ບົດສຳພາດ: ທ່ານ ຢາສຸໂອະ ພິລາພັນເດຊ ຮອງຜູ້ອຳນວຍການ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ

timer

remove_red_eye 0 views


cvConnect.la - ບົດສຳພາດ: ທ່ານ ຢາສຸໂອະ ພິລາພັນເດຊ ຮອງຜູ້ອຳນວຍການ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ

       

        ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດ ຮອງຜູ້ອຳນວຍການ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ເຊິ່ງເປັນບໍລິສັດທີ່ ເປັນໂຕແທນຈໍາໜ່າຍຜູ້ທໍາອິດ ໃນສປປລາວ ທີ່ນໍາເຂົ້າ ແລະ ຈັດຈໍາໜ່າຍ ພ້ອມທັງການບໍລິການຫຼັງການຂາຍ ພາຍໃຕ້ ຍີ່່ຫໍ້ TOYOTA ມາຮູ້ຈັກບໍລິສັດດັ່ງກ່າວໃຫ້ຫຼາຍຂຶ້ນຜ່ານບົດສຳພາດນີ້ເລີຍ.

 

 

1. ຄວາມເປັນມາຂອງ ບໍລິສັດລາວ TOYOTA ບໍລິການ ຈໍາກັດ?

    ຄວາມເປັນມາ ເປັນບໍລິສັດທີ່ສ້າງຕັ້ງມາແຕ່ປີ 1992 ຈົນມາຮອດປັດຈຸບັນ ເປັນ 27 ປີ ດໍາເນີນທຸລະກິດໃນໄລຍະ 27 ປີທີ່ຜ່ານມາ ແມ່ນ ເປັນຕົວແທນຈໍາໜ່າຍລົດ ຍີ່ຫໍ້ TOYOTA ໃນ ສປປລາວ ເປັນໂຕແທນຈໍາໜ່າຍຜູ້ທໍາອິດ ໃນສປປລາວ ທີ່ນໍາເຂົ້າ ແລະ ຈັດຈໍາໜ່າຍ ພ້ອມທັງການບໍລິການຫຼັງການຂາຍ ພາຍໃຕ້ ຍີ່່ຫໍ້ TOYOTA.

    ບໍລິສັດລາວ TOYOTA ບໍລິການ ຈໍາກັດ ເປັນ ບໍລິສັດ ທີ່ຢູ່ໃນເຄືອ ຂອງບໍລິສັດ KP GROUP ເຊິ່ງປະຈຸບັນ ເຮົາມີ SHOW ROOM ຢູ່ໃນວຽງຈັນ ມີ 2 SHOW ROOM ຢູ່ທີ່ ທົ່ງຂັນຄໍາ ເປັນ ສໍານັກງານໃຫຍ່ ແລະ ຢູ່ ສີໄຄ ເມືອງ ສີໂຄດຕະບອງ ເປັນ ອີກ 1 ສາຂາ. ແລ້ວຍັງມີບໍລິສັດ TOYOTA ພາກໃຕ້ ເປັນໜຶ່ງໂຕແທນທີ່ຕັ້ງຢູ່ ເມືອງ ປາກເຊ ມາຮອດປະຈຸບັນ ທຸລະກິດ ເຮົາທີ່ເຮັດກ່ຽວກັບ ບໍລິສັດ TOYOTA ນີ້ ຢູ່ ວຽງຈັນ ຈະມີ 2 show room ແລະ ມີ 1 ໂຕແທນຢູ່ທີ ພາກໃຕ້ ເມືອງ ປາກເຊ ແລະ ມີຜູ້ບໍລິຫານຈັດການແມ່ນ ກຸ່ມບໍລິສັດ KP GROUP ຈໍາກັດ.

 

 

2. ແມ່ນຫຍັງທີ່ເປັນຈຸດເດັັ່ນຂອງ ບໍລິສັດ ? ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

    ຈູດເດັ່ນຂອງບໍລິສັດແມ່ນ ເນັ້ນການບໍລິການ ແລະ ໃຫ້ຄວາມສໍາຄັນ ໃນການໃຫ້ບໍລິການທີ່ດີ, ​ການໃຫ້ບໍລີການຕອບສະ ໜອງໃຫ້ແກ່ລູກຄ້າ, ຄວາມເພິ່ງພໍໃຈຂອງລູກຄ້າ, ອັນນີ້ເປັນເປົ້າໝາຍສູງສຸດໃນການດໍາເນີນທຸະກິດຂອງພວກເຮົາ.

 

 

3.​ ລົດຍົນທີ່ໄດ້ຮັບຄວາມນິຍົມໃນທ້ອງຕະຫຼາດແມ່ນລົດຍົນປະເພດໃດ? ຍອດຂາຍສະເລ່ຍຕໍ່ປີ?

    ທ້ອງຕະຫຼາດລົດຍົນມີ ລົດກະບະ, ລົດເກັງ,  SUV, ລົດຕູ້ ຖືວ່າເປັນ brand ດຽວທີ່ມີຄົບທຸກລຸ້ນ ຖຶວ່າເປັນຄວາມໄດ້ປຽບຄູ່ແຂ່ງຂັນ. ສ່ວນທີ່ໄດ້ຮັບຄວາມນິຍົມ ຈະເປັນ REVO, ຮອງລົງມາຈະເປັນລົດເກັງ VIOS, CAMERY ເຮົາຈະມີຄົບທຸກຄວາມຕ້ອງການຂອງລູກຄ້າຕັ້ງແຕ່ລົດນ້ອຍຈົນໄປຮອດລົດຫຼູ , ສໍາລັບ SUV ເຮົາກໍມີ PRADO, FORTUNER, LAND CRUISE, ເຊິງກໍຖືວ່າຄົບທຸກລະດັບຄືກັນ. ສໍາລັບລົດຕູ້ ຈະເປັນ ລົດ HIACE.

   ແຕ່ກ່ອນເປັນ ລົດ  VIGO ເປັນຕະກູນ ລົດ HILUK ທີ່ເປັນລົດກະບະ  ສ່ວນ VIGO ກາເປັນຊື່ລຸ້ນ ປ່ຽນມາເປັນ REVO ກໍເພາະວ່າຕາມຍຸກສະໄໝ ສາມາດຕອບສະໜອງການຊົມໃຊ້ຂອງລູກຄ້າ ເພື່ອໃຫ້ແທດເໝາະ ແລະ ເໝາະສົມ ພ້ອມທັງເປັນຜະລິດຕະພັນທີ່ຕອບໂຈດການຊົມໃຊ້ຂອງລູກຄ້າໄດ້ສູງສຸດ.

    ຍອດຂາຍ ຢູ່ນະຄອນຫຼວງ ສະເລ່ຍ ປີ 1 ຂາຍໄດ້ປະມານ 3000 ຄັນ . ສ່ວນຢູ່ ປາກເຊ ສະເລ່ຍ ປີ1​ ຂາຍໄດ້ຢູ່ປະມານ 700 ຄັນ ເພາະສະນັ້ນຖ້າລວມກັນ ຂາຍໄດ້ປະມານ 3700 ຄັນ ຕໍ່ປີ.

 

 

4. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍໍ້ໃນການເຮັດທຸລະກິດປະເພດນີ້ ແລະ ມີວິທີແກ້ໄຂບັນຫາດັັ່ງກ່າວແນວໃດ?

     ເມື່ອພົບບັນຫາເຮົາຕ້ອງເຂົ້າໄປເບິ່ງບັນຫາໂຕຈິງ ຫຼັງຈາກນັ້ນແລ້ວຊອງບັນຫາທີ່ແທ້ຈິງ ແລ້ວ ສ້າງທີມງານເພື່ອກໍານົດທິດທາງເປົ້າໝາຍ ໃນການກໍານົດເປົ້າໝາຍຕ້ອງເປັນເປົ້າໝາຍທີ່ທ້າທາຍ ບັນຫາຫຼັັກໆແມ່ນ ການບໍລິຫານຈັດການ, ​ການຈັດການບຸກຄະລະກອນ ໂດຍ ຈະເປັນການວາງແຜນ ໃນການຈັດການບຸກຄະລາກອນ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອໃຫ້ສອດຄ່ອງໃນການດໍາເນີນທຸລະກິດໃນອານາຄົດ ປາສະຈາກບໍ່ໄດ້ວ່າໃນການເຮັດກັບບຸກຄະລາກອນ ເຮົາຕ້ອງໃຫ້ຄວາມໄວ້ວາງໃຈ ແລະ ຄວາມນັບຖືກັບພະນັກງານ, ໃຫ້ຄວາມຮູ້, ຄວາມສາມາດ, ຝຶກອົບຮົມ, ​ເພື່ອເປັນການປູພື້ນຖານໃຫ້ຮອງຮັບທຸລະກິດໃນອານາຄົດ.

 

 

 

5. ໃນຕໍ່ໜ້າມີການວາງແຜນໃນອະນາຄົດແນວໃດ?

     ການວາງແຜນໃນອະນາຄົດແມ່ນດ້ານ ກົນລະຍຸດໃນການດໍາເນີນທຸລະກິດແມ່ນອີງໃສ່ສະພາບການແຂ່ງຂັນ, ອີງໃສ່ສະພາບການເຕີບໂຕທາງດ້ານເສດຖະກິດ ເປົ້າໝາຍສູງສຸດຂອງທຸລະກິດເຮົາແມ່ນ ເປັນຕົວແທນຈໍາໜ່າຍທີ່ໂດດເດັ່ນ ແລະ ດີເດັ່ນ ການເປັນໂຕແທນຈໍາໜ່າຍ TOYOTA ໃນ ອາຊີ. ສະນັ້ນໃນການຕອບສະໜອງຂອງລູກຄ້າ ແລະ ການຕອບສະໜອງຂອງຕະຫຼາດ ກົນລະຍຸດຂອງພວກເຮົາ ພວກເຮົາພະຍາຍາມ ເຮັດໃຫ້ລູກຄ້າເຮັດໃຫ້ລູກຄ້າມີຄວາມພໍໃຈສູງສຸດ ເຮົາພະຍາຍາມເຮັດ value change ໝາຍເຖິງ ການໃຫ້ບໍລິການທີ່ມີຄຸນນະພາຍມາດຕະຖານ, ​ມີອາໄຫຼ່ໄວ້ເພື່ອຮອງຮັບ, ເຮົາມີອູ່ຕົວຖັງ ແລະ ສີ ສໍາລັບລູກຄ້າທີ່ເກີດ ອຸບັດຕິເຫດ, ລວມເຖິງເຮົາມີການເຮັດທຸລະກິດ ລົດມືສອງທີ່ໃຫ້ລູກຄ້າຕ້ອງການຈະປ່ຽນລົດ ຫຼື ເທີນລົດ ແລະ ຍັງມີການຂາຍປະກັນໄພ ໃນເລື່ອງຂອງການຂາຍ ສິນເຊື່ອ ຫຼື finance ການເຮັດທຸລະກີດກ່ຽວກັບລົດຍົນເຮົາຕ້ອງຮັບຜິດຊອບທັງຕອນຂາຍ ແລະ ຫຼັງການຂາຍ ແລະ ໃຫ້ວົງຈອນຊີວິດ ທີ່ນໍາຂອງລູກຄ້າໃຊ້ບໍລິການຂອງພວກເຮົາໃຫ້ຢູ່ນໍາເຮົາໃຫ້ໄດ້ດົນທີ່ສູດ ຫຼື ຢູ່ກັບເຮົາຕະຫຼອດໄປ.

 

 

 

 

ຂໍຂອບໃຈ ທ່ານ ຢາສຸໂອະ ພິລາພັນເດຊ ຮອງຜູ້ອຳນວຍການ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ

ສອບຖາມຕິດຕໍ່: +865-21 216 152  

ເວັບໄຊ: www.laotoyotaservice.com

ສະຖານທີ່: ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

Tags: #ທ່ານ ຢາສຸໂອະ ພິລາພັນເດຊ #ຮອງຜູ້ອຳນວຍການ #ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ #TOYOTA #REVO #VIOS #CAMERY #ນຳເຂົ້າລົດຍົນ #ຈຳໜ່າຍລົດຍົນ #ບໍລິການຫຼັງການຂາຍ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now