ບົດສໍາພາດ: ທ່ານ ກາຣຸນ ຫຼວງໂຄດ ເຈົ້າຂອງຮ້ານ Bakery by Boris

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ກາຣຸນ ຫຼວງໂຄດ  ເຈົ້າຂອງຮ້ານ Bakery by Boris

   

          ມື້ນີ້ທີມງານຊີວີຄອນເນັກ ໄດ້ມີໂອກາດສໍາພາດເຈົ້າຂອງຮ້ານ Bakery by Boris ເຊິ່ງເປັນຮ້ານທີ່ມີຄວາມເປັນເອກະລັກທາງດ້ານລົດຊາດຂອງເຂົ້າໜົມ ແລະ ເຄັກສະໄຕຝຣັ່ງທີ່ແຊບບໍ່ຄືໃຜໃ ມາຮູ້ຈັກຄວາມເປັນມາ ແລະ ຈຸດເດັ່ນຂອງຮ້ານນີ້ໃຫ້ຫຼາຍຂຶ້ນຜ່ານບົດສໍາພາດນີ້ເລີຍ.

 

 

1. ເປັນຫຍັງທ່ານຈຶ່ງຕັດສິນໃຈ ເປີດຮ້ານ Bakery ຂຶ້ນມາ? ເປີດມາໄດ້ດົນປານໃດແລ້ວ?

          ກ່ອນທີ່ຂ້າພະເຈົ້າຈະຕັດສິນໃຈເປີດຮ້ານ Bakery by Boris ຂຶ້ນມາ ກ່ອນໜ້ານີ້ເຄີຍເປັນເຊຟ ຢູ່ປະເທດຝຣັ່ງ ຂ້າພະເຈົ້າເຮັດອາຊີບນີ້ມາ 10 ປີ ແລະ ຮຽນທາງດ້ານປຸງແຕ່ງໂດຍສະເພາະ ແລະ ຄິດວ່າຸຖ້າຈະເປີດຮ້ານແບບນີ້ຢູ່ຕ່າງປະເທດ ຄວາມເປັນໄປໄດ້ນັ້ນຈະຍາກກວ່າ ເພາະຢູ່ຕ່າງປະເທດການແຂ່ງຂັນແມ່ນສູງ ແລະ ມີຄົນເກັ່ງຫຼາຍ ກໍເລີຍຄິດວ່າເປັນຫຍັງເຮົາເປັນຄົນລາວຈຶ່ງບໍ່ຢາກກັບມາພັດທະນາບ້ານເມືອງເຮົາ ແລະ ຢູ່ບ້ານເຮົາກໍຍັງມີຊ່ອງທາງໃນການທີ່ຈະເຮັດທຸລະກິດດັ່ງກ່າວ ເຊິ່ງເປີດຂາຍອອນລາຍມາໄດ້ 5 ປີ ແລ້ວຈຶ່ງມາເປີດເປັນໜ້າຮ້ານແບບນີ້ມາໄດ້ 2 ປີ ແລະ ໃສ່ຊື່ Bakery by Boris ແມ່ນແປຕາມໂຕກໍຄືຊື່ຫຼິ້ນຂ້າພະເຈົ້າ ແລະ ເປັນຜູ້ທີ່ເຮັດເຂົ້າໜົມຂຶ້ນມາເອງ ກໍເລີຍໃສ່ຊື່ນີ້ມາເລີຍ.

 

 

2. ເປັນຮ້ານປະເພດໃດ? ເປັນຫຍັງຈຶ່ງໃສ່ຊື່ຮ້ານນີ້? ອາຫານປະເພດໃດທີ່ລູກຄ້າສັ່ງຫຼາຍທີ່ສຸດ? ເມນູທີ່ແນະນໍາຂຶ້ນຊື່ຂອງຮ້ານ?

          ຮ້ານ Bakery by Boris ສ່ວນໃຫຍ່ຈະອອກເປັນສະໄຕຝຣັ່ງ ໂດຍສະເພາະປະເພດເຂົ້າໜົມ, ເຄັກ, ກາເຟ, ເຄື່ອງດື່ມ ອາຫານເບົາໆກໍຈະອອກສະໄຕຝຣັ່ງ ຫຼື ຍູໂຣບ ແຕ່ຈະເນັ້ນທາງດ້ານເຂົ້າໜົມປັງຫຼາຍກວ່າ.

          ສ່ວນອາຫານທີ່ລູກຄ້າສັ່ງຫຼາຍທີ່ສຸດ ໃນຕອນເຊົ້າກໍຈະແມ່ນ ເຂົ້າໜົມປະເພດ ຄົວຊອງ, ຕອນບ່າຍ ກໍຈະເປັນເຄັກ ຫຼື ກາເຟ. ເມນູທີ່ຂຶ້ນຊື່ຂອງຮ້ານແມ່ນປະເພດເຄັກ ເພາະຫຼາຍຄົນຈະຮູ້ຈັກຮ້ານເຮົາແມ່ນມາຈາກການເຮັດເຄັກ ທີ່ເຮັດແບບປະຍຸກສະໄຕ ລາວ-ຝຣັ່ງ.

 

 

3. ກຸ່ມລູກຄ້າ ແລະ ເປົ້າໝາຍຂອງເຮົາໃນການເຮັດຮ້ານ Bakery ແມ່ນຫຍັງ? ຈໍານວນລູກຄ້າທີ່ເຂົ້າມາໃຊ້ບໍລິການຕໍ່ມື້?

          ກຸ່ມລູກຄ້າຂອງເຮົາແມ່ນມາຈາກກຸ່ມຄົນຕັ້ງແຕ່ ນ້ອຍເຖິງໃຫຍ່, ລວມໄປເຖິງຄົນຕ່າງຊາດ ເປັນຕົ້ນ ລາວ, ໄທ, ຈີນ, ເກົາຫຼີ, ຝຣັ່ງ ແລະ ອື່ນໆ.

          ໃນແຕ່ລະມື້ລູກຄ້າຂອງເຮົາມີມາຕະຫຼອດ ສະເລ່ຍລູກຄ້າທີ່ເຂົ້າມາຕໍ່ມື້ແມ່ນ 250 ຄົນ ອາດຈະເປັນຍ້ອນການຕົກແຕ່ງຂອງຮ້ານເຮົາ ທີ່ເນັ້ນຄວາມສະບາຍຕາ, ເປັນສວນຕົ້ນໄມ້ເພື່ອຄວາມຮົ່ມເຢັນ ເຮັດໃຫ້ເຂົາເຈົ້າຮູ້ສຶກຜ່ອນຄາຍມີຄວາມຮູ້ສຶກຄືກັບຢູ່ບ້ານຫຼາຍກວ່າ.

 

 

 

4.ຈຸດເດັ່ນທີ່ສາມາດດຶງດູດລູກຄ້າມາໃຊ້ບໍລິການຮ້ານຂອງທ່ານ? ແຮງບັນດານໃຈໃນຕົກແຕ່ງຮ້ານອາຫານ?

          ຈຸດເດັ່ນຂອງຮ້ານແມ່ນເຮົາຈະຜະລິດເຂົ້າໜົມ, ເຄັກຂຶ້ນມາເອງ, ເປັນສິນຄ້າທີ່ສົດໃໝ່ທຸກມື້, ມີລົດຊາດທີ່ເປັນເອກະລັກຂອງຮ້ານ, ເອົາໃຈໃສ່ເລື່ອງວັດຖຸດິບທີ່ໃໝ່ຢູ່ສະເໝີ, ການບໍລິການລູກຄ້າ ແລະ ຮັບຄໍາຕິຊົມຈາກລູກຄ້າເພື່ອມາປັບປຸງຢູ່ຕະຫຼອດ ແລະ ຈະເນັ້ນເລື່ອງໃສ່ໃຈລົດຊາດເປັນຫຼັກ.

          ສ່ວນການຕົກແຕ່ງເປັນສະຖານທີ່ລຽບງ່າຍ, ປອດໂປ່ງ ແລະ ເຮັດໃຫ້ລູກຄ້າສະດວກສະບາຍໃນການມາໃຊ້ບໍລິການຈາກທາງຮ້ານເຮົາ. ແລະຮ້ານຂອງເຮົາຈະເຮັດ ໂປຣໂມຊັ່ນຄືທຸກໆມື້ ເວລາ 5 ໂມງ 30 ຕອນແລງຂຶ້ນໄປແມ່ນຫຼຸດ 20% ເພື່ອເຮັດໃຫ້ສິນຄ້າຂອງເຮົາໝົດ ແລະ ມື້ຕໍ່ໄປຈະເປັນສິນຄ້າໃໝ່ຕະຫຼອດ.

 

 

 

5. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍ້ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ຜ່ານມາຂ້າພະເຈົ້າພົບພໍ້ອຸປະສັກຫຼາຍຢ່າງ ກ່ອນທີ່ຈະເປີດຮ້ານນີ້ຂຶ້ນມາໄດ້ ເປັນຕົ້ນ ຂ້າພະເຈົ້າເຄີຍເປັນເດັກລ້າງຖ້ວຍ, ຄົນຝຶກງານ, ເຊບ... ແລະ ຄິດວ່າການທີ່ຄົນເຮົາຈະປະສົບຜົນສຳເລັດຮອດຈຸດໆໜຶ່ງ ເຮົາຈະເຮັດໃນດ້ານໜຶ່ງທີ່ເຂົາເຈົ້າປະສົບຜົນສຳເລັດ ແຕ່ເຮົາຈະບໍ່ເຮັດໃນດ້ານທີ່ເຂົາເຈົ້າເຮັດວຽກໜັກມາກ່ອນ.

          ເຊິ່ງຮ້ານຂອງເຮົາຕ້ອງເນັ້ນລົດຊາດຕ່າງຈາກຮ້ານອື່ນ, ຮັບຮູ້ເຖິງເອກະລັກຂອງຮ້ານເຮົາ ເຮັດໃຫ້ລູກຄ້າໄດ້ສໍາພັດເຖິງລົດຊາດ ແລະ ໃຫ້ລູກຄ້າຮູ້ສຶກວ່າມັນຄຸ້ມຄ່າກັບສິ່ງທີ່ເຂົາເຈົ້າໄດ້ຮັບໄປ.

 

 

6.ທ່ານຄິດວ່າຮ້ານຂອງທ່ານ ປະສົບຜົນສໍາເລັດແລ້ວຫຼືຍັງ?

          ຂ້າພະເຈົ້າຄິດວ່າການເຮັດທຸລະກິດປະເພດນີ້ ຍັງມີີຫຼາຍຢ່າງທີ່ເຮັດໄດ້ຢູ່, ມີຫຼາຍຢ່າງ ທີ່ຈະຕ້ອງປັບປຸງ ແລະ ພ້ອມຈະພັດທະນາຢູ່ຕະຫຼອດ ປັດຈຸບັນ ນອກຈາກຮ້ານ ເບເກີຣີ່ແລ້ວ ຂ້າພະເຈົ້າຍັງເປັນອາຈານສອນ ທາງດ້ານການປຸງແຕ່ງ, ທາງດ້ານການບໍລິການ, ເປັນທີ່ປຶກສາທາງຮ້ານກາເຟເພາະເປັນຄວາມມັກສ່ວນໂຕ ຕັ້ງແຕ່ ອາຍຸ 17 ປີ ໂດຍຢາກຈະສົ່ງຄວາມຮູ້ຄວາມສາມາດທີ່ເຄີຍຮຽນມາໄປເຖິງຄົນທີ່ສົນໃຈຢາກຮຽນ.

 

 

 

7.ໃນອະນາຄົດຕໍ່ໜ້າມີການວາງແຜນ ຫຼື ມີຄວາມຄາດຫວັງແນວໃດ?

          ໃນອະນາຄົດຕໍ່ໜ້າ ຂ້າພະເຈົ້າຢາກກະຈາຍສິນຄ້າໃຫ້ທົ່ວເຖິງລູກຄ້າໃຫ້ໄດ້ຫຼາຍກວ່າເກົ່າ ແລະ ມີແຜນທີ່ຈະເປີດສາຂາໃໝ່ຂຶ້ນ 

          ສ່ວນຄວາມຄາດຫວັງແມ່ນ ຢາກເຮັດທຸກມື້ໃຫ້ດີທີ່ສຸດ, ເອົາໃຈໃສ່ການບໍລິການທາງດ້ານການຜະລິດ, ເອົາໃຈໃສ່ການບໍລິການ, ເອົາໃຈໃສ່ທາງດ້ານວັດຖຸດິບ ເພາະຄວາມສຸກຂອງຂ້າພະເຈົ້າແມ່ນການມອບຄວາມສຸກໃຫ້ແກ່ລູກຄ້າ ແລະ ເຮັດໃຫ້ລູກຄ້າມີຄວາມສະບາຍໃຈທີ່ມາໃຊ້ບໍລິການ.

 

 

 

ຂໍຂອບໃຈ ທ່ານ ກາຣຸນ ຫຼວງໂຄດ ເຈົ້າຂອງຮ້ານ Bakery by Boris

Bakery by Boris ເປີດບໍລິການ 7:00 am - 19:00 pm

ສອບຖາມຕິດຕໍ່ 020 7779 2228

ສະຖານທີ່: ບ້ານ ເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

Facebook: Bakery by boris

Tags: #Bakery by Boris #ມີລົດຊາດທີ່ເປັນເອກະລັກ #ກາຣຸນ ຫຼວງໂຄດ #ເຂົ້າໜົມປັງ #ສະໄຕຝຣັ່ງຫຼື ຍູໂຣບ #ໂປຣໂໝຊັ່ນ #ຄົວຊອງ #ຕອນແລງຫຼຸດ 20% #ເຄັກ #ເນັ້ນລົດຊາດຕ່າງຈາກຮ້ານອື່ນ #ປະຍຸກລາວ-ຝຣັ່ງ #ອາຈານສອນດ້ານການປຸງແຕ່ງ #ສິນຄ້າທີ່ສົດໃໝ່ທຸກມື້ #ເຮັດທຸກມື້ໃຫ້ດີທີ່ສຸດ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now