timer
remove_red_eye 10,011 views
ການໃຫ້ຄວາມສຳຄັັນໃນການພິຈາລະນາ Cover Letter ຊ່ວຍໃຫ້ທ່ານປະຢັດເວລາໃນການຄັດເລືອກຜູ້ສະໝັກວຽກໄດ້ຫຼາຍ ເພາະໃນ Cover Letter ຈະເປັນການສະຫຼຸບຄຸນສົມບັດ ທັກສະ ແລະ ບຸກຄະລິດລັກສະນະຂອງຜູ້ສະໝັກ ລວມເຖິງການດຶງເອົາຈຸດເດັ່ນທີ່ສອດຄ່ອງກັບ ຕຳແໜ່ງວຽກ ອອກມານຳສະເໜີເພື່ອເຊີນຊວນໃຫ້ HR ເກີດຄວາມສົນໃຈຢາກອ່ານ Resume ຂອງຕົນເພາະສະນັ້ນການພິຈະລນາ Cover Letter ຈຶ່ງເປັນເລື່ອງທີ່ສຳຄັນຫຼາຍໃນການ ຄັດເລືອກຜູ້ສະໝັກ
ຄວນເບິ່ງຫຍັງໃນ Cover Letter
ດັ່ງນັ້ນ Cover Letter ຈຶ່ງເປັນສິ່ງໜຶ່ງທີ່ສະທ້ອນເຖິງບຸກຄະລິກຂອງຜູ້ສະໝັກ ວ່າເປັນຄົນລະອຽດຮອງຄອບຫຼືບໍ່ ຮວມເຖິງສະທ້ອນຄວາມສາມາດໃນການເຮັດວຽກ ແລະ ຄວາມຄິດຂອງຜູ້ສະໝັກຜ່ານສິ່ງທີ່ຂຽນໄດ້ອີກດ້ວຍ
ເທັກນິກການພິຈາລະນາ Cover Letter
ມີຜູ້ສະໝັກຈຳນວນຫຼາຍທີ່ຍັງຄິດວ່າ Cover Letter ເປັນພຽງໜ້າປົກ ຈຶ່ງບໍ່ໄດ້ໃຫ້ຄວາມສຳຄັນ ແລະ ບໍ່ໃຊ້ເວລາໃນການຂຽນເທົ່າທີ່ຄວນແຕ່ HR ມືອາຊີບບໍ່ໄດ້ຄິດແນວນັ້ນເຂົາພິຈາລະນາຜູ້ສະໝັກທັງໃນເລື່ອງທີ່ຖືວ່າເລັກນ້ອຍ ທັງນີ້ເພາະເລັກນ້ອຍນັ້ນສາມາດສະທ້ອນເຖິງປະສິດທິພາບໃນການເຮັດວຽກຂອງຜູ້ສະໝັກໄດ້ ດັ່ງນັ້ນ HR ທີ່ດີ ຈຶ່ງບໍ່ຄວນເບິ່ງຂ້າມຄວາມສຳຄັນຂອງການພິຈາລະນາ Cover Letter ເພື່ອຄັດເລືອກຜູ້ສະໝັກທີ່ມີປະສິດທິພາບຢ່າງທີ່ອົງກອນຕ້ອງການ
Cr: th.jobsdb.com
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Manager
Customer Service / Receptionist
Manager