timer
remove_red_eye 5,603 views
ວຽກໂຄສະນາເປັນຮູບແບບໜຶ່ງຂອງການສົ່ງເສີມການຂາຍຜ່ານສື່ໂຄສະນາຕ່າງໆ ບໍ່ວ່າຈະເປັນ ວິທະຍຸ ໂທລະທັດ ສື່ສິ່ງພິມ ແລະ ສື່ອອນລາຍ ເຊິ່ງກຳລັງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ໂດຍວຽກດ້ານີ້ເປັນວຽກການສື່ສານ ເພື່ອຈູງໃຈໃຫ້ຜູ້ບໍລິໂພກເກີດຄວາມສົນໃຈໃນສິນຄ້າ ຕຳແໜ່ງໂຄສະນາຂ້ອນຂ້າງເປັນທີ່ນິຍົມ ເຫັນໄດ້ຈາກທີ່ຜູ້ເຮັດວຽກຈຳນວນໜຶ່ງ ສົ່ງເອກະສານສະໝັກວຽກ ເພື່ອໃຫ້ໄດ້ມາສຳພາດວຽກໃນສາຍນີ້
ວຽກໂຄສະນາ ແບ່ງອອກເປັນຫຼ່າຍສ່ວນ ແຕ່ສາມາດແບ່ງອອກຊັດເຈນໄດ້ 2 ກຸ່ມ ໃຫຍ່ໆ ຄື ວຽກບໍລິການລູກຄ້າເຊັ່ນ Account Executive Account Manager ແລະ ວຽກ Creative ຫຼາຍຄົນອາດຈະຄຸ້ນເຄີຍກັບຕຳແໜ່ງວຽກ Creative ເປັນພິເສດ ເພາະວຽກນີ້ ຕະມີຕຳແໜ່ງວຽກ Copywriter Art Director Content Editor ແລະ Social Media Specialist ເຊິ່ງວຽກ 2 ຕຳແໜ່ງຫຼັງນີ້ເປັນທີ່ຈັບຕາ
ກຸ່ມຂອງຕຳແໜ່ງວຽກໂຄສະນາ ທີ່ເປີດຮັບສະໝັກວຽກຈະແບ່ງອອກເປັນກຸ່ມໆ ເພື່ອສະດວກ ແລະ ງ່າຍຕໍ່ການເຈົ້າເຖິງຕຳແໜ່ງຂອງຄົນຫາວຽກ ແລະ ນັກສຶກສາຈົບໃໝ່ທີ່ກຳລັງເລີ່ມຫາວຽກຫາງານ ຊີວີຄອນເນັກ ໄດ້ລວມມາ ດັ່ງນີ້ ວຽກ Creative ວຽກຊ່າງກ້ອງ, ຕັດຕໍ່ ວຽກບໍລິການ, ວຽກຂ່າວ,ວຽກຜະລິດສື່ ວຽກວາງກົນລະຍຸດການໂຄສະນາ ວຽກວິທະຍຸໂທລະທັດ ວຽກສິ່ງພິມ
ຄຸນສົມບັດເດັ່ນຂອງຄົນເຮັດວຽກໂຄສະນາ
ຫຼາຍຄົນອາດເບິ່ງວ່າຄົນເຮັດວຽກດ້ານໂຄສະນາ ມັກເປັນຄົນມີລັກສະນະສະເພາະຕົວທີ່ແຕກຕ່າງຈາກຄົນອື່ນ ຫຼື ອາດຈະເບິ່ງວ່າເປັນຄົນທີ່ມີສີລະປິນສູງ ແຕ່ບໍ່ວ່າຄວາມເຫັນນັ້ນຈະຈິງ ຫຼື ກໍ່ຕາມ ແຕ່ສິ່ງໜຶ່ງທີ່ຄົນເຮັດວຽກດ້ານນີ້ຄ້ອງມີ ຄືຄວາມຄິດສ້າງສັນ (Creativity) ເປັນຄຸນລັກສະນະເດັ່ນທີ່ຂາດບໍ່ໄດ້ ແລ້ວຈຶ່ງລວມເຂົ້າກັບຄຸນສົມບັດຕ່າງໆເຫຼົານີ້ເຊັ່ນ
ລັກສະນະຂອງວຽກໂຄສະນາ
ວຽກໂຄສະນາເປັນວຽກທີ່ບໍ່ມີຂີດຈຳກັດ ຫຼື ຂໍ້ບັງຄັງໃຫ້ຕາຍຕົວວ່າຕ້ອງນັ່ງເຮັດວຽກຢູ່ບ່ອນເກົ່າຕະຫຼອດເວລາເພາະຄົນທີ່ເຮັດວຽກດ້ານນີ້ສາມາດວາງແຜນເຮັດວຽກບ່ອນໃດກໍ່ໄດ້ ພຽງແຕ່ເຖິງເວລາທີ່ກຳນົດ ຕ້ອງມີວຍກມານຳສະເໜີໄດ້ທັຍເວລາ ແຕ່ໂດຍລວມແລ້ວ ລັກສະນະວຽກໂຄສະນາຈະມີຮູບແບບດັ່ງນີ້:
ຜູ້ທີ່ເຮັດວຽກດ້ານໂຄສະນາ ຕ້ອງມີຄວາມເຂົ້າໃຈໃນວຽກຂອງຕົນເອງລະດັບໜຶ່ງ ອີກທັງຕ້ອງມີແນວທາງທຸລະກິດຮ່ວມ ເພາະວຽກໂຄສະນາເປັນວຽກທີ່ກ່ຽວຂ້ອງເຊື່ອມໂຍງການສື່ສານ ເພື່ອຈູງໃຈຜູ້ບໍລິໂພກໃຫ້ເກີດຄວາມຕ້ອງການຊື້ສິນຄ້າ ແລະບໍລິການ ການມີຄວາມຄິດສ້າງສັນຢ່າງດຽວ ອາດບໍ່ພຽງພໍ ແຕ່ຕ້ອງມີຄວາມຮອບຮູ້ດ້ວຍ ຈິ່ງຈະເຮັດໃຫ້ການເຮັດວຽກມີຜົນລັບອັນເພິ່ງພໍໃຈ
Cr: th.jobsdb.com
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Copyright (c) 2025 cvConnect.la CVCONNECT Co., Ltd.