ບົດສໍາພາດ: ທ່ານ ນາງ ຈັນທະພອນ ສຸດຕະວົງ ຮອງຜູ້ອໍານວຍການ ບໍລິສັດ ກ້າວໜ້າ ເອັນເຕີເທັນເມັນ ຈໍາກັດ

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ນາງ ຈັນທະພອນ ສຸດຕະວົງ ຮອງຜູ້ອໍານວຍການ ບໍລິສັດ ກ້າວໜ້າ ເອັນເຕີເທັນເມັນ ຈໍາກັດ

 

          ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດ ທ່ານ ນາງ ຈັນທະພອນ ສຸດຕະວົງ ຫຼື ຕຸ່ນ ດີວ້າ ຮອງຜູ້ອໍານວຍການ  ຂອງ ບໍລິສັດ ກ້າວໜ້າ ເອັນເຕີເທັນເມັນ ຈໍາກັດ ເຊິ່ງເປັນບໍລິສັດທີ່ ເຮັດກ່ຽວກັບການຈັດງານ Event Organizer,  ໂມເດີລິ້ງ ທີ່ມີນາງແບບ, ນາຍແບບ, ດາລາ, ສິລະປິນ ລະດັບແຖວໜ້າຂອງລາວເປັນຕົ້ນ, ຄຣິສຕີນ່າ ມິສລາວ 2012, ວິນລີ້ ວິໄລວັນ,  ຕິກ ພີນເຊັດ  ແລະ ກໍຍັງມີຄ້າຍເພງອີກດ້ວຍ. ມາຮູ້ຈັກຄວາມເປັນມາຂອງບໍລິສັດດັ່ງກ່າວໃຫ້ຫຼາຍຂຶ້ນຜ່ານບົດສໍາພາດນີ້ເລີຍ.

 

 

1. ຄວາມເປັນມາຂອງ ບໍລິສັດ ກ້າວໜ້າລາວ ເອັນເຕີເທນເມັນ  ? ຈຸດປະສົງໃນການເປີດບໍລິສັດດັັ່ງກ່າວ? ເປີດມາໄດ້ດົນປານໃດແລ້ວ? ເປັນບໍລິສັດປະເພດໃດ?

           ບໍລິສັດກ້າວໜ້າລາວ ເອັນເຕີເທັນເມັນ ໄດ້ເກີດຂຶ້ນທໍາອິດໂດຍແມ່ນ ທ່ານ ເທບມະຫາວິໄຊ ໄຊທິລາດ (ຕ້າ ເອແພັກ) ຮ່ວມກັບຂ້າພະເຈົ້າ ຈັນທະພອນ ສຸດຕະວົງ (ຕຸ່ນ ດີວ້າ) ເຊິ່ງໄດ້ຮ່ວມຫຸ້ນກັນກໍ່ຕັ້ງບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຂຶ້ນມາ ໂດຍທີ່ ຕ້າ ເປັນຜູ້ອຳນວຍການ, ນັກຮ້ອງ, ສິລະປິນ, ດາລາ ແລະ ໂປຣດິວເຊີ, ສ່ວນຂ້າພະເຈົ້າເອງເປັນຮອງຜູ້ອຳນວຍການ ເຊິ່ງພວກເຮົາຮູ້ຈັກກັນ ແລະ ເປັນໝູ່ສະໜິດກັນມາແຕ່ນ້ອຍ ຫຼັງຈາກນັ້ນໄດ້ອອກເພງເປັນອາລະບໍ້າຮ່ວມກັນ ໂດຍມີຊື່ວົງວ່າ “ເອແພັກ” ຈົນມາຮອດປີ 2015 ພວກເຮົາຈຶ່ງໄດ້ລົມກັນວ່າຈະລອງເຮັດບໍລິສັດນໍາກັນເບິ່ງ ເພື່ອພັດທະນາວົງການບັນເທີງ ເພາະວ່າພວກເຮົາເອງກໍມັກຮັກໃນດ້ານວົງການບັນເທິງ, ມັກຮັກໃນການຈັດງານ Event Organizer ແລະ ກໍເປັນສິນລະປິນຢູ່ແລ້ວ ຈົນມາຮອດປັດຈຸບັນ ບໍລິສັດເຮົາແມ່ນກ້າວເຂົ້າສູ່ປີທີ 4 ແລ້ວ.

 

 

2. ແມ່ນຫຍັງທີ່ເປັນຈຸດເດັ່ນຂອງ ບໍລິສັດ ກ້າວໜ້າ ເອັນເຕີເທນເມັນ  ? ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

          ຈຸດເດັ່ນຂອງບໍລິສັດແມ່ນການເຮັດ Event Organizer ກໍຄືການຮັບຈັດງານ ບໍ່ວ່າຈະເປັນງານເປີດໂຕບໍລິສັດ, ເປີດໂຕຜະລິດຕະພັນ, ຫຼາກຫຼາຍຢ່າງ ຫຼື ຈະເປັນຈັດງານເດີນແບບແຟຊັ່ນໂຊກໍມີ ເຊິ່ງພວກເຮົາຮັບງານທຸກແບບ (Full option), ອີກຢ່າງພວກເຮົາກໍຖະນັດເລື່ອງເອັນເຕີເທັນເມັນ, ຄວາມຄິດສ້າງສັນຢູ່ແລ້ວ ແລະ ນອກຈາກ Event Organizer ແລ້ວພວກເຮົາຍັງມີ ໂມເດີລິ້ງ ທີ່ມີນາງແບບ, ນາຍແບບ, ດາລາ, ສິນລະປິນ ແລະ ກໍມີຄ້າຍເພງ ເຊິ່ງເປັນອີກປີກຍ່ອຍທີ່ມີສະເພາະໃນການຈັດງານເພື່ອໃຫ້ງານຂອງພວກເຮົາອອກມາດີ ແລະ ງ່າຍຂຶ້ນ. ສໍາລັບກຸ່ມລູກຄ້າຫຼັກໆຂອງພວກເຮົາກໍມີຫຼາຍເປັນຕົ້ນ ບັນດາບໍລິສັດທີ່ເຮັດຜະລິດຕະພັນດ້ານໂທລະສັບ, ເຈເວີຣີ່, ເຄື່ອງດື່ມຕ່າງໆ.

 

 

3. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍໍ້ໃນການເຮັດທຸລະກິດປະເພດນີ້ ແລະ ມີວິທີແກ້ໄຂບັນຫາດັັ່ງກ່າວແນວໃດ?

          ອຸປະສັກທີ່ພົບມີຫຼາຍຮູບແບບເຂົ້າມາ ແຕ່ເຮົາກໍເອົາອຸປະສັກເຫຼົ່ານັ້ນມາເບິ່ງໃຫ້ເຫັນວ່າຈະມາແກ້ໄຂໃນຮູບແບບໃດ ເພາະວ່າການເຮັດທຸລະກິດທຸກຢ່າງລ້ວນແຕ່ຕ້ອງພົບກັບອຸປະສັກ ໂດຍສະເພາະແມ່ນວຽກງານໃໝ່ໆທີ່ເຂົ້າມາ ແຕ່ເຮົາກໍມີການໝູນໃຊ້ຄືເບິ່ງວ່າເຮົາພົບອຸປະສັກຫຍັງແນ່ ແລ້ວເຮົາກໍນໍາມາຖອດຖອນບົດຮຽນ ແລະ ແກ້ໄຂນໍາກັນເພື່ອໃຫ້ເທື່ອໜ້າບໍ່ໃຫ້ເກີດບັນຫານີ້ຂຶ້ນອີກ ຫຼື ໃຫ້ພົບບັນຫາໜ້ອຍທີ່ສຸດ. ຕົວຢ່າງວ່າ ເຮົາຈັດງານໃດໜື່ງເມື່ອເຮົາພົບບັນຫາທີ່ພົບກັບລູກຄ້າພວກເຮົາຈະພະຍາຍາມເບິ່ງໃຫ້ເຫັນບັນຫານໍາກັນ ແລະ ແກ້ໄຂບັນຫາຊ່ວຍລູກຄ້ານໍາກັນ, ຈະບໍ່ຂ້າມຜ່ານຢ່າງເດັດຂາດ.

 

 

4. ທ່ານຄິດວ່າ ບໍລິສັດ ກ້າວໜ້າ ເອັນເຕີເທນເມັນ  ປະສົບຜົນສໍາເລັດແລ້ວຫຼືຍັງ? ຍ້ອນຫຍັງ?

          ໃນຕອນນີ້ ບໍລິສັດກ້າວໜ້າ ເອັນເຕີເທນເມັນ ກໍເປີດໂຕມາເຂົ້າປີທີ 4 ແລ້ວ ສໍາລັບຂ້າພະເຈົ້າເອງຄິດວ່າບໍລິສັດປະສົບຜົນສໍາເລັດໃນລະດັບໜຶ່ງແລ້ວ ເພາະວ່າບໍລິສັດເຮົາບໍ່ແມ່ນບໍລິສັດທີ່ໃຫຍ່ ແລະ ເປັນບໍລິສັດທີ່ກໍາລັງເລີ່ມຕົ້ນເຮັດທຸລະກິດ ເລີຍຄິດວ່າບໍລິສັດນີ້ສໍາເລັດໄປໃນລະດັບໜຶ່ງ ແລະ ເຮົາຕ້ອງໄດ້ໃຊ້ເວລາໃນການພັດທະນາພະນັກງານໃນການເຮັດວຽກວ່າຕ້ອງເຮັດແບບໃດໃຫ້ປະສົບຜົນສໍາເລັດຫຼາຍທີ່ສຸດ ເຊິ່ງເຮົາຕ້ອງໄດ້ໃຊ້ເວລາ ໂດຍຄາດວ່າອີກ 4-5 ປີຂ້າງໜ້າໃນອະນາຄົດ. ຂ້າພະເຈົ້າ ແລະ ຕ້າ ເອແພັກ ກໍຫວັງວ່າຢາກໃຫ້ບໍລິສັດນີ້ພັດທະນາໃຫ້ຍິ່ງໃຫຍ່ຂຶ້ນກວ່າເກົ່າ ແລະ ມີການຂະຫຍາຍບໍລິສັດໄປຕື່ມອີກ.

 

 

5. ໃນຕໍ່ໜ້າມີການວາງແຜນໃນອະນາຄົດແນວໃດ?

          ໃນອະນາຄົດ ຂ້າພະເຈົ້າ ພ້ອມດ້ວຍ ຕ້າ ເອແພັກ ກໍໄດ້ມີການວາງແຜນໄວ້ຫຼາຍຢ່າງ ເຊິ່ງອັນດັບທໍາອິດກໍແມ່ນຢາກພັດທະນາໃນເລື່ອງວົງການບັນເທີງລາວ ເພາະວ່າໄດ້ປຶກສາກັນກັບທາງທີມງານວ່າ ຕອນນີ້ຍັງຮູ້ສຶກວ່າບໍ່ເປັນທີ່ຮູ້ຈັກຫຼາຍເທົ່າທີ່ຄວນ ພວກເຮົາກໍເລີຍວາງແຜນວ່າ ໃນປີນີ້ຢາກສືບຕໍ່ເຮັດເພງໃຫ້ທາງນ້ອງໆໃນສັງກັດໃຫ້ໄດ້ມີບົດບາດຫຼາຍຂຶຶ້ນ ແລະ ອັນດັບທີສອງກໍຄືທາງ ຕ້າ ເອແພັກ ເພິ່ນຢາກເຮັດປະເພດຮູບເງົາ ແລະ ພວກເຮົາກໍຢາກສະໜັບສະໜູນໃຫ້ຜູ້ທີ່ສົນໃຈດ້ານການສະແດງມາສະແດງລະຄອນ ຫຼື  ຮູບເງົາທີ່ພວກເຮົາຈະສ້າງຂຶ້ນມາໃນປີ 2019 ນີ້ ແລະ ອັນດັບທີ 3 ກໍຄື ພວກເຮົາຄາດຫວັງທີ່ຈະກ້າວໄປສູ່ລະດັບສາກົນ ກໍຄືຢາກຜັກດັນໃຫ້ສິລະປິນໃນສັງກັດໄດ້ມີໂອກາດສະແດງສັກກະຍາພາບໃນເວທີສາກົນຫຼາຍຂຶ້ນ ເພາະວ່າຕອນນີ້ໃນບໍລິສັດຂອງພວກເຮົາຫຼັກໆ ກໍມີສິລະປິນທີ່ເດັ່ນໆຄື ຕ້າ ເອແພັກ, ຄຣິສຕີນ່າ ມິສລາວ 2012, ວິນລີ້ ວິໄລວັນ, ເທເລີ ສີສົມບັດ, ຕິກ ພີນເຊັດ ແລະ ຕຸ່ນ ດີວ້າ ນອກນັ້ນກໍ່ຍັງມີສິລະປິນ, ດາລາ, ນັກສະແດງ, ນັກຮ້ອງ, ນາຍແບບ, ນາງແບບ ໜ້າໃຫມ່ເຂົ້າມາຫຼາກຫຼາຍຂຶ້ນ.

 

 

 

6. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ ?

           ໃນຄວາມຄິດຂອງຂ້າພະເຈົ້າທີ່ເຄີຍລົງມືເຮັດຜ່ານມາ ອັນດັບໜຶ່ງ ແມ່ນຕ້ອງຄິດວ່າສິ່ງທີ່ເຮົາຈະເຮັດນັ້ນແມ່ນທຸລະກິດທີ່ເຮົາຖະນັດ ຫຼື ບໍ່ ແລະ ຕ້ອງຄິດວ່າເມື່ອເຮົາເຮັດໄປແລ້ວ ເຮົາມີີຄວາມມັກຮັກໃນທຸລະກິດປະເພດນັ້ນບໍ່ ຖ້າຫາກວ່າໃຈບໍ່ມັກ ແລະ ບໍ່ຖະນັດມັນອາດຈະຍາກໃນການເຮັດທຸລະກິດ ຕົວຢ່າງ ຂ້າພະເຈົ້າ ພ້ອມດ້ວຍ ຕ້າເອແພັກທີ່ມີຄວາມມັກຮັກໃນດ້ານການບັນເທິງ ແລະ ມີຄວາມຖະນັດໃນດ້ານນີ້ ກໍເລີຍໄດ້ເປີດບໍລິສັດກ້າວໜ້າ ເອັນເຕີເທນເມັນຂຶື້ນມາ ເພາະມັນຈະເຮັດໃຫ້ເຮົາເຮັດທຸລະກິດໄດ້ງ່າຍຂຶ້ນ ແລະ ບໍ່ຕ້ອງກະໂດດຂ້າມ ຕ້ອງເຮັດໄປເທື່ອລະກ້າວ ມັນຈຶ່ງຈະງ່າຍສໍາລັບຄົນທີ່ເລີມເຮັດທຸລະກິດ.

 

 

ຂໍຂອບໃຈ: ທ່ານ ນາງ ຈັນທະພອນ ສຸດຕະວົງ ຮອງຜູ້ອໍານວຍການ ບໍລິສັດ ກ້າວໜ້າ ເອັນເຕີເທັນເມັນ ຈໍາກັດ

ສະຖານທີ່: ບ້ານ ໂພນຕ້ອງສະຫວາດ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ສອບຖາມຕິດຕໍ່: 020 59499282

ເວັບໄຊ: www.kaonaentertainment.com

Face book: KaonaLaos Entertainment Advertising Agency Co., LTD

Tags: #ວົງການບັນເທິງ #ລະຄອນຮູບເງົາ #Event Organizer #KaonaLaos Entertainment Advertising Agency #ກ້າວໜ້າລາວ ເອັນເຕີເທັນເມັນ #ຕ້າ ເອແພັກ #ເທບມະຫາວິໄຊ ໄຊທິລາດ #ຕຸ່ນ ດີວ້າ #ຈັນທະພອນ ສຸດຕະວົງ #ນັກຮ້ອງສິລະປິນດາລາໂປຣດິວເຊີ #ເດີນແບບແຟຊັ່ນໂຊ #ຄຣິສຕີນ່າ ມິສລາວ 2012

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now