່ໄປນີ້.

 

  1. ຂໍ້ທຳອິດເລີຍທີ່ຈະເຮັດໃຫ້ທ່ານໄດ້ດີ ຄືຕ້ອງມ່ວນກັບວຽກທີ່ເຮັດ ທ່ານມີແຮງຂັບດັນ ໃນການພະຍາຍາມທີ່ຈະເຮັດວຽກໃຫ້ດີທີ່ສຸດ ແລະ ປະສົບຜົນສຳເລັດ

  2. ນອກເຫນືອໄປຈາກການມ່ວນຊື່ນ ຍັງຕ້ອງເອົາໃຈໃສ່ຢ່າງຈິງຈັງໃຫ້ສໍາເລັດດ້ວຍຄວາມພະຍາຍາມ ຈະນໍາທ່ານໄປສູ່ຄວາມສໍາເລັດສູງສຸດ.

  3. ຄວາມຫມັ້ນໃຈຕົນເອງຕ້ອງມີຢູ່ຕະຫຼອດເວລາ ນັ້ນກໍ່ຈະເຮັດໃຫ້ທ່ານກ້າທີ່ຈະຄິດກ້າເຮັດກ້າທຳ ເຊິ່ງຈະເຮັດໃຫ້ທ່ານໄດ້ປຽບກວ່າຄົນອື່ນໆ ທີ່ມັກເຮັດຕົວເປັນຜູ້ຕາມທີ່ດີ ມັກເຮັດຕາມຕົນອື່ນຄິດ ຫຼາຍກວ່າສະແດງຄວາມຄິດເຫັນ

  4. ມີຄວາມຄິດສ້າງສັນ ສິ່ງປະດິຫຼືນະວັດຕະກຳໃໝ່ໆ ເກີດຂື້ນໄດ້ຈາດຄວາມຄິດສ້າງສັນ ຖ້າທ່ານເປັນນັກຄິດ ຮັບຮອງວ່າ ທ່ານຈະເປັນທີ່ຕ້ອງການຂອງທຸກອົງກອນຢ່າງແນ່ນອນ ແມ້ວ່າມື້ນີ້ທີ່ຄິດອາດຍັງບໍ່ໄດ້ຜົນ ແຕ່ຖ້າຍັງບໍ່ຢຸດຄິດ ຈັກມື້ກໍ່ຈະສຳເລັດ

  5. ເມື່ອຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງໃໝ່ ສິ່ງທີ່ຕ້ອງການຄືການປັບຕົວໄດ້ໄວ ທ່ານອາດຕ້ອງເພີ່ມ ຫຼື້ ຫຼຸດ ພຶດຕິກຳ ຫຼື ນິໄສບາງຢ່າງຂອງທ່ານ ເພື່ອໃຫ້ເຂົ້າກັບສັງຄົມທີ່ເຮັດວຽກໄດ້ຢ່າງໄວ

  6. ມີທ່າທີໃນທາງບວກ ຄົນທີ່ຄິດບວກຈະສະແດງທ່າທີ່ໃນທາງບວກ ບໍ່ທໍ້ຕໍ່ອຸປະສັກ ມີມະນຸດສຳພັນທີ່ດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນຮອບຂ້າງ

  7. ເລື່ອງຄວາມີລະບຽບວິໄນເປັນສິ່ງທີ່ທຸກຄົນຖືກສອນມາແຕ່ນ໊ອຍໆຢູ່ແລ້ວໃນການເຮັດວຽກກໍ່ເຊັ່ນກັນ ຕ້ອງມາເຮັດວຽກຕາມເວລາ ສົ່ງວຽກຕົງເວລາຕາມກົດຂອງບໍລິສັດຢ່າງເຄັ່ງຄັດ

  8. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກໍ່ມີແຕ່ຄົນຮັກ ແລະ ຄອຍສະໜັບສະໜູນ ໃຫ້ກ້າວໜ້າໃນໜ້າທີ່ການງານ

  9. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໄດ້ທີ່ງ່າຍໄປທຸກຢ່າງ ເມື່ອພົບເຈິກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ ເພື່ອກ້າວພົ້ນອຸປະສັກໄປໃຫ້ໄດ້

  10. ສຸດທ້າຍ ເຖິງແມ້ວ່າທີ່ກ່າວມາຂ້າງເທິງທ່ານມີດີພ້ອມແລ້ວໝົດທຸກຢ່າງ ແຕ່ຫາກທ່ານຍັງບໍ່ສາມາດສື່ສານໄດ້ຢ່າງມີປະສິດທິພາບ ກໍ່ບໍ່ມີປະໂຫຍດ ດັ່ງນັ້ນ ທ່ານຈຶ່ງຄວນພັດທະນາການຕິດຕໍ່ສື່ສານກັບຜູ້ອື່ນຢູ່ສະເໜີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆ ເຂົ້າເຖິງທຸກຄົນໄດ້ຢ່າງແມ້ນ

 

 

ທີ່ມາ th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now