ທຸລະກິດແອັບ Marketplace ໃນປະເທດລາວ

timer

remove_red_eye 5,223 views


cvConnect.la - ທຸລະກິດແອັບ Marketplace ໃນປະເທດລາວ

ໃນຊ່ວງໄລຍະຫຼັງປີ 2018 ມານີ້ຂ້າພະເຈົ້າເຫັນການເຕີບໂຕຂອງທຸລະກິດຂອງນັກທຸລະກິດໄວໜຸ່ມຫຼາຍແຫ່ງ ໂດຍສະເພາະທຸລະກິດທີ່ນຳໃຊ້ແອັບເຂົ້າມາຊ່ວຍໃນການດຳເນີນທຸລະກິດ ແຕ່ໃນບົດຄວາມນີ້ຂ້າພະເຈົ້າຢາກວິເຄາະຈະເຈາະຈົງໄປທີ່ທຸລະກິດທີ່ຫຼາຍຄົນພະຍາຍາມຈະລິເລີ່ມເຮັດຄືການສ້າງທຸລະກິດທີ່ເປັນ Marketplace ຫຼື eCommerce ໂດຍການພັດທະນາແອັບຂຶ້ນມາເປັນໂຕກາງ ເຊິ່ງສ່ວນໃຫຍ່ເຫັນຕົວຢ່າງໃນຕ່າງປະເທດແລ້ວພະຍາຍາມຈະນຳເອົາ Business Model ເຫຼົ່ານັ້ນມາໃຊ້ໃນລາວ 

ການວິເຄາະວ່າທຸລະກິດໃດໜຶ່ງຈະປະສົບຜົນສຳເລັດນັ້ນ ແນ່ນອນປັດໃຈຈຸລະພາກມີສ່ວນສຳຄັນວ່າທຸລະກິດຈະສຳເລັດຫຼືບໍ່ ແຕ່ສຳຄັນກວ່າຄືເສດຖະກິດມະຫາພາກນັ້ນມັນພ້ອມທີ່ຈະເປັນໃຈໃຫ້ບໍ່

ຖ້າເວົ້າເຖິງທຸລະກິດ Marketplace ທີ່ສຳເລັດໃນກຸ່ມປະເທດອາຊຽນກໍ່ມີພຽງປະເທດ Malaysia, Thailand, Indonesia ຕົວຢ່າງເຊັ່ນ Shoppee ຈາກປະເທດສິງກະໂປ, Lazada ຈາກປະເທດຈີນ, Tokopedia ຈາກປະເທດອິນໂດນິເຊຍ ເຊິ່ງລ້ວນແຕ່ເປັນປະເທດທີ່ມີປະຊາກອນເກີນ 50 ລ້ານຄົນທັງນັ້ນ

ASEAN-6 digital population 2018

ໃນຂະນະທີ່ປະເທດລາວມີປະຊາກອນຢູ່ທີ່ 7,447,396 ຄົນ ໃນປີ 2020 ລາຍໄດ້ຂອງປະຊາກອນຕໍ່ຫົວຢູ່ທີ່ $2,670/ຄົນ ມີຄົນເຂົ້າເຖິງອິນເຕີເນັດປະມານ 3,1 ລ້ານຄົນ, ເສດຖະກິດປະເທດລາວ 73% ມາຈາກພາກກະສິກຳ ເຊິ່ງສ່ວນໃຫຍ່ຍັງຄົງເຮັດແບບດັ່ງເດີມບໍ່ໄດ້ໃຊ້ເຕັກໂນໂລຢີເຂົ້າມາເຕັມທີ່ເທື່ອ 

ແລ້ວທ່ານຄິດວ່າມີຄວາມເປັນໄປໄດ້ບໍ່ໃນການຈະສ້າງແອັບ Marketplace ໃນປະເທດລາວ? ຂ້ອຍເລີຍຄິດວ່າຍັງຍາກຫຼາຍທີ່ທຸລະກິດເຫຼົ່ານີ້ຈະປະສົບຜົນສຳເລັດ ຖ້າເບິ່ງປະເທດສິງກະໂປທີ່ປະຊາກອນໃກ້ຄຽງເຮົາແຕ່ເຂົາມີທຸລະກິດແບບນີ້ໄດ້ກໍ່ເພາະຕະຫຼາດທຶນເຂົາພັດທະນາໄປໄກແລ້ວ ສິງກະໂປມີໂຄງສ້າງກົດໝາຍ ແລະ ການເງິນທີ່ໄດ້ຮັບຄວາມວາງໃຈຈາກນັກລົງທຶນ ບໍລິສັດເຕັກໂນໂລຢີໃຫຍ່ສ່ວນໃຫຍ່ມັກຈະມາເປີດສຳນັກງານໃຫຍ່ໃນສິງກະໂປເຊັ່ນ Google, Facebook 

ຍັງບໍ່ເວົ້າເຖິງການທີ່ຄົນລາວຄຸ້ນເຄີຍກັບການໃຊ້ Facebook ແລະ Instagram ເປັນຊ່ອງທາງໃນການຂາຍສິນຄ້າເປັນຫຼັກໄປແລ້ວ ການຈະມາແທນທີ່ພຶດຕິກຳນີ້ຄົງບໍ່ແມ່ນເລື່ອງງ່າຍ

ແລ້ວທຸລະກິດ Marketplace ທີ່ປະສົບຜົນສຳເລັດໃນຄວາມໝາຍທີ່ວ່າກັນກໍ່ສຳເລັດໃນແງ່ການສ້າງຖານລູກຄ້າ ແຕ່ລາຍຮັບຍັງຄົງຂາດທຶນກັນທຸກເຈົ້າ

ເຖິງຢ່າງໃດຂ້າພະເຈົ້າໃຫ້ຄຳແນະນຳວ່າ ມີອີກວິທີໜຶ່ງກໍ່ຄືໃຫ້ທຸລະກິດ Marketplace ເປັນພຽງທຸລະກິດຍ່ອຍທີ່ຊ່ວຍເສີມໃຫ້ທຸລະກິດຫຼັກຂອງບໍລິສັດອາດຈະຊ່ວຍໄດ້ ເຊິ່ງຈະເຮັດໃຫ້ບໍ່ຈຳເປັນຕ້ອງລົງທຶນຫຼາຍ ແຕ່ພຽງໃຊ້ລະບົບການຈັດການສິນຄ້າຕ່າງໆເຂົ້າມາຊ່ວຍ ໂດຍສະເພາະບໍລິສັດທີ່ນຳເຂົ້າສົ່ງອອກສິນຄ້າອາດຈະສາມາດນຳໃຊ້ແອັບເຫຼົ່ານີ້ມາເພີ່ມຊ່ອງທາງການຈັດຈຳໜ່າຍໄດ້ ເຊິ່ງອາດຈະຕ້ອງເບິ່ງໃນເລື່ອງການຂົນສົ່ງເພີ່ມເຕີມນຳອີກ

 

ເອກກະສິດ ວິລະດາ

ອ້າງອີງຂໍ້ມູນ:

Ref: https://www.statista.com/statistics/647645/southeast-asia-ecommerce-market-size-country/

https://aseanup.com/overview-of-e-commerce-in-southeast-asia/

Laos Economy: https://en.wikipedia.org/wiki/Economy_of_Laos

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....