ເປັນຫຍັງນັກສຶກສາຈົບໃໝ່ Start ເງິນເດືອນບໍ່ເທົ່າກັນ

timer

remove_red_eye 5,299 views


cvConnect.la - ເປັນຫຍັງນັກສຶກສາຈົບໃໝ່ Start  ເງິນເດືອນບໍ່ເທົ່າກັນ

ບາງຄົນທີ່ອາດຈະສົງໄສວ່າ ເປັນຫັຍງນັກສຶກສາຈົບໃໝ່ຈຶ່ງມີເງີນເດືອນບໍ່ເທົ່າກັນເຊີ່ງການເຮັດວຽກກໍ່ຄືກັນເຫດຜົນທິ່ພົບເຫັນສ່ວນຫຼາຍແມ່ນປະສົບການໃນການເຮັດວຽກ ແລະ ຄວາມສາມາດຂອງແຕ່ລະຄົນບໍ່ເທົ່າກັນຈຶ່ງເຮັດໃຫ້ເງີນເດືອນຂອງແຕ່ລະຄົນບໍ່ເທົ່າກັນ ແລ້ວນັກສຶກສາຈົບໃໝເດ? ເປັນຫັຍງບາງຄົນເລີ່ມມາ Star ເງີນເດືອນຄືຫຼາຍທັ້ງທີ່ຄວາມຮູ້ ແລະ ປະສົບການໃນການເຮັດວຽກກໍ່ບໍ່ມີເຊັ່ນດຽວກັນແຕ່ເງີນເດືອນຫຼາຍຈົນໃຜຫຼາຍຄົນຕ້ອງອິດສາ

ສຳລັບນັກສຶກສາຈົບໃໝ່ຈະໄດ້ເງີນເດືອນໜ້ອຍຫຼາຍນັ້ນແມ່ນຂື້ນກັບປັດໃຈຫຼາຍຢ່າງປະກອບກັນແຕ່ຖ້າຈະຖາມວ່ານັກສຶກສາຈົບໃໝເປັນຫັຍງຈື່ງໄດ້ເງີນເດືອນບໍ່ເທົ່າກັນນັ້ນແມ່ນຕ້ອງຖາມຕໍ່ວ່ານັກສຶກສາທີ່ຈົບມາແມ່ນຈົບສາຂາວິຊາໃດມາ ແລະ ກຳລັງສະໝັກວຽກໃນຕຳແໜ່ງໃດ ເພາະຄວາມແຕກຕ່າງໃນການເຮັດວຽກໃນແຕ່ລະຕຳແໜ່ງ ກໍ່ເຮັດໃຫ້ເງີນເດືອນແຕກຕ່າງກັນ

ເຮົາມາເບີ່ງວ່າປັດໄຈຂອງນັກສຶກສາຈົບໃໝມາເລີ່ມວຽກແຕ່ໃດ້ເງີນເດືອນບໍໍ່ເທົ່າກັນ ຈະໃດ້ໄຂຂໍ້ຂ້ອງໃຈສຳລັບນັກສຶກສາຈົບໃໝຫຼາຍໆຄົນທີ່ກຳລັງເລີ່ມຊອກວຽກເຮັດ ແລະໃຊ້ເປັນແນວທາງໃນການເອີ້ນເງີນເດືອນໃນການສະໝັກວຽກ

1 ຄວາມຮູ້ຄວາມສາມາດ

      ໂອກາດທີ່ຈະໃດ້ເງີນເດືອນຫຼາຍຫຼືໜ້ອຍນັ້ນ ສ່ວນໜຶ່ງແມ່ນຂື້ນກັບຄວາມຮູ້ຄວາມສາມາດຂອງຜູ້ສະໝັກເອງ ບໍລິສັດຈະພິຈາລະນາຈາກ CV ປະກອບກັບຮູ້ຄວາມສາມາດຂອງເຮົາເອງ ຖ້າເປັນທີ່ໜ້າເພີ່ງພໍໃຈ ບໍລິສັດກໍ່ຈະພິຈາລະນາວ່າເງີນເດືອນທີ່ຮ້ອງໄປເໝາະສົມກັບຄວາມສາມາດທີ່ເຮົາມີບໍຖ້າວ່າເຮົາມີຄວາມຮູ້ຄວາມສາມາດຫຼາຍກໍ່ມີໂອກາດທີ່ຈະໄດ້ເງີນເດືອນສູງກວ່າຄົນທີ່ກຳລັງຊອກວຽກທົ່ວໄປຫຼາຍເທົ່ານັ້ນ

2 ສາຍງານຕ່າງເງີນເດືອນກໍ່ຕ່າງ

      ບາງຄົນອາດຊອກຫາວຽກດ້ານການເພດ,ດ້ານການຕະຫຼາດ,ດ້ານກົດໝາຍ ຂໍ້ແຕກຕ່າງເຫຼົ່ານີ້ກໍ່ເປັນປັດໃຈໜຶ່ງທີ່ເຮັດໃຫ້ເງີນເດືອນຕ່າງກັນ ເຖິງວ່າຈະຈົບມາພ້ອມກັນກໍ່ຕາມແຕ່ສາຍງານ ຕ່າງກັນຈຶ່ງບໍ່ສາມາດມາວັດແທກກັນໃດ້ ເພາະລັກສະນະໜ້າວຽກຂອງແຕ່ລະຄົນຕ່າງກັນຄວາມສຳນານໃນການເຮັດວຽກໃນແຕ່ລະໜ້າວຽກຈຶ່ງເຮັດໃຫ້ເງີນເດືອນໜ້ອຍຫຼາຍບໍ່ເທົ່າກັນ

3 ປະສົບການໃນການເຮັດວຽກ

      ປະສົບການໃນການເຮັດວຽກກໍ່ເປັນສີ່ງສຳຄັນບໍ່ໜ້ອຍໄປກວ່າຄວາມຮູ້ຄວາມສາມາດທີ່ເຮົາໄດ້ຮຽນມາຍີ່ງເຮົາໃດ້ມີປະສົບການໃນການເຮັດວຽກຫຼາຍບໍ່ວ່າຈະເປັນການຝຶຶກອົບຮົມ ຫຼື ຈະເປັນການເຮັດວຽກໃນຕອນທີ່ກຳລັງສຶກສາຮຳຮຽນກໍ່ເປັນສ່ວນນຶ່ງທີ່ຊ່ວຍໃຫ້ເຮົາໃດ້ຮັບພິຈາລະນາວ່າຈະໄດ້ເງີນເດືອນໜ້ອຍຫຼາຍສຳໄດ ເຖິງວ່າທາງບໍລິສັດຈະຕັ້ງເງີນເດືອນໃວ້ໃນໃຈແລ້ວຖ້າເຮົາມີປະສົບການມາແລ້ວເຮົາກໍ່ມີໂອກາດທີ່ຈະໃດ້ເງີນເດືອນຕາມທີ່ຮ້ອງຂໍຫຼາຍເທົ່ານັ້ນ.

4 ເງີນເດືອນຕາມໂຄງສ້າງອົງກອນ

      ເຖິງວ່າເຮົາກັບໝູ່ຈະຈົບມາໃນສາຍງານການຕະຫຼາດຄືກັນແຕ່ສະໝັກວຽກຄົນລະບໍລິສັດ ແຕ່ໃດ້ເງີນເດືອນບໍ່ເທົ່າກັນ? ໂຄງສ້າງຂອງອົງກອນກໍ່ເປັນສ່ວນສຳຄັນທີ່ເຮັດໃຫ້ເຮົາໃດ້ເງີນເດືອນຫຼາຍ ຫຼື ໜ້ອຍຄວາມສາມາດໃນການຈ່າຍເງີນເດືອນຍອມມີຄວາມແຕກຕ່າງກັນໄປເຖິງວ່າຈະຈ້າງວຽກໃນຕຳແໜ່ງດຽວກັນແຕ່ເຮົາອາດຈະບໍ່ໃດ້ເງີນເດືອນເທົ່າກັບບຄົນອື່ນເພາະໂຄງສ້າງຂອງບໍລິສັດທີ່ເຮົາສະໝັກອາດຈະບໍໃຫ່ຍເທົ່າກັບບໍລິສັດທີ່ຕົນອື່ນສະໝັກ.

5 ຄວາມສາມດໃນດ້ານພາສາ

      ຕ້ອງຍອມຮັບວ່າຄວາມສາມາດໃນການໃຊ້ພາສາເປັນປັດໃຈສຳຄັນໃນການຕໍ່ລອງເງີນເດືອນ ການທີ່ເຮົາສາມາດໃຊ້ພາສາອັງກິດທີ່ມີຄວາມຊ່ຽວຊານນັ້ນກໍ່ຈະຍີ່ງເຮັດໃຫ້ເຮົາໃດ້ເງີນເດືອນສູງຂຶ້ນເທົ່ານັ້ນແຕ່ຄວາມຮູ້ຄວາມສາມາດດ້ານພາສາອັງກິດພຽງຢ່າງດຽວອາດຈະບໍພຽງພໍຍີ່ງເຮົາຮູ້ນຳໃຊ້ພາສາທີ່ 3ໃດ້ນັ້ນກໍ່ຈະຊ່ວຍໃຫ້ເຮົາໃດ້ເງີນເດືອນສູງຂື້ນເຊັ່ນກັນ.

6 ຜົນການຮຽນເກຣດສະເລ່ຍ

      ອັດຕາເງີນເດືອນເລີ່ມຕົ້ນອາດແຕກຕ່າງຈາກຜົນການຮຽນທີ່ຮຽນມາຖ້າຈົບມາດ້ວຍເກຮດນິຍົມອັນດັບໜຶ່ງກໍ່ຈໃດ້ເງີນເດືອນຫຼາຍກວ່າເກຮດນິຍົມອັນດັບ 2 ແລະ ເກຮດນິຍົມອັບດັບ 3 ກໍ່ແຕກຕ່າງກັນໄປເພາະບາງບໍລິສັດເຊ້ຶອວ່າຈະເອົາເກຮດສະເລ່ຍເປັນຜົນງານຂອງນັກຮຽນເຊີ່ງສະແດງໃຫ້ເຫັນວ່າຄວາມຕັ້ງໃຈ ແລະ ຄວາມພະຍາຍາມໃນການໃຫ້ໃດ້ຄະແນນທີ່ດີ ແລະ ສູງ ດັ່ງນັ້ນເຂົາຈຶ່ງໃດ້ຮັບຜົນຕອບແທນທີ່ດີ ອີກທາງບໍລິສັດເຊື້ອວ່ານັກສຶກສາທີ່ໃດ້ຄະແນນສະເລ່ຍສູງຈະເປັນການດຶງດູດຄົນເກັ່ງ ແລະມີກາຕັ້ງເງີນເດືອນທີ່ຄ່ອນຂ້າງສູງ

      ນອກຈາກປັດໄຈທີ່ກວ່າມາຂ້າງເທີ້ງແລ້ວ ການທີ່ນັກສຶກສາຈົບໃໝຈະໃດ້ເງີນເງືນເດືອນໜ້ອຍຫຼາຍແມ່ນແມ່ນຕ້ອງໃຊ້ປັດໄຂອື່ນຮ່ວມນຳແຕ່ຄຸນສົມບັດທີ່ມີຫຼາຍກວ່າຄົນອື່ນເຮັດໃຫ້ເຮົາໃດ້ປຽບຄົນອື່ນ ເຊັ່ນ ເຮົາຈະຈົບໂທມາຍອມມີໂອກາດທີ່ຈະໃດ້ເງີນເດືອນລາຍກວ່າຜູ້ຈົບຕີມາແລ້ວນຳໄປຮ່ວມກັບຄວາມສາມາດທີ່ໂດດເດັ່ນທີ່ຂຽນໃວ້ໃນ CV ບໍລິສັດອາດຈະໃຫ້ຄວາມສົນໃຈເປັນພິເສດ

Tags: #ນັກສຶກສາຈົບໃໝ່ #New graduated #ເງິນເດືອນ #Job #ບໍ່ເທົ່າກັນ #ຮຽນຈົບໃໝ່

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....