ບົດສໍາພາດ: ທ່ານ ກິພອນ ວົງສະຫວັດ ຜູ້ອໍານວຍການ ບໍລິສັດ ທ່ອງທ່ຽວລາວເຊັນເຊັສ

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ກິພອນ ວົງສະຫວັດ ຜູ້ອໍານວຍການ ບໍລິສັດ ທ່ອງທ່ຽວລາວເຊັນເຊັສ

 

         ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດຜູ້ອໍານວຍການ ບໍລິສັດ ທ່ອງທ່ຽວລາວເຊັນເຊັສ ເປັນບໍລິສັດທີ່ໃຫ້ການບໍລິການແບບຄົບວົງຈອນດ້ານການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຍຶດຖືເລື່ອງການບໍລິການ ແລະ ຈັນຍາບັນເປັນຫຼັກ. ມາຮູ້ຈັກບບໍລິສັດດັ່ງກ່າວໃຫ້ຫຼາຍຂຶ້ນຜ່ານບົດສໍາພາດນີ້ເລີຍ.

 

 

  1. ຄວາມເປັນມາຂອງບໍລິສັດ ທ່ອງທ່ຽວລາວເຊັນເຊັສ? ເປີດມາໄດ້ດົນປານໃດແລ້ວ?

          ບໍລິສັດທ່ອງທ່ຽວລາວເຊນເຊັສ ຈໍາກັດຜູ້ດຽວ ໄດ້ຮັບການສ້າງຕັັ້ງຂຶ້ນເມື່ອວັນທີ 16 ກໍລະກົດ ປີ 2015. ເຊິ່ງເປັນ ບໍລິສັດທີ່ມີ ຜະລິດຕະພັນຄົບວົງຈອນກ່ຽວກັບການບໍລິການ ດ້ານການທ່ອງທ່ຽວ ໂດຍການເນັັ້ນຫຼັກໆແມ່ນ ກ່ຽວກັບການຕອບສະໜອງຈຸດປະສົງຄວາມຕ້ອງການຂອງລູກຄ້າໄດ້ຢ່າງວ່ອງໄວ ແລະ ສາມາດເຊື່ອໝັັ້ນໄດ້ພ້ອມສ້າງຄວາມປະທັບໃຈສູງສຸດໃຫ້ກັບລູກຄ້າອັນເປັນວຽກງານສໍາຄັນ ຕໍ່ກັບວຽກງານທີ່ເອົາໃຈໃສ່ດັ່ງກ່າວ. ສະນັັ້ນ, ຈຶ່ງເຮັດໃຫ້ວຽກງານຂອງພວກເຮົາໄດ້ມີການເຕີບໂຕມາເປັນກ້າວໆ ແລະ ພວກເຮົາຍັງມີຫຸ້ນສ່ວນການພົວພັນການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທັງອາຊີ ແລະ ຍູໂຣບ ເຊັ່ນ: ຫວຽດນາມ, ໄທ, ກໍາປູເຈຍ, ຈີນ, ເກົາຫຼີ ໃຕູ້, ລັດເຊຍ, ເຢຍລະມັນ ແລະ ຍັງຈະພັດທະນາຂະຫຍາຍຕະຫຼາດຕໍ່ໆໄປ ເຊິ່ງພວກເຮົາໄດ້ມີ ພະນັກງານທີ່ມີ ຄຸນະພາບ ພ້ອມປະສົບການ ແລະ ຄົບຖ້ວນໃນແຕ່ລະດ້ານການບໍລິການສະເໝີມາ.

 

 

        2. ເປັນຫຍັງຈຶ່ງຕັດສິນໃຈເປີດບໍລິສັດດັັ່ງກ່າວ? ເປັນບໍລິສັດທີ່ເຮັດກ່ຽວກັບຫຍັງ?

        ສໍາລັບຜະລິດຕະພັນການບໍລິການດ້ານການທ່ອງທ່ຽວຂອງພວກເຮົາມີດັ່ງນີ້:

- ບໍລິການຈັດການທ່ອງທ່ຽວພາຍໃນ

- ບໍລິການຈັດການທ່ອງທ່ຽວພາຍນອກ (ຕ່າງປະເທດ)

- ບໍລິການເຊົ່າລົດບໍລິການທ່ອງທ່ຽວ

- ບໍລິການຈອງປີ້ຍົນທົ່ວໂລກ

- ບໍລິການແລ່ນເອກະສານເພື່ອການທ່ອງທ່ຽວເຊັ່ນ: ປຶ້ມສໍາມະໂນຄົວ, ບັດປະຈໍາຕົວ, ໜັງສືຜ່ານແດນ (passports), ປຶ້ມຜ່ານແດນ ແລະ ວີຊາໄປຕ່າງປະເທດ. ນອກຈາກນັ້ນ, ພວກເຮົາຍັງມີລາຍການທ່ອງທ່ຽວຫຼາຍລາຍການທັງພາຍໃນແຕ່ເໜືອເຖິງໃຕ້ ແລະ ລາຍການທ່ອງທ່ຽວ ຕ່າງເທດໃນແຕ່ລະ ລະດູ ແລະ ເທດສະການທີ່ເປັນເອກະລັກໄວ້ໃຫ້ລູກຄ້າໄດ້ເລືອກທ່ອງທ່ຽວຕາມຄວາມຕ້ອງການ, ນອກຈາກຜະລິດຕະພັນທີ່ມີ ແລ້ວພວກເຮົາຍັງຍິນດີທີ່ຈະບໍລິການຕາມຕົວເລືອກທີ່ລູກຄ້າຕ້ອງການແບບສະເພາະອີກດ້ວຍ.

 

 

        3. ຈຸດໃດແດ່ທີ່ສາມາດດຶງດູດໃຫ້ຄົນຫັນມາໃຊ້ບໍລິການຂອງທ່ານ? ກຸ່ມລູກຄ້າແມ່ນປະເພດໃດ? ຜົນຕອບຮັບເປັນແນວໃດ?

        ຈຸດພິເສດທີ່ເປັນຈຸດດຶງດູດແມ່ນການບໍລິການ, ບຸກຄະລາກອນຍັງເປັນທ່າແຮງສາມາດສ້າງຄວາມສົນໃຈ ແລະ ສ້າງສາຍພົວພັນກັບຕ່າງປະເທດໄດ້, ກຸ່ມລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ 70% ຈະເປັນຄົນລາວໄປຕ່າງປະເທດ, ສ່ວນ 30% ຈະເປັນ ຄົນຕ່າງປະເທດມາລາວ ຈະມີຍູໂຣບ, ອາຊີ.

         ທຸລະກິດຂອງເຮົາຈະມີເຄືອຂ່າຍໂດຍແມ່ນຄູ່ຄ້າສະມາຄົມ ແລະ ຜົນຕອບຮັບຈາກລູກຄ້າມີຜົນຕອບຮັບດີຈາກທີ່ເປີດມານັກທ່ອງທ່ຽວເລີ່ມຫຼາຍຂຶ້ນ,​ຈາກທີ່ມີພະນັກງານ 2 ຄົນ ປັດຈຸບັນມີ 10 ຄົນຍ້ອນພວກເຮົາມີການບໍລິການທີ່ດີ, ຈັນຍາບັນ ແລະ ມີຄວາມຈິງໃຈ.

 

 

        4. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບໃນການເຮັດທຸລະກິດ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

         ສໍາລັບອຸປະສັກທີ່ເຮົາພົບພໍ້ຄື ລູກຄ້າທີ່ຈະໄປທ່ອງທ່ຽວຕ່າງປະເທດຈະບໍ່ມັກອ່ານຂໍ້ມູນກ່ອນ, ການທີ່ຈະຕັດສິນໃຈຊື້ຈະບໍ່ຮູ້ຂໍ້ມູນກ່ອນ, ການສື່ສານຂອງຄົນທີ່ມາຕິິດຕໍ່ພົວພັນກັບເຮົາ ເຮັດໃຫ້ບໍ່ມີຄວາມເຊື່ອໝັ້ນປານໃດ, ຄົນທີ່ຕິດຕໍ່ພົວພັນພາສາຕ່າງປະເທດຍັງມີໜ້ອຍ, ການເຮັດວຽກບ້ານເຮົາຍັງບໍ່ມີຄວາມກະຕືລືລົ້ນ.

         ແລະ ວິທີແກ້ໄຂແມ່ນ ສະເໜີກັບລູກຄ້າໂດຍກົງ ແນະນໍາໃຫ້ລູກຄ້າເຫັນວ່າທາງເຮົາມີຄວາມໂປ່ງໃສ ແລະ ພ້ອມທັງຕິດຕາມຂໍ້ມູນຂ່າວສານຂອງເຮົາໄດ້ທາງ Social, Facebook ແລະ ທາງໂທລະພາບ .

        ວີທິຮັບມືກັບຄູ່ແຂ່ງ: ເຮົາຕ້ອງມີຫຼັກໝັ້ນ ແລະ ມີເປົ້າໝາຍແບບແຜນທີ່ວາງໄວ້.

 

 

        5. ມີການເປົ້າໝາຍໃນການວາງແຜນເຮັດທຸລະກິດແນວໃດ?

       ສໍາລັບເປົ້າໝາຍໃນການວາງແຜນທຸລະກິດຕໍ່ໜ້າຄືຕ້ອງມີລູກຄ້າຕໍ່ເດືອນໃຫ້ເພີ່ມຂຶ້ນເລື້ອຍໆ.

 

 

 

       6. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ ?

       ແນະນໍາສໍາລັບຄົນທີ່ຈະເຮັດທຸລະກິດໃໝ່ຂ້າພະເຈົ້າຄິດວ່າ ​ຕ້ອງໃຫ້ເຂົ້າໃຈວ່າເຮົາຈະເຮັດກ່ຽວກັບຫຍັງ, ໃສ່ໃຈລົງມືດ້ວຍຕົນເອງ ແລະ ມີເປົ້າໝາຍໃຫ້ໜັກແໜ້ນ ແລະ ຊັດເຈນ ແລະ ສິ່ງທີ່ສໍາຄັນຄື ຕ້ອງມີຈັນຍາບັນ.

 

 

 

ຂໍຂອບໃຈ : ທ່ານ ກິພອນ ວົງສະຫວັດ ອໍານວຍການ ບໍລິສັດ ທ່ອງທ່ຽວລາວເຊັນເຊັສ

ເບີໂທຕິດຕໍ່: 021 514 141

ອີເມວ: info@laosensestravel.com

ເວັບໄຊ: www.laosenses.com

ສະຖານທີ່: ບ້ານທົ່ງຂັນຄໍາ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

Tags: #ກິພອນ ວົງສະຫວັດ #ທ່ອງທ່ຽວພາຍໃນ #ອໍານວຍການ #ທ່ອງທ່ຽວພາຍນອກ #ບໍລິສັດ ທ່ອງທ່ຽວລາວເຊັນເຊັສ #ຈອງປີ້ຍົນທົ່ວໂລກ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now