ວິເຄາະບົດສຳພາດຂອງ ແຈັກມ່າ ກັບວິໄສທັດການເປີດເສລີການຄ້າ

timer

remove_red_eye 0 views


cvConnect.la - ວິເຄາະບົດສຳພາດຂອງ ແຈັກມ່າ ກັບວິໄສທັດການເປີດເສລີການຄ້າ

ວີດິໂອນີ້ເປັນບົດສຳພາດ ແຈັກມ່າ ກ່ອນທີ່ກອງປະຊຸມ G20 ຈະຈັດຂຶ້ນຢູ່ເມືອງຫັງໂຈ ປະເທດຈີນ ເຊິ່ງແຈັກໄປເວົ້າເຖິງ ຄວາມຕ້ອງການເປີດກວ້າງເສລີການຄ້າໃຫ້ທົ່ວໂລກສາມາດຄ້າຂາຍກັນໄດ້ຢ່າງອິດສະຫຼະ ຜ່ານລະບົບອອນລາຍ ແລ້ວທຸກຄົນຈະໄດ້ຮັບຜົນປະໂຫຍດ ໂດຍສະເພາະທຸລະກິດ SME ທີ່ບໍ່ມີຕົ້ນທຶນ ສາມາດຄ້າຂາຍໄດ້ກັບຄົນທົ່ວໂລກ ລອງຄິດເບິ່ງວ່າ ເຈົ້າມີສິນຄ້າຢູ່ລາວ ເປີດຮ້ານຂາຍໃນບ້ານນ້ອຍໆ ທີ່ມີປະຊາກອນບໍ່ຮອດ 10,000 ຄົນ ມື້ໜຶ່ງຈະໄດ້ຂາຍຊຳໃດ? ແຕ່ກັບກັນ ຖ້າສິ່ງທີ່ແຈັກມ່າເວົ້າເກີດຂຶ້ນແທ້ ເຈົ້າຂາຍເທິງອອນລາຍ ຄົນເປັນລ້ານ ເຂົ້າເບິ່ງສິນຄ້າ ໂອກາດໃນການຂາຍເຈົ້າຈະເພີ່ມຂຶ້ນເທົ່າໃດ? ແນ່ນອນຂ້ອຍວ່າຄົນຄື ແຈັກ ບໍ່ໂງ່ ທີ່ຈະບໍ່ຮູ້ວ່າ ຖ້າເວົ້າແບບນີ້ ຄົນຈະກ່າວຫາວ່າລາວຕ້ອງການໃຫ້ບໍລິສັດໂຕເອງທີ່ເຮັດກ່ຽວກັບເລື່ອງ e-commerce platform ຈະໄດ້ກຳໄລ ແນ່ນອນລາວຮູ້ຢູ່ແກ່ໃຈວ່າທຸກຄົນຕ້ອງຄິດວ່າລາວເຮັດເພື່ອຫາຜົນປະໂຫຍດໃຫ້ບໍລິສັດໂຕເອງ ແຕ່ຫຼາຍເທື່ອທີ່ແຈັກມ່າ ສະແດງວິໄສທັດແບບນີ້ ອອກມາແລ້ວຄົນກ່າວຫາ ຈົນເວລາຜ່ານໄປ ທຸກຄົນ ກັບມາຍົກຍ້ອງລາວ ລອງໄປຟັງກັນເບິ່ງ

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now