4 ຂໍ້ດີຂອງການເດີນທາງທີ່ມີຜົນຕໍ່ການເຮັດວຽກ

timer

remove_red_eye 5,215 views


cvConnect.la - 4 ຂໍ້ດີຂອງການເດີນທາງທີ່ມີຜົນຕໍ່ການເຮັດວຽກ

ບາງຄົນອາດເບິ່ງວ່າການໄປທ່ຽວເປັນສິ່ງທີ່ສິ້ນເປືອງ ຫຼື ຄິດໄປເຖິງວ່າຫາກຕ້ອງລາພັກວຽກ ກໍ່ອາດສົ່ງຜົນກະທົບຕໍການເຮັດວຽກແຕ່ສຳລັບບາງຄົນ ການທ່ອງທ່ຽວບໍ່ໄດ້ນຳມາເຊິ່ງຄວາມມ່ວນຊື່ນ ຄວາມເພີດເພີນເທົ່ານັ້ນ ແຕ່ມັນຍັງເຮັດໃຫ້ເຂົາໄດ້ຮຽນຮູ້ ແລະ ພັດທະນາຕົວເອງໄດ້ອີກດ້ວຍ ເຊິ່ງຫຼາຍໆເລື່ອງກໍ່ສາມາດເອົາມາປັບໃຊ້ກັບການເຮັດວຽກ ແລະ ອາດຈະຊ່ວຍໃຫ້ເຂົາປະສົບຄວາມສຳເລັດໃນໜ້າທີ່ການງານໄດ້ຢາງທີ່ລາຍຄົນນຶກບໍ່ເຖິງ

 

1. ຈິດໃຈເປີດກວ້າງພ້ອມຮັບສິ່ງໃໝ່ຢູ່ສະເໜີ

 

ການເດີນທາງຄືໂອກາດທີ່ຈະໄດ້ອອກໄປເຈິໂລກໃໝ່ທີ່ແຕກຕ່າງຈກາຊີວິດປະຈຳວັນ ຄົນທີ່ເດີນທາງຕະຫຼອດມັກຈະມີໃຈເປີດກວ້າງເພື່ອຕຽມຮັບສິ່ງໃໝ່ທີ່ຕ້ອງພັບເຈິ ບໍ່ວ່າຈະເປັນພາສາ ອາຫານການກິນ ລວມເຖິງວັດທະນະທຳທີ່ແຕກຕ່າງ ໃນເລື່ອງການເຮັດວຽກພວກເຂົາຈຶ່ງມັກເປີດຮັບຄວາມຄິດເຫັນທີ່ແຕກຕ່າງ ຫຼືຄວາມຄິດແປກໃໝ່ໄດ້ດີຢ່າງບໍ່ມີອັກຄະຕິ ແລະ ທີ່ສຳຄັນທີ່ສຸດພວກເຂົາມັກຈະເບິ່ງໂລກໃນແງ່ບວກຫຼາຍຂື້ນ

 

2. ແກ້ບັນຫາສະເພາະໜ້າໃນເວລາທີ່ຈຳກັດ

 ການເດດີນທາງບໍ່ວ່າຢູ່ໃນປະເທດ ຫຼື້ ນອກປະເທດມກັຈະຕ້ອງມີການວາງແຜນລ່ວງໜ້າແຕ່ຫຼາຍຄັ້ງເຫດການທີ່ເກີດຂື້ນບໍ່ມັກເປັນໄປຕາມທີ່ຄາດຄິດ ນັກເດີນທາງຕ້ອງແກ້ໄຂບັນຫາສະເພະາໜ້າໃຫ້ໄດ້ບໍ່ວ່າຈະເປັນເລື່ອງຖ້ຽວບິນທີ່ຖືກຍົກເລີກ ການຫາບ່ອນພັກໃໝ່ ຫຼື ການຈັດການເງິນໃນກະເປົາ ເຊິ່ງບັນຫາເຫຼົ່ານີ້ມັກຈະຕ້ອງແກ້ໄຂກັນໃນເວລາທີ່ຈຳກັດ ເມື່ອກັບໄປເຮັດວຽກບັນຫາຕ່າງໆ ກໍ່ອາດກາຍເປັນເລື່ອງງ່າຍໄປເລີຍ

 

3. ເຂົ້າສັງຄົມໄດ້ຢ່າງສະບາຍ

ຄົນທີ່ເດີນທາງເລື້ອຍໆຈະໃຊ້ເວລາໃນການສ້າງຄວາມສະໜິດສະໜົມໄດ້ຢ່າງໄວວາ ເມື້ອງຕ້ອງສ້າງຄວາມຮູ້ຈັກກັບເພື່ອນໃໝ່ໃນໄລຍະເວລາອັນສັ້ນເພື່ອເຮັດວໜຽກ ຫຼືເດີນທາງຮ່ວມກັນກໍ່ຈະສ້າງຄວາມປະທັບໃຈກັບຄົນອື່ນໆ ໄດ້ງ່າຍ ເພາະຜູ້ຄົນເຫຼົ່ານີ້ມັກຈະມີເຄັດລັບໃນການເຂົ້າເຖິງຜູ້ຄົນ ຫຼືຄວາມສາມາດໃນການສື່ສານທີ່ເຮັດໄດ້ໂດດເດັ່ນພິເສດ ບໍ່ວ່າຈະເປັນການຕຽມຕົວເຂົ້າໃຈເຖິງວັດທະນະທຳທີ່ແຕກຕ່າງກັນມີຄວາມສົນໃຈໃນສິ່ງເລັກໆ ນ້ອຍໆ ແລະ ມັກຈະຕຽມຕົວເລື່ອງພາສາໂດຍສະເພາະຄຳງ່າຍໆ ຕົວຢ່າງຄຳວ່າສະບາຍດີ ຫຼື ຂອບໃຈ

 

4. ເຄືອຂ່າຍ ແລະ ຮູ້ຈັກກວ້າງຂວາງ

ທຸກຄັ້ງທີ່ອອກເດີນທາງບໍ່ວ່າຈະເປັນການອອກນອກສະຖານທີ່ ຫຼື ການເດີນທາງທ່ອງທ່ຽວເຮົາຈະຕ້ອງພົບເຈິຜູ້ຄົົນຫຼາກຫຼາຍ ບາງຄັ້ງເພື່ອນໃໝ່ທີ່ພັບລະຫວ່າງການເດີນທາງກໍກາຍເປັນໝູ່ສະນິດໄປ

 

ຫຼັງຈກາທີ່ຜ່ານການເຮັດວຽກຢ່າງໜັັກໜ່ວງມາໝົດປີ ການທ່ອງທ່ຽວຄືການຜ່ອນຄາຍຢ່າງໜື່່ງທີ່ປຽບສະເໝືອນກົດປຸ່ມ Refresh ໃຫ້ກັບຮ່າງກາຍ ແລະ ຈິດໃຈ ການເດີນທາງທີ່ເຕັມໄປດ້ວຍເລື່ອງລາວອັນໜ້າຕື່ນເຕັ້ນ ກໍ່ຍິ່ງເຮັດໃຫ້ມີຄວາມສຸກ ແລະ ເຕັມໄປດ້ວຍຄວາມກະຕືລືລົ້ນ ເມື່ອກັບມາເຈິໂລກຂອງການເຮັດວຽກອີກຄັ້ງ ສະໝອງຈະມີຄວາມສົດໃໝ່ ແລະ ມີໄອເດຍຕ່າງໆ ເພີ່ມຂື້ນອີກຫຼາຍ

 

Cr: www.jobthai.com

Tags:

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....