ບົດສໍາພາດ: ທ່ານ ນາງ ຈາລີ່ ລັດຕະນະວົງ ຜູ້ຈັດການທົ່ວໄປ ເສື່ອນອນ ດາວເພັດ

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ນາງ ຈາລີ່ ລັດຕະນະວົງ ຜູ້ຈັດການທົ່ວໄປ ເສື່ອນອນ ດາວເພັດ

 

         ມື້ນີ້ ຊີວີ ຄອນເນັກ ໄດ້ມີໂອກາດໄປສໍາພາດ ທ່ານ ນາງ ຈາລີ່ ລັດຕະນະວົງ  ຜູ້ຈັດການ ຂອງ ເສື່ອນອນດາວເພັດ ທີ່ເປັນແບຣນຂອງຄົນລາວເຮົາເອງ ຈະມາເວົ້າເຖິງຄວາມເປັນມາຂອງຜະລິດຕະພັນດັ່ງກ່າວ ແລະ ຫວັງໃຫ້ເສື່ອນອນດາວເພັດນີ້ ເປັນທີ່ຮູ້ຈັກ ແລະ ຖືກຍອມຮັບຈາກຄົນລາວໃນທົ່ວປະເທດໃຫ້ໄດ້ຜ່ານບົດສໍາພາດນີ້ເລີຍ. 

 

 

1. ຄວາມເປັນມາຈຸດປະສົງຂອງເສື່ອນອນດາວເພັດແມ່ນເປັນແນວໃດ? ເປັນຫຍັງທ່ານຈຶ່ງຕັດສິນໃຈ ເລືອກເຮັດທຸລະກິດນີ້? ເປີດມາໄດ້ດົນປານໃດແລ້ວ? ປັດຈຸບັນມີຈັກສາຂາແລ້ວ?

          ຄວາມເປັນມາຂອງບໍລິສັດແມ່ນເລີ່ມເປີດຕັ້ງແຕ່ ປີ 1996 ຊື່ເຕັມຂອງບໍລິສັດເຮົາກໍຄືໂຮງງານຜະລິດຟອງນໍ້າດາວເຮືອງ ບໍ່ແມ່ນບໍລິສັດດາວເພັດແຕ່ຢ່າງໃດ  ສໍາລັບເສື່ອນອນດາວເພັດ ເປັນພຽງແບຣນຂອງເຮົາເທົ່ານັ້ນ ເຊິ່ງຫາກໍຜະລິດຂຶ້ນມາໄດ້ 4 ປີ ຈົນເຮັດໃຫ້ຫຼາຍຄົນອາດຈະສົບສົນ ເຊິ່ງໂຮງງານຂອງພວກເຮົາເລີ່ມຈາກການຜະລິດເປັນຟອງນໍ້າ ແລະໄດ້ພັດທະນາມາເລື້ອຍໆ ຈົນມາເປັນເສື່ອນອນຫຼາກຫຼາຍປະເພດ ເຊິ່ງປັດຈຸບັນມີປະມານ 12 ປະເພດແລ້ວ.

         ສໍາລັບທີ່ມາຂອງແບຣນ ເສື່ອນອນດາວເພັດ ແມ່ນມາຈາກ ໂຮງງານຊື່ດາວເຮືອງ,​ ຄໍາວ່າ ດາວ ຄວາມໝາຍແມ່ນ ການເປັ່ງປະກາຍ, ສ່ວນເພັດ ແມ່ນ ຄວາມທົນທານ ແລະ ສວຍງາມ.

          ເນື່ອງຈາກ ຕະຫຼາດຂອງລາວ ການເຮັດກ່ຽວກັບເສື່ອນອນ, ໝອນຕ່າງໆ ການແຂ່ງຂັນຍັງບໍ່ມີຫຼາຍເທົ່າທີ່ຄວນ ສ່ວນຫຼາຍສິນຄ້າຈະນໍາເຂົ້າຫຼາຍກວ່າຜະລິດເອງ ເຊິ່ງບໍລິສັດພວກເຮົາໄດ້ເຫັນເຖິງຈຸດດັ່ງກ່າວຈຶ່ງຕັດສິນໃຈ ສ້າງໂຮງງານ ເພື່ອຜະລິດຂຶ້ນມາເອງ ແລະ ປັດຈຸບັນກໍກາຍເປັນໂຮງງານໃຫຍ່ທີ່ຢູ່ໃນປະເທດລາວ ມີ 3 ສາຂາ ເຊັ່ນ: ສາຂາໃຫຍ່ ຢູ່ສີໄຄ, ສາຂາ ຢູ່ ໄອເຕັກ ຕຶກເກົ່າ, ສາຂາຢູ່ ວຽງຈັນ ເຊັນເຕີ້ ຊັ້ນສາມ , ໃນໄວໆນີ້ຈະເປີດອີກສາຂາໜຶ່ງຢູ່ ໂພນພະເນົາ ໃນປະມານເດືອນ ເມສານີ້.

 

 

2. ກຸ່ມລູກຄ້າ ແລະ ເປົ້າໝາຍຂອງເຮົາໃນການເຮັດທຸລະກິດນີ້ແມ່ນຫຍັງ?

          ສໍາລັບກຸ່ມລູກຄ້າຂອງດາວເພັດ ຈະເປັນບຸກຄົນທົ່ວໄປ , ໂຮງແຮມ, ສາມັນຊົນທົ່ວໄປ, ບ້ານພັກ, ໂຄງການຂອງລັດຖະບານ ເພາະເປັນສິນຄ້າທີ່ຈໍາເປັນເຊິ່ງທຸກຄົນຕ້ອງໄດ້ໃຊ້ຢູ່ແລ້ວ

 

 

3. ຈຸດເດັ່ນໃດທີ່ສາມາດດຶງດູດລູກຄ້າມາໃຊ້ບໍລິການ? ມີຊ່ອງທາງໃດແດ່ໃນການໂປຣໂໝດຮ້ານ? ຜົນຕອບຮັບເປັນແນວໃດ?

           ຈຸດເດັ່ນຂອງແບຣນດາວເພັດກໍຈະແມ່ນ ເລື່ອງຂອງຄຸນນະພາບ, ​ການບໍລິການຫຼັງການຂາຍ, ເນື່ອງຈາກວ່າຖ້າປຽບທຽບເບິ່ງແລ້ວພວກເຮົາຢູ່ໃນຕະຫຼາດນີ້ໄດ້ 23 ປີ ແລ້ວ ຖ້າວ່າສິນຄ້າບໍ່ໄດ້ຄຸນນະພາບກໍມາບໍ່ເຖິງທຸກມື້ນີ້ໄດ້ ແລະ ສິນຄ້າຂອງເຮົາມີການພັດທະນາໄປເລື້ອຍໆ ບໍ່ພຽງແຕ່ພັດທະນາໃນເລື່ອງຂອງຄຸນນະພາບເທົ່ານັ້ນ ແຕ່ລວມໄປເຖິງການພັດທະນາສິນຄ້າໃຫ້ມີຄວາມຫຼາກຫຼາຍເພື່ອໃຫ້ເຂົ້າເຖິງທຸກເພດທຸກໄວທີ່ໃຊ້ບໍລິການຂອງເຮົາ ເພາະພວກເຮົາໄດ້ຄິດຄົ້ນ ແລະ ວາງແຜນການອອກແບບມາເພື່ອຄົນລາວໂດຍສະເພາະ.

           ຊ່ອງທາງໃນການໂປຮໂໝດແມ່ນທາງ FACEBOOK PAGE, ແລະ ນອກຈາກທາງສື່ອອນລາຍແລ້ວ ຍັງໄດ້ອອກງານຢູ່ເປັນປະຈໍາ ເປັນຕົ້ນຕາມຕະຫຼາດນັດ, ຕາມງານອີເວັ້ນ (EVENT) ຕ່າງໆ, ຜ່ານ WEBSITE, ເປັນສະປັອນເຊີ້ (Sponsor) ໃຫ້ແກ່ງານ LAO FOOD LAOHOTEL 2018  ແລະ ງານອື່ນໆອີກ ເຊິ່ງຜົນຕອບຮັບ ໃນປັດຈຸບັນຖືວ່າດີຫຼາຍ ຖ້າທຽບກັບປີທີທໍາອິດທີ່ເລີ່ມສ້າງການຕະຫຼາດໃໝ່ ກໍຄື ສ້າງແບຣນດາວເພັດນີ້ມາ ຍອດຂາຍຖືວ່າໄດ້ຜົນເກີນຄາດ.

 

 

4. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການເຮັດທຸລະກິດນີ້ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ເນື່ອງຈາກເສື່ອນອນຂອງເຮົາເປັນສິນຄ້າທີ່ເຮັດໂດຍຄົນລາວເອງ ເຊິ່ງສິ່ງທີ່ເປັນອຸປະສັັກທີ່ເຮົາມັກພົບຢູ່ຕະຫຼອດກໍຄືຄົນລາວສ່ວນໃຫຍ່ຍັງບໍ່ເປີດຮັບ ແລະ ບໍ່ກ້າທີ່ຈະມາໃຊ້ເທົ່າທີ່ຄວນ ແຕ່ລູກຄ້າທີ່ມາລອງໃຊ້ແລ້ວ ກໍພໍໃຈ ແລະ ໃຊ້ໄປຕະຫຼອດເລີຍຈົນກາຍເປັນລູກຄ້າປະຈໍາຂອງເຮົາ.

          ສໍາລັບວິທີແກ້ໄຂຄື ສິ່ງທີ່ເຮົາຕ້ອງເຮັດແມ່ນພັດທະນາຄຸນນະພາບໃຫ້ດີ ແລະ ການປັບປຸງ ຜະລິດຕະພັນສິນຄ້າ ແລະ ເຮັດການຕະຫຼາດຢູ່ຕະຫຼອດເວລາ ເພື່ອໃຫ້ແທດເໝາະກັບລູກຄ້າຂອງເຮົາຢູ່ສະເໝີ.

          ແລະ ຂ້າພະເຈົ້າຢາກຝາກເຖິງຄົນລາວທຸກຄົນ ຄື ຢາກໃຫ້ສະໜັບສະໜູນໃຊ້ສິນຄ້າຂອງລາວ ເພາະສິນຄ້າຂອງເຮົາກໍດີບໍ່ແພ້ສິນຄ້າຂອງປະເທດອື່ນເລີຍ

 

 

5. ທ່ານຄິດວ່າທຸລະກິດເສື່ອນອນປະສົບຜົນສໍາເລັດແລ້ວຫຼືຍັງ?

           ຂ້າພະເຈົ້າຍັງບໍ່ສາມາດບອກໄດ້ເທື່ອວ່າທຸລະກິດຂອງເຮົາປະສົບຜົນສໍາເລັດແລ້ວເພາະວ່າ ຖ້າເຮົາຫາກໝັ້ນໃຈວ່າການເຮັດທຸລະກິດນີ້ແມ່ນສໍາເລັດແລ້ວ ເຮົາກໍຈະບໍ່ມີການພັດທະນາຫຍັງເລີຍ ແຕ່ສໍາລັບແບຮນສິນຄ້າຂອງເຮົາແລ້ວ ແມ່ນເຮົາຈະບໍ່ຢຸດພັດທະນາ ແຕ່ຕ້ອງພັດທະນາໄປຕະຫຼອດເພື່ອໃຫ້ມີຄຸນນະພາບທີ່ດີຂຶ້ນ.

 

 

6. ຄວາມຄາດຫວັງໃນອະນາຄົດແນວໃດ?

           ໃນອະນາຄົດຄາດຫວັງໄວ້ວ່າ ຢາກຈະມີສາຂາ ເຊິ່ງໄວໆນີ້ກໍຄື ເດືອນ ເມສາ ເຮົາຈະເປີດສາຂາຢູ່ ໂພນພະເນົາ  ແລະ ອະນາຄົດຂ້າງໜ້າຈະເປີດສາຂາເພີ່ມອີກຢູ່ທີ່ນະຄອນຫຼວງໃຫ້ໄດ້ 6 ສາຂາ ແລະ ຈະຂະຫຍາຍສາຂາອອກຕ່າງແຂວງຕື່ມອີກ.

 

 

7. ຢາກໃຫ້ຝາກເຖິງຄົນທີ່ກໍາລັງຈະເຮັດທຸລະກິດ?

             ຂ້າພະເຈົ້າຄິດວ່າ ການເຮັດທຸລະກິດບໍ່ແມ່ນເລື່ອງງ່າຍ ແລະ ກໍບໍ່ຍາກເກີນໄປສໍາລັບທຸກຄົນ ເຊິ່ງເຫັນວ່າຄົນລາວເຮົາປັດຈຸບັນກໍຄືໄວໜຸ່ມມີຄວາມຄິດສ້າງສັນຫຼາຍໃນການສ້າງຄວາມແປກໃໝ່ ແລະ ຄິດຫາສິ່ງໃໝ່ຢູ່ຕະຫຼອດເວລາ ແຕ່ສິ່ງທີ່ພວກເຂົາຂາດກໍຄື ຄວາມຢ້ານ ຫຼື ບໍ່ກ້າ. ສະນັ້ນ, ຢາກໃຫ້ທຸກຄົນລອງລົງມືເຮັດ, ນໍາຄວາມຄິດໄອເດຍຕ່າງໆອອກມາ ບໍ່ຕ້ອງຢ້ານຄວາມຜິດຫວັງ ເຖິງຜົນຕອບຮັບຈະເປັນແນວໃດ ໃຫ້ຖືວ່າເປັນບົດຮຽນທີ່ເຮົາຕ້ອງນໍາໄປປັບປຸງແກ້ໄຂເພື່ອເປັນແນວທາງ ແລະ ຮູ້ວ່າຄວນຈະກຽມຕົວເຮັດທຸລະກິດແນວໃດໃຫ້ປະສົບຜົນສໍາເລັດໃນອະນາຄົດຂ້າງໜ້າ.

 

 

ຂໍຂອບໃຈ: ທ່ານ ນາງ ຈາລີ່ ລັດຕະນະວົງ ຜູ້ຈັດການທົ່ວໄປ ໂຮງງານຜະລິດຟອງນໍ້າດາວເຮືອງ (ເສື່ອນອນ ດາວເພັດ)

ສະຖານທີ່: ບ້ານ ຍາພະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 7787 8420

Facebook: Daophet Bedding

ເວັບໄຊ: www.daophetbedding.com

Tags: #ເສື່ອນອນ ດາວເພັດ #ອອກແບບເພື່ອຄົນລາວ # Daophet Bedding #ຈາລີ່ ລັດຕະນະວົງ #ຜູ້ຈັດການທົ່ວໄປ #ໂຮງງານຜະລິດຟອງນໍ້າດາວເຮືອງ #ເສື່ອນອນ #LAO FOOD LAOHOTEL 2018 #ເສື່ອນອນຂອງລາວ #ສິນຄ້າຂອງລາວ #ແບຣນຂອງລາວ #ຄຸນນະພາບ #ບໍລິການຫຼັງການຂາຍ #Sponsor

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now