ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ

timer

remove_red_eye 6,257 views


cvConnect.la - ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ

ຄົນເຮົາສາມາດປະສົບຜົນສຳເລັດໃນຊີວິດໃດ້ຫຼາກຫຼາຍຂຶ້ນຢູ່ກັບພອນສະຫັວນ ແລະພອນສະແຫວງບາງຄົນເກັ່ງໃນຕຳລາບາງຄົນເກັ່ງໃນການລົງມືປະຕິບັດຕົງຈີງຄົນທີ່ຮຽນເກັ່ງກໍບໍ່ໃດ້ໝາຍຄວາມວ່າຈະເປັນຄົນທີ່ມີຄວາມຄິດສ້າງສັນ ມືທັກສະພາສາໃນການສືສານທີ່ດີ ຫຼື ສັງຄົມເກັ່ງໄປນຳທັກສະນອກຫ້ອງຮຽນເຫຼົ່ານີ້ເປັນທັກສະທີ່ຈຳເປັນຈະຕ້ອງມີໃນການປະສົບຄວາມສຳເລັດໃນໂລກຂອງການເຮັດວຽກດັ່ງນັ້ນຖ້າເຈົ້າເປັນໜຶ່ງໃນຄົນທີ່ຈົບການສຶກສາໃໝທີ່ໃດເກດຄ່ອນຂ້າງໜ້ອຍ ໝັ້ນໃຈໃວ້ກ່ອນເພາະບາງທີ່ເກຮດສະເລ່ຍບໍ່ແມ່ນຕົວວັດໃນການປະສົບຜົນສຳເລັດໃນອາຊີບພະນັກງານສະເໝີໄປ.

ຫຼາຍຕໍ່ລາຍເທຶ່ອທີ່ເຮົາພົບເຫັນບຸກຄົນທີ່ປະສົບຜົນສຳເລັດຫຼາກຫຼາຍມີເຫດໃຫ້ຕ້ອງຢດຸຕີການຮຽນກາງປີເພາະໄອເດຍຫຼືຄວາມຄິດສ້າງສັນທີ່ເຂົາມີໄປສ້າງສິ່ງທີ່ໂລກຕ້ອງຈະລື່ງໃນໂລກຂອງການເຮັດວຽກນອກເໜຶອມະຫາວິທະຍາໄລ ກຸ່ມຄົນເຫຼົ່ານີ້ເຊັ່ນ: ຣີຊາສ໌, ແບນສັນ,ສຕີຟ ຈອບ,ໂອປຮາເປັນຕົ້ນ.

ການໃດ້ເກຮດເອລວດ ຫຼື ໃດ້ເກຮດສູງສຸດເປັນສີ່ງທີ່ດີແຕ່ເກຮດເຫຼົ່ານີ້ບໍ່ແມ່ນສິ່ງດຽວທີ່ເປັນຕົວວັດວຸດທິພາວະຄວາມສະຫຼາດທາງອາລົມຫຼືຄຸນລັກສະນະອື່ນໆ.ເຊັ່ນ ກນເອົາຕົວຫຼອດນອກສະຖານທີ່ຄວາມຮອບຄອບໃນເລື້ອງຕ່າງໆ.ຄວາມຄິດລິເລີ່ມສ້າງສັນເປັນຕົ້ນ.

ຖ້າເຈົ້າເປັນຄົນໜຶ່ງທີ່ຫາກໍ່ຮຽນຈົບທີ່ມີເກຮດສະເລ່ຍບໍ່ສູງຫຼາຍຢ່າໃຫ້ເກຮດນິຍົມມາເປັນບັນຫາໃນການຕາມຫາຝັນຂອງຕົ້ນເອງ. JobsDBມີແນວຄວາມຄິດດີໆທີ່ຈະຊ່ວຍໃຫ້ທ່ານສ້າງໂອກາດໃດ້ວຽກທີ່ດີໂດຍບໍ່ຕ້ອງເພີ່ງເກຮດສະເລ່ຍເລີຍ.

1  ທົດລອງໄປຝຶກງານທີ່ບລິສັດທີ່ມີຊື່ສຽງຫຼາຍຽແຫ່ງ

ການມີປະສົບການໃນການເຮັດວຽກມາອາດເຮັດໃຫ້ທ່ານໃດ້ປຽບແລະໃນບາງກໍລະນີເຮັດໃຫ້ມີຫັຍງຫຼາຍກວ່າການມີເກຮດທີ່ງາມແລະສູງ ບາງບໍລິສັດຕ້ອງການເດັກຈົບໃໝທີ່ພ້ອມຈະເຮັດວຽກໃດ້ຢ່າງເປັນອິດສະຫຼະໂດຍທີ່ບໍ່ຕ້ອງການຄົນມາເບິ່ງສອນຫຼາຍຄະນະທີ່ຮຽນທ່ານຄວນຫາໂອກາດໄປຝຶກງານຕາມບໍລິສັດທີ່ມີຂື້ສຽງຫຼາຍແຫ່ງປະສົບການໃນການຝຶກງານຫຼາຍໆໜຶ່ງແຫ່ງໃນບໍລິສັດທີ່ເຊື້ອຖືໃດ້ຈະເປັນການຮັບຮອງທາງອ້ອມໃຫ້ບໍລິສັດເຫັນວ່າເຈົ້າມີຄວາມສາມາດແລະຄວາມໜ້າເຊື້ອຖືໃນການເຮັດວຽນໃນລະດັບໜຶ່ງ.

2 ເຮັດກິດຈະກຳຕ່າງໆໃນມະຫາວິທະຍາໄລໃຫ້ໃດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້

ເຖິງວ່າທ່ານຈະບໍ່ແມ່ນນັກສຶກສາທີ່ຈົບມາໃນເກຮດສະເລ່ຍທີ່ສູງ ແຕ່ເປັນຄົນທີ່ເຮັດ ກິດຈະກຳຫຼາຍໆກໍເຮັດໃຫ້ທ່ານໃດ້ຮັບການສົ່ງເສີມປະສົບການດ້ານຕ່າງໆການເຂົ້າຮ່ວມເປັນສະມາຊີກຂອງກຸ່ມສະມາຄົມຕ່າງໆທີ່ມີໃນມະຫາວິທະຍາໄລຈະຊ່ວຍສົ່ງເສີມ ແລະ ຝຶກຜົນທັກສະການເຂົ້າສັງຄົມການມີຄວາມຄິດລິເລີ່ມສ້າງສັນ ແລະ ໃນຄະນະດຽວກັນກໍຊ່ວຍໃຫ້ທ່ານໄດ້ຄົ້ນຫາຕົວເອງວ່າມີຄວາມມັກແລະສາມາດໃນດ້ານໃດເປັນພິເສດໄດ້ອີກດ້ວຍການໄດ້ເຂົ້າເປັນສະມາຊີກກຸ່ມເຮັດກິດຈະກຳນອກຫຼັກສຸດຍັງຈະຊ່ວຍຝືກທັກສະຄວາມເປັນຜູ້ນຳແລະເປິດໂອກາດໃຫ້ໄດ້ຝຶກການຈັດການງານຕ່າງໆໄດ້ກິດຈະກຳເຫຼົ່ານີ້ເຮັດໃຫ້ທ່ານໄດ້ປຽບຜູ້ສະໝັກຄົນອື່ນໆທີ່ອາດມີດີພຽງແຕ່ເກຮດພຽງຢ່າງດຽວ.

3 ເຮັດວຽກອາສາສະໝັັກເປັນຈິດອາໄສ

ການອາສາສະໝັກເຮັດວຽກເປັນຈິດອາສາໃຫ້ກັບອົງກອນການກຸສົນຕ່າງໆເປັນຫົນທາງໜຶ່ງທີ່ເຮັດໃຫ້ທ່ານໄດ້ຮັບປະສົບການໃນການເຮັດວຽກ ແລະຍັງໄດ້ຊ່ວຍເຫຼຶອຜູ້ອື່ນທັງນີ້ຍັງເຮັດໃຫ້ຜູ້ຈ້າງໄດ້ເຫັນອີກດ້ານຂອງທ່ານວ່າເປັນຄົນທີ່ມີຈິດໃຈເມດຕາທີ່ຢາກຈະຊ່ວຍເຫຼຶອສັງຄົມ.

4 ໃຊ້ຈູດແຂງດ້ານໂຊຊ່ຽວມິເດຍໃຫ້ເປັນປະໂຫຍດ

ຫາກເຈົ້າເປັນນັກສຶກສາທີ່ຈົບໃຫ່ມໃນຕອນນີ້ນັ້ນໝາຍຄວາມວ່າທ່ານໄດ້ປຽບທີ່ເປັນຄົນຣຸ້ນໃໝທີ່ເປັນຍຸກທີ່ເທັກໂນໂລຊີກຳລັງຄອງໂລກກະລຸນາຈື່ໃວ້ວ່າຕົນຍຸກມີນເລນເນີຍລເຊັ່ນຄຸນຄືກຸ່ມເປົ້າໝາຍທາງການຕະລາດກຸ່ມຫຼັກຂອງທຸລະກິດແຟນຊາຍ ແລະ ນາຍຈ້າງສ່ວນໃຫ່ຍໃນປະຈຸບັນສະນັ້ນນີ້ແມ່ນໂອກາດອັນດີຂອງທ່ານທີ່ຈະເຮັດໃຫ້ວ່າທີ່ນາຍຈ້າງປະທັບໃຈໃນທັກສະການໃຊ້ໂຊຊ່ຽວມີເດຍ ແລະ ຄວາມຮູ້ທາງເທັກໂນໂລຢີທ່ານໃຫ້ເປັນປະໂຫຍດ.

ຄຸນຄວານຈະຮັກສາທັກສະຖານະພາບທາງໂຊຊ່ຽວມີເດຍຂອງທ່ານໃຫ້ມີຄວາມໜ້າເຊື້ອຖືໝັ່ນອຳໂຫລດບອ໋ກສ່ວນຕ່ວນຂອງທ່ານແລະມີໄອຄາວໃນອີນສະຕາແກມຫຼືຍູທູບແລະສ້າງຄອນເທນໃໝໆທີ່ເປັນປະໂຫຍດຕໍ່ສັງຄົມຢ່າງສະໝ່ຳສະເໝີອາດຈະຊ່ວຍໃຫ້ທ່ານໄດ້ຖ້າທ່ານສົນໃຈໃນອາຊີບນັ້ນ

5 ມຸ່ງເນັ້ນໄປທີ່ທັກສະຄວາມຮູ້ຄວາມສາມາດທີ່ຖ່າຍທອດຜ່ານວຽກຕ່າງໆທີ່ນອກເໜຶອຈາກຜົນການຮຽນ

ທັກສະການເຮັດວຽກທີ່ທ່ານໄດ້ຮັບ ແລະ ຝຶກຝົນຜ່ານການເຮັດວຽກ ແລະ ຜ່ານການເຮັດກິດຈະກຳຕ່າງໆ(Transferable Skills)ມີຄວາມສຳຄັນເທົ່າກັບທັກສະທາງເທັກນິກຫຼຶອົງຄວາມຮູ້ທີ່ທ່ານໄດ້ຮັບຈາກຕຳລາຮຽນຄວາມເປັນລະບຽບຮຽບຮ້ອຍມີວິໄນ ມີຄວາມຮັບຜິດຊອບຈະເຮັດໃຫ້ທ່ານເຮັດວຽກໄດ້ຢ່າງມີປະສິດທິພາບໃນຄະນະທີ່ການມີທັກສະການຕິດຕໍ່ສື່ສານ ແລະ ການເຂົ້າສັງຄົມຢ່າງມີກາລະເທສະຂ່ວຍໃຫ້ທ່ານເຮັດວຽກກັບຄົນອື່ນໄດ້ຢ່າງລາບລືນສີ່ງເຫຼົ່ານີ້ເປັນທັກສະທາງດ້ານການເຮັດວຽກພື້ນຖານທີ່ທ່ານຕ້ອງມີຝຶກຜົນເພື່ອຈະໄດ້ຮັບຄວາມສຳເລັດໃນໂລກຂອງການເຮັດວຽກ

ການທີ່ທ່ານມີເກຮດສະເລ່ຍຕ່ຳຫຼືຜົນການຮຽນບໍ່ດີບໍ່ໄດ້ໝາຍຄວາມວ່າອານາຄົດຂອງເຮົາຈະດັບສູນໄປຄົນເປັນເດັກຈົບໃໝທີ່ຍັງມີໂອກາດຖ້າເຮົາຢູ່ຫຼາກຫຼາຍຄຳຖາມຄືທ່ານຈະໃຊ້ຄວາມສາມາດ ແລະ ທັກສະໃນການເຮັດວຽກແນວໃດແລະໃຊ້ເຮັດຫັຍງພວກເຮົາລ້ວນແຕ່ມີພອນສະຫັວນ ແລະ ພອນສະແຫວງທີ່ຕ່າງກັນ ແລ້ວແຕ່ທ່ານຈະໃຊ້ມັນໃຫ້ເກິດປະໂຫຍດ ແລະ ຄຸ່ມຄ່າທີ່ສຸດ.

Tags: #ຮຽນບໍ່ເກັ່ງ #job # ເກຮດບໍ່ດີ #working #ຫາວຽກດີໆ #ເຮັດວຽກ

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....