ການປະຕິເສດເງິນ 1 ລ້ານໂດລາຂອງ Mark Zuckerberg ຜູ້ກໍ່ຕັ້ງ Facebook

timer

remove_red_eye 6,213 views


cvConnect.la - ການປະຕິເສດເງິນ 1 ລ້ານໂດລາຂອງ Mark Zuckerberg ຜູ້ກໍ່ຕັ້ງ Facebook

ໃນຊ່ວງປີ 2004 ໃນຫ້ອງນອນນັກສຶກສາມະຫາໄລ Harvard ໃນອາເມລິກາ ມາກ ຊັກເກີ້ເບິກ ແລະ ໝູ່ໄດ້ຮ່ວມກໍ່ຕັ້ງເວັບໄຊສັງຄົມອອນລາຍຊື່ວ່າ Facebook  ແລະ ໃຊ້ເວລາພຽງ 4 ປີ ສະມາຊິກທີ່ເຂົ້າໃຊ້ງານທຸກໆມື້ຂອງ Facebook ກໍ່ທະລຸ 100 ລ້ານ ຈົນຮອດດຽວນີ້ສະມາຊິກຂອງ Facebook ເພີ່ມເປັນ 1,500 ລ້ານຄົນແລ້ວ ຫຼື ເກືອບເທົ່າໆກັບຈຳນວນປະຊາກອນໃນປະເທດຈີນໃນປັດຈຸບັນ

ແຕ່ຍ້ອນກັບໄປປີ 2004 ນັ້ນເຊື່ອບໍ່ວ່າ Facebook ມີລາຍໄດ້ພຽງແຕ່ 4 ແສນໂດລາ ໃນຕອນນັ້ນ ມາກ ຊັກເກີ້ເບິກ ຕ້ອງແບກຮັບຄ່າໃຊ້ຈ່າຍພະນັກງານທີ່ໂຕເອງຮັບເຂົ້າມາ ເພາະຕ້ອງຈ່າຍເງິນເດືອນ ພ້ອມກັບຄ່າເຊົ່າ Server ທີ່ແພງທີ່ສຸດເພື່ອໃຫ້ຄົນໃຊ້ງານ ເວັບໄຊ Facebook.com ຂອງລາວໄດ້ຢ່າງບໍ່ສະດຸດ ເຮັດໃຫ້ລາວຕ້ອງຫາເງິນທຶນມາ ເພື່ອໃຫ້ເວັບໄຊຂອງລາວດຳເນີິນຕໍ່ໄປ ເຊິ່ງມາກມີໝູ່ທີ່ເປັນເສດຖີຄົນບາຊິວຄົນໜຶ່ງ ຄົນໆນັ້ນກໍ່ຄືທ່ານ “ແອັດດົວໂດ້” ໝູ່ຂອງມາກ ຜູ້ຮ່ວມກໍ່ຕັ້ງ Facebook ນຳກັນໄດ້ສະເໜີໃຫ້ມາກຮັບໂຄສະນາມາລົງໃຫຍ່ໆເຕັມໜ້າຂອງເວັບໄຊ ເຊິ່ງຕອນນັ້ນບໍລິສັດເບຍ ທີ່ຊື່ “Carlsberg” ສະເໜີໃຫ້ມາກ 1 ລ້ານໂດລາ ເພື່ອແລກກັບການລົງໂຄສະນາໜ້າ

ທຳອິດຂອງເວັບເຕັມໜ້າ ແຕ່ແລ້ວກໍ່ຖືກ “ມາກ ຊັກເກີ້ເບິກ” ປະຕິເສດແບບບໍ່ເສຍດາຍ ເພາະມາກເຊື່ອວ່າການລົງໂຄສະນາແບບນັ້ນຈະເປັນຕານ່າລຳຄານໃຫ້ກັບຜູ້ໃຊ້ງານ ມາກ ເຊື່ອວ່າການຮັກສາຖານລູກຄ້າໄວ້ໃນໄລຍະຍາວ ດີກວ່າການເກັບເງິນໂຄສະນາພຽງ ຊົ່ວຄາວ ແຕ່ ມາກກໍ່ຮູ້ດີວ່າບໍລິສັດຕ້ອງດຳເນີນໄປດ້ວຍເງິນທຶນ ເພາະສະມາຊິກທີ່ເພີ່ມຂຶ້ນທຸກມື້ເຮັດໃຫ້ຄ່າໃຊ້ຈ່າຍການດູແລເພີ່ມຂຶ້ນຫຼາຍເທົ່າ

ຕ້ອງບອກວ່າການປະຕິເສດເງິນລ້ານໂດລາຂອງ ມາກ ຊັກເກີ້ເບິກ ເປັນສິ່ງທີ່ຫາໄດ້ຍາກ ໃນຜູ້ນຳຄົນອື່ນໆ ເພາະເຈົ້າຂອງບໍລິສັດສ່ວນຫຼາຍກໍ່ຕ້ອງຢາກຫາເງິນຫຼາຍໆ ລວຍໄວໆ  ຢູ່ແລ້ວ ເຊິ່ງສ່ວນຫຼາຍເຂົາຈະບໍ່ສົນໃຈຄວາມໝັ້ນຄົງໃນໄລຍະຍາວແບບທີ່ມາກຄິດ

ໃນຕໍ່ມາ ມາກ ຊັກເກີ້ເບິກ ໄດ້ຕັ້ງທີມໜຶ່ງຂຶ້ນມາສະເພາະເພື່ອຄິດຄົ້ນໂຄສະນາທີ່ຖືກໃຈ ສະມາຊິກ ແລະ ສອດແສກໃສ່ໃນເວັບແບບນຽນໆ ເພື່ອໃຫ້ເຫັນໂດຍທີ່ບໍ່ລຳຄານ ເຮັດໃຫ້ຜູ້ໃຊ້ງານຮູ້ສຶກຢາກກັບເຂົ້າມາຫຼິ້ນເລື້ອຍໆ ເພາະການວາງໂຄສະນາອີງຕາມຄວາມມັກ ຂອງຜູ້ໃຊ້ງານ ຈົນຕໍ່ມາປີ 2005 ລາຍໄດ້ຂອງ Facebook ຂຶ້ນມາເປັນ 5 ລ້ານໂດລາ, 2006 ເປັນ 46 ລ້ານ 2007 ເປັນ 153 ລ້ານໂດລາ ເຕີບໂຕເປັນ 5 ເທົ່າເກືອບທຸກປີ ຈົນມາຮອດ 2015 ມີລາຍໄດ້ເຖິງ 17,928 ລ້ານໂດລາ ເຮັດໃຫ້ຊັບສິນຂອງ “ມາກ ຊັກເກີ້ເບິກ” ຂຶ້ນກາຍເປັນມະຫາເສດຖີອັນດັບ 5 ຂອງໂລກໃນເວລາພຽງ 10 ປີເທົ່ານັ້ນ

ສິ່ງທີ່ນ່າປະທັບໃຈໄປກວ່ານັ້ນຄືເມື່ອລວຍແລ້ວ ມາກ ຍັງຄົງໃຊ້ຊີວິດແບບຮຽບງ່າຍມີນັກຂ່າວຫຼາຍຄົນພະຍາຍາມຈະເຂົ້າໄປຖ່າຍຮູບ ມາກ ຕອນອອກຈາກບ້ານກໍ່ຕ້ອງຜິດຫວັງ ສິ່ງທີ່ນັກຂ່າວບັນເທິງເຫຼົ່ານີ້ຄາດຫວັງຈາກມະຫາເສດຖີລະດັບໂລກເມື່ອອອກຈາກບ້ານຄື ເຂົາຕ້ອງໃສ່ເສື້ອເທ່ໆ ພ້ອມກັບຂຶ້ນລົດສະປອດລາຄາຫຼາຍແສນໂດລາແຕ່ສິ່ງນີ້ບໍ່ໄດ້້ເກີດຂຶ້ນກັບ ມາກ ຊັກເກີ້ເບິກ ລາວໃສ່ເສື້ອຍືດທຳມະດາຢ່າງອອກມາຊື້ແຮັມເບີເກີ້ກັບໝູ່ກິນຢ່າງສະບາຍໃຈ ຖ້າເບິ່ງຜ່ານໆນິບໍ່ຮູ້ເລີຍວ່າໄວລຸ້ນໜ້າອ່ອນນີ້ເປັນເສດຖີໝື່ນລ້ານໂດລາ

.

.

Tags:

Share on your timeline:



ຫຼາຍຄົນທີ່ຍັງບໍ່ເຂົ້າໃຈມັກຈະຄິດວ່າການບໍລິສັດ ຫຼື ອົງກອນໃດໜຶ່ງຈະປະສົບຜົນສຳເລັດຕ້ອງມີເງິນ, ມີຊັບພະຍາກອນເຊິ່ງບໍ່ແມ່ນຄວາມຈິງ ສິ່ງທີ່ສຳຄັນທີ່ສຸດໃນອົງກອນໃດໜຶ່ງຄື "ຜູ້ນຳ" ຂອງອົງກອນນັ້ນຕ່າງຫາກ

"ຜູ້ນຳ" ທີ່ເກັ່ງຄືຄົນທີ່ມີຝືມືດ້ານ "ບໍລິຫານຈັດການ" ເພາະເຂົາຄືຜູ້ຕັດສິນໃຈໃນສີ່ງທີ່ສຳຄັນທີ່ສຸດຂອງອົງກອນ ແລ້ວຖ້າຫາກເຈາະເລິກເຂົ້າໄປໃນຫົວໃຈຂອງການບໍລິຫານແລ້ວ ຜູ້ນຳທີ່ເກັ່ງຄືຜູ້ທີ່ສາມາດໃຫ້ເຮັດຄົນຂອງໂຕເອງໃຫ້ກ້າວໄປໃນທິດທາງດຽວກັນໄດ້ຢ່າງສາມັກຄີ

ໃນປື້ມຫົວໃໝ່ລ່າສຸດຂອງຂ້ອຍນີ້ໄດ້ວິເຄາະຢ່າງລະອຽດເຖິງສິ່ງທີ່ເຮັດໃຫ້ນັກບໍລິຫານປະສົບຄວາມສຳເລັດ ບໍ່ວ່າຈະເປັນນິໄສສ່ວນໂຕ, ແນວຄິດ, ການເວົ້າ ເຂົາທຸກຄົນເຫຼົ່ານີ້ລ້ວນແຕ່ເລີ່ມຈາກສູນ

ນີ້ຄືປື້ມ "ຄິດແບບນັກບໍລິຫານ" 30 ບົດຄວາມຂອງນັກບໍລິຫານ ແລະ ນັກທຸລະກິດ ຫົວລະ 46,000 ກີບ 

ມີຈຳໜ່າຍດັ່ງນີ້:
- ຮ້ານເອັມພ້ອຍມາກທຸກສາຂາ
- ຕະຫຼາດເຊົ້າຕຶກເກົ່າ
ຮ້ານຂາຍປຶ້ມ ດອກເກດ Dokked Bookshop and Publishing
- ຮ້ານກາເຟ True coffee Vientiane ທຸກສາຂາ
- ຮ້ານ Bookshop ດົງໂດກ
- ສຳນັກພິມຈຳໜ່າຍແຫ່ງລັດ

- ຮ້ານໂຕໜອນໜັງສື Tonone book store ຮ້ານໂຕໜອນຫນັງສື
- ຮ້ານ King Minimart ໃນໂຮງໝໍເສດຖາ

- ຮ້ານ The City Coffee

- ຮ້ານ Coffee Today

ສັ່ງຊື້ໄດ້ ສົ່ງເຖິງທີ່ທົ່ວນະຄອນຫຼວງວຽງຈັນ ທີ່ເບີ 030 4732614, 020 58613117, 020 54543789

 


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....