10 ຂໍ້ດີຂອງການເປັນມະນຸດເງິນເດືອນ

timer

remove_red_eye 4,790 views


cvConnect.la - 10 ຂໍ້ດີຂອງການເປັນມະນຸດເງິນເດືອນ

          ຫຼາຍຄົນອາດຄິດວ່າການເປັນພະນັກງານເງິນເດືອນ ເປັນວຽກທີ່ໜ້າເບືອ ແຕ່ທ່ານຮູ້ບໍ່ວ່າການເຮັດອາຊີບນີ້ມີຂໍ້ດີຢູ່ຫຼາຍຢ່າງ ແລະ ນີ້ແມ່ນ 10 ຂໍ້ດີຂອງການເປັນມະນຸດເງິນເດືອນ ທີ່ໄດ້ອ່ານແລ້ວອາດຊ່ວຍໃຫ້ປ່ຽນແນວຄິດ ແລະ ມີຄວາມສຸກກັບວຽກທີ່ກໍາລັງເຮັດຢູ່ໄດ້.

 

1. ລາຍໄດ້ທີ່ໝັ້ນຄົງແນ່ນອນ

          ຢາລືມວ່າລາຍໄດ້ຂອງມະນຸດເງິນເດືອນນັ້ນ ບໍ່່ປ່ຽນແປງໄປຕາມຍອດຂາຍແບບອາຊີບອື່ນ ເພາະເງິນເດືອນເປັນລາຍຈ່າຍປະຈໍາທີ່ບໍລິສັດຕ້ອງຈ່າຍໃຫ້ພະນັກງານໃນແຕ່ລະເດືອນ

 

2. ໄດ້ເຮັດວຽກທີ່ມັກໂດຍບໍ່ຕ້ອງລົງທຶນເອງ

          ເປັນເລື່ອງທີ່ຍາກທີ່ຈົບອອກມາແລ້ວຈະໄດ້ເປັນເຈົ້າຂອງກິດຈະການ ຫຼື ບໍລິສັດໃນສາຍອາຊີບທີ່ຕົນເອງຕ້ອງການໂດຍບໍ່ມີປະສົບການ ຫຼື ພື້ນຖານມາກ່ອນເລີຍ ແຕ່ຕະຫຼາດແຮງງານທຸກມື້ນີ້ມີພື້ນທີ່ໃຫ້ໄວໜຸ່ມທີ່ກໍາລັງມີໄຟໄດ້ອອກໄປພົບປະກັບໂລກແຫ່ງຄວາມເປັນຈິງໃນສາຍອາຊີບນັ້ນໆຢ່າງນັບບໍ່ຖ້ວນ ແລະ ການທີ່ໄດ້ເຮັດວຽກໃນສິ່ງທີ່ຕົນເອງມັກ ແຖມຍັງມີລາຍໄດ້ເປັນຜົນຕອບຮັບກັບມາພ້ອມ ຖືວ່າເປັນສິ່ງທີ່ດີຫຼາຍ.

 

3. ມີເວລາເຮັດວຽກຊັດເຈນ

          ເຈົ້າອາດຈະເບິ່ງວ່າການເຂົ້າວຽກ 8 – 9 ໂມງເຊົ້າ ແລ້ວເລີກວຽກ 4 – 5 ໂມງແລງ ເປັນສິ່ງທີ່ທໍລະມານ, ໜ້າເບື່ອ ຄ້າຍຄືກັບຖືກຂັງໄວ້ ແຕ່ຢ່າລືມວ່າຫຼັງຈາກທີ່ເລີກວຽກໄປແລ້ວ ເຈົ້າຈະໄດ້ມີເວລາພັກຜ່ອນຢ່າງເຕັມທີ່ (ຍົກເວັ້່ນແຕ່ມີວຽກເຂົ້າກະທັນຫັນ ຫຼື ຕ້ອງເຮັດວຽກລ່ວງເວລາ)

 

4. ມີຕາຕະລາງວັນພັກທີ່ຊັດເຈນ

          ການທີ່ເຮົາມີຕາຕະລາງວັນພັກທີ່ຊັດເຈນນັ້ນ ຈະຊ່ວຍໃຫ້ເຮົາຮູ້ວ່າຊ່ວງເວລາໃດທີ່ຈະໄດ້ພັກຜ່ອນ ແລະ ອອກໄປພັກຜ່ອນກັບຄອບຄົວ ຫຼື ໝູ່ເພື່ອນ ເຖິງແມ່ນວ່າຈະຂໍລາພັກໄປ ເມື່ອຮອດທ້າຍເດືອນມາ ເຈົ້າກໍຍັງໄດ້ຮັບເງິນເດືອນເທົ່າເດີມ.

 

5. ບໍ່ມີທາງທີ່ຈະເປັນບຸກຄົນລົ້ມລະລາຍ

          ຖ້າເຈົ້າສາມາດເຮັດທຸລະກິດໂດຍຂາດການບໍລິຫານຈັດການທີ່ດີ ກໍມີໂອກາດສູງທີ່ເຮັດໃຫ້ທຸລະກິດຂອງເຮົາຂາດທຶນຢ່າງໜັກ ຈົນກາຍສະພາບມາເປັນບຸກຄົນທີ່ລົ້ມລະລາຍໃນທີ່ສຸດ ແລະ ເຖິງແມ່ນວ່າເລື່ອງແບບນີ້ເກີດຂຶ້ນກັບບໍລິສັດທີ່ເຈົ້າກໍາລັງເຮັດວຽກຢູ່ ສິ່ງທີ່ຮ້າຍແຮງທີ່ສຸດທີ່ຈະເກີດຂຶ້ນກໍພຽງແຕ່ເຮັດໃຫ້ເຈົ້າຫວ່າງງານ, ບໍ່ມີລາຍໄດ້ ແຕ່ສະຖານະທາງສັງຄົມບໍ່ຕິດລົບ.

 

6. ມີໂອກາດທີ່ຈະກ້າວໜ້າໃນວຽກງານນັ້ນໆ

          ດ້ວຍຄວາມສາມາດທີ່ມີຢູ່ ແລະ ສະແດງອອກມາທາງຜົນງານຂອງເຈົ້າ ຈະເຮັດໃຫ້ເຈົ້າສາມາດເຕີບໃຫຍ່ຂະຫຍາຍຕົວໃນບໍລິສັດອື່ນອີກຫຼາຍບໍລິສັດ.

 

7. ມີຄວາມອົດທົນຂຶ້ນຫຼາຍຮ້ອຍເທົ່າ

          ການເຮັດວຽກກັບຄົນຈໍານວນຫຼາຍ ເປັນໄປບໍ່ໄດ້ເລີຍທີ່ຈະບໍ່ຖືກຈົ່ມຂວັນ, ຖືກໃສ່ຮ້າຍປ້າຍສີ ແຕ່ເລື່ອງແບບນີ້ຈະເຮັດໃຫ້ເຈົ້າມີຄວາມເຂັ້ມແຂງຂຶ້ນໂດຍບໍ່ຮູ້ຕົວ ແລະ ສາມາດຜ່ານປະສົບການທີ່ບໍ່ດີທຸກຮູບແບບເຫຼົ່ານີ້ໄປໄດ້.

 

8. ມີສ່ວນໃນການພັດທະນາປະເທດຊາດ

          ລາຍໄດ້ຂອງມະນຸດເງິນເດືອນນັ້ນບໍ່ສາມາດປົກປິດ ຫຼື ຫຼີກລ່ຽງທີ່ມາຂອງລາຍໄດ້ໃນແຕ່ລະເດືອນໄດ້. ດັ່ງນັ້ນ, ກົມພາສີອາກອນຈຶ່ງບໍຈໍາເປັນຈະຕ້ອງໃຊ້ຄວາມພະຍາຍາມ ທີ່ຈະຕ້ອງກວດສອບ ແລະ ສາມາດຈັດເກັບພາສີຈາກເຮົາໄດ້ຢ່າງງ່າຍດາຍ ເຊິ່ງຖ້າເວົ້າເຖິງພະນັກງານເງິນເດືອນກໍລ້ວນແລ້ວແຕ່ເປັນພາກສ່ວນທີ່ສໍາຄັນໃນການຊ່ວຍເຫຼືອໂຄງການທັງຫຼາຍຂອງລັດຖະບານ.

 

9. ໄດ້ພົບປະ ແລະ ຮູ້ຈັກກັບຜູ້ຄົນຫຼາຍຮູບແບບ

          ໃນການເຮັດວຽກຕ່າງໆແມ່ນມີໂອກາດສູງທີ່ໄດ້ຮູ້ຈັກ ແລະ ພົບປະກັບເພື່ອນຮ່ວມງານຕ່າງພະແນກ ເຊິ່ງແຕ່ລະຄົນກໍມີຄວາມຮູ້ທີ່ແຕກຕ່າງກັນອອກໄປ ແລະ ຄົນປະເພດເຫຼົ່ານີ້ຈະເປັນເຄືອຂ່າຍທີ່ຊ່ວຍຊຸກຍູ້ ແລະ ເປັນທີ່ປຶກສາທີ່ດີໃຫ້ກັບເຮົາໄດ້ໃນອະນາຄົດຕໍ່ໜ້າ.

 

10. ເບື່ອກໍລາອອກ

          ຖ້າຫາກມື້ໜຶ່ງເຈົ້າໄປຈຸດທີ່ຢູ່ຕົວບໍ່ໄປບໍ່ມາກັບສິ່ງທີ່ເຮັດ ຫຼື ຮູ້ສຶກເບື່ອໜ່າຍກັບບັນຍາກາດແບບເກົ່າຊໍ້າໄປຊໍ້າມາ ກັບບັນຫາ ແລະ ວຽກເກົ່າໆ ທີ່ຕ້ອງພົບພໍ້ຢູ່ຕະຫຼອດ ພຽງແຕ່ເຈົ້າຍື່ນໃບຂໍລາອອກນັ້ນໄປແລ້ວມາຊອກຫາວຽກບ່ອນໃໝ່ທີ່ສະຫງົບຫຼາຍຂຶ້ນ, ໃກ້ທີ່ຢູ່ ແລະ ເດີນທາງໄປມາສະດວກຂຶ້ນ ລວມໄປເຖິງໄດ້ຄ່າຕອບແທນທີ່ຫຼາຍຂຶ້ນ ຫຼື ໄດ້ຮັບວຽກທີ່ທ້າທ້າຍຂຶ້ນ ເຫຼົ່ານີ້ເປັນຕົ້ນ.

 

 

ທີ່ມາ: jobbkk.com

Tags:

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....