timer
remove_red_eye 7,443 views
ຈະຖາມຄຳຖາມແນວໃດໃຫ້ຮູ້ວ່າ ຜູ້ສະໝັກວຽກມີແຮງຈູງໃຈໃນການເຮັດວຽກຫຼາຍເທົ່າໃດ ເພາະຕອນສຳພາດວຽກ ຜູ້ສຳພາດທຸກຄົນຕ້ອງສະແດງອອກເຖິງຄວາມກະຕືລືລົ້ນຢາກໄດ້ວຽກລອງເຈາະປະເດັນຕາມຄຳແນະນຳ ຕໍ່ໄປນີ້ອາດຊ່ວຍທ່ານໄດ້
1. ປະຫວັດການເຮັດວຽກ
ການເວົ້າເຖິງປະຫວັດການເຮັດວຽກທີ່ຜ່ານມາຂອງຜູ້ ສະໝັກວຽກສາມາດໃຊ້ປະເມີນແຮງຈູງໃຈຂອງຜູ້ສະໝັກໄດ້ ຈາກໄລຍະເວລາທີ່ເຂົາເຮັດວຽກ ແລະ ບໍລິສັດ ເຂົາຢູ່ແຕ່ລະເທື່ອດົນຊ່ຳໃດ ເຄີຍໄດ້ຮັບການເລື່ອນຕຳແໜ່ງບໍ່ ເຄີຍຖືກຊື້ໂຕໃຫ້ຍ້າຍວຽກ ຫຼື ບໍ່ ສາເຫດທີ່ຍ້າຍວຽກເພື່ອຄວາມກ້າວໜ້າ ຫຼື ດ້ວຍເຫດຜົນອື່ນໆ ຫົວໜ້າເກົ່າເຄີຍຮັບພະນັກງານທີ່ອອກໄປແລ້ວກັບເຂົ້າເຮັດວຽກຫຼືບໍ່ ເປັນຕົ້ນ
2. ຄວາມສົນໃຈທີ່ນອກເໜືອຈາກວຽກ
ຄົນທີ່ມີແຮງຈູງໃຈຈະບໍ່ໄດ້ມີແຕ່ແຮງຈູງໃຈໃນການເຮັດວຽກເທົ່ານັ້ນແຕ່ລວມເຖິງແຮງຈູງໃຈໃນຊີວິດ ນຳ ຈຶ່ງຄວນມີການເວົ້າເຖິງຄວາມສົນໃຈອື່ນໆ ທີ່ນອກເໜືອຈາກວຽກ ບໍ່ວ່າຈະເປັນວຽກຍາມວ່າງ ການຫາຄວາມຮູ້ເພີ່ມເຕີມເປົ້າໝາຍຊີວິດ ຄົນເຫຼົ່ານີ້ມັກມີຄວາມໄຝ່ຝັນ ແລະ ຫາໂອກາດພັດທະນາຕົນເອງຜ່ານການເຮັດກິດຈະກຳຕ່າງ ເຊັ່ນໆ ການອ່ານໜັງສື ການຮຽນພາສາ ການຮ່ວມກິດຈະກຳກັບກຸ່ມທີ່ສົນ ເປັນຕົ້ນ
3. ຄວາມລົ້ນເຫຼວທີ່ຜ່ານມາ
ແຮງຈູງໃຈຊ່ວຍໃຫ້ເຮົາໂຟກັດວຽກທີ່ເຮັດ ບໍ່ວ່າອາດຕ້ອງພົບກັບອຸປະສັກທີ່ບໍ່ອາດຫຼີກລ່ຽງໄດ້ຜູ້ສຳພາດຈຶ່ງຄວນຖາມຄຳຖາມຜູ້ສະໝັກວຽກກ່ຽວກັບຄວາມຜິດພາດທີ່ຜ່ານມາ ເພື່ອຄົນຫາວ່າເຂົາຮູ້ຈັກຕົນເອງດີ ເທົ່າໃດ ເຊັ່ນ ອຸປະສັກທີ່ຍາກລຳບາກທີ່ສຸດທີ່ເຂົາເຄີຍພົບຄືຫຍັງ ແລະ ເຂົາຜ່ານມັນມາໄດ້ແນວໃດ ເຂົາເຄີຍເຮັດວຽກຜິດພາດ ຫຼື ບໍ່ ເຂົາຮູ້ສຶກແນວໃດ ແລະ ແກ້ບັນຫາແນວໃດ
4. ບຸກຄົນອ້າງອີງ
ສອບຖາມບຸກຄົນອ້າງອີງທີ່ຜູ້ສະໝັກວຽກໃຫ້ໃວ້ ຫາກຜູ້ສະໝັກເປັນທີ່ຊື່ນຊົມ ບຸກຄົນອ້າງອີງຍ່ອມຍິນດີທີ່ຈະເລົ່າກ່ຽວກັບຜູ້ສະໝັກໃຫ້ຟັງດ້ວຍນ້ຳສຽງຊື່ນຊົມ ແຕ່ຖ້າຕອບເປັນພິທີ ສະແດງວ່າຮູ້ສຶກຊື່ໆ ກັບຜູ້ສະໝັກບໍ່ Recommend ແຕ່ຢ່າງໃດ ທ່ານອາດໃຫ້ບຸກຄົນອ້າງອີງລອງໃຫ້ຄະແນນຜູ້ສະໝັກ 1-5 ໂດຍຜູ້ທີ່ທ່ານເກນຈະຕ້ອງຄະແນນຕັ້ງແຕ່ 4ຄະແນນຂື້ນໄປ
Cr: th.jobsdb.com
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Copyright (c) 2025 cvConnect.la CVCONNECT Co., Ltd.