9 ສິ່ງທີ່ບໍ່ຄວນເວົ້າເມື່ອຖືກໄປສຳພາດວຽກ

timer

remove_red_eye 12,083 views


cvConnect.la - 9 ສິ່ງທີ່ບໍ່ຄວນເວົ້າເມື່ອຖືກໄປສຳພາດວຽກ

“ຮູ້ເຂົາຮູ້ເຮົາ ຮົບຮ້ອຍຄັ້ງຊະນະຮ້ອຍຄັ້ງ” ຄໍາສຸພາສິດຈີນທີ່ໄດ້ຍິນເລື້ອຍໆ ແລະ ສາມາດນໍາມາໃຊ້ໄດ້ກັບທຸກສະຖານະການເຊັ່ນດຽວກັນກັບ "ການສໍາພາດວຽກ" ສໍາລັບນັກສຶກສາທີ່ຈົບໃໝ່ ແລະ ກຳລັງເລີ່ມຊີວິດການເຮັດວຽກ ຂັ້ນຕອນທໍາອິດກໍ່ຄືການສໍາພາດວຽກເພື່ອໃຫ້ໄດ້ວຽກກ່ອນ ຫຼື ແມ່ນແຕ່ຜູ້ທີ່ເຮັດວຽກຜ່ານມາແລ້ວ ແລະ ຕ້ອງການປ່ຽນວຽກເຮັດໃໝ່ການສຳພາດວຽກ ກໍ່ຍັງຄົງເປັນເລື່ອງທີ່ຕ້ອງສຶກສາ ແລະ ຮຽນຮູ້ຢູ່ຕະຫຼອດເວລາເຊັ່ນກັນ ນອກຈາກການຕຽມໂຕໃຫ້ພ້ອມ ສຶກສາຂໍ້ມູນ ລາຍລະອຽດຂອງວຽກ ແລະ ບໍລິສັດທີ່ເຮົາເຂົ້າໄປສຳພາດ  ຂໍແນະນຳເຖິງສິ່ງທີ່  “ບໍ່ຄວນເຮັດ ບໍ່ຄວນເວົ້າ” ເວລາທີ່ໄປສຳພາດວຽກເພາະມີຜູ້ສະໝັກຈຳນວນຫຼາຍທີ່ຕ້ອງເສຍໂອກາດໃນການໄດ້ວຽກທີ່ຕົນມຸ່ງຫວັງໃວ້ພຽງເພາະຄຳເວົ້າບາງຄຳທີ່ເວົ້າອອກໄປ...

 

1. “ຂໍໂທດເດີ້ທີ່ມາຊ້າ”

ມາເລີ່ມກັນທີ່ກົດພື້ນຖານຂອງການໄປສຳພາດວຽກກັບປະໂຫຍກທີ່ບໍ່ຄວນເວົ້າທີ່ສຸດ ນັ້ນກໍ່ຄື “ຂໍໂທດເດີ້ທີ່ມາຊ້າ” ເພາະ ຄວາມຕົງຕໍ່ເວລາ ເປັນສິ່ງສຳຄັນໃນການເຮັດວຽກຖ້າຜູ້ສະໝັກບໍ່ອາດຈົບການບໍລິຫານ ຈັດການໂຕເອງໃຫ້ມາສຳພາດວຽກຕົງເວລານັດໝາຍໄດ້ ນັ້ນໝາຍເຖິງເຈົ້າບໍ່ສາມາດເຮັດວຽໃຫ້ແລ້ວໄດ້ຕາມກຳນົດ ຫຼື ເຂົ້າປະຊຸມຕົງເວລາໄດ້ ຍ່ອມສົ່ງຜົນກະທົບຕໍ່ ປະສິດທິພາບຂອງ ບໍລິສັດດັ່ງນັ້ນ ເມື່ອເຈົ້າມີນັດສຳພາດທາງທີ່ດີຄວນໄປກ່ອນເວລານັດສຳພາດເລັກນ້ອຍເພື່ອຈະໄດ້ມີເວລາພັກຜ່ອນ ແລະ ຕຽມຕົວກ່ອນສຳພາດວຽກ ຫາກມີຄວາມຈຳເປັນອີ່ຫຼີທີ່ເຮັດໃຫ້ສຳພາດບໍ່ໄດ້ທັນເວລາໜັດໝາຍໄດ້ ເຈົ້າຕ້ອງໂທລະສັບໄປແຈ້ງຜູ້ສຳພາດວ່າເຈົ້າຂໍໄປຊ້າກ່ອນເວລານັດ ພ້ອມອະທິບາຍເຫດຜົນຈຳເປັນນັ້ນ

      

2. ເວົ້າໃນແງ່ລົບຕໍ່ຫົວໜ້າເກົ່າ, ບໍລິສັດ ຫຼື ເພື່ອນຮ່ວມງານ ທີ່ເຄີຍເຮັດວຽກຜ່ານມາ

ການເວົ້າເຖິງອະດີດຫົວໜ້າ ບ່ອນເຮັດວຽກຂອງທ່ານເປັນສິ່ງທີ່ຮ້າຍແຮງຫຼາຍສຳລັບການສຳພາດວຽກ ບໍ່ວ່າເຈົ້້າຈະບໍ່ຮູ້ສຶກດີກັບຫົວໜ້າເກົ່າ ກໍ່ບໍ່ຄວນເວົ້າເຖິງໃນແງ່ລົບ ເພາະຜູ້ສຳພາດອາດເຫັນວ່າຫາກເຈົ້າເວົ້າ ຫຼື ມີຄວາມຄິດທີ່ບໍ່ດີຕໍ່ກັບບໍລິສັດເກົ່າຂອງເຈົ້າໄດ້ຕໍ່ໄປໃນອານາຄົດເຈົ້້າກໍ່ອາດຈະເວົ້າເຖິງບໍລິສັດຜູ້ສຳພາດເຊັ່ນກັນ ຫຼື ການສະແດງຄວາມຄວາມຄິດເຫັນໃນແງ່ລົບກ່ຽວກັບວຽກ ແລະ ເພື່ອນຮ່ວມງານ ກໍ່ບໍ່ຄວນເປັນຢ່າງຍິ່ງຄວນໃຫ້ຄວາມສຳຄັນກັບຄວາມສຳເລັດ ແລະ ຜົນງານທີ່ຜ່ານມາຂອງເຈົ້້າດີກວ່າ ນັ້ນອາດເປັນໂອກາດທີ່ເຈົ້າຈະໄດ້ວຽກຫຼາຍກວ່າ

      

3. ເວົ້າເລື່ອງເງິນເດືອນກ່ອນ ໃນຂະນະທີ່ຜູ້ສຳພາດຍັງບໍ່ໄດ້ຖາມ

ເປັນສິ່ງທີ່ບໍ່ຄວນເວົ້າເປັນຢ່າງຍິ່ງສຳລັບການສຳພາດໃນຊ່ວງທຳອິດ ຖ້າທ່ານຈະຟ້າວເວົ້າເລື່ອງເງິນເດືອນ ແລະ ຄ່າຕອບແທນຂື້ນມາເວົ້າກ່ອນເພາະຫົວໜ້າອາດເບິ່ງວ່າ ທ່ານໃຫ້ຄວາມສຳຄັນເລື່ອງເງິນຫຼາຍກວ່າເລື່ອງວຽກ ທີ່ສຳຄັນຄຳຖາມນັ້ນບໍ່ແມ່ນໜ້າທີ່ຂອງທ່ານເລີຍທີ່ຈະເປັນຝ່າຍເລີ່ມ  ເມື່ອຜ່ານການສົນທະນາໄປແລ້ວ ຫົວໜ້າ ຫຼືຜູ້ໃຫ້ສຳພາດອາດເປັນຜູ້ເລີ່ມສົນທະນາເລື່ອງເງິນເດືອນທີ່ຕ້ອງການໄດ້ ຫຼືຖາມຄວາມເຫັນກ່ຽວກັບຂອງເຂດເງິນເດືອນສູງຂື້ນ ຝ່າຍບຸກຄົນສາມາດເບິ່ງສະລິບເງິນເດືອນ ຫຼືກວດສອບໄປບ່ອນເຮັດວຽກເກົ່າຂອງທ່ານກໍ່ຈະພົບຄວາມຈິງໄດ້ບໍ່ຍາກ ແລະ ຢ່າເອົາເປັນເອົາຕາຍເພື່ອໃຫ້ໄດ້ເງິນເດືອນທີ່ຕ້ອງການຄວນຍອມຮັບເງິນເດືອນໃນຊ່ວງທຳອິດທີ່ບໍລິສັດສະເໜີມາກ່ອນພ້ອມທັງສອບຖາມກັບຜູ້ສຳພາດ ຫຼື ຫົວໜ້າວ່າເມື່ອທ່ານຜ່ານໂປຣ ຫຼື ເຮັດຜົນງານໄດ້ເປັນທີ່ພໍໃຈ ຈະສາມາດຂື້ນເງິນເດືອນໃນພາຍຫຼັງໄດ້ຫຼືບໍ່

        

4. ຖາມກ່ຽວກັບການຂາດ, ມາຊ້າ, ມື້ພັກ ແລະ ລາພັກ

 ເປັນອີກໜຶ່ງຂໍ້ມູນທີ່ຄວນຮູ້ ແຕ່ຍັງບໍ່ຄວນຖາມ ເຊັ່ນດຽວກັບການຖາມເຖິງເລື່ອງເງິນເດືອນ ແລະ ຄ່າຕອບແທນໃນຂະນະທີ່ທ່ານຍັງບໍ່ໄດ້ເຮັດວຽກ ຖາມກ່ຽວກັບການຂາດ ມາສວາຍ ເຊັ່ນ ເຂົ້າວຽກຈັກໂມງ? ເລີກວຽກຈັກໂມງ? ມາຊ້າໄດ້ຈັກໂມງ? ມາສວາຍແລ້ວຫັກເງິນບໍ່? ຈະໄດ້ສິດພັກຈັກມື້? ພັກໄດ້ດົນບໍ່? ລຮູ້ສຶກວ່າທ່ານສົນໃຈເລື່ອງເວລາເຊິ່ງໃນຄວາມເປັນຈິງແລ້ວພະນັກງານທີ່ດຸເຮັດວຽກຈະສົນໃຈສອບຖາມເລື່ອງວຽກທີ່ຈະຕ້ອງຮັບຜິດຊອບ ຫຼາຍກວ່າສົນໃຈເລື່ອງມື້ພັກ ແລະ ມາສວາຍແມ່ນບໍ່? ເພາຄຳຖາມເຫຼົ່ານີ້ຝ່າຍບຸກຄົນຈະເປັນຜູ້ຊີ້ແຈງໃຫ້ພະນັກງານຮູ້ໃນຊ່ວງກ່ອນເລີ່ມວຽກຢູ່ແລ້ວ ຄວນອົດໃຈໃວ້ຖ້າຖາມຕອນໄດ້ວຍກແລ້ວຈະດີກວ່າ

      

5. ຖາມເລື່ອງການແຕ່ງໂຕ

        ຕ້ອງຢ່າລືມວ່າຂັ້ນຕອນນີ້ເປັນພຽງຂັ້ນຕອນຂອງການເລີ່ມສຳພາດວຽກ ຄຳຖາມທີ່ທ່ານຍັງບໍ່ຈຳເປັນຕ້ອງຮູ້ຄື “ເລື່ອງຂອງການແຕ່ງໂຕ” ເຄື່ອງແບບຫຼືຢູ່ນິຟອມບໍລິສັດ ໂດຍສະເພາະຄຳຖາມທີ່ເຮັດໃຫ້ຜູ້ສຳພາດຟັງແລ້ວຮູ້ສຶກບໍ່ດີ ຢ່າງເຊັ່ນບ່ອນນີ້ແຕ່ງໂຕມາເຮັດວຽກແນວໃດ? ໃສ່ໂສ້ງຢືນໄດ້ບໍ່? ຜູ້ຍິງໃສ່ໂສ້ງມາວຽກໄດ້ບໍ່? ຈຳເປັນຕ້ອງໃສ່ສູດຫຼືບໍ່? ໃສ່ຢູ່ນິຟອມໄດ້ບໍ່?ມີມື້ທີ່ແຕ່ງໂຕໄດ້ຕາມສະບາຍຫຼືບໍ່? ມື້ໃດ? ເພາະຟັງແລ້ວບໍ່ກ່ຽວກັບການເຮັດວຽກແຕ່ຢ່າງໃດ ອົດໃຈຖ້າໃຫ້ໄດ້ຮັບເລືອກກ່ອນ ກໍ່ຈະມີກົດລະບຽບສຳລັບພະນັກງານແຈ້ງໃຫ້ຮູ້ເຊັ່ນດຽວກັນກັບມື້ພັກນັ້ນເອງ

 

6. ເວົ້້າເຖິງສິ່ງທີ່ເຈົ້າຈະເຮັດ ຫຼື ເຮັດບໍ່ໄດ້

ແນ່ນອນວ່າການສະໝັກວຽກໃນຕຳແໜ່ງໃດກໍ່ຕາມ ທ່ານຈະຮູ້ຢູ່ແລ້ວວ່າໃນແຕ່ລະວຽກນັ້ນຈະຕ້ອງເຮັດຫຍັງແດ່ເປັນຂໍ້ມູນພື້ນຖານ ຫຼືມາສອບຖາມຂໍ້ມູນເພີ່ມກ່ຽວກັບຕຳແໜ່ງນັ້ນກັບຜູ້ສຳພາດໂດຍລະອຽດເມື່ອຜູ້ສຳພາດເປີດໂອກາດຖາມໄດ້ແຕ່ບໍ່ຄວນເລີ່ມເວົ້າເຖິງຂໍ້ແມ້  ຫຼືສິ່ງທີ່ທ່ານເຮັດບໍ່ໄດ້ເຊັ່ນ ບໍ່ມັກຕິດຕາມລູກຄ້າບໍ່ສາມາດເດີນທາງໄປຕ່າງແຂວງໄດ້ ຫຼືກັບບ້ານເດິກບໍ່ໄດ້ ເປັນຕົ້ນ ເພາະທ່ານຄວນແນ່ໃຈແຕ່ທຳອິດວ່າທ່ານໄດ້ສະໝັກໃນຕຳແໜ່ງທີ່ເໝາະສົມກັບທ່ານ ແລະ ຄວນເຂົ້າໃຈນຳວ່າຍ່ອມຈະມີວຽກທີ່ທ່ານບໍ່ມັກແນ່ເປັນບາງຄັ້ງ

 

7. ຕອບວ່າ“ບໍ່ຮູ້”

ມີຢູ່ 2 ກໍລະນີທີ່ບໍ່ຄວນເວົ້າຂະນະທີ່ກຳລັງສຳພາດ ນັ້ນກໍ່ຄື ເມື່ອຜູ້ສຳພາດຖາມກ່ຽວກັບຕຳແໜ່ງວຽກທີ່ທ່ານສົນໃຈ ເປັນຫຍັງຕ້ອງມາສະໝັກໃນຕຳແໜ່ງນີ້ ຖ້າທ່ານຕອບວ່າ “ບໍ່ຮູ້” ໂດຍທີ່ບໍ່ຮູ້ວ່າວຽກນັ້ນຕົງກັບເປົ້າມ!ຍໃນຊີວິດທີ່ທ່ານວາງໃວ້ຫຼືບໍ່ ພຽງມາສະໝັກເບິ່ງເພາະວ່າງວຽກຢູ່ ກໍ່ເປັນອັນຈົບ ຜູ້ສຳພາດຄົງບໍ່ປະທັບໃຈປານໃດກັບຄຳຕອບນີ້ຂອງທ່ານເທົ່າໃດ ຫຼືໃນກໍລະນີ້ຜູ້ສຳພາດຖາມຫຍັງຈັກຢ່າງ ກໍ່ບໍ່ຄວນຕອບວ່າບໍ່ຮູ້ “ບໍ່ຮູ້” ໃນທັນທີ ຄວນຄິດກ່ອນທີ່ຈະຕອບອອກໄປ ສະແດງໃຫ້ກຳມະການສຳພາດເຫັນວ່າເຮົາພະຍາຍາມຫາຄຳຕອບແລ້ວ ນອກຈາກຫາຄຳຕອບບໍໄດ້ແທ້ໆຄ່ອຍຕອບໄປ

      

8. ເວົ້້າວ່າ “ຂ້ອຍບໍ່ມີຂໍ້ເສຍ”

ການໝັນໃຈເປັນສິ່ງທີ່ດີ ແຕ່ການໝັນໃຈຈົນເກີນໄປອາດເຮັດໃຫ້ທ່ານຕົກສຳພາດໄດ້ແບບບໍ່ຮູ້ໂຕ ພຽງແຕ່ຄຳຖາມພື້ນຖານທີ່ທຸກຄົນຕ້ອງເຈິນັ້ນກໍ່ຄື “ຂໍ້ດີຂອງທ່ານແມ່ນຫຍັງ”  ແລະ “ຂໍ້ເສຍຂອງທ່ານມີຫຍັງແດ່” ສຳລັບຂໍ້ດີຂອງທ່ານສາມາດງັດອອກມາໃຫ້ຜູ້ສຳພາດຟັງໄດ້ຢ່າງເຕັມທີ່ ແຕ່ກໍ່ຢ່າໃຫ້ເວີ້ເກີນຄວາມຈິງ ແລະ ສຳລັບຂໍ້ເສຍ ຖ້າທ່ານຕອບວ່າ  “ຂ້ອຍບໍ່ມີຂໍ້ເສຍ” ທ່ານກໍ່ອາດຕິດລົບໄດ້ເພາະບໍ່ມີມະນຸດຄົນໃດໃນໂລກ ບໍ່ມີຂໍ້ບົກພ່ອງການຕອບໄປແບບນັ້ນກໍ່ຖືເປັນຂໍ້ເສຍຂອງທ່ານຢ່າງໜຶ່ງໄດ້ດັ່ງນັ້ນ ຄວນຕຽມຂໍ້ເສຍຂອງທ່ານໄປຢ່າງນ້ອຍ 1 ຂໍ້ ບອກເລົ່າໃຫ້ຜູ້ສຳພາດຟັງພ້ອມກັບອະທິບາຍວ່າທ່ານຈະປັບປຸງຂໍ້ເສຍນັ້ນໄດ້ແນວໃດນັ້ນເອງທີ່ຄວນຈະເຮັດໃຫ້ຂໍເສຍຂອງທ່ານກາຍມາເປັນຂໍ້ດີໃນສາຍຕາກຳມະການຜູ້ສຳພາດທັນທີ

      

9. ຖາມເລື່ອງສ່ວນໂຕຂອງຜູ້ສຳພາດ

ຫຼາຍຄັ້ງທີ່ການສຳພາດວຽກເຕັມໄປດ້ວຍບັນຍາກາດເປັນກັນເອງ ແລະ ເມື່ອຜູ້ສຳພາດເປີດໂອກາດໃຫ້ເຈົ້້າໄດ້ຖາມ,ເວົ້າແລ້ວສິ່ງໜຶ່ງທີ່ບໍ່ຄວນເຮັດນັ້ນກໍ່ຄື ການຖາມເລື່ອງສ່ວນໂຕຂອງຜູ້ສຳພາດເຊັ່ນ:  ເຮັດວຽກບ່ອນນີ້ມາຈັກປີແລ້ວ, ອາຍຸເທົ່າໃດ, ໃນມຸມຂອງຜູ້ສຳພາດ ເຮັດວຽກບ່ອນນີ້ຄັກຢູ່ບໍ່?ເຈົ້້າໄດ້ເລື່ອນຕຳແໜ່ງບໍ່? ຫຼືຄຳຖາມທີ່ບໍ່ຄວນຖາມເປັນຢ່າງຍິງ ຕອນນີ້ໄດ້ເງິນເດືອນເທົ່າໃດ? ເປັນຄຳຖາມທີ່ເສຍມາລະຍາດຫຼາຍ ເຖິງວ່າຜູ້ສຳພາດຈະໃຫ້ຄວາມເປັນກັນເອງ ລົມແບບກັນເອງ ແຕ່ເຮົາກໍ່ຄວນຮູ້ວ່າຫຍັງຄວນບໍ່ຄວນ ຖືເປັນອີກ 1 ຄຸນສົມບັດທີ່ຄວນມີໃວ້ຈະເຮັດໃຫ້ການສຳພາດເປັນໄປໄດ້ຢ່າງສະດວກ ແລະ ໂອກາດດີໆເຫຼົ່ານັ້ນ ອາດຕົກເປັນຂອງເຈົ້າໄດ້ງ່າຍດາຍນັ້ນເອງ

 

Credit: www.manager.co.th

 

 

 

Tags:

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....