ບົດສຳພາດ ທ່ານນາງ ນ້ອຍ ແສງຈັນທະວົງ ຜູ້ບໍລິຫານ 34 ສະເຕຊັນ

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານນາງ ນ້ອຍ ແສງຈັນທະວົງ ຜູ້ບໍລິຫານ 34 ສະເຕຊັນ

3434

​ຫຼາຍທ່ານຄົງຈະໄດ້ເຄີຍໄປມາກັນແລ້ວສຳຫຼັບສະຖານີ 34 34Station ທີ່ມີຮ້ານອາຫານກາງແຈ້ງຫຼາຍກວ່າ 50 ຮ້ານໃນຂ້າງບ່ອນຈອດລົດຂອງສູນການຄ້າ ITECC Mall ລາວ-ໄອເຕັກ 34 ເປີດມາພຽງແປບດຽວແຕ່ສ້າງຄວາມນິຍົມຈົນເຮັດໃຫ້ຫຼາຍຮ້ານອາຫານເຕັມທຸກມື້ ຈົນໄດ້ຈອງໂຕະກັນກ່ອນ ໂດຍສະເພາະວັນພັກຜ່ອນ ຄວາມສຳເລັດທີ່ເຮັດໃຫ້ຄົນຫຼາຍກວ່າ 3 ພັນຄົນມານັ່ງຮ້ານທີ່ແບ່ງເປັນຫຼາຍໂຊນໃນ 34 ນັ້ນຍ້ອນຫຍັງ ມື້ນີ້ທີມງານຊີວີຄອນເນັກໄດ້ມີໂອກາດສຳພາດຜູ້ບໍລິຫານທີ່ເປັນຜູ້ຂັບເຄື່ອນໃຫ້ 34 ມາຮອດຈຸດນີ້ໄດ້ ລອງມາອ່ານບົດສຳພາດເພິ່ນກັນເລີຍ

  • CVCONNECT: ຄວາມເປັນມາຂອງການເປີດ 3434 Station ?
  • ຈຸດເລີ່ມຕົ້ນແມ່ນມາຈາກການເປີດຮ້ານ 34 ທີ່ເປັນຮ້ານຄາເຟ່ມີ2 ສາຂາຢູ່ ບ້ານດອນກອຍ ແລະ ບ້ານວັງຊາຍ ເປີດມາໄດ້ 3 ປີ ແລ້ວຢາກມີການຂະຫຍາຍຮ້ານອອກໂດຍການເປີດເປັນລານຮ້ານອາຫານຕັ້ງຢູ່ໄອເຕັກແລະໃສ່ຊື່ວ່າ 3434 Station ເປີດມາໄດ້ 8 ເດືອນ.
  • CVCONNECT: ມີຮ້ານທີ່ເຂົ້າມາເປີດໃນ 3434 Station ຫຼາຍປານໃດ? ແລະ  ກຸ່ມລູກຄ້າທີ່ເຂົ້າມາໃຊ້ບໍລິການແມ່ນກຸ່ມໃດ?
  • ເຊິ່ງພາຍໃນລານຈະມີຮ້ານເຖິງ 75 ຮ້ານ ໃນນີ້ຮ້ານອາຫານແມ່ນ 60 ຮ້ານ ແລະສ່ວນທີ່ເຫຼືອແມ່ນຮ້ານຂາຍເສື້ອຜ້າ. ນອກຈາກຈະມີຮ້ານອາຫານແລະຮ້ານເສື້ອຜ້າພາຍໃນລານຍັງມີການການຫຼິ້ນດົນຕີສົດທຸກໆມື້ເພື່ອສ້າງບັນຍາກາດໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮ້ານຕ່າງໆພາຍໃນລານ.
  • ລູກຄ້າທີ່ມາໃຊ້ບໍລິການຈະແມ່ນກຸ່ມລູກຄ້າທົ່ວໄປ ເຊິ່ງແລ້ວແຕ່ມື້ເຊັ່ນ ມື້ເຮັດວຽກ ຈັນ ຫາ ສຸກ ລູກຄ້າສ່ວນໃຫຍ່ຈະແມ່ນພະນັກງານ ແລະ ວັນເສົາ ຫາ ວັນທິດ ຈະແມ່ນໄວລຸ້ນເນື່ອງຈາກເປັນມື້ພັກຮຽນ

3434

  • CVCONNECT: ຈຸດເດັ່ນທີ່ສາມາດດຶງດູດລູກຄ້າແມ່ນຫຍັງ?
  • ຈຸດເດັ່ນກໍຄື :
  • ທາງລານຂອງເຮົາມີຮ້ານອາຫານຫຼາກຫຼາຍປະເພດເຊິ່ງລູກຄ້າສາມາດເລືອກໄດ້ຕາມຄວາມຕ້ອງການ.
  • ສະຖານທີ ທີ່ຕົກແຕ່ງແບບແຫວກແນວເຊິ່ງເຮັດດ້ວຍຕູ້ຄອນເທັນເນີ
  • ສະຖານທີຈອດລົດຟຣີ ທີ່ກວ້າງຂວາງສາມາດຈອດລົດໄດ້ຢ່າງຫຼວງຫຼາຍ
  • ຫ້ອງນຳ້ຈ່າຍພຽງ 2000 ກີບສາມາດເຂົ້າໄດ້ຕະຫລອດຄືນ
  • ສະຖານທີ່ສາມາດຈັດງານອີເວັນ, ງານວັນເກີດ ແລະ ງານຄອນເສີດ ຮອງຮັບລູກຄ້າໄດ້ 3000 - 3500ຄົນ
  • CVCONNECT: ເວົ້າເຖິງມຸມມອງໃນການເຮັດທຸລະກິດປະເພດນີ້
  • ເພື່ອເປັນຈຸດດຶງດູດຂອງຄົນທຸກເພດທຸກໄວ, ຕອນທຳອິດຄິດພຽງແຕ່ຈະສ້າງເປັນລານເພື່ອໃຫ້ແມ່ຄ້າຊາວຂາຍມາເປີດຮ້ານ ສ້າງພຽງແຕ່​ 30ຮ້ານ ແຕ່ກໍໄດ້ຮັບຜົນຕອບຮັບທີ່ດີທັງແມ່ຄ້າແລະຄົນທີ່ມາໃຊ້ບໍລິການເລີຍມີການຂະຫຍາຍອອກ ແລະ ໄດ້ມີການວາງແຜນທີ່ດີວ່າຈະຕົບແຕ່ງແບບໃດ. ເຊິ່ງເຮົາຢາກສ້າງ 3434 Station ໃຫ້ເປັນສູນລວມຂອງນະຄອນຫຼວງ.

3434

  • CVCONNECT:  ມີວິທີການວາງແຜນກົນລະຍຸດແນວໃດທີ່ເຮັດໃຫ້ 3434 Station ປະສົບຜົນສຳເລັດ?
  • ກົນລະຍຸດແມ່ນອີງໃສ່ແມ່ຄ້າຊາວຂາຍພາຍມາເຊົ່າພາຍໃນລານ, ກ່ອນອື່ນຕ້ອງບໍລິຫານຄ່າເຊົ່າທີ່ເຮົາຈະເກັບບໍ່ແພງໃນຊ່ວງໄລຍະເລີ່ມຕົ້ນ ແລະ ຈະຂຶ້ນເທື່ອລະໜ້ອຍເພື່ອໃຫ້ເໝາະສົມກັບຈຳນວນຂອງລູກຄ້າທີ່ເຂົ້າມາໃຊ້ບໍລິການຮ້ານຕ່າງໆພາຍໃນລານ. ນອກຈາກນັ້ນ, ສິ່ງຫຼັກໆກໍແມ່ນການເລືອກມາດຕະຖານອານຫານທີ່ແມ່ຄ້າຈະນຳມາຂາຍວ່າແມ່ນອາຫານປະເພດໃດ ,ເມນູແນະນຳແມ່ນເມນູໃດ ແລະ ໄດ້ມີການຕັ້ງລາຄາໃຫ້ເໝາະສົມກັບແຕ່ລະເມນູ
  • CVCONNECT:  ອຸປະສັກທີ່ເຮົາພົບພໍ້ໃນການເຮັດທຸລະກິດປະເພດນີ້ມີຫຍັງແນ່? ມີວິືີແກ້ໄຂແນວໃດ?
  • ທຸກທຸລະກິດຍອມມີອຸປະສັກສະເໝີ, ທຸລະກິດປະເພດນີ້ອຸປະສັກກໍຈະແມ່ນ ຄູ່ແຂ່ງ ຖ້າເຮົາບໍລິຫານໄດ້ບໍດີຍອມມີຜົນເສຍຫາຍຕາມມາເຊິ່ງລວມໄປເຖິ່ງຮ້ານຕ່າງໆທີ່ຢູ່ໃນລານກໍໄດ້ຮັບຜົນກະທົບ, ສະນັ້ນ ເຮົາຈຶ່ງໄດ້ມີການຈັດງານອີເວັນ, ຈັດໂປໂມຊັນຕ່າງໆຂຶ້ນຕະຫລອດເພື່ອດຶງດູດລູກຄ້າບໍ່ໃຫ້ມີການລົດລົງ. ອີກປັນຫາໜຶ່ງກໍຄື ລະດູຝົນ ເພາະທາງລານຂອງເຮົາເປັນລານກາງແຈ້ງຍາມຝົນຕົກກໍຈະເປັນອຸປະສັກຫຼາຍ, ແຕ່ໃນຕອນນີ້ເຮົາກໍໄດ້ມີການວາງແຜນທີ່ຈະມຸງຫຼັງຄາເພື່ອແກ້ໄຂບັນຫາດັ່ງກ່າວ

3434

  • CVCONNECT:  ມີຫຍັງຝາກເຖິງຄົນທີ່ກຳລັງຈະເຮັດທຸລະກິດບໍ່?
  • ການເຮັດທຸລະກິດຕ້ອງພົບກັບຄວາມສ່ຽງແນ່ນອນ ແຕ່ການເຮັດທຸລະກິດປະເພດນີ້ມີຄວາມສ່ຽງຫຼາຍກວ່າເນື່ອງຈາກຕ້ອງມີການຄວມຄຸມຮ້ານຄ້າເປັນຈຳນວນຫຼາຍ, ຕ້ອງເອັນເຕີເທັນລູກຄ້າເພື່ອສ້າງຄວາມພໍໃຈ, ແລະຄວາມປອດໄພພາຍໃນລານກໍຕ້ອງເຂັ້ມງວດ . ຖ້າຄິດຈະເຮັດທຸລະກິດປະເພດນີ້ຕ້ອງມີການວາງແຜນທີ່ດີເພາະບໍ່ແມ່ນເລື່ອງງ່າຍທີ່ຈະມາຄຸມຮ້ານຄ້າຫຼາຍໆຢູ່ບ່ອນດຽວກັນ. ຄວາມສຳເລັດໃນການເຮັດທຸລະກິດຈະເກີດຂຶ້ນໄດ້ຖ້າເຮົາມີການບໍລິຫານທີ່ດີ.

3434

Tags: #ຜູ້ບໍລິຫານ 34 ສະເຕຊັນ #ນ້ອຍ ແສງຈັນທະວົງ #3434 Station #ຮ້ານ 34 #ສາມສີ່ #ຮ້ານອາຫານກາງແຈ້ງ #Lao ITEC

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now