timer
remove_red_eye 5,507 views
5 ພຶດຕິກຳຜູ້ສະໝັກວຽກທີ່ HR ບໍ່ມັກ
ດ່ານທຳອິດທີ່ຜູ້ສະໝັກວຽກຕ້ອງເຈິ ນັ້ນກໍ່ຄື HR ຫາກເຮົາສາມາດສ້າງຄວາມປະທັບໃຈ ກັບ HR ໄດ້ຕັ້ງແຕ່ທຳອິດໂອກາດທີ່ຈະໄດ້ວຽກກໍ່ຖືວ່າມີໄຊໄປກວ່າເຄິ່ງ ແຕ່ຖ້າຄັ້ງທຳອິດເຮັດໃຫ້ HR ບໍ່ໂອເຄແບບນີ້ຕໍ່ໃຫ້ຈະເກັ່ງແນວໃດກະບໍ່ລອດແທ້ ວ່າແຕ່ພຶດຕິກຳຜູ້ສະໝັກວຽກແບບໃດທີ່ HR ບໍ່ສົນ.
1. ເວົ້າຍັງບໍ່ຈົບກໍ່ວາງສາຍ
ຕ້ອງເຂົ້າໃຈກ່ອນວ່າ HR ບໍ່ແມ່ນໝູ່ທ່ານ ຢູ່ດີໆ ນຶກຈະວາງສາຍຕອນໃດກະໄດ້ ຢ່າຄິດວ່າບໍ່ເປັນຫຍັງດອກພຽງລົມໂທລະສັບ ບໍ່ໄດ້ເຫັນໜ້າ ເພາະບອກເລີຍວ່າຫາກທ່ານວາງສາຍໃສ່ HR ແບບບໍ່ມີມາລະຍາດຕັ້ງແຕ່ທຳອິດແບບນີ້ບອກເລີຍວ່າທ່ານບໍ່ມີໂອກາດໄດ້ນັດຄັ້ງຕໍ່ໄປແນ່ນອນ ດັ່ງນັ້ນບໍ່ວ່າທ່ານຈະຄາວຽກດ່ວນ ຫຼືຢູ່ໃນສະຖານະການທີ່ລົມໂທລະສັບບໍ່ໄດ້ ທ່ານຄວນແຈ້ງປາຍສາຍ ຂໍເບີຕິດຕໍ່ກັບ ຫຼື ນັດເວລາໃນການລົມອີກຄັ້ງ ເພາະຢ່າລືມວ່າຕໍ່ໃຫ້ດີເກັ່ງມາແຕ່ໃສຫາກບໍ່ມີມາລະຍາດກໍ່ບໍ່ມີໃຜຢາກຈະຮ່ວມວຽກນຳ
2. ສອບຖາມລາຍລະອຽດຫຼາຍ
ການສອບຖາມລາຍລະອຽດຫຼາຍ ຫຼາຍຄົນຄິດວ່າບໍ່ເປັນຫຍັງ ແຕ່ໃນທາງດຽວກັນ ມັນເຮັດໃຫ້ທ່ານກາຍເປັນຄົນທີ່ບໍ່ເຮັດວຽກບ້ານມາເລີຍ ເຮັດໃຫ້ສົງໄສວ່າທ່ານຮູ້ຈັກບໍລິສັດ ຮູ້ຈັກເນື້ອໃນວຽກທີ່ທ່ານກຳລັງຈະເຮັດແທ້ ຫຼື ບໍ່ ມັນເບິ່ງຄືວ່າທີ່ຜ່ານມາທ່ານບໍ່ໄດ້ສົນໃຈທີ່ຈະຫາຂໍ້ມູນມາກ່ອນ ເພາະດັ່ງນັ້ນການຖາມລາຍລະອຽດຈາກ HR ຄວນເປັນຄຳຖາມທີ່ຈຳເປັນແທ້ໆ ບໍ່ແມ່ນຄຳຖາມພື້ນຖານທີ່ຫາໄດ້ຈາກເວັບຂອງບໍລິສັດ
3. ນັດແລ້ວບໍ່ມາ
ການຜິດນັດຖືວ່າເປັນມາລະຍາດທີ່ບໍ່ດີສຸດໆລະດັບສາກົນກໍ່ວ່າໄດ້ ບໍ່ຕ້ອງເວົ້າເຖິງ HR ພຽງແຕ່ນັດເພື່ອກິນເຂົ້າແລ້ວບໍ່ໄປ ກໍ່ຊັງກັນໄປຕັ້ງຫຼາຍປີແສງ ແລ້ວຖ້າຜິດນັດກັບ HR ເສັ້ນທາງອາຊີບທ່ານອາດຈະດັບໄດ້ ເພາະການັດແລ້ວບໍ່ມາມັນເຮັດໃຫ້ເຫັນວ່າທ່ານຂາດວິໃນ ແລະ ບໍ່ມີຄວາມເຄົາລົບ ແລະ ແນ່ນອນວ່າບໍ່ມີບໍລິສັດໃດຢາກຈະຮັບສະໝັກຄົນຂາດວິໄນ ເຂົ້າມາເຮັດວຽກແນ່ນອນ ສະນັ້ນກ່ອນການນັດໝາຍ ທ່ານຄວນເຊັກວັນ ແລະ ເວລາທີ່ສະດວກ ແລະ ບໍ່ຕິດພາລະກິດອື່ນໆ ພະຍາຍາມຢ່າໃຫ້ຕ້ອງເກີດການເລື່ອນນັດ ຫຼື ຜິດນັດເລີຍດີທີ່ສຸດ
4. ເຊັນສັນຍາແລ້ວບໍ່ໄປ
ຄົນເຮັດວຽກຫຼາຍຄົນບໍ່ໃຫ້ຄວາມສຳຄັນກັບສັນຍາ ຫຼາຍຄັ້ງທີ່ເຊັນສັນຍາຮຽບຮ້ອຍ ແຕ່ຮອດມື້ເຮັດວຽກແທ້ ພັດບໍ່ໄປ ແບບນີ້ເຊື່ອວ່າບໍ່ມີບໍລິສັດໃດມັກ ທ່ານອາດຈະຄິດວ່າບໍ່ເປັນຫຍັງ ຢ່າງໃດກໍ່ບໍໄດ້ເຈິກັນອີກ ແຕ່ຢ່າລີມວ່າໂລກນີ້ມັນແຄບ ຖ້າເມື່ອໃດຊື່ຂອງທ່ານຖືກຕິດຢູ່ໃນບັນຊີດຳ ທ່ານຈະມາຮ້ອງຂໍໂອກາດຫຼືວ່າຈະຂໍແກ້ໂຕມັນກໍ່ຍາກ ແລະ ການເຊັນສັນຍາກໍ່ຄືການເຮັດຂໍ້ຕົກລົງຢ່າງຈິງຈັງ ຫາກເກີດການຜິດສັນຍາທ່ານອາດຕ້ອງຖືກດຳເນີນຄະດີຕາມກົດໝາຍ ແລະ ນີ້ຄືບັນຫາໃຫຍ່ທີ່ທ່ານອາດຕິດບໍ່ເຖິງ
5. ມາເຮັດວຽກບໍ່ເທົ່າໃດມື້ກໍ່ຫາຍ
ນີ້ຖືເປັນການບໍ່ໃຫ້ກຽດບໍລິສັດ ບໍ່ໃຫ້ກຽດເພື່ອນຮ່ວມງານ ແລະ ຜູ້ວ່າຈ້າງຢ່າງຮຸນແຮງ ການທີ່ທ່ານໄດ້ວຽກ ແລະ ໄປເຮັດວຽກບໍ່ເທົ່າໃດມື້ແລ້ວຫາຍໄປ ບໍ່ວ່າດ້ວຍເຫດຜົນໃດກໍ່ຕາມ ຖືເປັນການເສຍມາລະຍາດ ແລະ ບໍ່ມີຄວາມເຄົາລົບຜູ້ອື່ນຢ່າງຮຸນແຮງ ສະນັ້ນຢ່າໃຫ້ເກີດກໍລະນີແບບນີ້ຂື້ນຢ່າງເດັດຂາດຖ້າບໍ່ແມ່ນເຫດຈຳເປັນແທ້ໆ ທ່ານຄວນເຮັດວຽກໃຫ້ຄົບຕາມໄລຍະເວລາທີ່ບໍລິສັດວາງໃວ້ແລະ ເມື່ອເຖິງວັນກຳນົດ ກ່ອນເປັນພະນັກງານເຕັມໂຕແລ້ວທ່ານບໍ່ຢາກເຮັດວຽກຕໍທ່ານຄວນຊີ້ແຈງເຫດທີ່ເໝາະສົມ ບໍ່ແມ່ນຫາຍໄປຊື່ໆ ປ່ອຍໃຫ້ຄົນອື່ນແກ້ ແບບນີ້ບໍ່ມີໃຜມັກແນ່ນອນ
ເຖິງແນວໃດຕ້ອງຢ່າລືມວ່າຄົນເລືອກວຽກ ວຽກກໍ່ເລືອກຄົນເຊັ່ນກັນ ສະນັ້ນຫາກເຮົາຢາກໄດ້ວຽກທີ່ດີເຮົາກໍ່ຕ້ອງຮູ້ຈັກມາລະຍາດໃນການເຮັດວຽກນຳ ໂດຍສະເພາະມາລະຍາດດ່ານທຳອິດທີ່ທ່ານຕ້ອງເຈິ HR ຖ້າທ່ານຢາກຖືກເລືອກ ທ່ານກໍ່ຄວນທີ່ຈະຮູ້ວ່າທ່ານຕ້ອງວາງໂຕແນວໃດ ຮູ້ແບບນີ້ແລ້ວ ກໍ່ຢ່າລືມເຜີເຮັດພຶດຕິກຳແບບນີ້ ບໍ່ຊັ້ນດັບແນ່ນອນ CVconnect ຂໍໃຫ້ທ່ານປະສົບຄວາມສຳເລັດ ໄດ້ວຽກທີ່ມັກ ທ່ານສາມາດໃຫ້ໂອກາດໂຕເອງ ຜ່ານການຝາກປະຫວັດກັບ CVconnect.la
Cr: jobsdb
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Copyright (c) 2025 cvConnect.la CVCONNECT Co., Ltd.